ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ມາເລເຊຍ ພົບເຫັນ ຂຸມຝັງສົບ 139 ຂຸມ ໃນບໍລິເວນຊາຍແດນ ຕິດກັບໄທ


ບັນດາຕຳຫຼວດສັນນະສູດສົບ ຖືຖົງທີ່ບັນຈຸຊາກກະດູກ ຂອງ ມະນຸດ ທີ່ພົບເຫັນຢູ່ທີ່ຄ້າຍ ຂອງພວກຄ້າມະນຸດ ໃນປ່າ ໃກ້ໆ ກັບເມືອງ Wang Kelian ຢູ່ທາງພາກເໜືອຂອງມາເລເຊຍ ຕິດກັບຊາຍແດນປະເທດໄທ, ວັນທີ 25 ພຶດສະພາ 2015.
ບັນດາຕຳຫຼວດສັນນະສູດສົບ ຖືຖົງທີ່ບັນຈຸຊາກກະດູກ ຂອງ ມະນຸດ ທີ່ພົບເຫັນຢູ່ທີ່ຄ້າຍ ຂອງພວກຄ້າມະນຸດ ໃນປ່າ ໃກ້ໆ ກັບເມືອງ Wang Kelian ຢູ່ທາງພາກເໜືອຂອງມາເລເຊຍ ຕິດກັບຊາຍແດນປະເທດໄທ, ວັນທີ 25 ພຶດສະພາ 2015.

ຫົວໜ້າຕຳຫຼວດ​ມາ​ເລ​ເຊຍ ກ່າວ​ວ່າ ​ໄດ້ພົບ​ເຫັນຂຸມ​ຝັງ​ສົບ 139
ຂຸມ ທີ່​ເຊື່ອ​ວ່າ ບັນຈຸ​ຊາກ​ສົບ​ຂອງ​ຊາວ​ອົບ​ພະຍົບ ຢູ່​ໃກ້ໆ​ເຂດ​ຊາຍ
​ແດນຕິດ​ກັບ​ປະ​ເທດ​ໄທ ​ແລະ ວ່າ ບາງ​ຂຸມ ມີຫຼາຍກວ່າ​ໜຶ່ງ​ສົບ.

ຫົວໜ້າຕຳຫຼວດ​ແຫ່ງ​ຊາດ​ມາ​ເລ​ເຊຍ ທ່ານ Khalid Abu Bakar
ກ່າວ​ຕໍ່ບັນດາ​ນັກ​ຂ່າວ ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ຂຸມ​ຝັງ​ສົບດັ່ງກ່າວ ​ໄດ້​
ຖືກ​ພົບ​ເຫັນ ​ຢູ່ບ່ອນທີ່​ສົງ​ໄສ​ວ່າ​ ເປັນຄ້າຍ​ຂອງ​ພວກ​ຄ້າ​ມະນຸດ
28 ​ແຫ່ງ ຊຶ່ງຄົງ​ໄດ້​ຖືກ​ໃຊ້​ເປັນ​ບ່ອນ ​ກັກ​ກັນພວກ​ອົບ​ພະຍົບ ​ໃນ​
ລະຫວ່ງ 20 ຫາ 300 ຄົນ​ ຕໍ່ໜຶ່ງ​ຄ້າຍ.

ທ່ານ Bakar ກ່າວອີກວ່າ ພວກ​ທີ​ມ​ເກັບ​ກູ້​ສົບ ​ແມ່ນກຳລັງດຳ​ເນີນ
​ການ​ຂຸດເອົາ​ສົບ​ຂຶ້ນມາ ​ແລະ ທຳ​ການ​ສັນນະ​ສູດ​ສົບ​ເຫຼົ່ານັ້ນ.

ແຜນທີ່ ແຂວງ Perlis ຂອງມາເລເຊຍ ເຂດບ່ອນຂຸມຝັງສົບ ໄດ້ຖືກພົບເຫັນ
ແຜນທີ່ ແຂວງ Perlis ຂອງມາເລເຊຍ ເຂດບ່ອນຂຸມຝັງສົບ ໄດ້ຖືກພົບເຫັນ

ບັນດາປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ພວມ​ຕໍ່ສູ້​ກັບ​ວິ​ກິດ​ການ
ທາງ​ດ້ານ​ມະນຸດສະທຳ ທີ່​ກ່ຽວ​ພັນ​ກັບຫຼາຍພັນຄົນ ທີ່ຖືກ​ລັກລອບ
ຈາກ ​ມຽນມາ ​ແລະ ​ບັງ​ກລາ​ແດັສ ເຂົ້າ​ໄປ​ຍັງ​ ມາ​ເລ​ເຊຍ ​ແລະ
ອິນ​ໂດ​ເນເຊຍ ​ໂດຍ​ຜ່ານປະ​ເທດ​ໄທ.

ຊາວ​ບັງ​ກລາ​ແດັສສ່ວນ​ໃຫຍ່ ​ແມ່ນ​ຊອກຫາ​ທາງ​ ຫລົບໜີ​ຄວາມ
ທຸກ​ຍາກ ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຂົາ ​ໃນ​ຂະນະ​ທີ່ ຊາວ​ໂຣຮິງ​ຢາ
ສ່ວນຫຼາຍ ​ແມ່ນ​ຫາທາງຫລົບໜີ ຈາກການຖືກ​ຈຳ​ແນກທາງ
​ສາສະໜາ ​ໂດຍ​ຊາວ​ພຸດ​ມຽນມາ ຊຶ່ງ​ເປັນ​ຊົນ​ກຸ່ມ​ໃຫຍ່
ຢູ່​ໃນ​ປະ​ເທ​ດ.

Southeast Asia Boat People
please wait

No media source currently available

0:00 0:01:30 0:00

Malaysia's police chief says 139 graves believed to contain the remains of migrants have been found near the country's border with Thailand, and that some graves contained more than one body.

National Police Chief Khalid Abu Bakar told reporters Monday that the graves were found at 28 suspected human trafficking camps that likely housed from 20 to 300 people per camp.

Bakar said recovery teams were in the process of exhuming and conducting autopsies on the remains.

Southeast Asia is battling a humanitarian crisis involving thousands of people smuggled from Myanmar and Bangladesh into Malaysia and Indonesia through Thailand.

Most of the Bangladeshis are seeking to escape poverty in their homeland, while the Rohingya mostly are looking to escape discriminatory treatment by Myanmar's Buddhist majority.

XS
SM
MD
LG