ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນການ​ລົງ​ປະ​ຊາ​ມະຕິ​ ປ່ຽນ​ຊື່​ປະ​ເທດ ມາ​ເຊ​ໂດ​ເນຍ ມີ​ຜູ້​ອອກ​ ໄປ​ລົງ​ຄະ​ແນນ​ສຽງ​ ໜ້ອຍ​ດຽວ


ປະ​ຊາ​ຊົນ​ຊອກ​ຫາ​ຊື່​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ບັນຊີ ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄປ​ປ່ອນ​ບັດ​ ເພື່ອ​​ລົງ​ປະ​ຊາ​ມະ​ຕິ ໃນ​ການ​ປ່ຽນ​ຊື່​ຂອງ​ປະ​ເທດ ມາ​ເຊ​ໂດ​ເນຍ, ນະ​ຄອນຫຼວງ ສ​ກົບ​ເຈ, ປະ​ເທດ ມາ​ເຊ ​ໂດ​ເນຍ. 30 ກັນ​ຍາ, 2018.
ປະ​ຊາ​ຊົນ​ຊອກ​ຫາ​ຊື່​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ບັນຊີ ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄປ​ປ່ອນ​ບັດ​ ເພື່ອ​​ລົງ​ປະ​ຊາ​ມະ​ຕິ ໃນ​ການ​ປ່ຽນ​ຊື່​ຂອງ​ປະ​ເທດ ມາ​ເຊ​ໂດ​ເນຍ, ນະ​ຄອນຫຼວງ ສ​ກົບ​ເຈ, ປະ​ເທດ ມາ​ເຊ ​ໂດ​ເນຍ. 30 ກັນ​ຍາ, 2018.

ປະ​ຊາ​ຊົນ ມາ​ເຊ​ໂດ​ເນຍ ບໍ່​ເທົ່າ​ໃດ​ຄົນ​ ໄດ້​ອອກ​ໄປ​ລົງ​ຄະ​ແນນ​ສຽງ​ ໃນ​ການ​ລົງ​ປະ​ຊາ
ມະຕິ ກ່ຽວກັບວ່າ ຈະປ່ຽນຊື່ຂອງປະເທດຂອງເຂົາເຈົ້າຫຼືບໍ່, ເປັນການເຄື່ອນໄຫວທີ່
ອາດເປີດຊ່ອງທາງໃຫ້ເຂົາເຈົ້າ ໄດ້ເຂົ້າເປັນສະມາຊິກອົງການ ເນໂຕ ແລະ ສະຫະ
ພາບ ຢູໂຣບ.

ອີງ​ຕາມ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ນັ້ນ, ມີ​ຜູ້​ມີ​ສິດ​ລົງ​ຄະ​ແນນ​ສຽງ​ພຽງ​ນຶ່ງ​ສ່ວນ​ສາມ​ເທົ່າ​
ນັ້ນ ທີ່ໄປປ່ອນບັດ ຂອງເຂົາເຈົ້າ ໃນວັນອາທິດວານນີ້. ແຕ່ຫຼາຍກວ່າ 90 ເປີເຊັນຂອງ
ຜູ້ທີ່ໄດ້ໄປປ່ອນບັດນັ້ນ ແມ່ນສະໜັບສະໜູນການປ່ຽນຂອງປະເທດ ໄປເປັນ ມາເຊໂດ
ເນຍເໜືອ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ ​ຂອງ ມາ​ເຊ​ໂດ​ເນຍ ໄດ້​ກ່າວເມື່ອ​ສອງວັນຜ່ານ​ມາ​ວ່າ
ຜົນຂອງການລົງປະຊາມະຕິ ຈະຖືກປະກາດວ່າເປັນໂມຄະ ຖ້າຜູ້ທີ່ມີສິດເລືອກຕັ້ງຈຳ
ນວນຕ່ຳກວ່າ 50 ເປີເຊັນໄປລົງຄະແນນສຽງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເຊ​ໂດ​ເນຍ ທ່ານ ໂຊ​ຣານ ຊາ​ເອັ​ຟ, ຜູ້​ທີ່​ໄດ້​ເວົ້າ​ວ່າ​ທ່ານ​ຈະ​ລາ​
ອອກຈາກຕຳແໜ່ງ ຖ້າພວກທີ່ໄປປ່ອນບັດສ່ວນຫຼາຍໃນວັນອາທິດວານນີ້ຮັບຮອງເຫັນ
ດີກັບມາດຕະການນັ້ນ.

ທ່ານໄດ້ຊຸກຍູ້ໃຫ້ພວຫຜູ້ແທນທັງຫຼາຍ ພາກັນໃຫ້ສັດຕະຍາບັນ ແກ່ການປ່ຽນແປງທີ່
ຈຳເປັນສຳລັບລັດຖະທຳມະນູນ ເພື່ອໃຫ້ການຕົກລົງກັນສິ້ນສຸດລົງ.

ແນວ​ໃດ​ກໍ​ຕາມ, ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ອາ​ທິດ​ວານນີ້, ລັດ​ຖະ​ມົນ​ຕີ​ການ​
ຕ່າງປະເທດ ກຣີສ ໄດ້ກ່າວວ່າ ການຮັບຮອງເອົາຢ່າງຖ້ວມລົ້ນ ຂອງການລົງຄະແນນ
ສຽງ “ທີ່ມີການໂຕ້ແຍ້ງກັນ”, ແຕ່ມີຜູ້ອອກໄປປ່ອນບັດທີ່ມີຈຳນວນຕ່ຳນັ້ນ, ຈະເຮັດໃຫ້
ມາເຊໂດເນຍ ຕ້ອງເຄື່ອນໄຫວຢ່າງລະມັດລະວັງ “ເພື່ອຮັກສາໂອກາດທີ່ເປັນແງ່ບວກ
ຂອງຂໍ້ຕົກລົງໄວ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG