ຄະນະກຳມະການເລືອກຕັ້ງຂອງເວເນຊູເອລາ ກ່າວວ່າ ປະທານາທິບໍດີ ທ່ານນິໂຄລັສ
ມາດູໂຣ ຊຶ່ງພວມດຳລົງຕຳແໜ່ງຢູ່ ໃນປັດຈຸບັນ ໄດ້ຖືກເລືອກອີກຄັ້ງນຶ່ງ ເປັນສະໄໝ
ທີສອງ ໄລຍະ 6 ປີ.
ການເລືອກຕັ້ງ ໃນວັນອາທິດວານນີ້ ໄດ້ຖືກຂວ້ຳບາດ ຫຼືບໍ່ເຂົ້າຮ່ວມ ໂດຍພັກຝ່າຍຄ້ານ ໃນຂະນະທີ່ມີ “ພິທີການແຕ່ງຕັ້ງ” ຂອງຜູ້ນຳຜະເດັດການ ແລະການປະນາມຢ່າງຫຼວງ
ຫຼາຍ ຂອງປະຊາຄົມ ນານາຊາດ ຢູ່ນັ້ນ.
ທ່ານມາດູໂຣ ອາຍຸ 55 ປີ ອະດີດຄົນຂັບລົດໂດຍສານ ແມ່ນໄດ້ຖືກຄາດໝາຍວ່າ ຈະ
ຊະນະການເລືອກຕັ້ງ ເຖິງແມ່ນວ່າ ຈະເກີດວິກິດການ ໃນການຂາດແຄນອາຫານ
ການກິນ ແລະ ໄພເງິນເຟີ້ ໄດ້ເພີ່ມສູງຂຶ້ນ ໃນຂະນະທີ່ ການຜະລິດນ້ຳມັນ ກໍຫລຸດລົງ
ກໍຕາມ ເຊິ່ງໃນຄັ້ງນຶ່ງ ເຄີຍເປັນຜູ້ຜະລິດລາຍໃຫຍ່ທີ່ສຸດປະເທດນຶ່ງຂອງໂລກ ນັ້ນ.
ທ່ານມາດູໂຣ ໄດ້ບອກ ພວກທີ່ສະໜັບສະໜູນທ່ານ ຢູ່ໃນນະຄອນຫຼວງກາຣາກາສ ວ່າ
ໄຊຊະນະຂອງທ່ານ ນັ້ນ ແມ່ນເປັນ “ບັນທຶກປະຫວັດສາດ.”
ອະດີດຜູ້ປົກຄອງລັດ ທ່ານ ເຮັນຣີ ຟອລກອນ (Henri Falcon) ເປັນຜູ້ທ້າຊີງຄົນ
ສຳຄັນຂອງ ທ່ານມາດູໂຣ ແຕ່ໂອກາດຂອງທ່ານນັ້ນ ແມ່ນຖືກບັ່ນທອນ ໂດຍການມີໜ້າ
ຂອງຄູ່ແຂ່ງຄົນທີສອງ ຜູ້ສະໝັກທີ່ຕໍ່ຕ້ານ ທ່ານມາດູໂຣ ກໍຄື ນັກສອນສາສະໜາ ທ່ານ
ຮາວີແອຣ ເບີຣຕູຊີ (Javier Bertucci).
“ພວກເຮົາບໍ່ຍອມຮັບຮູ້ ຂະບວນການເລືອກຕັ້ງອັນນີ້ ວ່າ ຖືກຕ້ອງ ເປັນຈິງ” ທ່ານ
ຟອລກອນ ໄດ້ກ່າວໃນວັນອາທິດວານນີ້. ທ່ານກ່າວຕື່ມວ່າ “ສຳລັບພວກເຮົາແລ້ວ
ແມ່ນບໍ່ມີການເລືອກຕັ້ງເລີຍ. ພວກເຮົາຈະຕ້ອງມີການເລືອກຕັ້ງໃໝ່ ຢູ່ໃນ
ເວເນຊູເອລາ.”
ສ່ວນທ່ານເບີຣຕູຊີ ກໍຍັງໄດ້ຮຽກຮ້ອງໃຫ້ມີການລົງຄະແນນໃໝ່. ທ່ານ ຟອລກອນ ໄດ້
ປະນາມລັດຖະບານທີ່ໄດ້ເອົາພວກຕູບຜ້າສີແດງມາຕັ້ງຢູ່ໃກ້ໆ ໜ່ວຍເລືອກຕັ້ງທົ່ວ
ປະເທດ ບ່ອນທີ່ພວກຊາວເວເນຊູເອລາ ໄດ້ຖືກຂໍໃຫ້ສແກນ “ບັດປະຈຳໂຕ” ຂອງ
ພວກເຂົາເຈົ້າ ຫຼັງຈາກທີ່ໄດ້ປ່ອນບັດລົງຄະແນນ ໃນຄວາມຫວັງວ່າ ຈະໄດ້ຮັບລາງວັນ.
ບັດທີ່ທາງການອອກໃຫ້ ແມ່ນໄດ້ຖືກນຳໃຊ້ ເພື່ອຈະໄດ້ຮັບຜົນປະໂຫຍດຕ່າງໆ ທີ່ລວມ
ທັງ ພວກກ່ອງອາຫານ. ພວກວິຈານ ກ່າວວ່າ ການກະທຳດັ່ງກ່າວ ກໍຊ່ຳກັບວ່າ ເປັນ
ການຊື້ເອົາຄະແນນສຽງ.