ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດໝາຍທາງທະເລ ຄາດວ່າ ຈະເຮັດໃຫ້ປັກກິ່ງໄດ້ປຽບ ໃນການໂຕ້ແຍ້ງທາງດ້ານກົດໝາຍ ຢູ່ທະເລຈີນໃຕ້


ພາບຖ່າຍທາງອາກາດ ເມື່ອວັນທີ 15 ພຶດສະພາ 2015 ທີ່ເຫັນໝູ່ເກາະສະແປຣັດລີ ໃນທະເລຈີນໃຕ້.
ພາບຖ່າຍທາງອາກາດ ເມື່ອວັນທີ 15 ພຶດສະພາ 2015 ທີ່ເຫັນໝູ່ເກາະສະແປຣັດລີ ໃນທະເລຈີນໃຕ້.

ພວກເຈົ້າໜ້າທີ່ຈີນຈະຮັບຜ່ານ ກົດໝາຍພື້ນຖານທາງທະເລ ເພື່ອໃຫ້ການອ້າງເອົາອະ
ທິປະໄຕທາງທະເລຂອງພວກເຂົາຖືກຕ້ອງຕາມກົດໝາຍ ກ່ຽວກັບທະເລຈີນໃຕ້ທີ່ມີອຸດົມ
ສົມບູນດ້ວຍຊັບພະຍາກອນ ແລະຍັງເປັນບັນຫາໂຕ້ແຍ້ງຢູ່ນັ້ນ ມີປະສິດທິຜົນຫຼາຍຂຶ້ນ
ໃນເວທີກົດໝາຍສາກົນ ອີງຕາມລາຍງານຂ່າວແລະຄຳເວົ້າຂອງພວກນັກວິເຄາະທີ່ໄດ້
ກ່າວໄວ້.

ແຜນການດັ່ງກ່າວ ໄດ້ມີການເປີດເຜີຍ ຢູ່ກອງປະຊຸມປະຈຳປີຂອງສະພາໃນນະຄອນຫຼວງ
ປັກກິ່ງ ໃນຕົ້ນເດືອນນີ້ໂດຍຮຽກຮ້ອງໃຫ້ມີອະນຸມັດກົດໝາຍພື້ນຖານ ທາງທະເລ ອີງຕາມລາຍງານຂອງສື່ມວນຊົນໃນຈີນ. ປະເທດຊາດຕ້ອງກຽມຮັບ ມືກັບ “ການດິ້ນຮົນທາງດ້ານກົດໝາຍ” ແລະ “ປ້ອງກັນຢ່າງເດັດດ່ຽວ ຕໍ່ຜົນປະໂຫຍດ ໃນເຂດນ່ານນໍ້າທາງທະເລແຫ່ງ
ຊາດ” ນັ້ນຄືຄຳເວົ້າຢູ່ແຜນ ດັ່ງທີ່ໄດ້ມີການອ້າງ ໂດຍເວັບໄຊ ຂອງໜັງສືພິມ South
China Morning Post ທີ່ີມີ ຫ້ອງການຕັ້ງຢູ່ຮົງກົງ

ບັນດານັກຊ່ຽວຊານໃນເຂດເອເຊຍປາຊິຟິກເຊື່ອວ່າ ຈີນ ຈະໃຊ້ກົດໝາຍນີ້ເພື່ອຊຸກຍູ້ການ
ອ້າງເອົາກຳມະສິດປະມານ 90 ເປີເຊັນ ຂອງທະເລ ທີ່ຕັ້ງຢູ່ໃນເຂດພາກຕາ ເວັນຕົກມະຫາ
ສະໝຸດປາຊິຟິກ ໂດຍສະເພາະ ຖ້າຫາກປະເທດອື່ນໆ ນຳໄປຂຶ້ນສານສາກົນ ດັ່ງທີ່ຟິລິບ
ປິນໄດ້ເຮັດ ໃນປີ 2013 ທີ່ນຳໄປສູ່ໄຊຊະນະຕໍ່ປັກກິ່ງໃນ ປີ 2015. ຈີນໄດ້ປະຕິເສດບໍ່ຮັບ
ຮູ້ການຕັດສິນນີ້ວ່າ ເປັນເລື້ອງ “ໄຮ້ສາລະ.”

ບຣູນາຍ ຈີນ ມາເລເຊຍ ຟິລິບປິນ ໄຕ້ຫວັນ ແລະຫວຽດນາມ ຕ່າງກໍອ້າງເອົາກຳມະສິດທັງ
ໝົດ ຫຼືບາງສ່ວນຂອງທະເລຈີນໃຕ້ ທີ່ຍາວຢຽດຈາກຮົງກົງ ໄປຫາເກາະ ບໍນຽວ. ທະເລຈີນ
ໃຕ້ທີ່ມີເນື້ອທີ່ 3 ລ້ານ 5 ແສນຕາລາງກິໂລແມັດເປັນເຂດນ່ານ ນໍ້າ ທີ່ມີຄຸນຄ່າຕໍ່ການຫາປາ ເສັ້ນທາງຂົນສົ່ງ ແລະມີເຊື້ອໄຟສຳຮອງຢູ່ໃຕ້ທະເລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG