ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ເວົ້າວ່າ ມີຄົນເປັນໂຣກໄຂ້ໝາກແດງ ເພີ່ມຂຶ້ນຫລາຍ ໃນທົ່ວໂລກ


ເດັກນ້ອຍໄດ້ຮັບການສັກຢາວັກຊິນກັນໂຣກໄຂ້ໝາກແດງ ໂດຍພະນັກງານແພດ ໃນອົງການແພດບໍ່ມີພົມແດນ (MSF) ຢູ່ເມືອງ Likasa, ແຂວງ Mongala ພາກເໜືອຂອງ ສາທາລະນະລັດ ປະຊາທິປະໄຕຄອງໂກ
ເດັກນ້ອຍໄດ້ຮັບການສັກຢາວັກຊິນກັນໂຣກໄຂ້ໝາກແດງ ໂດຍພະນັກງານແພດ ໃນອົງການແພດບໍ່ມີພົມແດນ (MSF) ຢູ່ເມືອງ Likasa, ແຂວງ Mongala ພາກເໜືອຂອງ ສາທາລະນະລັດ ປະຊາທິປະໄຕຄອງໂກ

ອົງການອະນາໄມໂລກລາຍງານວ່າກໍລະນີຄົນເປັນໂຣກໄຂ້ໝາກແດງ ຫລື measles ແລະການເສຍຊີວິດ ຍ້ອນພະຍາດນີ້ ເພີ່ມຂຶ້ນຢ່າງຫຼວງຫລາຍ ຢູ່ໃນທົ່ວໂລກ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ. ອົງການດັ່ງກ່າວ ລາຍງານວ່າ ຈຳນວນຄົນປ່ວຍຍ້ອນພະຍາດນີ້ເພີ້ມຂຶ້ນເກືອບຮອດ 870,000 ຄົນໃນປີກາຍນີ້ ໃນຂະນະທີ່ຫລາຍກວ່າ 207,000 ຄົນ ເສຍຊີວິດໄປ. ດັ່ງທີ່ Lisa Schlein ສົ່ງລາຍງານມາໃຫ້ວີໂອເອຈາກນະຄອນເຈນີວາ, ຜູ້ທີ່ເຈັບປ່ວຍຍ້ອນພະຍາດນີ້ ສ່ວນໃຫຍ່ແມ່ນເດັກນ້ອຍ ຊຶ່ງບົວສະຫວັນຈະນໍາລາຍລະອຽດມາສະເໜີທ່ານໃນ ອັນດັບຕໍ່ໄປ.

ອົງການອະນາໄມໂລກ ຫລື WHO ລາຍງານວ່າ ຈຳນວນເດັກນ້ອຍທີ່ໄດ້ຮັບການສັກຢາປ້ອງກັນພະຍາດ ທີ່ເປັນອັນຕະລາຍຮ້າຍແຮງອັນນີ້ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະວ່ອງໄວ.

ອົງການສະຫະປະຊາຊາດກ່າວວ່າ ການບໍ່ສັກຢາປ້ອງກັນເດັກໃຫ້ທັນເວລາດ້ວຍການສັກວັກຊີນກັນໂຣກໄຂ້ໝາກແດງ ຫລື measles ສອງຄັ້ງ ແມ່ນຕົວຂັບເຄື່ອນ ສຳລັບກໍລະນີຄົນປ່ວຍ ແລະເສຍຊີວິດທີ່ເພີ່ມຂຶ້ນຍ້ນພະຍາດນີ້. ອົງການດັ່ງກ່າວເວົ້າວ່າ ຕ້ອງມີການສັກຢາກວາມເອົາບໍ່ຕໍ່າກວ່າ 95 ເປີເຊັນຫລາຍ ປານໃດຈຶ່ງ ຈະຄວບຄຸມ ແລະປ້ອງກັນພະຍາດນີ້ບໍ່ໃຫ້ລະບາດ ແລະມີການເສຍ ຊີວິດໄດ້.

ນອກຈາກນັ້ນ ກໍມີການລະບາດຂອງໄວຣັສໂຄໂຣນາອີກທີ່ເພີ້ມເຂົ້າໃສ່ສະພາບ ທີ່ສັບສົນອັນນີ້. ເຖິງແມ່ນຈະມີການລາຍງານວ່າ ກໍລະນີຄົນທີ່ເປັນໂຣກໄຂ້ ໝາກແດງ ໃນປີນີ້ ຕໍ່າກວ່າປີກາຍນີ້ກໍຕາມ, ແຕ່ວ່າ ອົງການອະນະໄມໂລກເວົ້າວ່າ ການດໍາເນີນຄວາມພະຍາຍາມໃນການຄວບຄຸມການລະບາດຂອງໄວຣັສໂຄໂຣ
ນາ ໄດ້ສົ່ງຜົນໃຫ້ການສັກຢາປ້ອງກັນພະຍາດນີ້ຢຸດສະງັກລົງ.

ທ່ານນາງ ນາຕາຊາ ຄຣາວຄຣອັຟ (Natasha Crowcroft), ທີ່ປຶກສາດ້ານວິຊາການລະດັບສູງຂອງອົງການ WHO ກ່ຽວກັບໂຣກໄຂ້ໝາກແດງ ແລະໂຣກໄຂ້ໝາກແດງເຢຍຣະມັນ ຫລື rubella, ກ່າວຕໍ່ວີໂອເອວ່າ ມັນຕ້ອງມີ ຍຸດທະສາດຫລາຍອັນຕ່າງກັນເພື່ອປ້ອງກັນການລະບາດຄັ້ງໃໝ່ຂອງພະຍາດໄຂ້ໝາກແດງ ໃນເວລາ ທີ່ມີການລະບາດຂອງພະຍາດໂຄວິດ-19, ຊຶ່ງເປັນພະຍາດທີ່ເກີດມາຈາກໄວຣັສໂຄໂຣນານັ້ນ.

ທ່ານນາງ ຄຣາວຄຣັອຟ (CROWCROFT) ກ່າວດັ່ງນີ້:
"ການກະທຳອັນທີນຶ່ງ ທີ່ພວກເຮົາຕ້ອງໄດ້ເຮັດແມ່ນປ້ອງກັນບໍ່ໃຫ້ມີການລະບາດ ເກີດຂຶ້ນໃນປະເທດຕ່າງໆ ທີ່ພວກເຮົາມີຄວາມສ່ຽງສູງທີ່ສຸດ ... ແລະຍັງມີອີກຫຼາຍໆ ບ່ອນທີ່ບໍ່ມີຄວາມສາມາດໃນການວາງລະບົບສາທາລະນະສຸກ ທີ່ໃຫ້ສາ ມາດເພິ່ງພາໄວ້ໃຈໄດ້.”

ທ່ານນາງຄຣາວຄຣັອຟ (CROWCROFT) ກ່າວອີກວ່າ ບັນດາປະເທດທີ່ມີການສັກຢາກັນພະຍາດເປັນປົກກະຕິໃຫ້ເດັກນ້ອຍທີ່ກຳລັງເກີດຂຶ້ນຈະສາມາດ ເຮັດ ໃຫ້ມີການຟື້ນຕົວຢ່າງໄວວາ ບໍ່ໃຫ້ມີການຊັກຊ້າ ຫລືຖືກໂຈະໄວ້ໃນຊ່ວງເວລາທີ່ຫຍຸ້ງຍາກນີ້. ທ່ານນາງກ່າວອີກວ່າ ບັນດາປະເທດທີ່ອ່ອນແອຈະສືບຕໍ່ ມີຄວາມສ່ຽງຕໍ່ການລະບາດທີ່ຮ້າຍແຮງເວັ້ນເສຍແຕ່ວ່າ ຈະມີການກະທຳຢ່າງວ່ອງໄວ ເພື່ອປິດຊ່ອງຫວ່າງທີ່ກວ້າງຂວາງນີ້ໃຫ້ໝົດໄປ.

ອົງການ WHO ລາຍງານວ່າ ຫລາຍກວ່າ 94 ລ້ານຄົນມີຄວາມສ່ຽງທີ່ຈະສູນເສຍຢາວັກຊີນຍ້ອນວ່າ ການໂຄສະນາປຸກລະດົມທົ່ວປະເທດ ໄດ້ຖືກຢຸດສະງັກໄວ້ຢູ່ ໃນ 26 ປະເທດ. ສະພາບການນີ້ ພາໃຫ້ເກີດການລະບາດຢ່າງໃຫຍ່ໃນສາ ທາລະນະລັດປະຊາທິປະໄຕຄອງໂກ ແລະມາດາກັສກາ.

ແປດໃນ 26 ປະເທດດັ່ງກ່າວ ດຽວນີ້ໄດ້ເລີ້ມມີການໂຄສະນາປຸກລະດົມຄືນໃໝ່ແລ້ວ. ພວກ ປະເທດເຫລົ່ານີ້ ລວມມີປະເທດບຣາຊິລ, ສາທາລະນະລັດ ອາຟຣິກາກາງ, ສາ ທາລະນະລັດປະຊາທິປະໄຕຄອງໂກ, ເອທິໂອເປຍ, ເນປານ, ໄນຈີເຣຍ, ຟີລິບປິນ ແລະໂຊມາເລຍ.

ອ່ານຂ່າວນີ້ເພີ້ມເປັນພາາສາອັງກິດ

XS
SM
MD
LG