ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ມາກຣົງ ເວົ້າວ່າ ທ່ານທຣໍາ ອາດຖອນ ສຫລ ອອກຈາກ ຂໍ້ຕົກລົງ ນິວເຄລຍ ກັບ ອີຣ່ານ


ປະທານາທິບໍດີຝຣັ່ງ ທ່ານເອມມານູຍແອລ ມາກຣົງ ຕອບ
ຄໍາຖາມຂອງນັກສຶກສາ ທີ່ມະຫາວິທະຍາໄລ ຈອດຈ໌ ວໍຊິງຕັນ (George Washington) ໃນນະຄອນຫລວງ ວໍຊິງຕັນ ຢູ່ໃນກອງປະຊຸມຕອບຄໍາຖາມ ທີ່ຈັດຂຶ້ນໃນວັນພຸດ ທີ 25
ເມສາ, 2018 ວານນີ້.
ປະທານາທິບໍດີຝຣັ່ງ ທ່ານເອມມານູຍແອລ ມາກຣົງ ຕອບ ຄໍາຖາມຂອງນັກສຶກສາ ທີ່ມະຫາວິທະຍາໄລ ຈອດຈ໌ ວໍຊິງຕັນ (George Washington) ໃນນະຄອນຫລວງ ວໍຊິງຕັນ ຢູ່ໃນກອງປະຊຸມຕອບຄໍາຖາມ ທີ່ຈັດຂຶ້ນໃນວັນພຸດ ທີ 25 ເມສາ, 2018 ວານນີ້.

ປະທານາທິບໍດີຝຣັ່ງ ທ່ານເອມມານູຍແອລ ມາກຣົງ ກ່າວໃນວັນພຸດ ວານນີ້ວ່າ ທ່ານ
ເຊື່ອວ່າ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳຈະໃຫ້ສະຫະລັດຖອນໂຕອອກ ຈາກຂໍ້ຕົກລົງນິວເຄລຍ ກັບອີຣ່ານ ທີ່ໃຫ້ລັດຖະບານເຕຫະຣ່ານ ຈຳກັດການພັດທະ ນາອາວຸດນິວເຄລຍນັ້ນ.

ທ່ານມາກຣົງ ໄດ້ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ໃນຕອນປິດທ້າຍ ການຢ້ຽມ
ຢາມສະຫະລັດ ຢ່າງເປັນທາງການເປັນເວລາ 3 ວັນນັ້ນວ່າ "ຂ້າພະເຈົ້າບໍ່ຮູ້ວ່າ ປະ
ຊາຊົນອາເມຣິກັນຈະຕັດສິນໃຈແບບໃດ ແຕ່ອີງຕາມການວິເຄາະ ທຸກຖ້ອຍຄໍາຂອງ
ປະທານາທິບໍດີທຣໍາ ບໍ່ໄດ້ເຮັດໃຫ້ຂ້າພະເຈົ້າເຊື່ອໄດ້ເລີຍວ່າ ທ່ານຈະເຮັດທຸກສິ່ງ ທຸກ
ຢ່າງເທົ່າທີ່ເຮັດໄດ້ ເພື່ອຈະສືບຕໍ່ ຢູ່ໃນຂໍ້ຕົກລົງ JCPOA ຊຶ່ງເປັນຂໍ້ຕົກລົງນິວເຄລຍ
ກັບອີຣ່ານນັ້ນ."

ທ. ເອມມານູຍແອລ ມາກຣົງກ່າວຄຳປາໄສຕໍ່ລັດຖະສະພາ ສຫລ ຄົບຄະນະໃນວັນທີ 25 ເມສາ 2018
ທ. ເອມມານູຍແອລ ມາກຣົງກ່າວຄຳປາໄສຕໍ່ລັດຖະສະພາ ສຫລ ຄົບຄະນະໃນວັນທີ 25 ເມສາ 2018

ເມື່ອຖືກຖາມວ່າ ການຕັດສິນໃຈເຊັ່ນນັ້ນຈະເປັນການສະແດງໃຫ້ເຫັນເຖິງຄວາມຫລົ້ມ
ແຫລວຂອງສ່ວນຕົວບຸກຄົນຫລືບໍ່ນັ້ນ ທ່ານມາກຣົງ ເວົ້າວ່າ ບົດບາດຂອງທ່ານ ບໍ່ແມ່ນ
ເພື່ອໂນ້ມນ້າວໃຈທ່ານທຣໍາໃຫ້ "ຍ່າງຫັນຫລັງໃຫ້ຄໍາໝັ້ນ ໝາຍທີ່ທ່ານໄດ້ໃຫ້ໄວ້ ໃນ
ເວລາໂຄສະນາຫາສຽງດອກ, ແຕ່ກົງກັນຂ້າມ ຢາກໃຫ້ທ່ານພິສູດໃຫ້ຄົນຮູ້ວ່າ ຂໍ້ຕົກລົງ
ດັ່ງກ່າວກໍດີຢູ່.”

ກ່ອນໜ້ານັ້ນໃນວັນພຸດວານນີ້ ທ່ານມາກຣົງໄດ້ປະກາດໃນຄຳປາໄສຕໍ່ລັດຖະສະພາ
ຄົບຄະນະເປັນເວລາຍາວ 49 ນາທີວ່າ “ອີຣ່ານບໍ່ຄວນມີອາວຸດນີວເຄລຍ ຢູ່ໃນຄວາມ
ຄອບຄອງຈັກເທື່ອເລີຍ, ບໍ່ຄວນມີໃນ 5 ປີ, ໃນ 10 ປີ ຕໍ່ໜ້ານີ້, ບໍ່ຄວນມີເລີຍ.”

ທ່ານທຣໍາມີກໍານົດທີ່ຈະຕັດສິນໃຈວ່າ ຈະໃຫ້ການຍົກເລີກການລົງໂທດຕໍ່ອີຣ່ານ ອີກຕໍ່
ໄປຫລືບໍ່ໃນເດືອນໜ້ານີ້. ຂໍ້ຕົກລົງດັ່ງກ່າວໄດ້ຍົກເລີກການລົງໂທດແກ່ເຕ ຫະຣ່ານເພື່ອ
ເປັນການແລກປ່ຽນກັບການຈໍາກັດການພັດທະນາອາວຸດນິວເຄລຍຂອງປະເທດນັ້ນ.

ປະທານາທິບໍດີສະຫະລັດເອີ້ນຂໍ້ຕົກລົງດັ່ງກ່າວວ່າ “ບໍ່ສົມເຫດສົມຜົນ” ແລະ "ເປັນຕາ
ຢາກຫົວ" ແລະທ່ານກໍໄດ້ນາບຂູ່ວ່າ ຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວນັ້ນ.

ປ. ມາກຣົງ ເດ່ມືໄປຈັບ ປ. ທຣໍາ ໃນຂະນະທີ່ທ່ານກ່າວຢູ່ໃນກອງປະຊຸມຖະແຫລງຂ່າວຮ່ວມກັນ ຢູ່ທໍານຽບຂາວ ໃນວັນທີ 24 ເມສາ, 2018
ປ. ມາກຣົງ ເດ່ມືໄປຈັບ ປ. ທຣໍາ ໃນຂະນະທີ່ທ່ານກ່າວຢູ່ໃນກອງປະຊຸມຖະແຫລງຂ່າວຮ່ວມກັນ ຢູ່ທໍານຽບຂາວ ໃນວັນທີ 24 ເມສາ, 2018

ກົງກັນຂ້າມ ທ່ານມາກຣົງ ກັບໄດ້ຮຽກຮ້ອງໃຫ້ມີການເຈລະຈາຂໍ້ຕົກລົງຄັ້ງໃໝ່ກັບອີຣ່ານ
ອີກ ກ່ຽວກັບການທົດລອງລູກສອນໄປ ຂີປະນາວຸດຂອງເຕຫະຣ່ານ ແລະການທີ່ປະເທດ
ດັ່ງກ່າວເຂົ້າໄປກ່ຽວຂ້ອງທາງທະຫານຢູ່ໃນຊີເຣຍ, ເຢເມນ,ເລບານອນ ແລະອີຣັກນັ້ນ.

ສະມາຊິກຈາກທັງສອງພັກຢູ່ໃນລັດຖະສະພາໄດ້ຊົມເຊີຍໃນທັນທີທັນໃດໃນຂະນະທີ່ທ່ານ
ມາກຣົງໄດ້ກ່າວຍົກຍ້ອງປະຫວັດຂອງສະຫະລັດໃນເລື່ອງສົ່ງເສີມການພົວພັນຫລາຍຝ່າຍ
ໂດຍໄດ້ເວົ້າວ່າ ຢູໂຣບແລະສະຫະລັດຕ້ອງໄດ້ຕໍ່ສູ້ຮ່ວມກັນກັບ “ໄພຂົ່ມຂູ່ແລະບັນຫາທ້າ
ທາຍໃໝ່” ຂອງສັດຕະວັດທີ 21 ນີ້.

ທ່ານມາກຣົງຈັບມືກັບບນດາສະມາຊິກສະພາ ພາຍຫລັງກອງປະຊຸມຖະແຫລງຂ່າວ ຢູ່ໃນຕຶກຫ້ອງການ ລັດຖະສະພາ ສຫລ ໃນວັນທີ 25 ເມສາ 2018
ທ່ານມາກຣົງຈັບມືກັບບນດາສະມາຊິກສະພາ ພາຍຫລັງກອງປະຊຸມຖະແຫລງຂ່າວ ຢູ່ໃນຕຶກຫ້ອງການ ລັດຖະສະພາ ສຫລ ໃນວັນທີ 25 ເມສາ 2018

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG