ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນຊົນ ທີ່ລາຍງານ ກ່ຽວກັບ ການກໍ່ລັດຖະປະຫານ ໃນ ມຽນມາ ປະເຊີນກັບການຂົ່ມຂູ່ ແລະ ຂໍ້ຈຳກັດ


ຜູ້ປະທ້ວງຍົກສາມນິ້ວມືຄຳນັບ ແລະ ປ້າຍທີ່ກ່າວປະນາມການເຄື່ອນໄຫວ ເພື່ອປິດອິນເຕີແນັດ ໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ໂດຍທະຫານ, ນະຄອນ ຢ່າງກຸ້ງ, 7 ກຸມພາ, 2021.
ຜູ້ປະທ້ວງຍົກສາມນິ້ວມືຄຳນັບ ແລະ ປ້າຍທີ່ກ່າວປະນາມການເຄື່ອນໄຫວ ເພື່ອປິດອິນເຕີແນັດ ໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ໂດຍທະຫານ, ນະຄອນ ຢ່າງກຸ້ງ, 7 ກຸມພາ, 2021.

ການກວດສອບ, ການຂົ່ມຂູ່ ແລະ ການປິດອິນເຕີເນັດ ໄດ້ສ້າງສະພາບຂອງຄວາມບໍ່ແນ່ນອນໃໝ່ໃນ ມຽນມາ ນັບຕັ້ງແຕ່ການກໍ່ລັດຖະປະຫານໂດຍທະຫານໄດ້ເກີດຂຶ້ນ ແລະ ອາດເຮັດໃຫ້ເສລີ ພາບໃນການຂ່າວຫຼ້າຫຼັງໄປ 10 ປີ, ອີງຕາມການກ່າວຂອງອົງການນັກຂ່າວບໍ່ມີພົມແດນ.

ເວລາທີ່ທະຫານໄດ້ເຂົ້າຍຶດອຳນາດໃນວັນທີ 1 ກຸມພາ, ເຂົາເຈົ້າໄດ້ປະກາດໃຊ້ພາວະສຸກເສີນຕະ ຫຼອດປີ, ຄວບຄຸມຕົວພວກຜູ້ນຳຝ່າຍຄ້ານທີ່ສຳຄັນ ແລະ ນັກເຄື່ອນໄຫວ, ກຳນົດການປິດອິນເຕີແນັດ ແລະ ໄດ້ເຕືອນ ກ່ຽວກັບ ການກະຈາຍຂ່າວລືໃນສື່ມວນຊົນ.

ການເຂົ້າຍຶດອຳນາດ ໄດ້ມີຂຶ້ນທ່າມກາງຄວາມເຄັ່ງຕຶງຫຼາຍເດືອນ, ຫຼັງຈາກທະຫານໄດ້ທຳການກ່າວຫາ ກ່ຽວກັບ ການສໍ້ໂກງການເລືອກຕັ້ງໃນການເລືອກຕັ້ງທີ່ພັກສັນນິບາດແຫ່ງຊາດເພື່ອປະ ຊາທິປະໄຕ ໄດ້ຊະນະດ້ວຍຄະແນນສຽງຢ່າງຖ້ວມລົ້ນ.

ມີນັກຂ່າວຢ່າງໜ້ອຍຄົນນຶ່ງໄດ້ຖືກຄວບຄຸມຕົວ, ຫຼາຍຄົນໄດ້ຮັບບາດເຈັບໃນການລາຍງານຂ່າວ ການປະທ້ວງຕໍ່ຕ້ານການເຂົ້າຍຶດອຳນາດໂດຍທະຫານ, ສະຖານີໂທລະພາບເອກະຊົນໄດ້ຖືກຫ້າມບໍ່ໃຫ້ອອກອາກາດ, ການເຂົ້າຫາອິນເຕີແນັດໄດ້ຖືກຕັດ, ແລະ ນັກຂ່າວບາງຄົນໄດ້ອະທິບາຍ ກ່ຽວ ກັບ ຂໍ້ຈຳກັດໃນການລາຍງານຂ່າວ ເພື່ອຫຼີກລ່ຽງຄວາມສ່ຽງທີ່ຈະຖືກຈັບ ຫຼື ຮາວີລົບກວນ, ອີງຕາມການກ່າວຂອງກຸ່ມສິດທິທາງດິຈິຕອລ.

ບັນດານັກຂ່າວໃນ ມຽນມາ ໄດ້ກ່າວຕໍ່ວີໂອເອວ່າ ມັນສ່ຽງໂພດທີ່ຈະລົມກັບສື່ມວນຊົນຕ່າງປະເທດ ຫຼື ກຸ່ມປົກປ້ອງສິດທິມະນຸດຕ່າງໆ, ແລະ ບາງຄົນອະທິບາຍວ່າ ໄດ້ຮັບໂທລະສັບຈາກພວກເຈົ້າ ໜ້າທີ່ ເພື່ອຖາມຄຳຖາມ ກ່ຽວກັບ ເຂົາເຈົ້າເຮັດວຽກໃຫ້ໃຜ. ນັກຂ່າວບາງຄົນເວົ້າວ່າເຂົາເຈົ້າຖືກແນະນຳໃຫ້ລະມັດລະວັງ ກ່ຽວກັບ ການຮັບມືກັບຂໍ້ມູນທີ່ລະອຽດອ່ອນເວລາລາຍງນາຂ່າວ ກ່ຽວ ກັບ ການກໍ່ລັດຖະປະຫານ ແລະ ການປະທ້ວງໃນກໍລະນີທີ່ຂໍ້ຄວາມ ແລະ ອຸປະກອນຂອງເຂົາເຈົ້າ ຖືກໃຊ້ເປັນຫຼັກຖານຕໍ່ເຂົາເຈົ້າ.

ທ່ານ ແດນຽລ ບາສຕາດ, ຫົວໜ້າອົງການນັກຂ່າວບໍ່ມີພົມແດນປະຈຳເຂດ ເອເຊຍ-ປາຊີຟິກ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ສິ່ງທີ່ເປັນການກວດສອບ, ການເຕືອນ ແລະ ການຂົ່ມຂູ່ຕໍ່ເສລີພາບໃນການລາຍງານຂ່າວນັ້ນແມ່ນ ໄດ້ຖືກກຳນົດຢ້ອນກັບຄືນໄປ 10 ປີພາຍໃນ 10 ວັນ. ທະຫານຕ້ອງເຂົ້າໃຈວ່າ ປະຊາຊົນ ມຽນມາ ດຽວນີ້ແມ່ນລຶ້ງເຄີຍກັບຂ່າວອິດສະຫຼະແລ້ວ. ການຢ້ອນກັບໄປອະດີດຢ່າງກະທັນຫັນແມ່ນເປັນໄປບໍ່ໄດ້.”

ມຽນມາ ໄດ້ທຳຄວາມກ້າວໜ້າ ກ່ຽວກັບ ເສລີພາບໃນດ້ານການຂ່າວໃນທົດສະວັດທີ່ຜ່ານມາ, ຫຼັງ ຈາກການສິ້ນສຸດຂອງການປົກຄອງຂອງທະຫານໃນເດືອນກຸມພາ 2011. ປະເທດດັ່ງກ່າວຢູ່ອັນ ດັບທີ 139 ຈາກຈຳນວນທັງໝົດ 180 ປະເທດ, ເຊິ່ງທີ 1 ແມ່ນປະເທດທີ່ເສລີທີ່ສຸດ, ອີງຕາມດັດສະນີເສລີພາບໃນດ້ານການຂ່າວປີ 2020 ຂອງອົງການນັກຂ່າວບໍ່ມີພົມແດນ. ລະຫວ່າງປີ 2013 ແລະ 2017, ມຽນມາ ໄດ້ພັດທະນາໃຫ້ດີຂຶ້ນ 20 ຄະແນນ. ແຕ່ໃນບໍ່ເທົ່າໃດປີຫຼ້າສຸດນີ້, ການຮາວີລົບກວນ ແລະ ການຈັບກຸມທີ່ມີຊື່ສຽງ ລວມທັງນັກຂ່າວ ອົງການຂ່າວ ຣອຍເຕີ ສອງຄົນ ໄດ້ເຮັດໃຫ້ເຂົາເຈົ້າຕົກອັນດັບໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG