ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ສ້າງຖ​ະ​ໜົນ​ ຫລາຍ​ສາຍ ໃນ​ນະ​ຄອນ​ຫຼວງວຽງ​ຈັນ ຊັກ​ຊ້າ ແລະ​ ມີຄຸນ​ນະ​ພາບ​ຕ່ຳ


ການ​ສ້າງ​ທາງ ໃນ ສ​ປ​ປ ລາວ.
ການ​ສ້າງ​ທາງ ໃນ ສ​ປ​ປ ລາວ.

ບັນ​ດາ​ໂຄງ​ການ​ກໍ່​ສ້າງ​ຖະ​ໜົນ​ໃນ​ເຂດ​ນະ​ຄອນ​ຫຼວງວຽງ​ຈັນ ປະ​ຕິ​ບັດ​ບໍ່​ໄດ້​ມາດ​ຕະ​
ຖານ ມີ​ຄຸນ​ນະ​ພາບ​ຕ່ຳ ປະ​ເມີນ​ຄ່າ​ກໍ່​ສ້າງ​ສູງ​ເກີນ​ຄວາມຈິງ ແລະ​ຜູ້​ຮັບ​ເໝົາ​ຂາດ​ເງິນ​
ທຶນ ເຮັດ​ໃຫ້​ເກີດ​ການ​ຊັກ​ຊ້າ​ທຸກ​ໂຄ​ງ​ການ ຊຶ່​ງຊົງ​ລິດ ໂພນ​ເງິນ ນັກ​ຂ່າວ ວີ​ໂອ​ເອ ມີ
​ລາຍງານ​ຈາກ​ບາງກອກ.

ເຈົ້າ​ໜ້​າ​ທີ່​ຂັ້ນ​ສູງ​ໃນ​ຄະ​ນະ​ກວດ​ກາ​ພັກ​ລັດ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ລາວ ເປີດ​ເຜີຍ​ວ່າ
​ການ​ກໍ່​ສ້າງ​ຖະ​ໜົນ​ໃນ​ເຂດ​ນະ​ຄອນ​ຫຼວງວຽງ​ຈັນ ກຳ​ລັງປະ​ເຊີນ​ບັນ​ຫາ​ຊັກ​ຊ້າ​ໃນ​ທຸກ​
ໂຄງ​ການ ທີ່​ບັນ​ດາ​ບໍ​ລິ​ສັດ​ເອກ​ກະ​ຊົນ​ເປັນ​ພາກ​ສ່ວນ​ທີ່​ອອກທຶນ​ໃຫ້​ກ່ອນ ຕົວ​ຢ່າງຄື​
ໂຄງ​ການ​ກໍ່​ສ້າງ​ຖະ​ໜົນ​ຈາກ 3 ແຍກ​ບ້ານ​ບໍ່​ໂອ ​ໄປ​ຫາ​ບ້ານ​ສີ​ຖານ​ໃຕ້ ຊຶ່ງ​ໄດ້​ເລີ້ມ​ລົງ​
ມື​ກໍ່​ສ້າງ​ນັບ​ແຕ່​ປີ 2015 ເປັນ​ຕົ້​ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ກໍ​ປາ​ກົດ​ວ່າ​ມີ​ຄວາມ​ຄືບ​ໜ້າ
ພຽງ 54 ເປີ​ເຊັນ ຂອງ​ແຜນ​ການ​ເທົ່າ​ນັ້ນ ແລະ​ການ​ທີ່​ບໍ​ລິ​ສັດເອກ​ກະ​ຊົນ​ໄດ້​ປະ​ສົບ
​ບັນ​ຫາ​ຂາດ​ເງິນ​ທຶນ​ໝຸນ​ວຽນ ກໍ​ຍັງ​ເຮັດ​ໃຫ້​ໂຄງ​ການຫຍຸດ​ສະ​ງັກ​ນັບ​ເປັນ​ເວ​ລາກວ່າ
1 ປີ​ມາ​ແລ້ວ​ອີກ​ດ້ວຍ.

ບັນ​ຫາ​ດຽວ​ກັນ​ນີ້ ໄດ້​ເກີດ​ຂຶ້ນ​ກັບ​ໂຄງ​ການ​ກໍ່​ສ້າງ​ຖະ​ໜົນ T5 ແລະ​ຖະ​ໜົນ T6 ດ້ວຍ
​ເຊັ່ນ​ກັນ ໂດຍ​ບໍ​ລິ​ສັດ​ເອກ​ກະ​ຊົນ​ລາວ​ທີ່​ລົງ​ທຶນ​ໃຫ້​ກ່ອນ ໃນ​ທັງ​ສອງໂຄງ​ການ​ດັ່ງ​ກ່າວ
ບໍ່​ມີ​ເງິນ​ທຶນການກໍ່​ສ້າງ​ນັບ​ແຕ່​ປີ 2014 ເປັນ​ຕົ້​ນ​ມາ​ແລ້ວເຊັ່ນ​ດຽວ​ກັນ​ກັບ​ໂຄງ​ການກໍ່​
ສ້າງ​ຖະ​ໜົນ​ຈາກ 3 ແຍກ​ບ້ານ​ບໍ່​ໂອ​ ໄປ​ບ້ານ​ສີ​ຖານ​ໃຕ້ ຊຶ່ງ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ
ບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ຈະ​ສາ​ມາດ​ຫາ​ເງິນທຶນ​ເພື່ອ​ດຳ​ເນີນ​ການ​ຕໍ່​ໄປ​ໄດ້​ເມື່ອ​ໃດ​ແທ້.

ຍິ່ງ​ໄປ​ກວ່າ​ນັ້​ນ​ການ​ກໍ່​ສ້າງ​ຖະ​ໜົນ​ເຫລົ່າ​ນີ້​ຍັງ​ບໍ່​ໄດ້​ມາດ​ຕະ​ຖານ​ຕາມ​ແບບ​ທີ່ກຳນົດ
ແລະ​ປາ​ກົດ​ມີ​ຫລາຍ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ຕ່ຳ ແຕ່ກັບ​ມີ​ການ​ປະ​ເມີນ​ຄ່າ​ກໍ່​ສ້າງ​ທີ່​
ສູງ​ເກີນກວ່າ​ຄວາມ​ເປັນ​ຈິງ ໂດຍ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ​ດັ່ງ​ກ່າວ​ກໍ​ຍ້ອນ​ວ່າ ໂຄ​ງການສ່ວນ​ໃຫຍ່ບໍ່​ໄດ້​ຈັດ​ການ​ປະ​ມູນ​ຢ່າງ​ເປີດກວ້າງ​ຈຶ່ງດ​ຳ​ເນີນ​ໂຄງ​ການ​ໃນ​ທຸກ​ຂັ້ນ
​ຕອນ ໂດຍ​ຜູ້​ຮັບ​ເໝົາ​ລາຍ​ດຽວ ໂດຍ​ສະ​ເພາະ​ໂຄງ​ການ​ຂອງ​ລັດ ​ທີ່​ເອກ​ກະ​ຊົນ​ລົງ​ທຶນ
​ໃຫ້​ກ່ອນ​ນັ້ນ ຖື​ເປັນ​ໂຄງ​ການ​ທີ່​ມີ​ມາດ​ຕະ​ຖານ​ຕ່ຳ​ສຸດ ດັ່ງ​ທີ່​ທ່ານ​ບຸນ​ຈັນ​ ສິນ​ທະ​ວົງ
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ໄດ້​ຖະ​ແຫຼງຍອມ​ຮັບ​ວ່າ :

“ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ໄດ້​ມີ​ການ​ຄົ້ນ​ຄວ້າ​ສັງ​ລວມ​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​
ໃຫ້​ໂຄງ​ການມີ​ມູນ​ຄ່າ​ສູງ ຄຸນ​ນະ​ພາບ​ຕໍ່​າ ແລະ​ແກ່​ຍາວ​ເວ​ລ​າ​ການ​ກໍ່​ສ້າງ ສາ​ເຫດ
​ແມ່ນ​ເກີດ​ມາ​ຈາກ​ໂຄງ​ການ​ລົງທຶນ​ກ່ອນ ໂດຍ​ບໍ່​ຜ່ານ​ການ​ປະ​ມູນ​ເປີດ ກວ້າງ ຜູ້​ສຳ​
ຫຼວດ​ອອກ​ແບບ ແລະ​ກໍ່ສ້າງ​ແມ່ນ​ຜູ້​ດຽວກັນ​ ຮວມທັງ​ການ​ຄັດ​ເລືອກ​ເອົາ​ບໍ​ລິ​ສັດ​ທີ່
​ປຶກ​ສາມາຄຸ້ມ​ຄອງ ​ກວ​ດ​ກາ​ຄຸນ​ນະ​ພາບ​ການ​ກໍ່​ສ້າງ ສ່ວນ​ຫຼາຍ​ແມ່ນ​ຜູ້​ຮັບ​ເໝົາ​ເປັນ
​ຜູ້​ເລືອກ​ເອງ ບໍ່​ຜ່ານ​ການ​ປະ​ມູນ​ເປີດກວ້າງ ຈຶ່ງ​ເຮັດ​ໃຫ້​ມີ​ຄຸນ​ນະ​ພາບ​ເທົ່າ​ທີ່​ຄວນ.”

