ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ເຄັ່ງ​ຕຶງຍັງ​ ສືບ​ຕໍ່​ສູງ​ຂື້ນ ​​ໃນ​ເອ​ເຊຍ ​ຍ້ອນ​ການຂັດ​ແຍ້​ງ ​ເລື້ອງເຂດ​ນຳ້ແດນ​ດິນ​ ທາງ​ທະ​ເລ.


ເຮືອເກົາຫລີໃຕ້ (ຂວາ) ແລ່ນຜ່ານ ກຳປັ່ນລົບ MSB (Movement Sea Base) ຢູ່ນອກຝັ່ງທະເລ ເກົາຫລີໃຕ້ ໃກ້ກັບໝູ່ເກາະ Yeonpyeong.
ເຮືອເກົາຫລີໃຕ້ (ຂວາ) ແລ່ນຜ່ານ ກຳປັ່ນລົບ MSB (Movement Sea Base) ຢູ່ນອກຝັ່ງທະເລ ເກົາຫລີໃຕ້ ໃກ້ກັບໝູ່ເກາະ Yeonpyeong.

​ຄວາມ​ເຄັ່ງ​ຕຶງຍັງ​ສືບ​ຕໍ່​ສູງ​ຂື້ນໃນ​ເອ​ເຊຍ ​ຍ້ອນ​ການຂັດ​ແຍ້​ງ​ຜິດ
​ຖຽງກັນ​ເລື້ອງເຂດ​ນຳ້ແດນ​ດິນ​ທາງ​ທະ​ເລ. ​ເກົາຫລີ​ໃຕ້ ໄດ້ເດີນ
ໜ້າໄປ​ກັບ​ການ​ເຝິ​ກຊ້ອມທາງ​ທະຫານ ໃກ້​ກັບ​ເກາະນ້ອຍໆ​
ເກາະ​ນຶ່ງທີ່​ຕົນ​ຄວບຄຸມ ​ເຖິງ​ແມ່ນ​ວ່າ​ມີ​ການ​ປະ​ທ້ວງຈາກ ຍີ່​ປຸ່ນ
ທີ່ອ້າງເອົາ​ເກາະດັ່ງກ່າວ​ເຊັ່ນ​ກັນ. ​ສ່ວນຈີນນັ້ນ ​ກໍໄດ້ເອົາ​ຖານ
​ເຈາະ​ນຳ້ມັນແຫ່​ງທີ່ສອງ ໄປ​ຕັ້ງ​ຂຶ້ນຢູ່​ໃນ​ນ່ານ​ນຳ້ ນອກ​ຝັ່ງ​ທະ​ເລ
​ຫວຽດນາມ ບ່ອນທີ່​ທັງ​ສອງ​ປະ​ເທດ​ ໄດ້​ມີ​ການ​ຂັດ​ແຍ້​ງຜິດ​ຖຽງ
​ກັນມາ ຢ່າງ​ຍືດ​ເຍື້ອ. Steve Herman ລາຍງານ ມາຈາກ​ຫ້ອງ
​ການຂອງ VOA ປະຈຳເອ​ເຊຍອາຄະ​ເນ ທີ່ບາ​ງກອກ ຊຶ່ງ​
ກິ່ງສະຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ກອງ​ທັບ​ເຮືອ​ເກົາ​ຫລີ​ໃຕ້ ກ່າວ​ວ່າ ຕົນ​ໄດ້​ທຳ​ການຊ້ອມຍິງປືນ ​ຢູ່ນອກ​ຝັ່ງ​ທະ​ເລກ້ຳ​ຕາ​ເວັນ​
ອອກ​ຂອງ​ຕົນ ​ໃນ​ວັນ​ສຸກທ້າຍ​ອາທິດ​ກ່ອນ​ນີ້ ​ເພື່ອ​ຍົກ​ສູງສະ​ມັດ​ຕະພາບຂອງ​ຕົນ ​ໃນ​ການ​
ຂັບ​ໄລ່ການ​ໂຈມຕີ​ໃດໆ​ທີ່​ອາດ​ມີ​ຂຶ້ນ​ໄດ້​ ຈາກ​ເຮືອ​ດຳ​ນໍ້າຂອງ​ເກົາຫລີ​ເ​ໜືອ.

ອົງ​ການ​ຂ່າວ Yonhap ກ່າວ​ວ່າ ການ​ເຝິກ​ຊ້ອມໄດ້​ປະຕິບັດ​ຢູ່ໃນ​ເຂດ​ນ່ານ​ນໍ້າ ​ດັ່ງກ່າວ​ມາ
ເປັນ​ປົກກະ​ຕິ ​ແຕ່​ວ່າ​ເທື່ອ​ນີ້​ເປັນ​ເທີ່ອທຳ​ອິດ​ ທີ່ທາງກອງທັບ​ໄດ້​ປະ ກາດ​ອອກ​ມາ ຢ່າງ​
ເປີດ​ເຜີຍ​.

ແລະ​ນັ້ນ​ໄດ້​ເຮັດ​ໃຫ້ມີ​ການຕອບ​ໂຕ້​ຢ່າງ​ແຮງ​ແລະ​ໂດຍ​ໄວຈາກຍີ່ປຸ່ນ​ ທີ່​ອ້າງ​ວ່າ ບໍລິ​ເວນ
​ເຝິກຊ້ອມ​ທີ່ເກົາຫລີ​ໃຕ້​ປະກາດອອກ​ໄປນັ້ນ ​ແມ່ນຮວມເອົາທັງ​ເຂດນ່ານ​ນໍ້າຂອງ​ຍີ່ປຸ່ນ.

ເຂດ​ດັ່ງກ່າວ​ແມ່ນ​ຢູ່​ໃກ້​ກັບ​ເກາະ ທີ່​ເກົາຫລີ​ໃຕ້​ໄດ້​ປົກຄອງ​ມາ​ ​ເປັນ​ເວລາຫລາຍ​ທົດ​ສະ​ວັດ
ທີ່​ຮ້ອງ​ວ່າ Dokdo ​ແລະຍີ່ປຸ່ນຮ້ອງ​ວ່າ Takeshima.

ຫົວໜ້າ​ຫ້ອງວ່າການ​ລັດຖະບານ​ຍີ່ປຸ່ນ ທ່ານ Yoshihide Suga ກ່າ​ວວ່າ ​ການ​ເຝິກຊ້ອມ
​ຂອງ​ເກົາຫລີ​ໃຕ້ ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້.

ຫົວໜ້າ​ຫ້ອງວ່າການລັດຖະບານ ກໍ​ຄືຫົວໜ້າ​ໂຄສົກລັດຖະບານຍີ່ປຸ່ນ ທ່ານ Suga ເວົ້າວ່າ
“​ການ​ກະທຳຂອງລັດຖະບານໂຊ​ລ ແມ່ນເປັນ​ທີ່ໜ້າ​ເສຍ​ໃຈຢ່າງ​ຍິ່ງ” ​ແລະໂຕ​ກຽວ
ຮຽກຮ້ອງຢ່າງ​ແຮງໃຫ້​ລົບ​ລ້າງ​ການ​ເຝິກຊ້ອມນັ້ນ​ເສຍ.

ທາງໂຄ​ສົກ​ກະ​ຊວງປ້ອງ​ກັນ​ປະ​ເທດເກົາຫລີ​ໃຕ້ ທ່ານ Wi Yong–seop ກ່າວ​ວ່າ ​ເກົາຫລີ
​ໃຕ້​ແມ່ນ “ຈະ​ບໍ່​ນຳ​ເອົາ​ມາພິຈາລະນາຢ່າງ​ເດັດຂາດ ຄຳຮຽກຮ້ອງ ຫລືການ​ແຊກ​ແຊງໃດໆ"
ຈາກ​ຍີ່ປຸ່ນ​ ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ Wi ກ່າວ​ເພີ້​ມ​ເຕີມ​ວ່າ ການເຝິກຊ້ອມ​ ທີ່​ທ່ານບອກ​ລັກສະນະວ່າ ​ເປັນ​ການ​ປ້ອງ​ກັນຕົນ
ເອງ​ນັ້ນ “ກຳລັງ​ກ້າວໜ້າ​ໄປ​ຕາມ​ແຜນ.”

ການ​ເຝິກຊ້ອມ​ຂອງ​ເກົາ​ຫລີ​ໃຕ້ ​ໃຊ້ເຮືອ​ລົບ 19 ລໍາ ​ແລະລາຍ​ງານ​ຂ່າວ​ເວົ້າວ່າ ມີຮວມ​ທັງ
ການ​ຍິງ​ລູກຈະ​ຫລວດ​ torpedo ຍິງ​ລູ​ກສອນ​ໄຟ Cruise ຈາກເຮືອໃສ່ເຮືອ ​ແລະ​ລູກ​ສອນ
​ໄຟ Harpoon ຈາກ​ອາກາ​ດສູ່​ທະ​ເລ.

​ກອງທັບ​ເຮືອເກົາຫລີ​ໃຕ້ ອ້າງ​ຄຳ​ເວົ້າ ຂອງພົນ​ເຮືອ​ເອກ Hwang Ki-chul ​ ຫົວໜ້າຝ່າ​ຍ
ປະຕິບັດ​ການ​ຂອງ​ກອງທັບ​ເຮືອວ່າ ທ່ານ​ໄດ້​ອອກ​ຄຳ​ສັ່ງໃຫ້ນາຍ​ທະຫານ ຕິດ​ຕາມ​ເຮືອ​ດຳ
​ນໍ້າເກົາຫລີ​ເໜືອ​ ​ໄປໃຫ້​ເຖິງ​ທີ່​ສຸດ ​ແລະ “ຝັງ​ພວກ ເຂົາໄວ້​ຢູ່​ໃຕ້​ທະ​ເລ” ​ຖ້າ​ຫາກຖືກ​ກໍ່ກວນ.

ຜູ້ນຳເກົາຫຼີເໜືອ Kim Jong-Un ກວດກາເບິ່ງ ການຊ້ອມຍິງຈະຫຼວດບັ້ນນຶ່ງ ໃນຮູບທີ່ບໍ່ບອກວ່າ ຖ່າຍຕອນໃດ.
ຜູ້ນຳເກົາຫຼີເໜືອ Kim Jong-Un ກວດກາເບິ່ງ ການຊ້ອມຍິງຈະຫຼວດບັ້ນນຶ່ງ ໃນຮູບທີ່ບໍ່ບອກວ່າ ຖ່າຍຕອນໃດ.

ເມື່ອຕົ້ນ​ອາທິດ​ດຽວ​ກັນ​ນັ້ນ ​ຜູ້​ນໍາ​ເກົາ​ຫລີ​ເໜືອ ທ່ານ Kim Jong
Un ​ໄດ້​ອອກ​ໄປກວດກາ​ໜ່ວຍ​ທະຫານ​ເຮືອຂອງ​ທ່ານ ​ໃນ​ເຂດ​ທະ
​ເລ​ຕາ​ເວັນ​ອອກ​ ​ແລະ​ໄດ້​ຖ່າຍຮູບ​ຢູ່​ຫໍ​ຄອຍ​ເຮືອ​ດຳ​ນໍ້າ​ເກົ່າ​ເຂົ້າ​ຂີ້
ໝ້ຽ​ງລຳ​ນຶ່ງ.

ສື່ຂອງ​ລັດໄດ້​ອ້າ​ງຄໍາ​ເວົ້າ ຂອງທ່ານ Kim ​ ທີ່ບອກພວກຜູ້​ບັນຊາ​
ການ ​ແລະ​ທະຫານ​ເຮືອ​ວ່າ ເຂົາ​ເຈົ້າ​ຕ້ອງ​ລະມັດລະວັງ “ສັດ​ຕູ​ທີ່​
ກຽດ​ຊັງ​ເຂົ​າ​ເຈົ້າ” ​ແລະ ກຳລັງ​ລໍຖ້າ​ໂອກາດ​ທີ່​ຈະ​ບຸກລຸກ​ ເພາະ
ສະ​ນັ້ນ ມັນຈຶ່ງ​ຈຳ​ເປັນ​ທີ່​ສຸດ ​ທີ່​ຈະ​ຕ້ອງ​ຕຽ​ມພ້ອມ​ສຳ​ຫລັບການ​
ສູ້​ລົບ.

ສາມ​ພັນ​ກິ​ໂລ​ແມັດ ​ລົງໄປ​ທາງ​ທິດ​ໃຕ້ ​ ການ​ເຄື່ອນ​ໄຫວທາງທະ​ເລ​ທີ່​ເພີ້​ມທະວີ​ຂຶ້ນ​ຂອງ​ຈີນ
ສືບ​ຕໍ່ດຶງ​ດູດ​ຄວາມ​ສົນ​ໃຈ​ ແລະຄວາມ​ເປັນ​ຫ່ວງຢ່າງ​ໃ​ຫຍ່ ຈາກຫວຽດນາມ​.

ຫ້ອງການ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ຂອງ​ຈີນ ​ປະກາ​ດວ່າ ຕົນ​ໄດ້​ເອົາ​ຖານ​ເຈາະ​ນຳ້ມັນ
​ແຫ່ງທີ່ສອງມີ​ຊື່ວ່າ Nanhai-9 ​ໄປ​ຕັ້ງ​ໄວ້ ​ຢູ່ໃນ​ບໍລິ​ເວນນ່ານ​ນຳ້ ທີ່ຢູ່​ຫ່າງ​ໄກ​ເທົ່າ​ໆກັນ
ຈາກເກາະ Hainan ຂອງ​ຈີນ ​ແລະຝັ່ງ​ທະ​ເລຂອງ​ ຫວຽດນາມ.

ຖານ​ເຈາະ​ນຳ້ມັນແຫ່ງ​ໃໝ່​ນີ້ ທີ່ຈີນ​ເອົາ​ໄປ​ຕັ້ງ​ຢູ່ອ່າວ​ຕົງ​ແກງ ບ່ອນ​ທີ່​ບໍ່​ໄດ້​ມີ​ການເຫັນ​ພ້ອມ
ເປັນອັນ​ດຽວ​ກັນ ​ກ່ຽວ​ກັບ​ການປັກເຂດຊາຍ​ແດນນັ້ນ ແມ່ນຢູ່ໄກ​ຈາກ​ ໝູ່​ເກາະ Paracel ທີ່​
ເປັນ​ເຂດ​ຜິດ​ຖຽງ​ກັນ​ນັ້ນ ຫລາຍ​ກ່ວາ​ຖານ​ເຈາະນຳ້ມັນ​ແຫ່ງ​ທຳ​ອິດຂອງ​ຈີນ.

ການ​ເອົາ​ຖານ​ເຈາະ​ນຳ້ມັນ​ແຫ່ງ​ທຳ​ອິດ ​ເປັນເອີ້ນ​ວ່າ Haiyang Shiyou-981 ໄປ​ຕັ້ງ​ໄວ້ໃນ
​ຕົ້ນ​ເດືອນ​ແລ້ວ​ນີ້​ ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕືງ​ທະວີ​ຂຶ້ນ​ມາໃໝ່ ລະຫວ່າງ ປັກ​ກິ່ງ ​ແລະ​ຮ່າໂນຍ
​ທີ່​ໄດ້​ກ່າວ​ຫາ​ກັນ​ແລະ​ກັນ​ວ່າ ອີກ​ຝ່າຍ​ເອົາເຮືອແລ່ນຕຳເຮືອ​ຂອງ​ຕົນ. ມັນ​ຍັງ​ໄດ້​ເຮັດ​ໃຫ້​ເກີດ​ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນຢ່າງ​ແຮງ ​ຢູ່​ໃນ​ຫວຽດນາມອີກ.

ຈີນໄດ້​ເອົາ ກຳ​ປັ່ນ​ພົນລະ​ເຮືອນ ​ແລະ​ເຮືອ​ຍາມ​ຝັ່ງ 80 ລຳ ຕິດຕາມ​ໄປ​ສົ່ງຖານເຈາະ​ນຳ້
ມັນ​ແຫ່ງທຳ​ອິດ ຢູ່​ບ່ອນ​ຕິດ​ຕັ້ງ​ ໃນເຂດ​ເສດ​ທະ​ກິດ​ທີ່ເປັນຂອງ​ຫວຽດນາມ ​ໂດຍສ​ະ​ເພາະ​ນັ້ນ.

ກາ​ນຫາລື​ກັນ​ທີ່ເຄັ່ງຕືງ​ລະຫວ່າງສອງ​ຝ່າຍ ຢູ່ຮ່າ​ໂນ້ຍ ເມື່ອ​ກາງ​ເດືອນ​ນີ້ ກ່ຽວ​ກັບຖານເຈາະ​
ນໍ້າມັນນັ້ນ ບໍ່​ມີ​ລາຍ​ງານວ່າ ​ໄດ້​ມີ​ຄວາມ​ກ້າວໜ້າ​ໃດ​ໆ.

ຈີນໄດ້​ຍາດເອົາ​ ເຄືອໝູ່ເກາະ Paracel ຈາກຫວຽດນາມ​ໃຕ້ ​ໄປ​ໃນ​ປີ 1974. ປະ​ເທດ​ທັງ​
ສອງ​ໄດ້​ຕໍ່ສູ້ສົງຄາມ​ຊາຍ​ແດນ ທາງບົກ​ກັນໃນ​ຫ້າ​ປີ​ຕໍ່​ມາ.

ປັກ​ກິ່ງ ອ້າງ​ເອົາ​ເຂດ​ແດນ​ທັງ​ໝົດ​ຂອງ​ທະ​ເລ​ຈີນ​ໃຕ້ ຊຶ່ງເປັນ​ນ່ານ​ນຳ້ທີ່​ອຸດົມສົມ​ບຸນ​ໄປ​ດ້ວຍ​ຊັບພະ​ຍາ​ກອນ​ທຳ​ມະ​ຊາດ.

ນ​ອກຈາກ​ຫວຽດນາມ ​ແລະ​ຈີນ​ແລ້ວ ອີກ​ຫ້າ​ລັດຖະບານ ອັນ​ມີ ບຣູ​ໄນ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ຟິລິບ​ປີນ ​ແລະ​ໄຕ້​ຫວັນ ​ກໍໄດ້ອ້າງ​ເອົາ​ກຳມະສິດ​ກວມ​ກັນຢູ່ໃນ​ທະ​ເລ​ຈີນ​ໃຕ້ນັ້ນ.

XS
SM
MD
LG