ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມາ​ເລ​ເຊຍ ຂັດ​ແຍ້ງ​ກັບ ສະ​ຫະ​ພາບ ຢູ​ໂຣບ ເລື່ອງ​ນ້ຳ​ມັນ​ປາມ ແລະ ເຮື​ອ​ບິນ​ຮົບ


ຊາວ​ສວນ​ນ້ຳ​ມັນ​ປາມ ສະ​ແດງ​ໃຫ້​ເຫັນ​ເມັດ​ນ້ຳ​ມັນ​ປາມ, ເມືອງ ກຳ​ປາ, ແຂວງ ຣີ​ອາວ, ອິນ​ໂດ​ເນ​ເຊຍ. 20 ສິງ​ຫາ, 2018.
ຊາວ​ສວນ​ນ້ຳ​ມັນ​ປາມ ສະ​ແດງ​ໃຫ້​ເຫັນ​ເມັດ​ນ້ຳ​ມັນ​ປາມ, ເມືອງ ກຳ​ປາ, ແຂວງ ຣີ​ອາວ, ອິນ​ໂດ​ເນ​ເຊຍ. 20 ສິງ​ຫາ, 2018.

ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ແລະ ຈີນ ຂັດ​ແຍ້ງກັນ ກ່ຽວ​ກັບ ການ​ເກັບ​ພາ​ສີ​ຕອບ​ໂຕ້ໄປ​ມາ,
ການຂັດແຍ້ງດ້ານການຄ້າອີກເທື່ອນຶ່ງ ລະຫວ່າງ ປະເທດຕາເວັນຕົກ ແລະ ຕາເວັນ
ອອກ ແມ່ນກຳລັງເລີ່ມຂຶ້ນຢ່າງງຽບໆ, ເຊິ່ງແມ່ນການຜິດຖຽງກັນ ກ່ຽວກັບ ນ້ຳມັນປາມ
ຂອງ ມາເລເຊຍ ກັບ ເຮືອບິນຮົບອາຍພົ່ນ ຢູໂຣບ.

ໃນ​ເວ​ລາ​ທີ່​ສະ​ຫະ​ພາບ ຢູ​ໂຣບ ໄດ້​ປະ​ກາດ​ເມື່ອ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ຈະ​
ຍົກເລີກການໃຊ້ນ້ຳມັນປາມ ເປັນເຊື້ອໄຟຊີວະພາບສຳລັບການຂົນສົ່ງພາຍໃນປີ
2030 ຍ້ອນບັນຫາດ້ານສິ່ງແວດລ້ອມນັ້ນ, ຜູ້ສົ່ງອອກນ້ຳມັນປາມລາຍໃຫຍ່ທີ່ສຸດສອງ
ປະເທດ ຄື ອິນໂດເນເຊຍ ແລະ ມາເລເຊຍ, ແມ່ນໄດ້ອອກມາຕອບໂຕ້ຢ່າງວ່ອງໄວ
ແລະ ຂົ່ມຂູ່ທີ່ຈະຍື່ນຄຳຮ້ອງຕໍ່ອົງການການຄ້າໂລກ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ທ່ານ ມາ​ຮາ​ເທຍ ໂມ​ຮາ​ມັດ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ
ຮອຍເຕີ ວ່າ ສະຫະພາບ ຢູໂຣບ ກຳລັງສ່ຽງເຮັດສົງຄາມການຄ້າ ຍ້ອນນະໂຍບາຍ
“ທີ່ບໍ່ມີຄວາມຍຸຕິທຳຢ່າງຍິ່ງ” ທີ່ໄດ້ສົ່ງຜົນກະທົບຕໍ່ລະບົບການຄຸ້ມຄອງອຸດສາຫະກຳ
ພາຍໃນປະເທດ, ແລ້ວກໍໄດ້ເວົ້າເຖິງໄພພິບັດທີ່ອາດເກີດຂຶ້ນໄດ້ອັນທຳອິດ. ທ່ານໄດ້
ກ່າວວ່າ ຖ້າສະຫະພາບ ຢູໂຣບ ຫາກອະນຸມັດການຍົກເລີກ, ມາເລເຊຍ ຈະຫັນໜ້າ
ໜີ ຈາກການເຮັດສັນຍາປ້ອງກັນປະເທດກັບ ຢູໂຣບ ແລະ ຫັນໄປຫາ ຈີນ ເພື່ອສັ່ງຊື້
ເຮືອບິນຮົບອາຍພົ່ນໃໝ່ ຂອງເຂົາເຈົ້າ, ເຊິ່ງເປັນຂໍ້ຕົກລົງທີ່ອາດມີມູນຄ່າເຖິງນຶ່ງພັນ
ລ້ານໂດລາ.

ມັນ​ຍັງ​ຄົງ​ບໍ່​ແນ່ນອນ​ວ່າ ນະ​ໂຍ​ບາຍ​ການ​ແກ້​ໄຂ​ສະ​ຖາ​ນະ​ການ​ຂອງ ມາ​ເລ​ເຊຍ ຈະ​
ເປັນແນວໃດ.

ສະ​ພາ​ນ້ຳ​ມັນ​ປາມ ມາ​ເລ​ເຊຍ ໄດ້​ເຕືອນ​ວ່າ ກົ​ດ​ລະ​ບຽບ​ໃໝ່​ຂອງ ສະ​ຫະ​ພາບ​ຢູ​ໂຣບ
ອາດສ້າງຜົນກະທົບ “ຄັ້ງໃຫຍ່” ຕໍ່ອຸດສາຫະກຳດັ່ງກ່າວ, ເຊິ່ງເຂົາເຈົ້າເວົ້າວ່າ ມັນໄດ້
ປະກອບສ່ວນ 6 ເປີເຊັນ ເຂົ້າໃນຍອດຜະລິດຕະພັນລວມຂອງປະເທດໃນປີ 2017.
ນ້ຳມັນປາມຫຼາຍກວ່າ 12 ເປີເຊັນຂອງເຂົາເຈົ້າແມ່ນໄດ້ສົ່ງໄປສະຫະພາບ ຢູໂຣບ,
ເຊິ່ງແມ່ນຕະຫຼາດທີ່ໃຫຍ່ເປັນອັນດັບສອງຮອງຈາກ ອິນເດຍ. ຈີນ ໄດ້ຕາມມາຕິດໆ
ຢູ່ອັນດັບສາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG