ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມ​ຮູ້​ວິ​ຊາ ​ຄະ​ນິດ​ສາດ​ຂອງ ນັກ​ຮຽນ​ມັດ​ທະ​ຍົມ ສະ​ຫະ​ລັດ ຕົກ​ຕ່ຳ​ຢ່າງ​ຕໍ່​ເນື່ອງ


ບົດ​ເສັງ​ການ​ປະ​ເມີນ​ຜົນ ACT ສຳ​ລັບ​ການ​ຮັບ​ນັກ​ສຶກ​ສາ​ເຂົ້າ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ສະ​ຫະ​ລັດ, ເມືອງ ສ​ປ​ຣິງ​ຟີ​ລ, ລັດ ອີ​ລີ​ນອຍ. 1 ເມ​ສາ, 2014.
ບົດ​ເສັງ​ການ​ປະ​ເມີນ​ຜົນ ACT ສຳ​ລັບ​ການ​ຮັບ​ນັກ​ສຶກ​ສາ​ເຂົ້າ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ສະ​ຫະ​ລັດ, ເມືອງ ສ​ປ​ຣິງ​ຟີ​ລ, ລັດ ອີ​ລີ​ນອຍ. 1 ເມ​ສາ, 2014.

ທັກ​ສະ​ດ້ານ​ວິ​ຊາ​ຄະ​ນິດ​ສາດ ​ຂອງ​ນັກ​ຮຽນ​ມັດ​ທະ​ຍົມ​ ທີ່​ຈະ​ເຂົ້າ​ສຶກ​ສາ​ຕໍ່​ໃນ​ມະ​ຫະ​ວິ​
ທະຍາໄລໃນ ສະຫະລັດ ໄດ້ຫຼຸດລົງເຖິງຈຸດທີ່ຕ່ຳທີ່ສຸດໃນຮອບ 14 ປີ, ອີງຕາມອົງການ
ການສອບເສັງແຫ່ງຊາດ. ພຸດທະສອນ ຈະນຳສະເໜີລາຍລະອຽດ ກ່ຽວກັບ ເລື່ອງນີ້
ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຕົວ​ຊີ້​ວັດ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ນັກສຶກ​ສາ​ແມ່ນ “ພ້ອມ​ແລ້ວ​ທີ່​ຈະ​ບັ​ນ​ລຸ​ຄວາມ​
ສຳເລັດ” ການສຶກສາວິຊາຄະນິດສາດຂອງມະຫາວິທະຍາໄລປີທຳອິດ ນັ້ນ ໄດ້ຕົກ
ລົງເຖິງລະດັບທີ່ຕ່ຳທີ່ສຸດຂອງເຂົາເຈົ້ານັບຕັ້ງແຕ່ປີ 2004 ເປັນຕົ້ນມາ, ອີງຕາມ
ອົງການ ACT, ເປັນອົງການທີ່ຄຸ້ມຄອງມາດຕະຖານການສອບເສັງໃຫ້ພວກນັກຮຽນ.
ມີພຽງ 40 ເປີເຊັນຂອງຜູ້ທີ່ໄດ້ຮັບການສອບເສັງແຫ່ງຊາດຂອງອົງການ ACT, ທີ່ຖືກ
ໃຊ້ໃນການສະໝັກເຂົ້າຮຽນມະຫາວິທະຍາໄລ ນອກຈາກການສອບເສັງເຂົ້າມະຫາ
ວິທະຍາໄລ ຫຼື SAT ນັ້ນ, ໄດ້ຜ່ານ ຫຼື ມີຄະແນນດີກວ່າ ໃນການສອບເສັງວິຊາຄະ
ນິດສາດ ເພື່ອທຽບຄວາມພ້ອມເຂົ້າຮຽນໃນມະຫາວິທະຍາໄລ.

ນັ້ນ​ແມ່ນ​ການຫຼຸດ​ລົງ​ຈາກ 46 ເປີ​ເຊັນ​ໃນ​ປີ 2012.

ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ອົງ​ການ ACT ທ່ານ ມາ​ເທັນ ຣົວ​ດາ ໄດ້​ກ່າວ​ໃນ​ຖະ​ແຫຼງ​ຂ່າວ​
ສະບັບນຶ່ງວ່າ “ແນວໂນ້ມທາງລົບ ໃນຄວາມສາມາດດ້ານວິຊາຄະນິດສາດ ແມ່ນທຸງ
ແດງສຳລັບປະເທດຂອງພວກເຮົາ, ເນື່ອງຈາກຄວາມສາມາດດ້ານວິຊາຄະນິດສາດ
ແລະ ວິທະຍາສາດ ແມ່ນມີຄວາມສຳຄັນກວ່າເກົ່າໃນ ໃນປະເທດ ສະຫະລັດ ທີ່ມີ
ຄວາມຮຽກຮ້ອງຕ້ອງການດ້ານເທັກໂນໂລຈີຍິ່ງຂຶ້ນແລະຕະຫຼາດ ວຽກງານໃນໂລກ.
ມັນສຳຄັນຫຼາຍທີ່ພວກເຮົາຈະຫັນປ່ຽນແນວໂນ້ມນີ້ສຳລັບຄົນລຸ້ນໃໝ່ ແລະ ຮັບປະ
ກັນວ່າ ພວກນັກສຶກສາໄດ້ຮຽນຮູ້ທັກສະ ວິຊາຄະນິດສາດທີ່ເຂົາເຈົ້າຕ້ອງການ ເພື່ອ
ຄວາມສຳເລັດໃນມະຫາວິທະຍາໄລ ແລະອາຊີບຂອງເຂົາເຈົ້າ.”

ຄະ​ແນນ​ໃນ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ອັງ​ກິດ ຫຼື ຄວາມ​ພ້ອມ, ດັ່ງ​ທີ່ຮູ້​ຈັກ​ກັນ​ດີ​ໃນ​ວົງ​
ຈອນການສຶກສານັ້ນ, ກໍໄດ້ຫຼຸດລົງເຊັ່ນກັນ. ເຂົາເຈົ້າໄດ້ຫຼຸດຈຳນວນຜູ້ເຂົ້າສອບເສັງ
ໃນປີນີ້ເຖິງ 60 ເປີເຊັນຈາກ 64 ເປີເຊັນໃນປີ 2015, ເປັນລະດັບທີ່ຕ່ຳທີ່ສຸດນັບຕັ້ງ
ແຕ່ການສອບເສັງໄດ້ເລີ່ມຂຶ້ນ.

ລະ​ດັບ​ຄວາມ​ຮູ້ ແລະ ວິ​ທະ​ຍາ​ສາດ​ໄດ້​ສະ​ແດງ​ໃຫ້​ເຫັນ ການຫຼຸດ​ລົງ​ໄລ​ຍະ​ຍາວ ຫຼືບໍ່ກໍ​
ເພີ່ມຂຶ້ນ. ໃນຄວາມຮູ້ນັ້ນ, 46 ເປີເຊັນແມ່ນພ້ອມ ທີ່ຈະເລື່ອນລະດັບ ໃນການຮຽນຮູ້
ຂັ້ນຕໍ່ໄປ, ໃນຂະນະທີ່ໃນຂະແໜງວິທະຍາສາດນັ້ນ, ການວັດດັ່ງກ່າວ ແມ່ນໄດ້ຢຸດຢູ່
36 ເປີເຊັນ.

ລາຍ​ງານ​ໄດ້​ກ່າວ​ວ່າ “ວິ​ທະ​ຍາ​ສາດ ຍັງ​ຄົງ​ເປັນ​ຂົງ​ເຂດ​ວິ​ຊາ​ທີ່​ພວກ​ນັກ​ຮຽນ ແມ່ນມີ​
ຄວາມເປັນໄປໄດ້ໜ້ອຍທີ່ສຸດ ທີ່ຈະມີຄວາມພ້ອມສຳລັບການຮຽນຢູ່ມະຫາວິທະຍາ
ໄລ.”

ໃນ​ບັນ​ດາ​ຜູ້​ທີ່​ຮຽນ​ຈົບ​ໂຮງ​ຮຽນ​ມັດ​ທະ​ຍົມ​ໃນ​ປີ 2018 ນັ້ນ, 35 ເປີ​ເຊັນ​ແມ່ນບໍ່​ໄດ້​ບັນ​
ລຸການເສັງທຽບຂອງອົງການ ACT, ເຊິ່ງເພີ່ມຂຶ້ນຈາກ 31 ເປີເຊັນໃນປີ 2014, ອີງ
ຕາມການລາຍງານຂອງອົງການ ACT.

ອົງ​ການ ACT ໄດ້​ກ່າວ​ວ່າ “ປີນີ້​ມີນັກ​ສຶກ​ສາ​ຜູ້​ທີ່​ໄດ້​ເສັງ ACT ທີ່ໄດ້​ກຽມ​ພ້ອມ​ເປັນ​
ຢ່າງດີ ສຳລັບການຮຽນໃນມະຫາວິທະຍາໄລໂດຍລວມ ໜ້ອຍກວ່າປີກາຍນີ້. ນັກຮຽນ
ພວກນີ້ອາດເປັນໄປໄດ້ວ່າ ຈະປະສົບຄວາມລຳບາກໃນການຮຽນທັງໝົດສີ່ວິຊາຫຼັກ
ໃນມະຫາວິທະຍາໄລປີທຳອິດ.”

ຄົນ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍມີ​ຜົນ​ງານດີ​ທີ່​ສຸດ​ໃນ​ການ​ສອບ​ເສັງ​ທຽບເຂົ້າ​ຮຽນ.
ຄະແນນສະເລ່ຍຂອງເຂົາເຈົ້າໄດ້ເພີ່ມຂຶ້ນ ຖ້າທຽບໃສ່ກັບນັກຮຽນຈາກເຊື້ອສາຍ ຫຼື
ກຸ່ມຊົນເຜົ່າອື່ນໆ, ເຊິ່ງຄະແນນຂອງເຂົາເຈົ້າໄດ້ຫຼຸດລົງ.

ນັກ​ສຶກ​ສາທີ່​ປາກ​ພາ​ສາ​ ສ​ເປນ ແລະ ອາ​ເມ​ຣິ​ກັນ ຜິວ​ດຳ ມີ​ຄະ​ແນນ​ຕາມຫຼັງ​ເພື່ອນ​
ນັກສຶກສາຜິວຂາວ ແລະ ອາເມຣິກັນ ເຊື້ອສາຍເອເຊຍຂອງເຂົາເຈົ້າ. ຕ່ຳກວ່າ ນຶ່ງ
ສ່ວນສີ່ຂອງນັກສຶກສາຈາກຄອບຄົວ “ທີ່ມີລາຍໄດ້ຕ່ຳ, ຄົນກຸ່ມນ້ອຍ ແລະ ລຸ້ນທຳອິດ
ຜູ້ທີ່ໄດ້ຄະແນນ 43 ເປີເຊັນຂອງນັກສຶກສາຜູ້ທີ່ໄດ້ເສັງ ACT ທຸກຄົນນັ້ນ ແມ່ນໄດ້
ກຽມພ້ອມເປັນຢ່າງດີ ສຳລັບການຮຽນໃນມະຫາວິທະຍາໄລ.”

ການ​ສອບ​ເສັງ ACT ຈະ​ໃຊ້​ເລກຈາກ 0 ຫາ 36 ເພື່ອ​ຈັດ​ລະ​ດັບ​ຄວາມ​ສາ​ມາດ​ຂອງ​
ນັກສຶກສາ. ຄະແນນສະເລ່ຍໂດຍລວມຂອງພວກນັກສຶກສາຈົບລະດັບມັດທະຍົມ ທີ່
ມີຄວາມພ້ອມສຳລັບການຮຽນລະດັບມະຫາວິທະຍາໄລໂດຍລວມໃນປີນີ້ແມ່ນ 20.8
ຈາກ 36.

ພາ​ດ​ຫົວ​ຂ່າວ​ຂອງ​ອົງ​ການ ACT ຂຽນ​ວ່າ “ອະ​ນາ​ຄົດ​ຂອງ STEM ບໍ່​ດີ​ພໍ​ສົມ​ຄວນ​ສຳ​
ລັບ ອາເມຣິກາ”, ໝາຍຄວາມວ່າ ຄວາມສາມາດດ້ານວິຊາ ວິທະຍາສາດ, ເທັກໂນໂລ
ຈີ, ວິກະວະກຳສາດ ແລະ ຄະນິດສາດ ແມ່ນບໍ່ໄດ້ພັດທະນາໃຫ້ດີຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG