ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ແມັດຕິສ ຫວັງຈະສ້າງ ສາຍພົວພັນ ອັນເລິກເຊິ່ງ ກັບ ອິນໂດເນເຊຍ


Mattis Looks to Deepen Counterterror Ties with Indonesia
please wait

No media source currently available

0:00 0:02:14 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ກອງທັບ ສະຫະລັດ ພວມຊອກຫາຊ່ອງທາງຂະຫຍາຍການຮ່ວມມືກັບ ອິນໂດເນເຊຍ
ເພື່ອປາບປາມລັດທິກໍ່ການຮ້າຍ, ໃນຂະນະທີ່ລັດຖະມົນຕີປ້ອງກັນປະເທດ ສະຫະລັດ
ທ່ານ ຈິມ ແມັດຕິສ ພະຍາຍາມທີ່ຈະສ້າງ ສາຍພົວພັນອັນເລິກເຊິ່ງ ກັບບັນດາປະເທດ
ເອເຊຍຕາເວັນອອກສຽງໃຕ້ ແລະ ຕໍ່ຕ້ານອິດທິພົນຂອງ ຈີນ ໃນລະຫວ່າງການເດີນ
ທາງຢ້ຽມຢາມພາກພື້ນດັ່ງກ່າວ. ນັກຂ່າວວີໂອເອ ເອລິຊາເບັດ ເຊີເນັຟ "Elizabeth
Cherneff" ມີລາຍງານເພີ່ມເຕີມຈາກນະຄອນຫຼວງ ວໍຊິງຕັນ, ເຊິ່ງ ພຸດທະສອນ ຈະ
ນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ ໄດ້ກ່າວຕໍ່ຄູ່ຮ່ວມຕຳແໜ່ງຝ່າຍ ອິນ
ໂດເນເຊຍ ຂອງທ່ານວ່າ ກອງທັບ ສະຫະລັດ ມີຄວາມຍິນດີທີ່ຈະເຮັດວຽກກັບໜ່ວຍ
ກຳລັງພິເສດ ໂຄປາສຊັສ ຂອງ ອິນໂດເນເຊຍ. ຄັ້ງນຶ່ງກອງກຳລັງນີ້ເຄີຍຖືກກ່າວຫາ
ວ່າ ທຳການທໍລະມານ ແລະ ລະເມີດສິດທິອື່ນໆເຊິ່ງທ່ານ ແມັດຕິສ ກ່າວວ່າ ກຸ່ມດັ່ງ
ກ່າວນັບຕັ້ງແຕ່ນັ້ນມາແມ່ນໄດ້ປະຕິຮູບຕົນ ແລະ ສາມາດຊ່ວຍເຫຼືອໃນການຕໍ່ສູ້ປາບ
ປາມລັດທິກໍ່ການຮ້າຍໄດ້.

ທ່ານ ຈິມ ແມັດຕິສ ກ່າວວ່າ “ພວກເຮົາວາງແຜນທີ່ຈະຂະຫຍາຍໃນວິທີຕ່າງໆ ທີ່ຕອບ
ສະໜອງທຸກໆຄຳຮຽກຮ້ອງຈາກ ອິນໂດເນເຊຍ ກ່ຽວກັບ ການປາບປາມລັດທິກໍ່ການ
ຮ້າຍ ເພື່ອລວມເອົາໜ່ວຍກອງກຳລັງພິເສດທີ່ດຳເນີນການປາບປາມລັດທິກໍ່ການຮ້າຍ,
ເພາະວ່າໃນການປົກປ້ອງປະຊາຊົນຜູ້ບໍລິສຸດ, ເຊິ່ງ ອິນໂດເນເຊຍ ໄດ້ປະຕິບັດມາ
ເປັນຢ່າງດີ ໃນສິບກວ່າປີທີ່ຜ່ານມານັ້ນ, ພວກເຮົາຮູ້ວ່າ ເຮົາສາມາດຮຽນຮູ້ຫຼາຍຢ່າງ
ຈາກເຂົາເຈົ້າ ແລະ ພວກເຮົາຕ້ອງເຮັດວຽກຮ່ວມກັນ ກ່ຽວກັບ ບັນຫາທີ່ໃຫຍ່ນີ້.”

ການຢ້ຽມຢາມນະຄອນຫຼວງ ຈາກາຕ້າ ຂອງທ່ານ ແມັດຕິສ ໄດ້ມີຂຶ້ນໃນຂະນະທີ່ ອິນ
ໂດເນເຊຍ ຫາທາງທີ່ຈະປັບປຸງກອງທັບຂອງເຂົາເຈົ້າໃຫ້ທັນສະໄໝ ແລະ ມີຄວາມ
ເຕັມໃຈຫຼາຍຂຶ້ນ ເພື່ອໂຕ້ຕອບການອ້າງເອົາເຂດແດນຂອງ ຈີນ.

ທ່ານ ແມັດຕິສ ກ່າວວ່າ “ແນ່ນອນ ອິນໂດເນເຊຍ ເຊິ່ງເປັນຈຸດສູນກາງ, ຈຸດສູນກາງ
ທາງທະເລຂອງຂົງເຂດອິນໂດ-ປາຊີຟິກ, ແມ່ນສຳຄັນຍິ່ງ, ແລະ ໃນຂະນະພວກເຮົາ
ສາມາດຊ່ວຍເຫຼືອ ໃນການຮັກສາການຮັບຮູ້ຂອບເຂດທາງທະເລໃນທະເລຈີນໃຕ້,
ທະເລນາຕູນາເໜືອ ນັ້ນ, ນີ້ແມ່ນສິ່ງທີ່ພວກເຮົາຫວັງວ່າຈະເຮັດ.”

ແຕ່ທ່ານລັດຖະມົນຕີປ້ອງກັນປະເທດ ຍັງໄດ້ເວົ້າເຖິງປະເທດ ເທີກີ ເຊັ່ນກັນ ໃນວັນ
ອັງຄານຜ່ານມານີ້. ທ່ານ ແມັດຕິສ ໄດ້ກ່າວຕໍ່ບັນດານັກຂ່າວ ທີ່ເດີນທາງໄປກັບທ່ານ
ວ່າ ການໂຈມຕີພວກ YPG ຂອງ ເທີກີ, ເຊິ່ງແມ່ນທະຫານບ້ານຊາວເຄີດໃນປະເທດ
ຊີເຣຍ ທີ່ເປັນພັນທະມິດກັບ ສະຫະລັດ ນັ້ນ, ອາດເປັນການລົບກວນໃນການຕໍ່ສູ້ກັບ
ກຸ່ມກໍ່ການຮ້າຍລັດອິສລາມກໍເປັນໄດ້.

ນຶ່ງວັນກ່ອນໜ້ານັ້ນ, ໂຄສົກທຳນຽບຂາວ ທ່ານນາງ ເຊຣາ ຮັກກາບີ ແຊນເດີສ໌ ກໍໄດ້
ຮຽກຮ້ອງໃຫ້ໃຊ້ຄວາມຍັບຢັ້ງເຊັ່ນກັນ.

ທ່ານນາງ ເຊຣາ ຮັກກາບີ ແຊນເດີສ໌ ກ່າວວ່າ “ຄວາມຮຸນແຮງທີ່ເພີ່ມຂຶ້ນໃນເຂດ
ອາຟຣິນ ໄດ້ລົບກວນຕໍ່ເຂດທີ່ຂ້ອນຂ້າງຈະມີຄວາມໝັ້ນຄົງຢູ່ແລ້ວຂອງ ຊີເຣຍ. ມັນ
ໄດ້ລົບກວນຄວາມພະຍາຍາມຂອງສາກົນ ເພື່ອຮັບປະກັນການປະລາໄຊຢ່າງຖາ
ວອນ ຂອງພວກ ISIS, ມັນອາດຖືກສວຍໃຊ້ໂດຍພວກ ISIS ແລະ ອາລ ກາອີດາ ສຳ
ລັບການຝຶກຊ້ອມ ແລະ ຫຼົບລີ້, ແລະ ມັນມີຄວາມສ່ຽງໃນການເຮັດໃຫ້ວິກິດການຮ້າຍ
ແຮງຂຶ້ນ.”

ການບຸກໂຈມຕີຂອງ ເທີກີ ເຂົ້າໄປໃນພາກເໜືອຂອງ ຊີເຣຍ ໄດ້ເຮັດໃຫ້ ສະຫະລັດ
ມີທ່າທີທີ່ບໍ່ສະບາຍໃຈ, ໃນຂະນະທີ່ເຂົາເຈົ້າໄດ້ເພິ່ງພາອາໄສທັງພວກທະຫານບ້ານ
YPG ແລະ ເທີກີ ໃນການຕໍ່ສູ້ປາບປາມພວກກໍ່ການຮ້າຍຢ່າງກວ້າງຂວາງ.

ທ່ານ ວາແອລ ອາລຊາຢັດ "Wael Alzayat" ຈາກມະຫາວິທະຍາໄລ ຈອຣຈ໌ ທາວນ໌
ກ່າວວ່າ “ແນ່ນອນມັນແມ່ນສິ່ງກີດຂວາງອີກອັນນຶ່ງ ໃນສາຍພົວພັນສອງຝ່າຍ ລະ
ຫວ່າງພັນທະມິດທີ່ສຳຄັນໃນອົງການ NATO. ແຕ່ເລື່ອງນີ້ໄດ້ຖືກຄາດໄວ້ດົນນານມາ
ແລ້ວ, ຍ້ອນການຕັດສິນໃຈຂອງລັດຖະບານຊຸດກ່ອນ, ແລະ ສືບຕໍ່ໂດຍລັດຖະບານ
ໃນປັດຈຸບັນ, ເພື່ອເຮັດວຽກກັບກຸ່ມນຶ່ງທີ່ ເທີກີ ຮູ້ໂດຍສັນຊາດຕະຍານວ່າ ແມ່ນໄພຂົ່ມ
ຂູ່ຕໍ່ຄວາມປອດໄພແຫ່ງຊາດຂອງເຂົາເຈົ້າ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ທິລເລີສັນ, ພ້ອມກັບບັນດານັກການ
ທູດລະດັບສູງໃນປະເທດ ຝຣັ່ງ ໃນສັບປະດານີ້, ກໍໄດ້ສະແດງຄວາມເປັນຫ່ວງເຊັ່ນ
ກັນ ໃນຂະນະທີ່ກອງກຳລັງທະຫານ ເທີກີ ບຸກຄືບໜ້າເຂົ້າໄປໃນປະເທດ ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG