ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານແມດາວສ໌ ວ່າ ລັດຖະບານ ທ່ານທຣຳ ເປີດກວ້າງ ຮັບເອົາວິທີການ ໃນແຕ່ລະຢ່າງ ຕໍ່ຮ່າງກົດໝາຍບັນເທົາທຸກ ຍ້ອນໂຄວິດ-19 


ຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານມາກ ແມດາວສ໌ ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນນະຄອນຫຼວງວໍຊິງຕັນ, ວັນທີ 2 ຕຸລາ 2020.
ຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານມາກ ແມດາວສ໌ ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນນະຄອນຫຼວງວໍຊິງຕັນ, ວັນທີ 2 ຕຸລາ 2020.

ຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານມາກ ແມດາວສ໌ ໄດ້ກ່າວໃນວັນພຸດວານນີ້ ວ່າ ມັນເປັນໄປບໍ່ໄດ້ທີ່ລັດຖະສະພາແລະລັດຖະບານທ່ານທຣຳ ຈະສາມາດບັນລຸຂໍ້ຕົກລົງ ກ່ຽວກັບຮ່າງກົດໝາຍການບັນເທົາທຸກຮອບດ້ານ ຍ້ອນໂຄວິດ-19.

ທ່ານແມດາວສ໌ ໄດ້ກ່າວໃນການສຳພາດຢູ່ລາຍການຂ່າວ Fox News ວ່າ “ພວກເຮົາຍັງເຕັມໃຈທີ່ຈະພົວພັນ ແຕ່ຂ້າພະເຈົ້າບໍ່ມີຫວັງເລີຍສໍາລັບຂໍ້ຕົກລົງຮອບດ້ານ. ຂ້າພະເຈົ້າມີຄວາມຫວັງວ່າ ມີປະມານ 10 ຢ່າງ ທີ່ພວກເຮົາສາມາດເຮັດໄດ້ ບົນພື້ນຖານເຮັດເທື່ອລະຢ່າງ.”

ທ່ານແມດາວສ໌ ໄດ້ກ່າວວ່າ ຄະນະລັດຖະບານຕ້ອງການວິທີເທື່ອລະຢ່າງ ແມ່ນກະທັງທີ່ທ່ານກ່າວໄປວ່າ ການເຈລະຈາ ໄດ້ສິ້ນສຸດນຶ່ງວັນຫຼັງຈາກທີ່ປະທານາທິບໍດີ ທຣຳ ໄດ້ຍຸຕິການເຈລະຈາ ໄປຈົນກວ່າຫລັງການເລືອກຕັ້ງ ໃນວັນທີ 3 ພະຈິກ.

ທ່ານແມດາວສ໌ ບໍ່ໄດ້ລະບຸສະເພາະເຈາະຈົງສິ່ງໃດທີ່ຄະນະລັດຖະບານຕ້ອງການ ແຕ່ທ່ານໄດ້ກ່າວຢ້ຳຂໍ້ຄວາມທີ່ຂຽນລົງໃນທວິດເຕີ້ເມື່ອແລງວັນອັງຄານຂອງທ່ານທຣຳ ທີ່ວ່າ ທ່ານຈະສະໜັບສະໜຸນຮ່າງກົດໝາຍແຍກອອກເປັນແຕ່ລະຊຸດ ເພື່ອຊ່ອຍເຫຼືອພວກສາຍການບິນຂອງອາເມຣິກາ ແລະພວກທຸລະກິດຂະໜາດນ້ອຍ ພ້ອມກັນນັ້ນ ສະໜອງເງິນກະຕຸ້ນທີ່ເປັນເຊັກໃຫ້ແກ່ສ່ວນບຸກຄົນທັງຫຼາຍ.

ທ່ານແມດາວສ໌ ໄດ້ກ່າວໃນວັນອັງຄານຜ່ານມາວ່າ ຄະນະລັດຖະບານ ແລະປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ຕົກລົງກ່ຽວກັບ “ປະມານ 10 ຢ່າງ” ແລະຄະນະລັດຖະບານ ແມ່ນ “ເຕັມໃຈທີ່ຈະເບິ່ງອັນນັ້ນ” ຖ້າທ່ານນາງເພໂລຊີ ເຕັມໃຈທີ່ຈະພິຈາລະນາ 10 ຢ່າງນັ້ນ “ບົນພື້ນຖານເທື່ອລະຢ່າງ.”

ທ່ານນາງເພໂລຊີ ໄດ້ສະແດງເຖິງຄວາມຕ້ອງການຢາກເອົາໂຮມເຂົ້າກັນເປັນກຸ່ມກັບຄວາມພະຍາຍາມຮັບມືກັບໄວຣັສໂຄໂຣນາ ແທນທີ່ຈະແກ້ໄຂພວກມັນແຕ່ລະຮ່າງກົດໝາຍ. ທ່ານນາງເພໂລຊີ ໄດ້ກ່າວໃນວັນອັງຄານຜ່ານມາ ວ່າ ສະພາຕ່ຳຈະຮັບຮອງຮ່າງກົດໝາຍຊ່ອຍເຫຼືອຕື່ມອີກ ເຖິງແມ່ນວ່າ ທ່ານທຣຳ ປະຕິເສດທີ່ຈະເຈລະຈາກໍຕາມ.

ສະພາຕ່ຳທີ່ນຳພາໂດຍພັກເດໂມແຄຣັດ ກ່ອນໜ້ານີ້ ໄດ້ຮັບຮອງຮ່າງກົດໝາຍຮອບດ້ານ ທີ່ຈະສະໜອງມາດຕະການບັນເທົາທຸກຫຼາຍໆຢ່າງໃນຂະນະທີ່ໄວຣັສໂຄໂຣນາ ສືບຕໍ່ແຜ່ລະບາດຢູ່ໃນທົ່ວສະຫະລັດ ເຮັດໃຫ້ຊາວອາເມຣິກັນ ຫຼາຍກວ່າ 7.5 ລ້ານຄົນຕິດເຊື້ອ ແລະໄດ້ສັງຫານຈຳນວນ 211,000 ຄົນ ຊຶ່ງສູງທີ່ສຸດໃນໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG