ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການບໍລິຫານ ຮ້ານອາຫານ ທີ່ມີຫຼາຍສາຂາ


ພາບທີ່ໄດ້ຮັບການສະໜອງ ຈາກເຈົ້າຂອງຮ້ານອາຫານ SAKUU, ເມືອງດາລັສ, ລັດເທັກຊັສ.
ພາບທີ່ໄດ້ຮັບການສະໜອງ ຈາກເຈົ້າຂອງຮ້ານອາຫານ SAKUU, ເມືອງດາລັສ, ລັດເທັກຊັສ.

ຄວາມຝັນຂອງທຸກຄົນກໍຄື ການດໍາເນີນທຸລະກິດ ເພື່ອໃຫ້ປະສົບຜົນສໍາເລັດ ແລະບັນລຸເປົ້າໝາຍໃຫ້ສູງຂຶ້ນ, ການເປີດຮ້ານອາຫານ ກໍເປັນຄວາມຝັນຂອງຫຼາຍໆທ່ານ ທີ່ຢາກໃຫ້ເປົ້າໝາຍໄດ້ບັນລຸດັ່ງທີ່ຕັ້ງໄວ້ ສະນັ້ນການບໍລິຫານກໍເປັນສິ່ງສໍາຄັນເຊັ່ນກັນ, ທິບສຸດາ ມີລາຍລະອຽດ ກ່ຽວກັບການດໍາເນີນງານມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອທ່ານຫາກມີແຜນການແລະມີເປົ້າໝາຍທີ່ຈະເປີດຮ້ານອາຫານ, ສໍາຄັນທີ່ສຸດ ທ່ານຕ້ອງສຶກສາໃຫ້ລະອຽດກ່ຽວກັບສະຖານທີ່ທີ່ທ່ານຈະເປີດຮ້ານ, ສຶກສາເບິ່ງຄວາມພ້ອມຂອງຮ່າງກາຍ ຈິດໃຈ ແລະສິ່ງທີ່ຂາດບໍ່ໄດ້ເລີຍກໍຄື ທ່ານຕ້ອງມີພະ ນັກງານປະຈໍາຂອງຮ້ານ ທີ່ຈະສາມາດຊ່ວຍທ່ານໄດ້ໃນທຸກໆຍາມ.

ອໍາພາວັນ ສິງທິນ ຫຼື ທີ່ຫຼາຍໆຄົນຮູ້ຈັກໃນອີກຊື່ນຶ່ງຄື ເໝີຍ ເປີດຮ້ານອາຄານຄັ້ງທໍາອິດຢູ່ທີ່ເມືອງດາລັສ ລັດເທັກຊັສໃນປີ 2017 ພາຍໃຕ້ຊື່ຮ້ານ SAKUU, ໂດຍຊື້ກິດຈະການຮ້ານອາຫານ ຈາກຜູ້ປະກອບການຄົນເກົ່າ ດ້ວຍລາຄາ 80,000 ໂດລາ.

ນາງບອກວ່າ ເຖິງແມ່ນຮ້ານອາຫານທີ່ນາງຊື້ມາຈາກຜູ້ປະກອບການຄົນເກົ່າຈະມີທຸກໆຢ່າງແລ້ວ ແຕ່ສິ່ງທີ່ຂາດບໍ່ໄດ້ແມ່ນເຮົາຕ້ອງມີເງິນແຮໄວ້ສໍາລັບໝູນວຽນຢ່າງໜ້ອຍ 30,000 ໂດລາ, ເພາະເງິນສ່ວນນີ້ ຈະເອົາມາປະກອບເຂົ້າໃນຊ່ວງທີ່ທ່ານບໍ່ພຽງພໍ ໃນເວລາທີ່ທ່ານດໍາເນີນການໃໝ່.

ປັດຈຸບັນ, ເໝີຍ ມີຮ້ານອາຫານທັງໝົດ 3 ຮ້ານ ເຊິ່ງ 2 ຮ້ານທີ່ນາງເປີດນໍາຫຼັງ ແມ່ນໄດ້ມາຈາກການຕໍ່ຍອດຂອງຮ້ານທີນຶ່ງ, ໂດຍຮ້ານທີສອງ ຊື້ຮ້ານອາ ຫານເກົ່າຈາກຜູ້ປະກອບການເດີມ ໃນປີ 2019, ແລະຮ້ານທີສາມ ແມ່ນຮ້ານ ໃໝ່ທັງໝົດ ໂດຍນາງໄດ້ລົງທຶນໄປໃນລາຄາ 380,000 ໂດລາ ແລະເປີດໃນເດືອນກັນຍາ ປີ 2022 ທີ່ຜ່ານມາ.

ສະນັ້ນ, ພະນັກງານທີ່ຈະມາຊ່ວຍບໍລິຫານຫຼັກ ຈຶ່ງສໍາຄັນຫຼາຍໃນການບໍລິຫານຮ້ານທັງສາມແຫ່ງຂອງນາງ.

ພາບທີ່ໄດ້ຮັບການສະໜອງ ຈາກເຈົ້າຂອງກິດຈະການ ຮ້ານອາຫານ SAKUU, ສະແດງໃຫ້ເຫັນມຸມສໍາລັບນັ່ງດື່ມ ຢູ່ສາຂານຶ່ງຂອງຮ້ານອາຫານ SAKUU.
ພາບທີ່ໄດ້ຮັບການສະໜອງ ຈາກເຈົ້າຂອງກິດຈະການ ຮ້ານອາຫານ SAKUU, ສະແດງໃຫ້ເຫັນມຸມສໍາລັບນັ່ງດື່ມ ຢູ່ສາຂານຶ່ງຂອງຮ້ານອາຫານ SAKUU.

ນາງກ່າວວ່າ ທັງໝົດສາມຮ້ານ ນາງຈະເປັນຜູ້ຄວບຄຸມໂດຍລວມ, ແຕ່ຮ້ານທີ 1 ແມ່ນຮ້ານຫຼັກທີ່ນາງມາຄວບຄຸມໂດຍກົງ, ສ່ວນອີກສອງຮ້ານ ນາງຈະມີຜູ້ບໍ ລິຫານປະຈໍາຢູ່ແຕ່ລະບ່ອນ.

ສໍາລັບຄ່າຈ້າງຂອງຜູ້ບໍລິຫານແຕ່ລະຮ້ານ ຜູ້ປະກອບການຈະຈ່າຍລາຍຮັບຂັ້ນພື້ນຖານບໍ່ຄືກັນ ບວກກັບເປີເຊັນຂອງຍອດຂາຍໃນແຕ່ລະເດືອນຂອງຮ້ານທີ່ຕົນບໍລິຫານຢູ່, ເຊິ່ງຮ້ານທີ 3 ຜູ້ປະກອບການຈະຈ່າຍເປັນເງິນເດືອນຂັ້ນພື້ນຖານ ດັ່ງທີ່ນາງກ່າວໃຫ້ຟັງວ່າ:

“ເຮົາຕ້ອງຕັ້ງເປົ້າໃຫ້ເຂົາເຈົ້າໂລດວ່າ ຂ້ອຍເຮັດໄດ້ 50,000-55,000 ແລ້ວຕອນນີ້, ເຈົ້າມາບໍລິຫານໃຫ້ຂ້ອຍນິ ໃຫ້ເຈົ້າມຸ້ງໜ້າໄປໃຫ້ໄດ້ 60,000 ຫຼື 70,000 ເຈົ້າຊິໄດ້ຍອດ 1 ເປີເຊັນ ຈາກຍອດຂາຍຂອງຂ້ອຍ, ຮ້ານທີ 1 ຮ້ານທີ 2 ເປັນເງິນຕາມມື້ນະ ມື້ບໍ່ໄດ້ເຮັດກໍບໍ່ໄດ້ເງິນ. ຮ້ານທີ 3 ນີ້ປະສົບຄວາມສໍາເລັດໄດ້ໄວ ກະຄືວ່າເດືອນທີ່ແລ້ວນີ້ ໄດ້ 80,000.”

ຜູ້ປະກອບການກ່າວວ່າ ລາຍໄດ້ຂອງແຕ່ລະຮ້ານ ໃນແຕ່ລະເດືອນ ກໍແຕກຕ່າງກັນ, ສະ ເພາະ ແຕ່ຮ້ານທີ 1 ມີລາຍໄດ້ໂດຍລວມໃນແຕ່ລະປີ ປະມານ 800,000 ໂດລາ, ເຊິ່ງລາຄານີ້ ແມ່ນຍັງບໍ່ໄດ້ຫັກລາຍຈ່າຍໂດຍລວມອອກເທື່ອ.

ຄ່າເຊົ່າຮ້ານແມ່ນຂຶ້ນຢູ່ກັບສະຖານທີ່ ແລະສະພາບແວດລ້ອມ, ປັດຈຸບັນ ຮ້ານທີ 1 ມີຄ່າເຊົ່າ 5,000 ໂດລາຕໍ່ເດືອນ, ແຕ່ສໍາລັບ ຮ້ານທີ 3 ມີຄ່າເຊົ່າຢູ່ 15,000 ໂດລາຕໍ່ເດືອນ, ເຊິ່ງຜູ້ປະກອບການໄດ້ບອກວ່າ ຕ້ອງໄດ້ເຄັ່ງຄັດທີ່ສຸດກ່ຽວກັບເລື້ອງນີ້ ໂດຍນາງໄດ້ອະທິບາຍໃຫ້ຟັງວ່າ:

“ສຶກສາເລື້ອງນີ້ ຄືສໍາຄັນຂະໜາດເລີຍ ເຮົາຕ້ອງຮູ້ວ່າສົມມຸດເຮົາເຊັນສັນຍາເຊົ່າໄປ 5 ປີນີ້ ບໍ່ແມ່ນປີໜ້າມັນກະຊິຂຶ້ນອີກ, ສັນຍາເຊົ່ານີ້ ມັນຕ້ອງເປັນຈິດຈະລັກ ສະນະ ເຮົາຕ້ອງມີທະນາຍເລີຍຫັ້ນນະ ທະນາຍຄວາມທີ່ເຂົາເຈົ້າເຮັດກ່ຽວກັບພວກສັນຍາເຊົ່າ ຄັນເຮົາຊິຊື້ຮ້ານນີ້ ເຮົາຕ້ອງເບິ່ງສັນຍາເຊົ່າໃຫ້ດີໆ.

ສໍາລັບສ່ວນປະກອບຂອງອາຫານ, ທັງສາມຮ້ານຈະມີບໍລິສັດມາສົ່ງໃນທຸກໆອາ ທິດ ໂດຍຈະເສຍຄ່າອາຫານປະມານ 12,000 ຫາ 15,000 ໂດລາຕໍ່ຮ້ານໃນແຕ່ລະເດືອນ.

ຢ່າງໃດກໍຕາມ, ກ່ອນຈະເປີດກິດຈະການຮ້ານອາຫານ ຜູ້ປະກອບການຈະຕ້ອງມີເອກະສານທຸກໆຢ່າງສໍາລັບຮ້ານໃຫ້ຄົບຊຸດ, ເຊິ່ງນາງກ່າວວ່າ ຫຼັງຈາກທີ່ນາງຫາສະຖານທີ່ໄດ້ແລ້ວ ນາງໄດ້ປຶກສາກັບ CPA (Certified Public Accounting) ໂດຍຈະເສຍຄ່າບໍລິການປະມານ 300 ໂດລາ, ເມື່ອໄດ້ເອກະ ສານຄົບຖ້ວນ ກໍໄປເປີດບັນຊີທະນາຄານກ່ຽວກັບທຸລະກິດ.

ສ່ວນການເສຍພາສີ ທາງຮ້ານຈະມີລາຍງານພາສີການຂາຍ ຫຼື Sale Tax ໃນແຕ່ລະເດືອນ, ສໍາລັບ Sale Tax ໃນລັດເທັກຊັສ ແມ່ນ 8.25 ເປີເຊັນ, ສ່ວນ Income Tax ແມ່ນຈະໄປຄິດໄລ່ໃນທຸກໆທ້າຍປີ.

ທຸລະກິດຮ້ານອາຫານ, ຖ້າຫາກດໍາເນີນການ ແລະບໍລິຫານດີແລ້ວ ກໍຈະປະສົບຜົນສໍາເລັດສູງ, ແຕ່ກໍຂຶ້ນກັບຫຼາຍປັດໄຈ ປະກອບສ່ວນເຂົ້ານໍາ ໂດຍສະເພາະລົດຊາດທີ່ຖືກປາກຂອງລູກຄ້າ, ເພາະຖ້າຫາກລູກຄ້າບໍ່ນິຍົມ ຮ້ານອາຫານກໍບໍ່ສາມາດດໍາເນີນກິດຈະການຕໍ່ໄປໄດ້ເຊັ່ນກັນ.

XS
SM
MD
LG