ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາ​ເລ​ເຊຍ ຕົກ​ລົງ​ຈະຊື້ໄຟ​ຟ້າ ​ຈາກ​ລາວ ​ເພີ້ມ​ຂຶ້ນ ເມື່ອການ​ພັດທະ​ນາ ເຄືອຂ່າຍສາຍສົ່ງ​ໄຟ​ຟ້າ ​ໃນ​ໄທ ສຳ​ເລັດ ໃນ 2 ປີ ຂ້າງ​ໜ້າ


ກອງປະຊຸມບັນ​ດາລັດຖະມົນຕີພະລັງງານຂອງ​ປະ​ເທດ​ໃນ​ກຸ່ມ ອາຊຽນ ຄັ້ງທີ 36 ທີ່ສິງກະໂປ ເມື່ອທ້າຍເດືອນຕຸລາ 2018 ຜ່ານ​ມານີ້
ກອງປະຊຸມບັນ​ດາລັດຖະມົນຕີພະລັງງານຂອງ​ປະ​ເທດ​ໃນ​ກຸ່ມ ອາຊຽນ ຄັ້ງທີ 36 ທີ່ສິງກະໂປ ເມື່ອທ້າຍເດືອນຕຸລາ 2018 ຜ່ານ​ມານີ້

ລັດຖະ​ບານ​ມາ​ເລ​ເຊຍ ຕົກ​ລົງ​ໃນ​ຫລັກ​ການ ທີ່​ຈະ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ເພີ້ມ
​ຂຶ້ນ ເປັນ 300 ເມ​ກະ​ວັດ ແຕ່​ຈະ​ຕ້ອງ​ລໍ​ຄອຍ​ການ​ພັດ​ທະ​ນາລ​ະ​ບົບ​ໂຄງຂ່າຍ​ສາຍ
​ສົ່ງ​ກະ​ແສ​ໄຟ​ຟ້າ​ໃນ​ໄທເສຍ​ກ່ອນ.

ທ່ານ ສີ​ລິ ຈີ​ຣະ​ພົງ​ພັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ຂອງ​ໄທ ຢືນ​ຢັນ​ວ່າ ລັດຖະ
​ບານ​ມາ​ເລ​ເຊຍ ​ໄດ້ຕົກ​ລົງ​ໃນ​ຫລັກ​ການທີ່​ຈະ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວເພີ້ມ​ຂຶ້ນຈາກ
100 ເມ​ກະ​ວັດໃນ​ປັດ​ຈຸບັນ​ນີ້ເປັນ 300 ເມ​ກະ​ວັດໃນ​ທັນ​ທີການ​ພັດ​ທະ​ນາລ​ະ​ບົບ​ໂຄງ
​ຂ່າຍ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ໃນ​ໄທແລ້ວ​ເສັດ​ຢ່າງ​ສົມ​ບູນ ເພາະ​ວ່າລ​ະ​ບົບ​ໂຄງ​ຂ່າຍ​ສາຍ
​ສົ່ງ​ກະ​ແສ​ໄຟ​ຟ້າ​ໃນ​ໄທໃນ​ເວ​ລານີ້ ສາ​ມາດ​ຮອງ​ຮັບ ການສົ່ງ​ກະ​ແສ​ໄຟ​ຟ້າຈາກ​ລາວ
ຜ່ານ​ໄປມາ​ເລ​ເຊຍໄດ້​ພຽງ​ແຕ່ 100 ເມ​ກະ​ວັດເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້ ຈະ​ຕ້ອງ​ມີ​ການ​ເພີ້ມ
​ປະ​ສິດປ​ພ​ສິດ​ທິ​ພາບ​ຂອງ​ລະ​ບົບ​ສາຍ​ສົ່ງ​ໃນ​ພາກ​ໃຕ້​ຂອງ​ໄທ ໃຫ້ສາ​ມາດ​ຮອງ​ຮັບ
ພະ​ລັງ​ງານ​ໄຟ​ຟ້າທີ່​ເພີ້ມຂຶ້ນເປັນ 300 ເມ​ກະ​ວັດ ໃຫ້ໄດ້​ຢ່າງ​ສົມ​ບູນ​ເສຍ​ກ່ອນ ດັ່ງ​ທີ່​
ທ່ານ ສີ​ຣິ ໃຫ້​ການ​ຢືນ​ຢັນ​ວ່າ
“ການ​ປະ​ຊຸມ​ຮ່ວມ​ກັນ​ລະ​ຫວ່າງ​ປະ​ເທດ​ລາວ, ​ມາ​ເລ​ເຊຍ ແລະ​ປະ​ເທດ​ໄທ​ ເຣົາ​ຣຽກ​
ວ່າ ລະ​ຫວ່າງສາມປະ​ເທດ​ນະ​ຄ​ຣັບ ປະ​ເທດ
​ມາ​ເລ​ເຊຍ ແລະ​ລາວ​ຢາກ​ຈະ​ເພີ້ມ​
ປະ​ລິ​ມານ​ການ​ຊື້-ຂາຍ​ກັນ​ຈາກ 100 ເມ​ກະ​ວັດ ເປັນ 300 ເມ​ກະ​ວັດນະ​ຄ​ຣັບ ກໍ​
ເຕັມ​ກຳ​ລັງ​ສາຍ​ສົ່ງ ​ທີ່​ເຊື່ອມ​ລະ​ຫວ່າງ​ປະ​ເທດ​ໄທ​ກັບ​ມາ​ເລ​ເຊຍທີ່​ພາກ​ໃຕ້​ຢູ່​ຄ​ຣັບ.”

ຄາດ​ຄະ​ເນ​ຄວາມ​ຕ້ອງການຊົມ​ໃຊ້​ໄຟ​ຟ້າ​ໃນ​ປະ​ເທດ​ອາ​ຊຽນ ໃນ​ປີ 2030
ຄາດ​ຄະ​ເນ​ຄວາມ​ຕ້ອງການຊົມ​ໃຊ້​ໄຟ​ຟ້າ​ໃນ​ປະ​ເທດ​ອາ​ຊຽນ ໃນ​ປີ 2030

ທັງ​ນີ້ ການ​ພັດ​ທະ​ນາ​ເພື່ອ​ເພີ້ມ​ປະ​ສິດທິ​ພາບ​ຂອງ​ລະ​ບົບ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າໃນເຂດ
​ພາກ​ໃຕ້​ຂອງ​ໄທ ໃຫ້ສາ​ມາດ​ຮອງ​ຮັບພະ​ລັງ​ງານ​ໄຟ​ຟ້າຂະ​ໜາດ 300 ເມ​ກະ​ວັດຈາກ
​ລາວ ເພື່ອ​ສົ່ງ​ຕໍ່ໄປມາ​ເລ​ເຊຍຕາມ​ການ​ຕົກ​ລົງ​ໃນ​ຄັ້ງ​ຫລ້າ​ສຸດທີ່​ມີ​ຂຶ້ນ​ໃນ​ໂອກາດກອງ​
ປະ​ຊຸມລະ​ດັບ​ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ​ອາ​ຊຽນ ຄັ້ງ​ທີ 36 ທີ່​ສິງ​ກະ​ໂປ ເມື່ອທ້າຍ​ເດືອນ
​ຕຸ​ລາ 2018 ທີ່​ຜ່ານ​ມານັ້ນ ຄາດ​ໝາຍ​ວ່າ ຈະ​ຕ້ອງ​ໃຊ້​ເວ​ລາດຳ​ເນີນ​ງານບໍ່​ໜ້ອຍກວ່າ 2
ປີ ຊຶ່ງ​ຈະ​ເຮັດໃຫ້ການ​ສົ່ງພະ​ລັງ​ງານ​ໄຟ​ຟ້າຂະ​ໜາດ 300 ເມ​ກະ​ວັດ ຈາກ​ລາວ​ຜ່ານ​ໄທ
ໄປ​ມາ​ເລ​ເຊຍສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ ໃນ​ປີ 2020 ເປັນ​ຢ່າງ​ໄວໂດຍ​ການ​ໄຟ​ຟ້າ​ຝ່າຍ
​ຜະ​ລິດ​ແຫ່ງ​ປະ​ເທດ​ໄທ ຈະ​ຄິດຄ່າ​ທຳ​ນຽມ​ການສົ່ງ​ກະ​ແສ​ໄຟ​ຟ້າໃນ​ອັດ​ຕາ​ສະ​ເລ່ຍ
0.85 ເຊັນ​ສະ​ຫະ​ລັດຕໍ່​ກິ​ໂລ​ວັດ/ໂມງ ໃນ​ຂະ​ນະ​ທີ່ ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວນັ້ນ ກໍ​ຈະ​
ຂາຍ​ພະ​ລັງ​ງານ​ໄຟ​ຟ້າ ໃຫ້​ມາ​ເລ​ເຊຍ​ໃນ​ລາ​ຄາ​ສະ​ເລ່ຍ 6.3 ເຊັນ​ສະ​ຫະ​ລັດຕໍ່​ກິ​ໂລ​ວັດ/
ໂມງຕາມ​ລຳ​ດັບ.

ສ່ວນ​ພົນ​ອາ​ກາດ​ເອກ ປຣະ​ຈິນ ຈັ່ນ​ຕອງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ໄທໃຫ້ ​ການ​ຢືນ​ຢັນ​ວ່າ
ລັດ​ຖະ​ບານ​ໄທ ບໍ່​ມີ​ແຜນ​ທີ່​ຈະ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວເພີ້ມຂຶ້ນ ໃນໄລຍະ 7-8 ປີ ຕໍ່ໜ້າ ໂດຍຈະຍັງຄົງການຮັບຊື້ໄຟຟ້າຈາກລາວໄວ້ທີ່ລະດັບ 9,000 ເມກະວັດໃນຊ່ວງປີ
2019-2044 ເພາະວ່າ ໄທມີພະລັງງານໄຟຟ້າສຳຮອງເກີນຄວາມຕ້ອງການເຖິງ
12,000 ເມກາວັດ ຄິດເປັນ 39 ເປີເຊັນ ຂອງການຊົມໃຊ້ໄຟຟ້າທັງໝົດໃນປັດຈຸບັນ.

ຍິ່ງ​ໄປ​ກວ່ານັ້ນ ລັດ​ຖະ​ບານ​ໄທຍັງ​ໄດ້​ກຳ​ໜົດ​ແຜນ​ການ​ພັດ​ທະ​ນາແຫລ່ງ​ພະ​ລັງ​ງານທາງ
​ເລືອກທີ່​ແນ​ໃສ່​ການ​ເສີມ​ສ້າງ ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ໄລ​ຍະ​ຍາວ​ໄວ້​ເປັນ​ທີ່​
ຮຽບຮ້ອຍ​ແລ້ວ​ດ້ວຍນັ້ນ ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ໄທຈະ​ຫລຸດ​ການ​ນຳ​ເຂົ້າ​ພະ​ລັງ​
ງານໄຟ​ຟ້າ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ ແລະ​ຫັນ​ມາ​ໃຫ້​ການ​ສົ່ງ​ເສີມ​ຜະ​ລິດພະ​ລັງ​ງານ
​ທາງ​ເລືອກ ພາຍ​ໃນ​ປະ​ເທດ​ໃຫ້​ຫລາຍ​ຂຶ້ນ​ນັບ​ມື້ໂດຍ​ສະ​ເພາະ​ແມ່ນການ​ເພີ້ມ​ການ​
ຜະ​ລິດ​ພະລັງ​ງານ​ໝູນ​ວຽນ ທັງ​ພະ​ລັງ​ງານ​ແສງ​ອາ​ທິດ ແລະ​ພະ​ລັງ​ງານ​ຈາກ​ຊີ​ວະ​ມວນ
ນັ້ນ ກໍຍັງ​ຈະ​ເຮັດ​ໃຫ້​ໄທ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວໃນໄລ
​ຍະ​ຍາວອີກ​ດ້ວຍ.

ໃນປັດຈຸບັນ ລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000 ເມກະ
ວັດເປັນເວລາ 25 ປີ ນັບຈາກປີ 2019-2044 ແຕ່ວ່າພາຍໃນປີ 2021 ລາວຈະມີ
ແຫລ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງການທີ່ມີກໍາລັງຕິດຕັ້ງລວມເຖິງ
13,000 ເມກາວັດ ທັງ​ຍັງຄາດວ່າການຊົມໃຊ້ພະລັງງານໄຟຟ້າພາຍ​ໃນລາວ​ຈະ
ເພີ້ມຂຶ້ນເປັນ 2,862 ເມກາວັດໃນປີ 2021 ໝາຍຄວາມວ່າ ລາວຈະມີປະລິມານ
ພະລັງງານໄຟຟ້າເກີນຄວາມຕ້ອງການພາຍໃນ 1,138 ເມກາວັດ ທີ່ຈະຕ້ອງສົ່ງ
ໄປຂາຍ​ໃຫ້ປະເທດອື່ນ ຊຶ່ງບໍ່ແມ່ນປະເທດໄທນັ້ນ​ເອງ.

ທັງ​ນີ້ ລັດຖະບານ​ຫວຽດນາມ​ໄດ້​ຕົກລົງ​ຈະ​ຮັບ​ຊື້ພະລັງງານໄຟຟ້າຈາກ​ລາວ​ໃນ​ປະ
ລິມານລວ​ມເຖິງ 5,000 ​ເມ​ກະ​ວັດພາຍ​ໃນ​ປີ 2025. ສ່ວນ​ລັດ​ຖະ​ບານກຳປະເຈຍ
ກໍໄດ້ຕົກລົງໃນຫລັກການວ່າຈະຊື້ໄຟຟ້າຈາກລາວ 1,000 ເມກະວັດພາຍ​ໃນ​ປີ 2025
ເຊັ່ນດຽວ​ກັນ. ຫາກ​ແຕ່​ວ່າດ້ວຍ​ຂໍ້​ຈໍາກັດ​ໃນ​ດ້ານ​ເງິນທຶນສໍາລັບ​ນໍາ​ໃຊ້​ໃນ​ການກໍ່ສ້າງ​
ແນວ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງ​ສູງ ກໍາປູ​ເຈຍກໍນໍາ​ເຂົ້າພະລັງງານໄຟຟ້າຈາກ​ລາວໄດ້
​ພຽງ 115 ກິ​ໂລ​ວັດເທົ່ານັ້ນ​. ສ່ວນລັດຖະບານ​ມຽນມານັ້ນກໍ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ
ທີ່ຈະ​ຮັບ​ຊື້ກະ​ແສໄຟຟ້າຈາກ​ລາວບໍ່ໜ້ອຍກວ່າ 200 ​ເມ​ກະ​ວັດນັ້ນ ​ກໍ​ຍັງ​ບໍ່ມີ​ຄວາມ​ຊັດ
​ເຈນ​ວ່າ​ຈະ​ສາມາດ​ລົງ​ນາມໃນ​ສັນຍາ​ຮ່ວມກັນໄດ້ເມື່ອໃດແທ້ເພາະ​ວ່າ ຍັງ​ບໍ່​ມີໂຄງ
​ຂ່າຍ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າເຊື່ອມ​ຕໍ່​ກັນ​ນັ້ນ​ເອງ.

XS
SM
MD
LG