ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກະ​ສັດ​ໃໝ່ ​ຂອງມາ​ເລ​ເຊຍ ​ຂຶ້ນ​ຄອ​ງ​ບັນ​ລັງ ແທນ​ກະ​ສັດອົງ​ເກົ່າ ທີ່​ສະຫຼ​ະ​ຣາ​ຊະສົມ​ບັດ ​ກ່ອນ​ກຳ​ນົດ


​ພ​ວກ​ນັກ​ທ້ອ​ງ​ທ່ຽວ​ຖ່າຍ​ຮູບ ​ຢູ່ນອກພະ​ລາດ​ຊະ​ວັງ​ແຫ່ງ​ຊາດ​ໃນ​ນະ​ຄອນ​ຫລວງກົວ​ລາ​ລຳ​ເປີ ໃນ​ຂະ​ນະ​ທີ່ພະເຈົ້າຊຸ​ລ​ຕານ ອັບ​ດູ​ລ​ລາ ອ​າ​ມາດ ຊາ ​ເຂົ້າ​ສາ​ບານ​ໂຕ ​ຂຶ້ນ​ເປັນ​ກະ​ສັດ​ອົງ​ທີ 16 ຂອງ​ປະ​ເທດ​ໃນ​ວັນ​ທີ 23 ມັງ​ກອນ, 2019
​ພ​ວກ​ນັກ​ທ້ອ​ງ​ທ່ຽວ​ຖ່າຍ​ຮູບ ​ຢູ່ນອກພະ​ລາດ​ຊະ​ວັງ​ແຫ່ງ​ຊາດ​ໃນ​ນະ​ຄອນ​ຫລວງກົວ​ລາ​ລຳ​ເປີ ໃນ​ຂະ​ນະ​ທີ່ພະເຈົ້າຊຸ​ລ​ຕານ ອັບ​ດູ​ລ​ລາ ອ​າ​ມາດ ຊາ ​ເຂົ້າ​ສາ​ບານ​ໂຕ ​ຂຶ້ນ​ເປັນ​ກະ​ສັດ​ອົງ​ທີ 16 ຂອງ​ປະ​ເທດ​ໃນ​ວັນ​ທີ 23 ມັງ​ກອນ, 2019

ກະ​ສັດ​ໃໝ່​ຂອງ​ມາ​ເລ​ເຊຍ ໄດ້​ຂຶ້ນ​ຄອງ​ບັນ​ລັງ​ຢ່າງ​ເປັນ​ທາງ​ການ​ຢູ່​ໃນພິ​ທີ​ຣາ​ຊາ​ພິ​ເສກ ໃນ​ວັນ​ພະ​ຫັດ​ມື້ນີ້ ຢູ່​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ແຫ່ງນັ້ນ.

​ພະເຈົ້າຊຸ​ລ​ຕານ ອັບ​ດູ​ລ​ລາ ອ​າ​ມາດ ຊາ (Abdullah Sultan Ahmad Shah) ​ໄດ້​ເຂົ້າ​ສາ​ບານ​ໂຕ​ຂຶ້ນ​ເປັນ​ກະ​ສັດ​ອົງ​ທີ 16 ຂອງ​ປະ​ເທດ​ຢູ່​ໃນ​ພິ​ທີທີ່ຈັດຂຶ້ນຢູ່ພະ​ລາດ​ຊະ​ວັງ​ແຫ່ງ​ຊາດ​ໃນ​ນະ​ຄອນ​ຫລວງກົວ​ລາ​ລຳ​ເປີທີ່​ມີ​ການ​ຖ່າຍ​ທອດ​ ທາງ​ໂທ​ລະ​ພາບ​ທົ່ວ​ປະ​ເທດ. ທ່ານ​ມະ​ຫາ​ເທຍ ໂມ​ຮຳ​ມັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ເປັນ​ຜູ້​ນຶ່ງ​ ໃນ​ຈຳ​ນວນ​ແຂກ​ທີ່​ມີ​ກຽດ​ເຂົ້າ​ຮ່ວມ​ພິ​ທີດັ່ງ​ກ່າວ​.

ກະ​ສັດ ມູ​ຮຳ​ມາດ ​ທີ 5 ຂອງ​ລັດເຄ​ລັນ​ຕັນ (ກາງ) ທີ່​ໄດ້​ສະ​ຫຼະ​ບັນ​ລັງ​ຢ່າງ​ກະ​ທັນ​ຫັນ​ໃນ​ວັນ​ທີ 6 ມັງ​ກອນ, 2019 ທຳ​ການຄຳ​ນັບຢູ່​ໃນ​ພິ​ທີ​ຕ້ອ​ຮັບ​ພະ​ອົງໃນ​ພະ​ລາດ​ຊະ​ວັງແຫ່ງ​ຊາດ​ທີ່​ນະ​ຄອນ​ກົວ​ລາ​ລຳ​ເປີໃນ​ວັນ​ທີ 13 ທັນ​ວາ 2016
ກະ​ສັດ ມູ​ຮຳ​ມາດ ​ທີ 5 ຂອງ​ລັດເຄ​ລັນ​ຕັນ (ກາງ) ທີ່​ໄດ້​ສະ​ຫຼະ​ບັນ​ລັງ​ຢ່າງ​ກະ​ທັນ​ຫັນ​ໃນ​ວັນ​ທີ 6 ມັງ​ກອນ, 2019 ທຳ​ການຄຳ​ນັບຢູ່​ໃນ​ພິ​ທີ​ຕ້ອ​ຮັບ​ພະ​ອົງໃນ​ພະ​ລາດ​ຊະ​ວັງແຫ່ງ​ຊາດ​ທີ່​ນະ​ຄອນ​ກົວ​ລາ​ລຳ​ເປີໃນ​ວັນ​ທີ 13 ທັນ​ວາ 2016

​ກະ​ສັດອັບ​ດູ​ລ​ລາ ​ທີ່​ມີ​ພະ​ຊົນ​ໄດ້ 59 ປີ​ອົງ​ນີ້, ຊຶ່ງເປັນ​ຜູ້​ປົກ​ຄອງລັດປາ​ຮັງ ຢູ່​ເຂດ​ພາກ
ກາງ​ຂອງປະ​ເທດແບບໃນ​ນາມນັ້ນ ໄດ້​ຂຶ້ນ​ຄອງ​ບັນ​ລັງ​ແທນກະ​ສັດ ມູ​ຮຳ​ມາດ ​ທີ 5 ຂອງ
​ລັດເຄ​ລັນ​ຕັນ ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ ຂອງ​ປະ​ເທດ ທີ່​ໄດ້​ສະ​ຫຼະ​ບັນ​ລັງ​ຢ່າງ​ກະ
​ທັນ​ຫັນ​ໃນ​ວັນ​ທີ 6 ມັງ​ກອນຜ່ານ​ມາ ພາຍ​ຫລັງ​ທີ່​ຂຶ້ນ​ຄອງ​ບັນ​ລັງ ​ບໍ່​ໄດ້​ຮອດ​ສອງ​ປີ. ການ​
ສະຫ​ລະ​ບັນ​ລັງ​ຂອງ​ພະ​ອົງ​ແມ່ນ​ມີ​ຂຶ້ນ ​ຫຼັງ​ຈາກ​ພະ​ອົງ​ໄດ້​ລາ​ພັກ​ປ່ວຍ ຫລັງ​ຈາກ​ມີ​ຂ່າວ​
ຊ່າ​ລື​ກັນ​ວ່າພະ​ອົງ​ໄດ້​ແຕ່ງ​ງານ​ກັບ​ນາງ​ງາມ​ຊາວ​ຣັດ​ເຊຍ​ຄົນ​ນຶ່ງ. ການ​ສະຫລະ​ບັນ​ລັງ​
ຂອງກະ​ສັດມູ​ຮຳ​ມາດ ແມ່ນ​ເປັນ​ເຫດ​ການ​ທຳ​ອິດ​ທີ່​ມີ​ຂຶ້ນ​ໃນ​ປະ​ເທດ​ທີ່​ຄົນ​ສ່ວນ​ໃຫຍ່
ເປັນຊາວ​ມຸ​ສ​ລິມ​ແຫ່ງນັ້ນ ນັບ​ແຕ່ໄດ້​ຮັບ​ເອ​ກະ​ລາດ​ຈາກ​ອັງ​ກິດ​ໃນ​ປີ 1957 ເປັນ​ຕົ້ນ​ມາ.

​ການ​ປົກ​ຄອງ​ແບບ​ມີ​ກະ​ສັດ​ຢູ່​ພາຍ​ໃຕ້ລັດ​ຖະ​ທຳ​ມະ​ນູນແບບ​ມີ​ການໝູນ​ວຽນປ່ຽນ​ກັນ​
ຂຶ້ນຄອງ​ຣາດ ລະ​ຫວ່າງ​ກະ​ສັດ​ຂອງ 9 ລັດໃນປະ​ເທດນັ້ນ ​ອົງ​ລະ​ຫ້າ​ປີ.

ກະ​ສັດອັບ​ດູ​ລ​ລາທີ່​ໄດ້​ຮັບ​ການ​ສຶກ​ສາ​ຈາກອັງ​ກິດ ເປັນ​ຄົນ​ທີ່​ມັກ​ແລະ​ມີ​ຄວາມກະ​ຕື​ລື​ລົ້ນໃນ​ເລື້ອງ​ກິ​ລາ​ຢ່າງ​ສຸດ​ໃຈ ຊຶ່ງ​ພະ​ອົງ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ FIFA ທີ່​ຄຸ້ມ​ຄອງ​ກິ​ລາ​ເຕະ​ບານ​ໂລກ ແລະ​ເປັນ​ປະ​ທານ​ຂອງ​ສະ​ຫະ​ພັນດ້ານ​ການ​ຕີ​ຄີ ຫລື ຮອກ​ກີ​ (Hockey) ຂອງ​ເອ​ເຊຍ.

Malaysia's new king formally assumed the throne during a coronation ceremony Thursday in the southeast Asian country.

Sultan Abdullah Sultan Ahmad Shah took the oath of office as the country's 16th king during an nationally televised ceremony at the national palace in Kuala Lumpur. Prime Minister Mahathir Mohamad was among the dignitaries in attendance.

The 59-year-old Sultan Abdullah, the ceremonial ruler of central Pahang state, succeeds Sultan Muhammad V of northeast Kelantan state, who abruptly resigned on January 6 after barely two years on the throne. His abdication came just weeks after he went on medical leave, followed by rumors that he had married a young Russian beauty queen. Sultan Muhammad's abdication was the first in the majority Muslim nation since gaining independence from Britain in 1957.

Malaysia's constitutional monarchy is rotated every five years between the royal leaders of the country's nine states.

The British-educated Sultan Abdullah is an avid sports enthusiast who is a member of the world football governing body FIFA and president of the Asian Hockey Federation.

XS
SM
MD
LG