ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້​ນຳ​ເກົາ​ຫ​ຼີເໜືອ ​ຢ້ຽ​ມຢາມຈີນ ທ້າມ​ກາງ​ ​ທີ່ມີ ຂ່າວ​ລື​ວ່າ ທ່ານຈະ​ພົບ​ປະ​ສຸດຍອດ​ ຄັ້ງ​ທີສອງ ກັບ ປ. ທ​ຣຳ


​ທ່ານ ກິມ ແລະ​ພັນ​ລະ​ຍາ​ຂອງ​ເພິ່ນ, ທ່ານ​ນາງ ຣີ ໂຊ​ລ ຈູ ກວດ​ທະ​ຫານກອງ​ກຽດ​ຕິ​ຍົດ ​ກ່ອນ​ຈະ​ເດີນ​ທາງອອກ​ຈາກ​ນະ​ຄອນ​ພຽງ​ຢາງ ໄປ​ຍັງ​ຈີນໃນ​ວັນ​ທີ 7 ມັງ​ກອນ, 2019 (ຮູບ​ເຜີຍ​ແຜ່​ອອກ​ໂດຍອົງ​ການ​ຂ່າວ KCNA, ໃນ​ນະ​ຄອນ​ພຽງ​ຢາງ ໃນ​ວັນ​ທີ 8 ມັງ​ກອນ, 2019)
​ທ່ານ ກິມ ແລະ​ພັນ​ລະ​ຍາ​ຂອງ​ເພິ່ນ, ທ່ານ​ນາງ ຣີ ໂຊ​ລ ຈູ ກວດ​ທະ​ຫານກອງ​ກຽດ​ຕິ​ຍົດ ​ກ່ອນ​ຈະ​ເດີນ​ທາງອອກ​ຈາກ​ນະ​ຄອນ​ພຽງ​ຢາງ ໄປ​ຍັງ​ຈີນໃນ​ວັນ​ທີ 7 ມັງ​ກອນ, 2019 (ຮູບ​ເຜີຍ​ແຜ່​ອອກ​ໂດຍອົງ​ການ​ຂ່າວ KCNA, ໃນ​ນະ​ຄອນ​ພຽງ​ຢາງ ໃນ​ວັນ​ທີ 8 ມັງ​ກອນ, 2019)

​ຜູ້​ນຳ​ເກົາ​ຫລີ​ເໜືອ ທ່ານ ກິມ ຈົງ ອຶນ ໄດ້​ໄປ​ເຖິງ​ຈີນແລ້ວ ​ເພື່ອ​ທຳ​ການ​ສົນ​ທະ​ນາ​ຫາ​ລື ກັບ​ປະ​ທານ​ປະ​ເທດ​ ສີ ຈິ້ນ​ຜິງ ເປັນ​ເວ​ລາ 4 ວັນ.

ລົດ​ໄຟ​ພິ​ເສດ​ໄດ້​ນຳ​ເອົາ​ທ່ານ ກິມ ແລະ​ພັນ​ລະ​ຍາ​ຂອງ​ເພິ່ນ, ທ່ານ​ນາງ ຣີ ໂຊ​ລ ຈູ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫລາຍ​ທ່ານ ໄດ້​ໄປ​ເຖິງ​ນະ​ຄອນ​ປັກ​ກິ່ງ ໃນ​ວັນ​ອັງ​ຄານມື້ນີ້ ໃນ​ເວ​ລາບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ ພາຍ​ຫລັງ​ທີ່​ອົງ​ການ​ຂ່າວສູນ​ກາງ ຫລື KCNA ຂອງ​ເກົາ​ຫລີ​ເໜືອ ໄດ້ປະ​ກາດ​ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ທ່ານ ກິມ ​ອອກ​ຈາກ​ນະ​ຄອນ​ພຽງ​ຢາງ. ອົງ​ການ​ຂ່າວ KCNA ເວົ້າ​ວ່າ ທ່ານ​ກິມໄປ​ຍັງນະ​ຄອນ​ຫລວງ​ຂອງ​ຈີນ ພາຍ​ໃຕ້​ການ​ເຊື້ອ​ເຊີນ ​ຂອງ​ປະ​ທານ​ປະ​ເທດ ສີ.

ນີ້​ເປັນ​ການເດີນ​ທາງ ຄັ້ງ​ທີ 4 ຂອງ​ທ່ານ ກິມ​ ຈົງ ​ອຶນ ເພື່ອ​ໄປ​ຢ້ຽມ​ຢາມ​ປະ​ເທດ​ພັນ​ທະ​ມິດ​ດ້ານ​ການ​ທູດ ແລະ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງເກົາ​ຫລີ​ເໜືອ ​ນັບ​ແຕ່​ ປີ​ກາຍນີ້​ເປ​ນັ​ຕົ້ນມາ ແລະ​ໄດ້​ເຮັດ​ໃຫ້​ມີ​ຂ່າວ​ລື​ກັນ​ເພີ້ມ​ຂຶ້ນ​ວ່າ ທ່ານ ກິມ ແລະ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດ ຈະ​ຈັດກອງ​ປະ​ຊຸມ​ສຸດຍອດ​ນຳ​ກັນເປັນ​ຄັ້ງ​ທີ​ສອງ.

ທ່ານ ກິມ ແລະ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ເຊັນ​ສັນ​ຍາ​ທີ່ບໍ່​ມີ​ລາຍລະ​ອຽດ​ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ມີ​ກອງ​ປະ​ຊຸມ​ສຸດຍອດ​ແບບ​ປະ​ຫວັດ​ການ​ຢູ່​ສິງ​ກະ​ໂປໃນ​ເດືອນ​ມິ​ຖຸ​ນາ​ແລ້ວນີ້ ທີ່​ຮຽກ​ຮ້ອງ​ໃຫ້​ພຽງ​ຢາງລົບ​ລ້າງ​ໂຄງ​ການ​ອາ​ວຸດ​ນີວ​ເຄ​ລຍ​ຂອງ​ຕົນ. ແຕ່​ວ່າ ການ​ເຈ​ລະ​ຈາ​ເພີ້ມ​ໃນ​ເວ​ລາ​ຕໍ່​ມາ​ໄດ້ຢຸດ​ສະ​ງັກ​ລົງ​ຍ້ອນ​ວ່າ ເກົາ​ຫລີ​ເໜືອ​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ມາດ​ຕະການ​ລົງໂທດ ທີ່​ເອົາ​ເຊື່ອມ​ໂຍງ​ໃສ່​ກັບ ​ຄວາມ​ກ້າວ​ໜ້າ​ທີ່​ມີ​ໜ້ອຍ​ ແລະ​ການ​ຄັດ​ຄ້ານ​ຂອງ​ເກົາ​
ຫລີ​ເໜືອຕໍ່​ຂໍ້​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ​ທ່ານທ​ຣຳ ໃຫ້​ລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍຢ່າງ​ສິ້​ນ
ເຊີງ​ກ່ອນຈຶ່ງ​ຈະຍອມ​ໃຫ້ມີ​ການຍົກ​ເລີກ​ການ​ລົງ​ໂທດ​ດັ່ງ​ກ່າວນັ້ນ.

ຄົນ​ພາ​ກັນ​ເບິ່ງ​ຮູບ​ຂອງ (ແຕ່​ຊ້າຍ​ຫາ​ຂວາ) ປະ​ທາ​ນາ​ທິ​ບໍ​ດີມູນ ​ແຈ​-ອິນ ຂອງ​ເກົາ​ຫລີ​ໃຕ້, ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ຂອງ ສ​ຫລ, ປະ​ທານ​ປະ​ເທດ​ ສີ ຈິ້ນ​ຜິງ ຂອງ​ຈີນ ແລະ ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ​ ຈົງ​ອຶນ ທີ່​ຕິດ​ຢູ່ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫລວງ ໂຊ​ລ ຂອງ​ເກົາ​ຫລີ​ໃຕ້8.
ຄົນ​ພາ​ກັນ​ເບິ່ງ​ຮູບ​ຂອງ (ແຕ່​ຊ້າຍ​ຫາ​ຂວາ) ປະ​ທາ​ນາ​ທິ​ບໍ​ດີມູນ ​ແຈ​-ອິນ ຂອງ​ເກົາ​ຫລີ​ໃຕ້, ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ຂອງ ສ​ຫລ, ປະ​ທານ​ປະ​ເທດ​ ສີ ຈິ້ນ​ຜິງ ຂອງ​ຈີນ ແລະ ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ​ ຈົງ​ອຶນ ທີ່​ຕິດ​ຢູ່ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫລວງ ໂຊ​ລ ຂອງ​ເກົາ​ຫລີ​ໃຕ້8.

ໃນລະ​ຫວ່າງ​ທີ່​ກ່າວ​ຄຳ​ປາ​ໄສ​ ເນື່ອງ​ໃນ​ວັນ​ປີ​ໃໝ່​ຜ່ານ​ມານີ້ ທ່ານ ກິມ​ເວົ້າ​ວ່າ ມັນ​ເປັນ “ຈຸດ​ປະ​ສົງ​ອັນ​ໜັກ​ແໜ້ນ” ຂອງ​ເພິ່ນ ​ທີ່ວ່າ​ເກົາ​ຫລີ​ເໜືອ​ຈະ​ບໍ່​ຜະ​ລິດ ຫລື ທົດ​ລອງ​ອາ​ວຸດ​ນີວ​ເຄ​ລຍ​ອີກ​ຕໍ່​ໄປ. ທ່ານ​ກ່າວ​ອີກວ່າ ທ່ານ​ຍິນ​ດີ​ທີ່​ຈະ​ມີ​ການ​ປະ​ຊຸມແບ​ບຊ້ອງ​ໜ້າ​ກັນ​ກັບ ​ທ່ານທ​ຣຳ​ອີກ​ເທື່ອ​ນຶ່ງ ແຕ່ກໍ​ໄດ້​ເຕືອນ​ວ່າປະ​ເທດ​ຂອງ​ທ່ານ ອາດ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ອື່ນ ເວັ້ນ​ເສຍ​ແຕ່​ວ່າ ວໍ​ຊິງ​ຕັນຈະ​ເອົາ “ມາດ​ຕະ​ການ​ທີ່ຕອບ​ຮັບຄື​ກັນ.”

​ເກົາ​ຫລີ​ເໜືອ​ຍັງຮຽກ​ຮ້ອງ​ໃຫ້ສະ​ຫະ​ລັດ ແລະ​ເກົາ​ຫລີ​ໃຕ້ ກ່ອນ​ອື່ນ​ໝົດ ອອກ​ຄຳ​ປະ​ກາດ​ສັນ​ຕິ​ພາບ ​ເພື່ອ​ເຮັດ​ໃຫ້​ການ​ເປັນ​ປໍ​ລະ​ປັກ​ຕໍ່​ກັນ ​ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ ແລະ​ໃຫ້​ເອົາ​ຄຳ​ປະ​ກາດນັ້ນ ​ໃຊ້​ແທນ​ໃຫ້​ສັນ​ຍາ​ຢຸດ​ຍິງທີ່​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ຕອນ​ສົງ​ຄາມ​ເກົາ​ຫລີ​ສິ້ນ​ສຸດ​ລົງ​ໃນ​ປີ 1953. ພວກ​ນັກ​ວິ​ຈານ​ທັງ​ຫລາຍ​ເປັນ​ຫ່ວງ​ກັນ​ວ່າ ການ​ປະ​ກາດ​ສັນ​ຕິ​ພາບອາດ​ຈະ​ເຮັດ​ໃຫ້ບໍ່​ມີ​ເຫດ​ຜົນພຽງ​ພໍ​ທີ່​ຈະ​ເອົາ​ທະ​ຫານ​ຂອງ​ສະ​ຫະ​ລັດ​ປະ​ຈຳໄວ້​ຢູ່ໃນ​ເກົາ​ຫລີໃຕ້.

North Korean leader Kim Jong Un has arrived in China for four days of talks with President Xi Jinping.

A special train carrying Kim and his wife Ri Sol Ju, along with several senior officials, arrived in Beijing Tuesday morning, hours after North Korea's official Korean Central News Agency announced Kim's departure from Pyongyang. KCNA says Kim is in the Chinese capital at the invitation of President Xi.

This is Kim Jong Un's fourth visit to North Korea's primary diplomatic and economic ally since last year, and raises speculation that Kim and U.S. President Donald Trump will hold a second summit.

Kim and President Trump signed a vague agreement during their historic summit in Singapore last June that calls on Pyongyang to abandon its nuclear program. But further negotiations have stalled over the North's demand for front-loaded sanctions relief tied to small progress, and its opposition to the Trump administration's call for complete denuclearization prior to granting any concessions.


During his annual New Year's Day address last week, Kim said it was his "firm will" that North Korea will no longer produce or test nuclear weapons. He also said he would be willing to hold another face-to-face meeting with Trump, but warned his country may have to take another path unless Washington takes "corresponding measures."

North Korea is also demanding that the United States and South Korea first issue a peace declaration to formally end hostilities and replace the armistice that has been in effect since the Korean War ended in 1953. Critics worry a peace declaration could undermine the justification for the U.S. military presence in South Korea.

XS
SM
MD
LG