ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢ້ຽມຢາມຈີນ ຂອງຜູ້​ນຳ ເກົາຫຼີເໜືອ ມີ​ຂຶ້ນ ຖ້າມກາງ ກອງປະຊຸມ ການຄ້າ ສຫ​ລ ກັບ ຈີນ


ທ່ານ ກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ ກັບພັນລະຍາ ທ່ານນາງ Ri Sol Ju ກວດແຖວທະຫານກອງກຽດຕິຍົດ ກ່ອນຈາກ ພຽງຢາງ ໄປຢ້ຽມຢາມຈີນ ໃນວັນທີ 7 ມັງກອນ 2019 ຮູບ
ໂດຍ ສູນກາງຂ່າວສານເກົາຫຼີເໜືອ ພຽງຢາງ .8 ມັງກອນ 2019.
ທ່ານ ກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ ກັບພັນລະຍາ ທ່ານນາງ Ri Sol Ju ກວດແຖວທະຫານກອງກຽດຕິຍົດ ກ່ອນຈາກ ພຽງຢາງ ໄປຢ້ຽມຢາມຈີນ ໃນວັນທີ 7 ມັງກອນ 2019 ຮູບ ໂດຍ ສູນກາງຂ່າວສານເກົາຫຼີເໜືອ ພຽງຢາງ .8 ມັງກອນ 2019.

ທ່ານກິມ ຈົງ ອຶນ ຜູ້​ນຳ​ເກົາ​ຫຼີ​ເໜືອ ໄດ້​ມູ້ງ​ໜ້າ​ກັບ​ຄືນ​ປ​ະ​ເທດ ລຸນ​ຫຼັງ​ການ​ຢ້ຽມ​ຢາ​ມ​ປະ​
ເທດ​ຈີນ​ໃນ​ສັບ​ປະ​ດາ​ນີ້. ທັງ​ນະ​ຄອນ​ຫຼວງ​ພຽງ​ຢາງ ແລະ​ນະ​ຄອນ​ຫຼວງ​ປັກ​ກິ່ງ ຕ່າງ​ກໍ​ບໍ່
​ໄດ້​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ກິມ ຊຶ່ງ​ມີ​ຂຶ້ນ​ໃນ​ຖ້າມ​ກາງ​ການ​ກະ
​ກຽມ​ສໍ​າ​ລັບ ການ​ພົບ​ປະ​ອັນ​ອາດ​ຈະ​ເກີດ​ຂຶ້ນ​ໄດ້ ເປັນຄັ້ງ​ທີ​ສອງ​ລະ​ຫວ່າງ​ທ່ານ​ກິມ ກັ​ບ
​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ. ດັ່​ງ​ທີ່ບີ​ລ ກາ​ໂລ ນັກ​ຂ່າວ ວີ​ໂອ​ເອ ລາຍ​
ງານ​ມາ​ນັ້​ນ​ກໍ​ແມ່ນ​ວ່າ ຜູ້​ນຳ​ເກົາ​ຫຼີ​ເໜືອ ອາດ​ຈະ​ຫວັງ​ວ່າ​ໄດ້​ໃຊ້​ການ​ຢ້ຽມ​ຢາມ​ເທື່ອ​ນີ້
ເພື່ອ​ເພີ້ມ​ໄມ້​ງັດຕໍ່ນະ​ຄອນ ຫຼ​ວງວໍ​ຊິງ​ຕັນ. ​ພະ​ແນກ​ເກົາ​ຫຼີ​ຂອງ ວີ​ໂອ​ເອ ມີ​ລາຍ​ງານ​ເພີ້ມ
​ຕື່ມກ່ຽວ​ກັບ ເລື້ອງ​ນີ້ ດັ່ງ​ສາ​ລີ ມີ​ລາຍ​ລະອຽດມາ​ສະ​ເໜີ​ທ່ານ.

ການຢ້ຽມຢາມຈີນຂອງທ່ານ ກິມຈົງອຶນ ເປັນຄັ້ງທີສີ່ໃນປີນຶ່ງ ແມ່ນເປັນ ການເຕືອນ
ຄວາມຊົງຈຳວ່າ ເຖິງແມ່ນຈະມີການລົງໂທດຂອງນາໆຊາດກໍຕາມ ແຕ່ທ່ານກິມກໍບໍ່ໄດ້
ຖືກໂດດດ່ຽວ ຄືກັນກັບທ່ານກິມໃນເມື່ອກ່ອນ.

ເຊັ່ນດຽວກັນ ກັບກອງປະຊຸມຄັ້ງກ່ອນໆ ໃນປະເທດຈີນ ການເດີນທາງຄັ້ງນີ້ ຖືກແນມ
ເຫັນວ່າ ເປັນຄວາມພະຍາຍາມ ທີ່ຈະປະສານງານລ່ວງໜ້າກອງປະ ຊຸມສຸດຍອດທີ່
ອາດມີຂຶ້ນໄດ້ກັບປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ດັ່ງທີ່ທ່ານ Bruce
Klingner ປະຈຳມູນນິທິ Heritage ເວົ້າວ່າ

“ຂ້າພະເຈົ້າຄິດວ່າ ເພິ່ນກຳລັງຊອກຫາ ຄວາມໝັ້ນໃຈ ວ່າປະເທດຈີນ ແມ່ນຢູ່ ຂ້າງເພິ່ນ ວ່າປະເທດຈີນໜູນຫຼັງເພິ່ນ ວ່າເວລາເພິ່ນມີປະຊຸມ ກັບປະທານາທິ ບໍດີທຣຳ ເພິ່ນຈະຢູ່
ໃນທ່າທີທີ່ມີພະລັງເຂັ້ມແຂງ.”

ແນວຄິດດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ໂດຍຄຳປາໄສປີໃໝ່ເມື່ອບໍ່ ດົນນີ້ ທີ່
ເປັນການຂູ່ວ່າ “ແນວທາງໃໝ່” ທີ່ກ້າວໄປຂ້າງໜ້າ ຖ້າຫາກກອງປະ ຊຸມກັບວໍຊິງຕັນບໍ່
ມີຄວາມກ້າວໜ້າ. ໃນການໄປປັກກິ່ງ ທ່ານກິມອາດທຳການ ເສີມກຳລັງບາງຢ່າງ ດັ່ງທີ່
ທ່ານ Douglas Paal ຈາກສະຖາບັນສັນຕິພາບ ລະຫວ່າງຊາດ Carnegie ເວົ້າວ່າ​
“ຂ້າພະເຈົ້າຄິດວ່າ ມັນສະແດງໃຫ້ເຫັນວ່າ ເພິ່ນບໍ່ໄດ້ຢູ່ໂດດດ່ຽວ ບອກວ່າເພິ່ນ ໄດ້ຮັບ
ການສະໜັບສະໜູນທາງການທູດຈາກຈີນແລະວ່າເພິ່ນຈະບໍ່ຖືກໂດດດ່ຽວ. ຂ້າພະເຈົ້າ
ຄິດວ່າ ນັ້ນຄືຈຸດປະສົງສ່ວນໃຫຍ່.”

ນັບຕັ້ງແຕ່ການພົບປະສຸດຍອດຄັ້ງທຳອິດ ລະຫວ່າງທ່ານກິມກັບທ່ານທຣຳ ໃນ ປີກາຍນີ້
ເປັນຕົ້ນມາ ປາກົດວ່າ ສະຫະລັດກັບເກົາຫຼີເໜືອ ຕົກຢູ່ໃນສະພາບບໍ່ ໄປບໍ່ມາ. ສະຫະລັດ ຮຽກຮ້ອງໃຫ້ເກົາຫຼີເໜືອເອົາບາດກ້າວຕ່າງໆເພື່ອລົບລ້າງ ອາວຸດນິວເຄຼຍຂອງຕົນ ໃນຂະ
ນະທີ່ເກົາຫຼີເໜືອກໍຢືນຢັດວ່າ ໃຫ້ສະຫະລັດຜ່ອນ ຄາຍເລື້ອງການລົງໂທດ ຫຼືບໍ່ກໍໃຫ້ຍຸຕິ
ສົງຄາມເກົາຫຼີ ຢ່າງເປັນທາງການ ເສຍ ກ່ອນ.

ແຕ່ເຖິງໃດກໍດີ ທ່ານທຣຳກໍເວົ້າວ່າ ການໂອ້ລົມກັນ ແມ່ນເປັນໄປໄດ້ດີແລ້ວໂດຍເວົ້າວ່າ
“ກັບເກົາຫຼີເໜືອ ພວກເຮົາດຳເນີນໄປໄດ້ດີທີ່ສຸດ. ແລະເວົ້າອີກກໍຄື ມັນບໍ່ມີລູກ ຈະຫລວດ
ອີກ ບໍ່ມີລູກຈະຫຼວດ ບໍ່ມີຫຍັງໝົດ ມັນດີຫຼາຍແລ້ວ.

ແຕ່ວ່າ ພວກນັກວິເຄາະຫຼາຍຄົນ ເຊັ່ນອະດີດເຈົ້າໜ້າທີ່ກະຊວງຕ່າງປະເທດ ທ່ານ ຣໍເບີດ ແມນນິງ ບໍ່ໄດ້ມອງເຫັນ ໃນແງ່ດີເຊັ່ນນັ້ນ ໂດຍເວົ້າວ່າ ຂ້າພະ ເຈົ້າຄິດວ່າ ໄມ້ງັດຂອງ
ພວກເຮົາກຳລັງອ່ອນແຮງລົງ ແລະການໄປຢ້ຽມຢາມ ຈີນເທື່ອຫຼ້າສຸດ ແມ່ນເປັນຕົວຢ່າງ
ທີ່ດີ.”

ທ່ານ ກິມຈົງອຶນ ໃນປະເທດຈີນ ແມ່ນເປັນການສະແດງ ໃຫ້ໂລກເຫັນວ່າ ເຖິງແມ່ນສະຫະ
ລັດ ຈະບໍ່ເອົາໃຫ້ ສິ່ງທີ່ເພິ່ນຕ້ອງການ ເພິ່ນກໍມີທາງອື່ນຢູ່ ທີ່ຈະໃຫ້ເລືອກ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG