ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ໂຕ້ຖຽງກັນຢ່າງໃຫຍ່ ກ່ຽວກັບການ ເລືອກເອົາ ສະມາຊິກສານສູງສຸດ ສະຫະລັດ


Senate Battle Brewing Over Trump Supreme Court Pick
please wait

No media source currently available

0:00 0:02:53 0:00

ການ​ຕໍ່ສູ້​ກ່ຽວ​ກັບ​ການ​ຮັບ​ຮອງ​ເອົາການສະເໜີ​ແຕ່ງຕັ້ງ ໃຫ້ຜູ້​ພິພາກສາລັດຖະບານກາງ
Neil Gorsuch ເຂົ້າ​ຮັບ​ຕຳ​ແໜ່​ງ ​ເປັນ​ຜູ້​ພິພາກສາສານສູງສຸດຂອງປະທານາທິບໍດີ Donald Trump ນັ້ນ ກຳ​ລັງ​ຝົດ​ເດືອດຢູ່​ໃນ​ສະພາ​ສູງສະຫະລັດ. ສະມາຊິກພັກເດໂມ
ແຄຣັດຈຳນວນນຶ່ງໄດ້ພາກັນຕໍ່ຕ້ານຜູ້​ພິພາກ ສາ Gorsuch ແລະປະທານາທິບໍດີ Trump ກຳລັງຮຽກຮ້ອງໃຫ້ສະມາຊິກພັກຣີພັບບລິກັນ ປ່ຽນກົດລະບຽບສະພາສູງ ຖ້າຫາກມີ ຄວາມຈຳເປັນ ເພື່ອ​ໃຫ້​ການຄໍ້າປະກັນວ່າ ຜູ້​ທີ່​ທ່ານເລືອກຖືກ​ຮັບຮອງ​ເອົາ. ນັກຂ່າວແຫ່ງ ຊາດ ຂອງ​ ວີ​ໂອ​ເອ Jim Malone ມີລາຍງານກ່ຽວ​ກັບ​ເລື່ອງ​ນີ້ຈາກວໍຊິງຕັນ ຊຶ່ງ ກິ່ງສະຫວັນ ຈະນຳ​ເອົາ​ລາຍ​ລະອຽດມາສະເໜີທ່ານ.

ຜູ້ພິພາກສາສານອຸທອນ ຂອງລັດຖະບານກາງ ທ່ານ Neil Gorsuch ກຳລັງຢ້ຽມຢາມ ລັດຖະສະພາ ​ໂດຍ​ທຳ​ການພົບປະກັບບັນດາສະມາຊິກສະພາສູງ ຮວມທັງຜູ້ນໍາສຽງສ່ວນ
ຫລາຍ​ໃນສະພາສູງ ທ່ານ Mitch McConnel.

ທ່ານ McConnel ກ່າວວ່າ “ຂ້າພະເຈົ້າຄິດວ່າ ປະທານາທິບໍດີໄດ້ແຕ່ງຕັ້ງບຸກຄົນທີ່ດີ ເລີດ ແລະພວກເຮົາທັງໝົດພາກັນມີຄວາມຕື່ນເຕັ້ນ ແລະຫວັງ​ວ່າຂັ້ນຕອນ​ໃນ​ການ​ຮັບ
ຮອງ​ເອົາຈະ​ເລີ້ມຂຶ້ນ.”

ປະທານາທິບໍດີ Trump ກ່່າວວ່າ ທ່ານໄດ້ສະເໜີ​ແຕ່ງຕັ້ງ ທ່ານ Gorsuch ​ແມ່ນ​ເພື່ອ​ເຮັດ​ຕາມຄຳໝັ້ນສັນຍາ ໃນການໂຄສະນາຫາສຽງຂອງທ່ານ ທີ່ຈະສະເໜີເອົາບຸກຄົນ​ທີ່​ນິຍົມ​ແນວທາງເດີມ​ແທ້ໆ​ເຂົ້າມາ​ນັ່ງຢູ່ໃນສານສູງສຸດ.

ທ່ານ Gorsuch ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເປັນຜູ້​ພິພາກສາທີ່​ເປັນອິດສະຫລະ ຖ້າ ຫາກຖືກຮັບຮອງ​ເອົາ.

ຜູ້ພິພາກສາ Gorsuch ກ່າວວ່າ “ເວລາໃດທີ່ພວກເຮົາຜູ້​ພິພາກສາ ພາກັນນຸ່ງຜ້າຄຸມ ສານເຂົ້າໄປ​ແລ້ວ ມັນບໍ່ໄດ້ເຮັດໃຫ້ເຮົາສະຫລາດຂຶ້ນກວ່າເກົ່າ. ແຕ່ມັນກໍ ເປັນເຄື່ອງ ​ເຕືອນ​ຄວາມຊົງຈໍາ ໃນສິ່ງທີ່ຄາດຫວັງຈາກພວກເຮົາ ນັ້ນກໍ​ຄື​ຄວາມ​ບໍ່ລຳອຽງ ​ແລະ ຄວາມເປັນອິດສະຫລະ ມິດຕະພາບ​ ລະຫວ່າງ​ເພື່ອນ​ຮ່ວມ​ງານ ແລະຄວາມກ້າຫານ.”

ແຕ່ວ່າບັນດາສະມາຊິກສະພາສູງພັກເດໂມແຄຣັດ ໄດ້ພາກັນກຽມພ້ອມ​ແລ້ວທີ່ຈະຕໍ່ສູ້. ບາງ​ຄົນໄດ້ຕໍ່ຕ້ານທ່ານ Gorsuch ​ໂດຍທັງໝົດ.

ທ່ານ Chuck Schumer ຜູ້ນຳພັກເດໂມແຄຣັດ​ໃນ​ສະພາ​ສູງ ກ່າວວ່າ “ລັດ ຖະບານນີ້ ຢ່າງໜ້ອຍກໍຢູ່ໃນການເລີ້ມຕົ້ນ ປາກົດວ່າ ມີຄວາມເຄົາລົບໜ້ອຍລົງຕໍ່ການ​ປົກຄອງ​ດ້ວຍ​ຕົວ​ບົດກົດໝາຍ ກວ່າ​ລັດຖະບານ​ຊຸດ​ອື່ນໆ ທີ່ມີຢູ່ໃນຄວາມຊົງຈຳໃດ ແລະກໍທ້າ ທາຍຕໍ່ລັດຖະທໍາມະນູນໃນວິທີໆບໍ່ເຄີຍມີມາກ່ອນ.”

ບັນດາສະມາຊິກພັກເດໂມແຄຣັດສາມາດພະຍາຍາມຂັດຂວາງທ່ານ Gorsuch ໂດຍ
ການຖ່ວງເວລາຫຼື filibuster ອັນເປັນວິທີການຂອງສະພາສູງ ທີ່ໄດ້ໃຊ້ໃນການກຳຈັດ
ບັນດາຜູ້ຖືກສະເໜີ​ແຕ່ງ​ຕັ້ງ​ໃນຄັ້ງກ່ອນໆ.

ສະມາຊິກພັກຣີພັບບລິກກັນກຳສຽງ​ສ່ວນ​ຫຼາຍຢ່າງໝິ່ນໆຢູ່​ໃນ​ສະພາ​ສູງ 52 ຕໍ່ 48 ແລະ ຕ້ອງໃຊ້ 60 ຄະແນນສຽງ ຈຶ່ງ​ຈະສາມາດເອົາຊະນະການຖ່ວງ​ເວລາ​ໄດ້.

ສະມາຊິກພັກຣີພັບບິກັນຈຳນວນນຶ່ງກ່າວວ່າ ເຂົາເຈົ້າ​ເຕັມໃຈທີ່ຈະນຳໃຊ້​ໃນອັນທີ່ຮ້ອງວ່າ “ທາງເລືອກນິວເຄລຍ” ​ໂດຍ​ຈະປ່ຽນກົດລະບຽບຂອງສະພາສູງ​ເພື່ອ ກຳຈັດ​ການ​ຖ່ວງ​ເວລາ.

ຢູ່ທີ່ທຳນຽບຂາວ ປະທານາທິບໍດີ Trump ບໍ່ໄດ້ປະຄວາມສົງໄສ​ໃດໆ​ໄວ້​ເລີຍທີ່ວ່າ ທ່ານ
ຈະຊຸກຍູ້​ໃຫ້ຜູ້ນຳພັກຣີພັບບລິກັນ ທ່ານ McConnel ປ່ຽນກົດລະບຽບຂອງສະພາສູງ
ຖ້າຫາກມີຄວາມຈຳເປັນ ​ເພື່ອ​ຮັບຮ​ອງ​ເອົາ ​ການ​ແຕ່ງຕັ້ງທ່ານ Gorsuch.

ປະທານາທິບໍດີ Trump ກ່າວວ່າ “ແຕ່ຖ້າຫາກວ່າ ພວກເຮົາຈົບລົງ​ໃນ​ສະພາບ ທີ່​ບໍ່​ໄປ​ບໍ່ມາ ຂ້າພະເຈົ້າຈະກ່າວວ່າ ຖ້າຫາກເປັນໄປໄດ້ທ່ານ Mictch ຄວນ​ນຳ ​ໃຊ້​ທາງ​ເລືອ​ກນິວເຄລຍ.”

​ໃນປີກາຍນີ້ ສະມາຊິກພັກຣີພັບບລິກັນ ​ໄດ້​ຂັດຂວາງການ​ແຕ່ງຕັ້ງຂອງປະທານາທິບໍດີ
Barack Obama ​ໃຫ້ທ່ານ Merrick Garland ​ເປັນ​ຜູ້​ພິພາກສາສານ​ສູງ​ສຸດ ຊຶ່ງ​ໄດ້​
ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່ສະມາຊິກພັກເດໂມແຄຣັດ.

ການອະພິປາຍຢູ່ສະພາສູງ ຊຶ່ງ​ຈະມີຂຶ້ນກ່ຽວກັບການ​ແຕ່ງຕັ້ງທ່ານ Gorsuch ​ແມ່ນເປັນ​ເທື່ອຫລ້າສຸດ​ໃນ​ການ​ຖົກ​ຖຽງທາງດ້ານການເມືອງທີ່​ມີ​ມາ​ເປັນ​ລຳດັບ ​ໃນການສະເໜີ​ແຕ່ງຕັ້ງຢູ່ສານສູງສຸດທີ່ເລີ້ມດ້ວຍການຕໍ່ສູ້​ກັນ​ໃນປີ 1987 ກ່ຽວກັບ​ແຕ່ງຕັງຜູ້ພິພາສາ Robert Bork.

ທ່ານ Bork ໄດ້ຖືກສະເໜີໂດຍປະທານາທິບໍດີ Ronald Reagan ແຕ່ວ່າສະມາຊິກພັກ
ເດໂມແຄຣັດ ລົງຄະແນນສຽງຄັດຄ້ານຢູ່ສະພາສູງ.

ສະມາຊິກສະພາສູງ Harry Reid ກ່າວວ່າ “ເຫັນດີ 42 ບໍ່ເຫັນດີ 58 ດັ່ງນັ້ນ ການ​ແຕ່ງຕັ້ງຈຶ່ງ​ບໍ່​ໄດ້​ຮັບ​ການ​ຢືນຢັນ.”

ການຕໍ່ສູ້ທີ່​ດຸ​ເດືອດອີກຄັ້ງນຶ່ງມີຂຶ້ນໃນປີ 1991 ເວລາສະມາຊິກພັກເດໂມແຄຣັດ ສອບ
ຖາມຜູ້ຖືກສະເໜີ​ແຕ່ງຕັ້ງ ທ່ານ Clarence Thomas ກ່ຽວກັບການກ່າວຫາຕ່າງໆທີ່ພິ
ສູດບໍ່ໄດ້ ທີ່​ພົວພັນ​ກັບເລື່ອງສ່ວນໂຕ ​ໃນລະຫວ່າງການຮັບຟັງຄຳໃຫ້ການຕໍ່ສະພາສູງ.
ທ່ານ Thomas ​ໃນ​ທີ່​ສຸດ​ກໍ​ໄດ້​ຖືກ​ຮັບຮອງ​ເອົາ ​ແລະ​ເວລາ​ນີ້ ຍັງ​ຮັບ​ໜ້າ​ທີ່ຢູ່​ໃນ​ສານສູງ​ສຸດ.

ຜູ້​ພິພາກສາສານສູງສຸດ Thomas ກ່າວວ່າ “ນີ້ແມ່ນການຫລິ້ນລະຄອນສັດ. ມັນເປັນ​ເລື່ອງ​ໜ້າອັບອາຍແກ່ປະເທດຊາດ.”

ຖ້າຫາກຖືກຮັບຮອງ​ເອົາ ທ່ານ Gorsuch ຈະເຂົ້າ​ໄປ​ນັ່ງ​ແທນ​ບ່ອນນັ່ງ ທີ່ຜູ້ພິ ພາກສາ Antonin Scalia ທີ່ໄດ້ເສຍຊີວິດ​ໄປຢ່າງກະທັນຫັນ​ປີກາຍນີ້ເຄີຍ​ນັ່ງ​ມາ​ກ່ອນ. ທ່ານ Scalia ໄດ້ຖືກພິຈາລະນາວ່າ ເປັນນັກ​ຄິດຊັ້ນ​ແນວ​ໜ້າ ​ຂອງ ພວກ​ນິຍົມ​ແນວທາງ ຢູ່​ ສານ​ສູງ​ສຸດ ແລະເປັນບຸກຄົນທີ່ທ່ານ Gorsuch ໄດ້ຍ້ອງຍໍ ລະຫວ່າງການປະກາດ ຢູ່ ພິທີທີ່ທຳນຽບຂາວ.

XS
SM
MD
LG