ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເວັບ​ໄຊ​ທ໌ ຂອງສາຍການບິນມາເລເຊຍ ຖືກລັກເຈາະເອົາຂໍ້ມູນ


ຊາຍຄົນນຶ່ງຊີ້ມືໃສ່ໜ້າຈໍເຄື່ອງຄອມພີວເຕີ ທີ່ສະແດງໃຫ້ເຫັນ
website ຂອງສາຍການບິນມາເລເຊຍ ທີ່ຖືກລັກເຈາະເອົາຂໍ້
ມູນທີ່ຮ້ານອາຫານແຫ່ງນຶ່ງນອກນະຄອນຫຼວງ ກົວລາລຳເປີ ວັນທີ 26 ມັງກອນ 2015.
ຊາຍຄົນນຶ່ງຊີ້ມືໃສ່ໜ້າຈໍເຄື່ອງຄອມພີວເຕີ ທີ່ສະແດງໃຫ້ເຫັນ website ຂອງສາຍການບິນມາເລເຊຍ ທີ່ຖືກລັກເຈາະເອົາຂໍ້ ມູນທີ່ຮ້ານອາຫານແຫ່ງນຶ່ງນອກນະຄອນຫຼວງ ກົວລາລຳເປີ ວັນທີ 26 ມັງກອນ 2015.

Websiteທາງ​ການ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ ​ໄດ້​ຖືກ​ລັກ​ເຈາະ
ເອົາ​ຂໍ້​ມູນ ​ໂດຍ​ກຸ່ມ​ທີ່​ອ້າງ​ວ່າ ສະໜັບສະໜຸນ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​
ອິສລາມ ​ແລະ​ເອີ້ນເຊັ່ນກັນ​ວ່າ ISIS ນັ້ນ.

Website ຂອງ​ສາຍ​ການບິນ ​ໄດ້​ຖືກ​ປ່ຽນ​ໄປ ​ໂດຍ​ແຈ້ງ​ຂໍ້ຄວາມ​
ນຶ່ງ​ອອກ​ມາ​ວ່າ”404-​ເຮືອບິນ ບໍ່​ພົບ​ເຫັນ” ​ແລະ​ວ່າຂໍ້​ມູນ web
site ດັ່ງກ່າວ​ໄດ້​ຖືກ​”ລັກ​ເຈາະ​ໂດຍ Cyber Caliphate”ໂດຍ
ສະແດງຮູບພາບໃບນຶ່ງຂອງເຮືອບິນໄອພົ່ນຂະໜາດໃຫຍ່ Airbus
A380 .

Browser tab ຂອງ website ດັ່ງກ່າວ ເວົ້າວ່າ ພວກ”ISIS will prevail” ຫຼືວ່າ ກຸ່ມ ISIS ຈະຊະນະ.ຕໍ່ມາ homepage ຂອງສາຍການບິນມາເລເຊຍ ໄດ້ປ່ຽນສີ​ດ້ານ​ຫຼັງ​ເປັນ​ດຳໂດຍມີຮູບພາບໂຕກິໂກະ​ໃສ່ ໝວກຢູ່ເທິງ.

ສາຍການບິນມາເລເຊຍກຳລັງພະຍາຍາມພັກຟື້ນຈາກໄພຫາຍະນະສອງຄັ້ງໃນປີແລ້ວນີ້
ຮວມທັງການຫາຍສາບສູນໄປຂອງຖ້ຽວບິນ370ເໜືອມະຫາສະມຸດປາຊີຟິກແລະຖ້ຽວ
ບິນ17 ຕົກລົງທີ່ຢູເຄຣນນັ້ນ.

ສາຍການບິນດັ່ງກ່າວໄດ້ອອກຖະແຫຼງການສະບັບນຶ່ງໂດຍຢືນຢັນການຕັດຂ່າວຂໍມູນດັ່ງ
ກ່າວ ແຕ່ເອີ້ນວ່າ “ເປັນຄວາມຜິດພາດນ້ອຍໆເປັນການຊົ່ວຄາວ” ແຕ່ບໍ່ໄດ້ສົ່ງຜົນ
ກະທົບຕໍ່ການຈອງປີ້ຂອງພວກຄົນໂດຍສານໃດໆ.

Lizard Squad ປີແລ້ວນີ້ ໄດ້ອ້າງວ່າ ຕົນໄດ້ຢູ່ເບື້ອງຫຼັງຂອງການໂຈມຕີຕໍ່ຕາໜ່າງ online PlayStation ຂອງບໍລິສັດ Sony ແລະຂອງບໍລິສັດ Microsoft’s Xbox
site.

XS
SM
MD
LG