ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໄບເດັນ ເປັນຝ່າຍບຸກ ໃນການໂຄສະນາຫາສຽງ ບໍ່ເທົ່າໃດວັນ ກ່ອນການເລືອກຕັ້ງ, ໃນຂະນະທີ່ຍັງຮັກສາ ຄະແນນນຳໜ້າ ໃນການຢັ່ງຫາງສຽງ


ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ໋ງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສໃນລະຫວ່າງການໂຄສະນາຫາສຽງໃນນະຄອນ ແອັດແລນຕ້າ, ລັດ ຈໍເຈຍ. 27 ຕຸລາ, 2020.
ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ໋ງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສໃນລະຫວ່າງການໂຄສະນາຫາສຽງໃນນະຄອນ ແອັດແລນຕ້າ, ລັດ ຈໍເຈຍ. 27 ຕຸລາ, 2020.

ນຶ່ງອາທິດກ່ອນການເລືອກຕັ້ງວັນທີ 3 ພະຈິກ, ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິ ບໍດີ ສັງກັດເດໂມແຄຣັດ ທ່ານ ໂຈ ໄບເດັນ ແມ່ນກຳລັງທຳຄວາມພະຍາຍາມເປັນພິເສດໃນບັນດາລັດທີ່ອຽງໄປຫາພັກຣີພັບບລີກັນ, ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ພະຍາຍາມທຳການປ້ອງກັນຕົນເອງ, ໂດຍເພັ່ງເລັງໃສ່ບັນດາລັດທີ່ທ່ານໄດ້ຊະນະໃນປີ 2016 ແຕ່ການຢັ່ງຫາງສຽງ ໃນປັດຈຸບັນນີ້ໄດ້ສະແດງໃຫ້ເຫັນວ່າກຳລັງມີຄະແນນຕາມຫຼັງ.

ໃນວັນອັງຄານວານນີ້, ທ່ານ ໄບເດັນ ໄດ້ທຳການຢຸດແວ່ໂຄສະນາຫາສຽງສອງແຫ່ງໃນລັດ ຈໍເຈຍ, ເຊິ່ງແມ່ນລັດທີ່ບໍ່ໄດ້ໃຫ້ການສະໜັບສະໜູນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມແຄຣັດ ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ. ທ່ານມີແຜນທີ່ຈະໄປຢ້ຽມຢາມລັດ ໄອໂອວາ, ຟລໍຣິດາ, ວິສຄອນຊິນ ແລະ ມິຊິແກນ ໃນທ້າຍອາທິດນີ້. ທ່ານ ທຣຳ ໄດ້ຊະນະໃນລັດທີ່ວ່ານັ້ນເມື່ອປີ 2016, ແຕ່ພັກເດໂມແຄຣັດເຊື່ອວ່າ ທ່ານມີໂອກາດທີ່ຈະຊະນະໃນລັດດັ່ງກ່າວ ໃນປີ 2020 ນີ້.

ບັນດານັກວິເຄາະເວົ້າວ່າ ການບຸກເຂົ້າໄປໃນລັດທີ່ເອີ້ນວ່າ “ລັດສີແດງ” ຂອງ ທ່ານ ໄບເດັນ ຄືລັດ ຈໍເຈຍ ແລະ ໄອໂອວາ ນັ້ນເປັນສັນຍານຂອງຄວາມໝັ້ນໃຈວ່າການໂຄສະນາຫາສຽງຂອງທ່ານ ແມ່ນ ໄດ້ຂະຫຍາຍແຜນທີ່ການເລືອກຕັ້ງ. ຖ້າທ່ານສາມາດໄດ້ຊະນະໃນລັດທີ່ເອີ້ນວ່າ “ລັດສີຟ້າ”, ບັນດາລັດທີ່ມີລະດັບການສະໜັບສະໜູນສອງພັກການເມືອງທີ່ສຳຄັນທີ່ເທົ່າທຽມກັນ ແລະ ເຂດທີ່ໝັ້ນສອງສາມແຫ່ງຂອງພັກຣີພັບບລີກັນໄດ້, ໄຊຊະນະຂອງທ່ານໃນຄະນະຜູ້ແທນລັດ ທີ່ລົງຄະແນນສຽງການເລືອກປະທານາທາທິບໍດີຈະໃຫຍ່ກວ່າ, ແລະ ອາດເຮັດໃຫ້ທ່ານມີອຳນາດຫຼາຍກວ່າທີ່ຈະປົກຄອງປະເທດ.

ທ່ານ ແມັດທິວ ຄອນຕີເນັດຕີ, ນັກວິຊາການທີ່ສະຖາບັນວິສາຫະກິດ ອາເມຣິກັນ ໄດ້ກ່າວວ່າ “ໃນການເມືອງ, ເຈົ້າຈະຕ້ອງເປັນຝ່າຍບຸກຕະຫຼອດເວລາ. ແລະ ໃນພາກໃຕ້ທີ່ກຳລັງມີການປ່ຽນແປງ, ບ່ອນທີ່ປະຊາຊົນຢ່າງຫຼວງຫຼາຍ ແລະ ການລຸກຂຶ້ນຄັດຄ້ານຂອງປະຊາຊົນໃນເຂດຊານເມືອງຕໍ່ນິໄສຂອງປະທານາທິບໍດີ ທຣຳ ຈະເປັນປະໂຫຍດໃຫ້ແກ່ພັກເດໂມແຄຣັດ, ແລະ ທ່ານ ໂຈ ໄບເດັນ ຈະມີໂອກາດ.”

ຈາກການຢຸດແວ່ໂຄສະນາຫາສຽງຂອງທ່ານໃນລັດ ເພັນຊິລເວເນຍ ໃນວັນຈັນທີ່ຜ່ານມາ, ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານຈະຊະນະໃນລັດ ມິຊິແກນ, ວິສ-ຄອນຊິນ ແລະ ມິນເນໂຊຕ້າ. ທ່ານອະ ດີດຮອງປະທານາທິບໍດີຍັງໄດ້ກ່າວອີກວ່າ ທ່ານຄິດວ່າທ່ານ “ມີໂອກາດໃນການຕໍ່ສູ້” ໃນລັດ ໂອໄຮໂອ, ຄາໂຣໄລນາ ເໜືອ, ຈໍເຈຍ ແລະ ໄອໂອວາ ບ່ອນທີ່ການຢັ່ງຫາງສຽງສະແດງໃຫ້ເຫັນການ ແຂ່ງຂັນທີ່ສູສີກັນ.

ທ່ານ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ໄດ້ໝັ້ນໃຈເກີນໄປ ກ່ຽວກັບ ທຸກຢ່າງ, ຂ້າພະເຈົ້າມີແຕ່ຢາກຮັບປະກັນວ່າ ພວກເຮົາຈະສາມາດໄດ້ຮັບທຸກຄະແນນສຽງເທົ່າທີ່ສາມາດເຮັດໄດ້.” ແຕ່ນັກວິເຄາະບາງຄົນແມ່ນມີຄວາມສົງໄສ ກ່ຽວກັບ ແຜນຍຸດທະສາດຂອງທ່ານ ໄບເດັນ.

One week before the November 3 election, Democratic presidential nominee Joe Biden is making a push into Republican-leaning states, while President Donald Trump plays defense, focusing on states he won in 2016 but where polls now show him trailing.


On Tuesday, Biden is making two campaign stops in Georgia, a state not carried by a Democratic presidential contender since 1992. He plans to visit Iowa, Florida, Wisconsin and Michigan later this week. Trump won those states in 2016, but Democrats believe Biden has a chance to claim them in 2020.


Analysts say Biden’s foray into so-called “red” states like Georgia and Iowa is a sign of confidence that his campaign is expanding the electoral map. If he can carry so-called “blue” states, swing states and a few Republican strongholds, his victory in the Electoral College would be larger, potentially giving him a greater mandate to govern.


“In politics, you always want to be on offense,” said Matthew Continetti, a fellow at the American Enterprise Institute. “And in a changing South, where increases in population density and a suburban revolt against President Trump's personality benefit Democrats, Joe Biden has a chance.”

From his campaign stop in Pennsylvania on Monday, Biden said he would win Michigan, Wisconsin and Minnesota. The former vice president also said he thought he had a “fighting chance” in Ohio, North Carolina, Georgia and Iowa where polls show tight races.


“I am not overconfident about anything,” Biden said. “I just want to make sure we can earn every vote possible.” Some analysts question Biden’s strategy.

XS
SM
MD
LG