ທາງ​ດ້ານ​ທ່ານ​ສົມ​ດີ ດວງ​ດີ ຮອງ​ຍາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ
​ຊວງ​ການ​ເງິນ ຖະ​ແຫຼງ​ຢືນ​ຢັນ​ວ່າ ໂຄງ​ການ​ຂອງ​ລັດ​ຖະ​ບານ​ທີ່​ພາກ​ເອກ​ກະ​ຊົນ​ລົງ
​ທຶນ​ໃຫ້​ກ່ອນ​ດັ່ງ​ກ່າວ​ນີ້ ໄດ້​ສ້າງ​ພາລະ​ໜີ້ສິນ​ຢ່າງ​ຫຼວງ​ຫລາຍ​ໃຫ້​ແກ່​ລັດ​ຖະ​ບານ​ລາວ
ໂດຍ​ໃນ​ແຜນ​ການ​ງົບ​ປະ​ມານ​ປະ​ຈຳ​ປີ 2018 ລັດ​ຖະ​ບານ​ລາວ​ໄດ້​ຈັດ​ສັນ​ງົບ​ປະ​
ມານສຳ​ລັບ​ການຊຳ​ລະ​ໜີ້ໃຫ້​ກັບ​ບໍ​ລິ​ສັດ​ເອກ​ກະ​ຊົນ​ທີ່​ລົງ​ທຶນ​ໃຫ້ກ່ອນເຖິງ 1,831
ໂຄງ​ການ ໃນ​ນີ້​ໄດ້ຊຳ​ລະ​ໜີິ້​ໄປແລ້ວກວ່າ 529 ຕື້​ກີບ ແລະ​ຍັງ​ຈະ​ຕ້ອງ​ຊຳ​ລະ​ຄືນ
​ອີກກວ່າ 6,513 ຕື້​ກີບ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ເນື່ອງ​ຈາກ​ລັດ​ຖະ​ບານ​ລາວ​ມີ​ງົບ​ປະ​ມາ​ນ​ຢ່າງ​ຈຳ​ກັດ ຈຶ່ງ​ຕ້ອງ​ມີ​
ການ​ປັບ​ປ່ຽນ​ວິ​ທີ​ການ​ຊຳ​ລະ​ໜີ້​ດັ່ງ​ກ່າວ ດ້ວຍ​ກາ​ນ​ອອກ​ພັນ​ທະ​ບັດ​ລັດ​ຖະ​ບານເພື່ອ
​ອ່ວຍ​ໜີ້ ​ທີ່ບັນ​ດາ​ບໍ​ລິ​ສັດ​ເອກ​ກະ​ຊົນ​ມີ​ຢູ່​ກັບ​ບັນ​ດາ​ທະ​ນາ​ຄານ​ຕ່າງໆ​ໃນ​ລາວ​ໃຫ້​ມາ​
ເປັນ​ໜີ້​ຂອງ​ລັດ​ບານ​ແທນ​ໃນມູນ​ຄ່າ 3,250 ຕື້​ກີບ ຊຶ່ງ​ຜ່ານ​ການ​ຮັບ​ຮອງ​ຈາກກອງ
​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາດ ເມື່ອ​ປີ 2018 ຜ່ານ​ມາ.

ສ່ວນ​ທ່ານ​ສົມ​ພູ ດວງ​ສະ​ຫວັນ ປະ​ທານ​ຄະ​ນະ​ກວດ​ກາ​ພັກ​ລັດ ປະ​ຈຳ​ເຂດ​ສະ​ພາ
​ແຫ່ງ​ຊາດ ລາຍ​ງານ​ວ່າ​ໃນ​ປີ 2018 ກວດ​ພົບ​ການ​ທຸ​ດຈ​ະ​ລິດ​ທີ່​ສ້າງ​ການ​ເສຍ​ຫາຍ
​ຫລາຍກວ່າ 846 ຕື້​ກີບ 309 ລ້ານກວ່າ​ບາດ 6 ແສນໂດ​ລາ​ສະ​ຫະ​ລັດ ແລະ 32,
000 ​ຫຍວນ ຈາກກ​ການກວດ​ກາ 105 ເປົ້າ​ໝາຍ ໂດຍ​ມີ​ຜູ້​ກະ​ທຳ​ຜິດ​ທີ່​ເປັນ​ພະ​
ນັກ​ງານ​ລັດ 970 ຄົນ ນັກ​ທຸ​ລະ​ກິດ 315 ຄົນ ໄດ້​ລົງ​ໂທດ​ທາງ​ວິໄນ​ແລ້ວ 849 ຄົນ
ດຳ​ເນີນ​ຄະ​ດີ​ໃນ​ສານ​ປະ​ຊາ​ຊົນ 113 ຄົນ​ ແລະ​ສານ​ໄດ້​ຕັດ​ສິນ​ຂັງ​ຄຸກ​ແລ້ວ 55 ຄົນ.

XS
SM
MD
LG