ເມື່ອວັນທີ 8 ມີນາ 2014 ນັ້ນ ຖ້ຽວບິນໜຶ່ງຂອງສາຍການບິນມາ
ເລເຊຍ ໄດ້ບິນອອກຈາກນະຄອນຫຼວງກົວລາລຳເປີ ມຸ້ງໜ້າໄປສູ່
ນະຄອນຫຼວງປັກກິ່ງ. ການຕິດຕໍ່ສື່ສານທັງໝົດຈາກເຮືອບິນໄດ້
ຢຸດສະງັກລົງ ໃນເວລາ 40 ນາທີ ຫຼັງຈາກບິນຂຶ້ນຈາກເດີ່ນ. ມາ
ຮອດປັດຈຸບັນ ກໍຍັງບໍ່ຮູ້ວ່າເຮືອບິນລຳນີ້ຫາຍໄປໃສ ແລະມີການ
ສັນນິຖານກັນວ່າ ມັນໄດ້ຕົກລົງໄປໃນມະຫາສະມຸດ. ນັກຂ່າວວີ
ໂອເອ Carolyn Presutti ທົບທວນເບິ່ງວ່າ ມີຫຍັງເກີດຂຶ້ນກັບ
ເຮືອບິນລຳນີ້ ແລະ ເຫດການແນວນີ້ສາມາດເກີດຂຶ້ນໄດ້ອີກບໍ່?
ສິງຈະນຳເອົາລາຍລະອຽດ ມາສະເໜີທ່ານ.
“ລາຕີສະຫວັດ ຖ້ຽວບິນມາເລເຊຍ 370” ນັ້ນແມ່ນຄຳເວົ້າປະໂຫຍກສຸດທ້າຍ ທີ່ໄດ້ຍິນຈາກເຮືອບິນສາຍການບິນມາເລເຊຍລຳນັ້ນ ກ່ອນມັນຫາຍສາບສູນໄປຈາກເຄື່ອງເຣດາ. ນຶ່ງປີຕໍ່ມາກໍຍັງຊອກຫາເຮືອບິນລຳນັ້ນ ພ້ອມຈຸບິນແລະຜູ້ໂດຍສານທັງໝົດ 239 ຄົນບໍ່ເຫັນ.
ໃນເວລາບໍ່ຮອດນຶ່ງຊົ່ວໂມງ ຫຼັງຈາກຖ້ຽວບິນ MH 370 ບິນຈາກເດີ່ນເຮືອບິນກົວລາລຳເປີ
ເພື່ອມຸ້ງໜ້າໄປຍັງນະຄອນຫຼວງປັກກິ່ງຂອງຈີນ ການຄົມມະນາຄົມຕິດຕໍ່ທຸກຢ່າງໄດ້ຢຸດລົງ ແລະເຮືອບິນຫາຍຈາກໜ້າຈໍເຣດາໄປ. ການຊອກຄົ້ນຫາທຳອິດ ແມ່ນຢູ່ຕາມເສ້ນທາງບິນ
ດັ້ງເດີມຂອງຖ້ຽວບິນ ແຕ່ບໍລິເວນຊອກຄົ້ນໄດ້ປ່ຽນໄປເລື້ອຍໆ ໂດຍສະເພາະຫຼັງຈາກເຣດາກອງທັບມາເລເຊຍ ໄດ້ພົບຈຸດທີ່ສົ່ງສັນຍານເທື່ອສຸດທ້າຍໃນເຂດເໜືອຂຶ້ນໄປອີກ ແລະຄິດກັນວ່າ ເຮືອບິນລຳນີ້ອາດໄດ້ບິນຕໍ່ໄປໄດ້ອີກ 7 ຊົ່ວໂມງ.
ຄວາມຂັດແຍ້ງໃນຂໍ້ມູນນີ້ເກີດຂຶ້ນ ເພາະວ່າເຄື່ອງເຣດາທີ່ເຄີຍໃຊ້ກັນມານັ້ນ ບໍ່ສາມາດຕິດຕາມເຮືອບິນໃນຂະນະທີ່ບິນຂ້າມມະຫາສະມຸດ ແລະອຸບປະກອນຢູ່ໃນເຮືອບິນ ກໍລາຍງານໃຫ້ຮູ້ວ່າຢູ່ໃສ ໃນທຸກໆ 60 ນາທີເທົ່ານັ້ນ. ອົງການການບິນພົນລະເຮືອນສາກົນ ຫຼື ICAO ທີ່ເປັນຜູ້ວາງມາດຕະຖານຂອງໂລກ ສຳຫລັບວົງການອຸດສາຫະກຳການບິນ ໄດ້
ແນະນຳໃຫ້ພວກເຮືອບິນແຈ້ງໃຫ້ຊາບວ່າ ເຮືອບິນເຂົາເຈົ້າຢູ່ໃສ ໃນທຸກໆ 15 ນາທີ ແລະທຸກໆນາທີ ໃນລະຫວ່າງທີ່ເຮືອບິນທີ່ຕ້ອງການ ຄວາມຊ່ອຍເຫຼືອສຸກເສີນ. ທ່ານ Olumuyiwa Benard Aliu ປະທານສະພາອົງການ ICAO ກ່າວຜ່ານ Skype ວ່າ:
“ເວລາໃດທີ່ເຮົາຈັດຕັ້ງປະຕິບັດລະບົບໃໝ່ນີ້ ພວກເຮົາກໍຈະສາມາດຕິດຕາມ
ຖ້ຽວບິນໄດ້ໃນທຸກໆນາທີ ຊຶ່ງນັ້ນຈະເພີ້ມທະວີຄວາມສາມາດຂອງເຮົາ ໃນການ
ຊອກຫາຖ້ຽວບິນຕ່າງໆ.”
ໄດ້ມີການນຳໃຊ້ເຄື່ອງອຸບປະກອນໃຕ້ນ້ຳ ເພື່ອຊອກຄົ້ນຢູ່ພື້ນມະຫາສະມຸດ ຫາຖ້ຽວບິນ MH370 ໃນຄວາມຫວັງທີ່ຈະໄດ້ຍິນສັນຍານ ຈາກເຄື່ອງບັນທຶກສຽງແລະຂໍ້ມູນຂອງການບິນ ຫລືື black boxes. ແຕ່ battery ໃນເຄື່ອງອັດສຽງເຫຼົ່ານັ້ນ ກຸ້ມພຽງແຕ່ 30 ມື້ເທົ່ານັ້ນ. ບັດນີ້ ອົງການຄຸ້ມຄອງການບິນແຫ່ງຊາດສະຫະລັດ ຫລື FAA ແລະພວກອົງ
ການອື່ນໆຂອງໂລກ ຈະບັງຄັບໃຫ້ຕໍ່ອາຍຸຂອງ battery ອອກໄປ ໃຫ້ກຸ້ມໄດ້ຮອດ 90 ມື້
ຊຶ່ງຈະມີຜົນບັງຄັບໃຊ້ ໃນອີກ 5 ປີ.
ສຽງນີ້ກໍເປັນບັນຫານຶ່ງເຊັ່ນກັນ. ພາຫານະຊອກຄົ້ນ ໄດ້ຍິນສຽງດັງແບບນີ້ ທີ່ເອິ້ນວ່າ ping
ແລ້ວຄຶດວ່າ ເປັນສຽງມາຈາກເຮືອບິນ ແຕ່ຄວາມຈິງແລ້ວແມ່ນມາ ຈາກສຽງສັດທີ່ຢູ່ໃຕ້ນ້ຳ. ທ່ານ David Soucie ອະດີດເຈົ້າໜ້າທີ່ ສືບສວນສອບສວນອຸບັດເຫດຂອງອົງການ FAA
ໄດ້ຂຽນປຶ້ມຫົວນຶ່ງກ່ຽວກັບຖ້ຽວບິນ MH370. ທ່ານສະເໜີແນະໃຫ້ປ່ຽນຄວາມຖີ່ຂອງສຽງນີ້
ທ່ານ Soucie ກ່າວວ່າ “ເພື່ອໃຫ້ສຽງນີ້ ສາມາດຈຳແນກໄດ້ວ່າມາຈາກໃສ. ມັນອາດ
ຈະມີລັກສະນະ ແບບໃຊ້ລະຫັດ Morse ກໍໄດ້ ທີ່ບອກເຮົາວ່າ ມັນມາຈາກເຮືອບິນ
ລຳໃດກັນແທ້ ຫຼືຢ່າງໜ້ອຍ ກໍບອກວ່າ ມາຈາກເຮືອບິນ.”
ບັນດານັກຊ່ຽວຊານກໍສະເໜີ ໃຫ້ໃຊ້ເຄື່ອງອັດສຽງທີ່ບໍ່ຈົມນ້ຳ ຫຼື ຟູຂຶ້ນມາໜ້ານ້ຳ. ກັບຕັນ Ian Gebow ທີ່ເປັນນັກບິນສາຍການບິນພານິດ ກ່າວດັ່ງນີ້:
” ຖ້າຫາກເຮົາສາມາດອອກແບບ ໃຫ້ມັນຟູຂຶ້ນມາໜ້ານ້ຳໄດ້ ໂດຍມີເຄື່ອງບອກ
ບ່ອນຢູ່ແບບໃດແບບນຶ່ງຕິດຢູ່ນຳ ທີ່ທັງສາມາດມອງເຫັນໄດ້ ຫລືບອກໃຫ້ຮູ້ໂດຍເຄື່ອງເອເລັກໂຕຣນິກນັ້ນ ຂ້າພະເຈົ້າຄຶດວ່າ ທັງສອງຢ່າງນີ້ ຈະຊ່ອຍເລັ່ງ
ລັດຂັ້ນຕອນ ໃນການຊອກຫາໃຫ້ໄວຂຶ້ນ ແລະປະຢັດເງິນໄວ້ໄດ້ຫຼາຍໆລ້ານ
ດອນລາ ທີ່ໃຊ້ຈ່າຍໃນການຊອກຄົ້ນນັ້ນ.”
ການຊອກຄົ້ນຫາຖ້ຽວບິນ MH370 ໄດ້ສິ້ນເປືອງຄ່າໃຊ້ຈ່າຍຫຼາຍທີ່ສຸດ ໃນປະຫວັດສາດ
ການບິນ ຄືປະມານ 90 ລ້ານກ່ວາດອນລາ.
ພວກນັກຊ່ຽວຊານເຫັນພ້ອມນຳກັນວ່າ ເຫດການເຮືອບິນຫາຍສາບສູນໄປນັ້ນແມ່ນບໍ່ສູ້
ເກີດຂຶ້ນ ແຕ່ມັນກໍສາມາດເກີດຂຶ້ນໄດ້ອີກຢູ່.
ພວກເຂົາເຈົ້າກ່າວວ່າ ຄວາມເປັນໄປໄດ້ນັ້ນຈະໝົດໄປ ເມື່ອໃດທີ່ມີຕິດຕັ້ງເທັກໂນໂລຈີ
ໃໝ່ນີ້ ໃສ່ພວກເຮືອບິນໃໝ່ ຊຶ່ງຈະມີຂຶ້ນພາຍໃນ 7 ປີ ຂ້າງໜ້າ.