ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານປ່ຽນເພດ ສຫລ ສາມາດ ຮັບໃຊ້ຊາດ ຕໍ່ໄປໄດ້ ຈົນກວ່າ ການພິຈາຣະນາໃໝ່ຈະສຳເລັດ


ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ James Mattis ເຂົ້າຮ່ວມກອງປະຊຸມ ຖະແຫລງຂ່າວ, ວັນທີ 17 ສິງຫາ 2017.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ James Mattis ເຂົ້າຮ່ວມກອງປະຊຸມ ຖະແຫລງຂ່າວ, ວັນທີ 17 ສິງຫາ 2017.

ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ກ່າວວ່າ ນະໂຍບາຍ
ໃນປັດຈຸບັນນີ້ ກ່ຽວກັບ ທະຫານປ່ຽນເພດ ທີ່ກຳລັງຮັບໃຊ້ໃນກອງທັບ ຢູ່ ຈະຍັງຄົງໃຊ້ໄດ້
ຢູ່ຄືເກົ່າ ໃນຂະນະທີ່ ທຳນຽບຫ້າແຈ ພວມສຶກສາເບິ່ງວ່າ ຈະຈັດຕັ້ງປະຕິບັດຄຳຊີ້ນຳ ຂອງ
ປະທານາທິບໍດີ ດໍໂນລ ທຣຳ ເພື່ອກີດຫ້າມພວກທະຫານປ່ຽນເພດນັ້ນ ແນວໃດ.

ທ່ານ Mattis ໄດ້ກ່າວ ໃນວັນອັງຄານວານນີ້ ວ່າ “ພວກເຮົາ ຈະທຳການສຶກສາຄົ້ນຄວ້າ
ແລະ ຈັດຕັ້ງແຜນການປະຕິບັດ ຊຶ່ງຈະປະກອບດ້ວຍ ຂັ້ນຕອນຕ່າງໆ ທີ່ຈະເສີມຂະ
ຫຍາຍ ຄວາມພ້ອມ ຄວາມຮ້າຍກາດ ແລະ ຄວາມສາມັກຄີພາຍໃນກອງທັບ ໂດຍຄຳ
ນຶງເຖິງ ຂໍ້ຈຳກັດຕ່າງໆ ໃນດ້ານງົບປະມານ ແລະ ສອດຄ່ອງກັບກົດໝາຍທີ່ບັງຄັບໃຊ້.”

ທ່ານໄດ້ກ່າວວ່າ ບູລິມະສິດ ຈະຖືກກຳນົດໂດຍ ສິ່ງທີ່ດີທີ່ສຸດ ສຳລັບ “ປະສິດທິພາບ
ຂອງການສູ້ລົບ.”

ການສຶກສາຄົ້ນຄວ້ານັ້ນ ຈະກ່ຽວພັນ ໃນການປຶກສາຫາລື ກັບ ກະຊວງຮັກສາ ຄວາມ
ປອດໄພພາຍໃນ ຂອງສະຫະລັດ ແລະເມື່ອໃດ ມັນເປັນທີ່ສຳເລັດແລ້ວ ທ່ານ Mattis
ກ່າວວ່າ ທ່ານຈະໃຫ້ຄຳແນະນຳ ຕໍ່ທ່ານປະທານາທິບໍດີ.

ທ່ານທຣຳ ໄດ້ແຈ້ງອອກ ເອກກະສານບັນທຶກ ສະບັບນຶ່ງ ເມື່ອສັບປະດາແລ້ວນີ້ ໃຫ້ຕໍ່
ອາຍຸ ການຫ້າມທີ່ມີຢູ່ແລ້ວນັ້ນອອກໄປຕື່ມ ສຳລັບພວກປ່ຽນເພດຊຸດໃໝ່ ທີ່ສະໝັກ
ເປັນທະຫານ ແລະ ການຍຸຕິນຳໃຊ້ທຶນຂອງກະຊວງປ້ອງກັນປະເທດ ຫຼື ກະຊວງຮັກສາ
ຄວາມປອດໄພພາຍໃນ ເພື່ອການຜ່າຕັດປ່ຽນເພດທັງຫຼາຍ.

ປະທານາທິບໍດີ ໄດ້ລິເລີ່ມການຫ້າມ ໃນເບື້ອງຕົ້ນ ໂດຍການຂຽນຂໍ້ຄວາມລົງໃນ
Twitter ຫຼາຍຄັ້ງ ທີ່ຕ່າວປີ້ນ ນະໂຍບາຍ ລັດຖະບານ ຂອງອະດີດປະທານາທິບໍດີ
ບາຣັກ ໂອບາມາ ທີ່ໄດ້ຖືກປະກາດ ເມື່ອປີກ່ອນນີ້ ທີ່ອະນຸຍາດໃຫ້ບັນດາສະມາຊິກ
ທະຫານທີ່ປ່ຽນເພດທັງຫຼາຍ ຮັບໃຊ້ຊາດຢ່າງເປີດເຜີຍ.

ທ່ານທຣຳ ໄດ້ຂຽນວ່າ “ກອງທັບຂອງພວກເຮົາ ຈະຕ້ອງເພັ່ງເລັງໃສ່ ໄຊຊະນະທີ່ເດັດ
ຂາດ ແລະ ຖ້ວມລົ້ນ ແລະ ບໍ່ສາມາດໃຫ້ຄ່າໃຊ້ຈ່າຍ ດ້ານການແພດອັນໃຫຍ່ຫລວງ ກາຍເປັນພາລະ ແລະ ການລົບກວນຂອງການປ່ຽນເພດ ຢູ່ໃນກອງທັບ.”

ອີງຕາມການຄົ້ນຄວ້າ ໂດຍບໍລິສັດ Rand ແລ້ວ ບັນທຶກ ເມື່ອວັນທີ 25 ສິງຫາ ຜ່ານມາ
ຂອງທ່ານທຣຳ ບໍ່ໄດ້ລະບຸວ່າ ແມ່ນຫຍັງຈະເກີດຂຶ້ນ ຕໍ່ພວກປ່ຽນເພດ ທີ່ເປັນທະຫານ
ຢູ່ໃນກອງທັບ ສະຫະລັດ ປະມານ 40,000 ຄົນ.

ກຸ່ມປົກປ້ອງສິດທິຫຼາຍກຸ່ມ ໄດ້ຍື່ນຄຳຟ້ອງ ໃນນາມຂອງບັນດາສະມາຊິກທະຫານ ໃນ
ການຕອບໂຕ້ຕໍ່ການຫ້າມດັ່ງກ່າວ ໂດຍກ່າວວ່າ ມັນລະເມີດສິດທິຕາມລັດຖະທຳມະນູນ
ທີ່ປົກປ້ອງຄວາມສະເໝີພາບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິິດ

XS
SM
MD
LG