ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີມາເລເຊຍ ໄດ້​ຮັບ​ການ​ທົບ​ທວນ ແບບ​ປະ​ສົມ​ປະ​ສານ ລຸນຫຼັງຂຶ້ນກໍາອໍານາດເປັນເວລານຶ່ງປີ


ນາຍົກລັດຖະມົນຕີມາເລເຊຍ ທ່ານອັນວາ ອິບຣາຮິມ ກ່າວປາໄສກັບບັນດາອົງການຂ່າວ ລຸນຫຼັງການປ່ອນບັດລົງຄະແນນສຽງຂອງທ່ານ ໃນລະຫວ່າງການເລືອກຕັ້ງ ສະຖານທີ່ປ່ອນບັດລົງຄະແນນສຽງ ໃນເມືອງເຊເບຣັງ ເປຣາຍ (Seberang Perai), ລັດປີນັງ, ມາເລເຊຍ, ວັນທີ 12 ສິງຫາ 2023.
ນາຍົກລັດຖະມົນຕີມາເລເຊຍ ທ່ານອັນວາ ອິບຣາຮິມ ກ່າວປາໄສກັບບັນດາອົງການຂ່າວ ລຸນຫຼັງການປ່ອນບັດລົງຄະແນນສຽງຂອງທ່ານ ໃນລະຫວ່າງການເລືອກຕັ້ງ ສະຖານທີ່ປ່ອນບັດລົງຄະແນນສຽງ ໃນເມືອງເຊເບຣັງ ເປຣາຍ (Seberang Perai), ລັດປີນັງ, ມາເລເຊຍ, ວັນທີ 12 ສິງຫາ 2023.

ພຽງນຶ່ງ​ປີກວ່າ ຫຼັງ​ຈາກ​ໄດ້​ຂຶ້ນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງມາ​ເລ​ເຊຍ ​ໃນ​ທ້າຍ​ເດືອນ​ພະ​ຈິກປີ 2022, ທ່ານອັນວາ ອິບຣາຮິມ (Anwar Ibrahim) ກໍໄດ້​ຮັບ​ການ​ທົບ​ທວນ​ຄືນ​ທີ່​ປະ​ສົມ​ປະ​ສານ ​ຈາກ​ນັກ​ວິ​ເຄາະທາງດ້ານ​ການ​ເມືອງ.

ໃນ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ທີ 5 ຂອງ​ປະ​ເທດ​ ໃນ​ໄລ​ຍະ​ຫນ້ອຍ​ກວ່າ 5 ປີ​, ​ຄົນຈໍານວນນຶ່ງ​ໃຫ້​ກຽດ​ການ​ດໍາ​ເນີນງານ​ແບບ​ຍືນ​ຍົງຂອງທ່ານ ​ທີ່​ກໍາລັງ​ນໍາ​ເອົາ​ຄວາມ​ຫມັ້ນ​ຄົງ​ທາງ​ດ້ານການ​ເມືອງ​ມາສູ່​ປະ​ເທດ​.

ທ່ານອາສມີ ຮາສຊານ (Azmi Hassan), ຜູ້ອະວຸໂສຢູ່ທີ່ສະຖາບັນການສຶກສາ ນູຊານທາຣາ (Nusantara) ​ເພື່ອການຄົ້ນຄວ້າຍຸດທະສາດ ໃນນະຄອນຫຼວງກົວລາລໍາເປີ ກ່າວວ່າ "ເມື່ອ ທ່ານອັນວາ ສ້າງຕັ້ງລັດຖະບານຂຶ້ນມາໃນເດືອນພະຈິກ ຂອງປີແລ້ວນີ້, ນັກປັນຍາຊົນຫຼາຍໆຄົນ ຫຼືປະຊາຊົນທົ່ວໄປຄິດວ່າ ມັນຈະຢູ່ໄດ້ພຽງແຕ່ສອງເດືອນ ຫຼື ສາມເດືອນ ຈົນກ່ວາລັດຖະບານຈະພັງທະລາຍລົງ ເພາະວ່າລັດຖະບານປະກອບດ້ວຍ 19 ພັກ ທີ່ແຕກຕ່າງກັນ. ແຕ່ວ່າ ມັນໄດ້ແກ່ຍາວມາເປັນເວລານຶ່ງປີແລ້ວ.”

ທ່ານກ່າວຕື່ມວ່າ "ມັນໄດ້ນໍາມາເຊິ່ງສະຖຽນລະພາບ, ສິ່ງທີ່ປະຊາຊົນຕ້ອງການໂດຍພື້ນຖານ ແມ່ນຄວາມຫມັ້ນຄົງ, ດັ່ງນັ້ນ ລັດຖະບານຈຶ່ງສາມາດປະຕິບັດ ແລະດໍາເນີນການ ໃນສິ່ງທີ່ລັດຖະບານຄວນຈະກະທໍາ."

Little more than a year after becoming Malaysia’s prime minister in late-November 2022, Anwar Ibrahim is getting mixed reviews from political analysts.

As the country’s fifth prime minister in less than five years, some credit his sustained grasp on power with bringing political stability to the country.

“When Anwar formed the government last November, a lot of pundits or the general population think it will only last two months or three months [until] the government will collapse because the government consisted of 19 different [parties],” said Azmi Hassan, a senior fellow at the Nusantara Academy for Strategic Research in Kuala Lumpur. “But it has already lasted for one year.

“It brings stability,” he added. “What the people want basically is stability so that the government can function and do what the government is supposed to do.”

XS
SM
MD
LG