ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕິດຕາມ ສື່ມວນຊົນເວົ້າວ່າ ນາຍົກລັດຖະມົນຕີຂອງ ຮັງກາຣີ ເປັນນັກລ່ານັກຂ່າວ


ນາຍົກລັດຖະມົນຕີຂອງປະເທດ ຮັງກາຣີ ທ່ານ ວິກຕໍ ອໍບານ ກ່າວຄຳປາໄສຕໍ່ນັກຂ່າວຢູ່ຕຶກຂອງສະພາ ຢູໂຣບ ໃນລະຫວ່າງກອງປະຊຸມ ສະຫະພາບ ຢູໂຣບ ໃນນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ. 24 ມິຖຸນາ, 2021.
ນາຍົກລັດຖະມົນຕີຂອງປະເທດ ຮັງກາຣີ ທ່ານ ວິກຕໍ ອໍບານ ກ່າວຄຳປາໄສຕໍ່ນັກຂ່າວຢູ່ຕຶກຂອງສະພາ ຢູໂຣບ ໃນລະຫວ່າງກອງປະຊຸມ ສະຫະພາບ ຢູໂຣບ ໃນນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ. 24 ມິຖຸນາ, 2021.

ໃນວັນຈັນວານນີ້ກຸ່ມຕິດຕາມສື່ມວນຊົນກຸ່ມນຶ່ງຊື່ວ່າ ນັກຂ່າວບໍ່ມີພົມແດນ, ໄດ້ລະບຸຊື່ຜູ້ນຳໂລກ 37 ຄົນເປັນ “ນັກລ່າ” ສື່ມວນຊົນ, ຜູ້ທີ່ “ປາບປາມ ເສລີພາບໃນດ້ານການຂ່າວຢ່າງກວ້າງຂວາງ,” ລວມທັງປະມຸກລັດຂອງປະເທດຢູໂຣບຕາເວັນຕົກຄົນທຳອິດ ນາຍົກລັດຖະມົນຕີ ຮັງກາຣີ ທ່ານ ວິກຕໍ ອໍບານ (Viktor Orban).

ກຸ່ມທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ປາຣີ ດັ່ງກ່າວ, ໃນລາຍຊື່ທຳອິດໃນຮອບຫ້າປີນັ້ນ, ໄດ້ລວມເອົາແມ່ຍິງສອງຄົນຄື, ທ່ານນາງ ຊີກ ຮາຊີນາ (Sheikh Hasina) ນາຍົກລັດຖະມົນຕີຂອງ ບັງກລາແດັສ ນັບຕັ້ງແຕ່ປີ 2009 ເປັນຕົ້ນ ມາ ແລະ ທ່ານນາງ ແຄຣີ ແລມ, ຜູ້ບໍລິຫານໃຫຍ່ຂອງເຂດປົກຄອງພິເສດ ຮົງກົງ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ.

ກຸ່ມນັກຂ່າວບໍ່ມີພົມແດນໄດ້ກ່າວວ່າ “ຊື່ທີ່ໂດດເດັ່ນທີ່ສຸດ” ຢູ່ໃນລາຍຊື່ໂດຍບໍ່ຕ້ອງສົງໄສເລີຍນັ້ນ “ແມ່ນອົງມົງກຸດ ອາຍຸ 35 ປີ ຂອງ ຊາອຸດີ ອາຣາເບຍ, ໂມຮຳເມັດ ບິນ ຊາລມານ, ຜູ້ທີ່ເປັນສູນກາງ ຂອງອຳນາດທັງໝົດໃນມືຂອງເພິ່ນ ແລະ ນຳພາລະບອບລາຊາທິປະໄຕທີ່ບໍ່ອານຸຍາດໃຫ້ມີເສລີ ພາບໃນດ້ານການຂ່າວ. ວິທີການປາບປາມຂອງເພິ່ນລວມມີການສອດແນມ ແລະ ການຂົ່ມຂູ່ທີ່ບາງຄັ້ງໄດ້ນຳໄປສູ່ການລັກພາຕົວ, ການທໍລະມານ ແລະ ການກະທຳທີ່ຄິດບໍ່ເຖິງອື່ນໆ. ການຄາດ ຕະກຳທີ່ໂຫດຮ້າຍຂອງນັກຂ່າວ ທ່ານ ຈາມາລ ຄາຊອກກີ ໄດ້ເປີດເຜີຍໃຫ້ເຫັນວິທີການຕາມລ່າທີ່ໂຫດຮ້າຍປ່າເຖື່ອນຢ່າງສິ້ນເຊີງຂອງເພິ່ນ.”

ກຸ່ມທີ່ວ່ານັ້ນໄດ້ກ່າວວ່າ ພວກເຈົ້າໜ້າທີ່ໆເຂົາເຈົ້າໄດ້ອ້າງເຖິງທັງໝົດ “ໄດ້ກົດຂີ່ເສລີພາບໃນດ້ານການຂ່າວດ້ວຍການສ້າງເຄື່ອງມືການກວດສອບ, ຂັງຄຸກນັກຂ່າວໂດຍບໍ່ມີການພິຈາລະນາ ຫຼື ກະທຳຄວາມຮຸນແຮງຕໍ່ເຂົາເຈົ້າ, ເວລາທີ່ເຂົາເຈົ້າບໍ່ມີເລືອດໃນມືຂອງເຂົາເຈົ້າ ຍ້ອນວ່າເຂົາເຈົ້າໄດ້ກົດດັນໃຫ້ນັກຂ່າວ ຖືກຄາດຕະກຳໂດຍກົງ ຫຼື ທາງອ້ອມ.”

ກຸ່ມນັ້ນໄດ້ກ່າວວ່າ “ທ່ານ ອໍບານ “ໄດ້ທຳລາຍຄວາມຫຼາກຫຼາກ ແລະ ອິດສະຫຼະພາບຂອງສື່ມວນຊົນຢ່າງສະໝໍ່າສະເໝີ ແລະ ຢ່າງມີປະສິດທິຜົນ ນັບຕັ້ງແຕ່ໄດ້ກັບມາກຳອຳນາດໃນປີ 2010” ດ້ວຍການໃຊ້ເທັກນິກ ການຕາມລ່າຫຼາຍ ຢ່າງ.”

ລາຍງານນັ້ນໄດ້ກ່າວວ່າ “ວິທີການຕ່າງໆອາດລຶກລັບ ຫຼື ໄຮ້ຄວາມອາຍ, ແຕ່ມັນມັກຈະມີປະສິດທິ ພາບ.” ກຸ່ມຕິດຕາມດັ່ງກ່າວໄດ້ເວົ້າວ່າຜູ້ມີອຳນາດທີ່ໃກ້ຊິດກັບພັກລັດຖະບານ ຟີເດັສ (Fidesz) ຂອງ ຮັງກາຣີ ໄດ້ຄວບຄຸມສື່ມວນຊົນຫຼາຍກວ່າ 80 ເປີເຊັນຢູ່ໃນປະເທດ, ໃນຂະນະທີ່ສື່ມວນຊົນເອກະຊົນແມ່ນ ໄດ້ຖືກຈຳແນກ ແລະ ຖືກອະທິບາຍວ່າອອກ “ຂ່າວປອມ.”

ໂຄສົກລັດຖະບານ ຮັງກາຣີ ທ່ານ ໂຊລຕານ ໂຄວັກສ໌ ໄດ້ໂຈມຕີລາຍງານທີ່ວ່ານັ້ນ ແລະ ໄດ້ກ່າວວ່າກຸ່ມຕິດຕາມດັ່ງກ່າວຄວນຖືກເອີ້ນວ່າ “ຂ່າວປອມບໍ່ມີພົມແດນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG