ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍົກລັດຖະມົນຕີ ມາລີ ຮວມທັງ ຄະນະ ລັດຖະບານ ຂອງທ່ານ ລາອອກຈາກຕຳແໜ່ງ ໃນວັນພະຫັດ ຜ່ານມາ


ຫົວໜ້າດ້ານນະໂຍບາຍຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ ເຟເດີຣິກາ ໂມແກຣີນີ, ຂວາ, ຕ້ອນຮັບ ນາຍົກລັດຖະມົນຕີ ທ່ານ ຊູເມລູ ບູເບເຢ ໄມກາ ກ່ອນໜ້າກອງປະຊຸມ ຢູ່ທີ່ສຳນັກງານໃຫຍ່ ຂອງ ອີຢູ ໃນນະຄອຫຼວງ ບຣັສໂຊລສ໌ ຂອງແບລຈຽມ, ວັນທີ 28 ມິຖຸນາ 2018.
ຫົວໜ້າດ້ານນະໂຍບາຍຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ ເຟເດີຣິກາ ໂມແກຣີນີ, ຂວາ, ຕ້ອນຮັບ ນາຍົກລັດຖະມົນຕີ ທ່ານ ຊູເມລູ ບູເບເຢ ໄມກາ ກ່ອນໜ້າກອງປະຊຸມ ຢູ່ທີ່ສຳນັກງານໃຫຍ່ ຂອງ ອີຢູ ໃນນະຄອຫຼວງ ບຣັສໂຊລສ໌ ຂອງແບລຈຽມ, ວັນທີ 28 ມິຖຸນາ 2018.

ນາຍົກລັດຖະມົນຕີ ຂອງມາລີ ທ່ານຊູເມລູ ບູເບເຢ ໄມກາ ແລະຄະນະລັດຖະບານ ຂອງ
ທ່ານທັງໝົດ ໄດ້ລາອອກ ໃນວັນພະຫັດວານນີ້.

ຖະແຫລງການສະບັບນຶ່ງ ຈາກ​ທຳ​ນຽບປະທານາທິບໍດີ ອີບຣາ​ຮິມ ບູບາກາ ໄດ້ກ່າວວ່າ
“ທ່ານປະທານາທິບໍດີ ຮັບເອົາການລາອອກຂອງນາຍົກລັດຖະມົນຕີ ແລະບັນດາ
ສະມາຊິກຄະນະລັດຖະບານ​ທັງ​ໝົດ.”

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນຫຼັງຈາກ ຄວາມຮຸນແຮງ​ໄດ້ເພີ້ມຂຶ້ນນັບມື້ ຢູ່ໃນພື້ນທີ່
ທາງພາກກາງຂອງປະເທດ ທີ່ລວມທັງການສັງຫານໝູ່ ພວກຊາວຟູລານີ ທີ່ເປັນຄົນ
ລ້ຽງສັດ 160 ຄົນ ໂດຍພວກທີ່​ສົງ​ໄສວ່າ ເປັນນັກລ່າສັດ ຈາກເຜົ່າ ໂດກອນ ເມື່ອ
ເດືອນແລ້ວນີ້.

ອົງການສະຫະປະຊາຊາດລາຍງານວ່າ ຕະຫຼອດໄລຍະນຶ່ງປີຜ່ານມາ ການສູ້ລົບກັນ
ລະຫວ່ງປະຊາຄົມ ຊົນເຜົ່າ ຟູລານີ ແລະ ເຜົ່າໂດກອນ ໄດ້ສົ່ງຜົນ ພາໃຫ້ ມີການສູນ
ເສຍຊີວິດ ຂອງພວກແມ່ຍິງ ພວກເດັກນ້ອຍ ແລະ ພວກຜູ້ຊາຍ ໃນ ຈຳນວນ 600 ຄົນ.

ເມື່ອສອງສັບປະດາຜ່ານມານີ້ ມີການເດີນຂະບວນປະທ້ວງຂະໜາດໃຫຍ່ ຢູ່ທີ່ນະຄອນ
ຫຼວງ ບາມາໂກ ເພື່ອປະທ້ວງໃນເລື້ອງທີ່ລັດຖະບານ ຂາດຄວາມສາມາດທີ່ຈະຫາ​ທາງ
ຫລຸດຜ່ອນຄວາມຮຸນແຮງ.

ປະເທດມາລີ ໄດ້ສູ້ຊົນເພື່ອທີ່ຈະຟື້ນຟູສະຖຽນລະພາບ ນັບຕັ້ງແຕ່ ພວກຫົວຮຸນແຮງ
ອິສລາມ ໄດ້ສວຍໂອກາດເຂົ້າຍຶດພື້ນທີ່ ເກືອບທັງໝົດ ຢູ່ທາງພາກເໜືອ ຂອງມາລີ
ໃນລະຫວ່າງທີ່​ມີການກໍ່ລັດຖະປະຫານ ໄລຍະສັ້ນໆ ຢູ່ໃນນະຄອນ ບາມາໂກ ໃນປີ
2012.

ກອງກຳລັງຂອງຝຣັ່ງ ໄດ້ຂັບໄລ່ພວກຫົວ​ຮຸນ​ແຮງສ່ວນໃຫຍ່​ອອກ​ໄປ ໃນໄລຍະສອງ
ສາມເດືອນຕໍ່ມາ ແຕ່ພວກຈີຮາດດິສ ຫຼື ນັກລົບເພື່ອສາສະໜາ ຈຳນວນນຶ່ງ ແມ່ນຍັງ
ເຄື່ອນໄຫວຢູ່ ແລະຄວາມຮຸນແຮງກໍຍັງມີຢູ່ຕໍ່ໄປ ເຖິງແມ່ນວ່າ ກຳລັງຮັກສາສັນຕິພາບ
ຂອງອົງການສະຫະປະຊາຊາດ ໄດ້ໄປມີໜ້າ ປະຈຳການ ຢູ່ທີ່ນັ້ນ ກໍຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG