ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ​ເອ​ມບັບ​ເປ ແລະ​ທີມຝ​ຣັ່ງເຂົ້າ​​ສູ່​ການ​ແຂ່ງ​ຂັນເຕະ​ບານ​ໂລກ​ຮອບ​ສຸດ​ທ້າຍ ຫຼັງ​ຈາກຊະ​ນະ​ໂມ​​ຣົກ​ໂກ 2 ປະ​ຕູ​ຕໍ່ 0


ທ້າວ​ທຽວ ເຮີ​ນັນ​ເດັ​ສ ເຕະ​ເຂົ້າ​ປະ​ຕູ​ໂກນ​ ລະ​ຫວ່າງ​ເປີດ​ການ​ແຂ່ງ​ຂັນເຕະ​ບານ​ຮອບ​ສຸດ​ທ້າຍ ​ກັບທີມ​​ໂມຣົກ​ໂກ ທີ່​ສະ​ໜາມ​ກິ​ລາ Al Khor ປະ​ເທດ​ກາ​ຕາ ວັນ​ທີ 14, 2022
ທ້າວ​ທຽວ ເຮີ​ນັນ​ເດັ​ສ ເຕະ​ເຂົ້າ​ປະ​ຕູ​ໂກນ​ ລະ​ຫວ່າງ​ເປີດ​ການ​ແຂ່ງ​ຂັນເຕະ​ບານ​ຮອບ​ສຸດ​ທ້າຍ ​ກັບທີມ​​ໂມຣົກ​ໂກ ທີ່​ສະ​ໜາມ​ກິ​ລາ Al Khor ປະ​ເທດ​ກາ​ຕາ ວັນ​ທີ 14, 2022

ຝຣັ່ງ ແລະທ້າວກິລຽນ ເອມບັບເປ ຈະໄດ້ກັບຄືນສູ່ເຕະບານໂລກຮອບສຸດທ້າຍ ດ້ວຍຄວາມຫວັງສູງ ທີ່ຈະສູ້ກັບ ທ້າວລິໂອແນລ ແມສຊີ ຫລັງຈາກໄດ້ຊະນະໂມຣົກໂກ ໃນການແຂ່ງຂັນເຕະບານໂລກທີ່ໃຫຍ່ສຸດເປັນປະຫວັດການສຳລັບປະເທດດັ່ງກ່າວ ອີງຕາມລາຍງານຂອງອົງການຂ່າວເອພີ (AP).

ຝຣັ່ງໄດ້ຊະນະປະເທດອາຟຣິກາທີ່ສາມາດເຂົ້າຮອບຮອງຊະນະເລີດເປັນເທື່ອທຳອິດ ທີ່ບໍ່ເຄີຍມີມາກ່ອນ 2 ປະຕູ ຕໍ່ 0 ໂດຍທີ່ທ້າວ​ເອມບັບເປ ໄດ້ຫລິ້ນຢູ່ໃນພາກສ່ວນການຍິງປະຕູ ໂດຍທ້າວທຽວ ເຮີນັນເດັສ ຢູ່ໃນນາທີທີ 5 ແລະຫລັງຈາກນັ້ນປ່ຽນ ທ້າວແຣນດາລ ໂກໂລ ມົວນີ ຢູ່ໃນນາທີທີ 79. ຝຣັ່ງຈະເຂົ້າໄປຊິງແຊ້ມເຕະບານ ໂລກໃນວັນອາທິດຈະມາເຖິງນີ້ ໂດຍຫຼິ້ນກັບອາເຈັນຕີນາ ໂດຍຫວັງວ່າ ຈະເປັນເທື່ອທຳອິດທີ່ຈະຮັກສາແຊ້ມເຕະບານໂລກ ນັບແຕ່ບຣາຊີລ ໃນປີ 1962. ທ້າວມັບເປ ມີໂອກາດທີ່ຈະຮັກສາຖານະຂອງລາວໄວ້ໃນນາມດາຣາເຕະບານໂລກຄົນໃໝ່ ເວລາລາວປະເຊີນໜ້າກັບທ້າວແມັສຊີ ອາຍຸ 35 ປີ.

France and Kylian Mbappe are headed back to the World Cup final for a much anticipated matchup with Lionel Messi after ending Morocco’s historic run at soccer’s biggest tournament.

France defeated Africa’s first ever semifinalist 2-0 Wednesday, with Mbappe playing a part in goals by Theo Hernandez in the fifth minute and then substitute Randal Kolo Muani in the 79th.

France will head into Sunday's title match against Argentina looking to become the first team to retain the World Cup title since Brazil in 1962. Mbappe has the chance to cement his status as soccer's new superstar when he comes up against the 35-year-old Messi.

XS
SM
MD
LG