ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກອະນຸລັກ ຊາວເມືອງລິວິບ ຮັກສາອາຄານປະຫວັດສາດຕ່າງໆທ່າມກາງສົງຄາມ


Preservationists in Ukraine’s Lviv Work to Save Historic Buildings Amid War
please wait

No media source currently available

0:00 0:02:51 0:00

ລາຍງານກ່ຽວກັບ ການຮັກສາຄາຄານປະຫວັດສາດຕ່າງໆຂອງນັກອະນຸລັກຊາວເມືອງລິວິບ.

ໃນ​ຂະ​ນະ​ທີ່ບໍ່ມີໃຜຮູ້ວ່າເມື່ອໃດທີ່ສົງຄາມຢູ່ໃນຢູເຄຣນຈະສິ້ນສຸດລົງນັ້ນ, ກຸ່ມອາສະໝັກກຸ່ມນຶ່ງຢູ່ໃນພາກຕາເວັນຕົກຂອງປະເທດຢູເຄຣນ ທີ່ຮ້ອງວ່າ ນັກລົບແຫ່ງເມືອງລີວິບ ຫຼື Lviv Knights ໄດ້ພາກັນເຮັດ​ວຽກ​ນັບຕັ້ງແຕ່ປີ 2014 ເປັນ​ຕົ້ນ​ມາເພື່ອພະຍາຍາມຊ່ວຍຟື້ນຟູອາຄານປະຫວັດສາດທີ່ເກົ່າ ແກ່ ຕ່າງໆທີ່ອາດຈະປະສົບຄວາມ​ເສຍ​ຫາຍຈາກການດຳ​ເນີນ​ການທາງທະຫານ, ແລະໃນເວລາດຽວກັນກໍໄດ້ຊ່ວຍທະຫານຢູເຄຣນ ດ້ວຍ​ການຮວບຮວມເອົາອຸປະກອນໃດໆກໍຕາມທີ່ພວກເຂົາເຈົ້າສາມາດເຮັດໄດ້. ນັກ​ຂ່າວ​ວີ​ໂອ​ເອ ໂອເມລຽນ ໂອຊຸດ​ລຽກ (Omelyan Oshchudlyak) ມີລາຍງານເລື້ອງນີ້ ຈາກເມືອງ ລີວິບ ຂອງປະເທດຢູເຄຣນ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄມ້ຈຳ​ນວນ​ນຶ່ງ, ກອງໄຟ, ແລະ ໝໍ້ໜ່ວຍ​ນຶ່ງ ໝາຍ​ເຖິງຫຼັງຄາໃໝ່ສໍາລັບໂບດ ເກົ່າຢູ​ເຄ​ຣນ​ແຫ່ງ​ນຶ່ງ.

ຢູ່ໃນໝໍ້ ມັນມີນໍ້າມັນເຄື່ອງທີ່ຜ່ານການໃຊ້ມາແລ້ວ. ໄມ້ແຜ່ນ​ບາງໆກໍາລັງ ຖືກຕົ້ມຢູ່ໃນສ່ວນປະສົມເພື່ອໃຊ້ເປັນຫຼັງຄາກັນນໍ້າ, ເພື່ອປ່ຽນພວກມັນໃຫ້ເປັນ ແຜ່ນຫຼັງຄາອັນໃໝ່ສໍາລັບໂບດ.

ທ່ານ ແອນດຣີ ຊາລຽກ (Andriy Saliuk), ຈາກອົງກອນ Lviv Knight ກ່າວເປັນພາສາຢູເຄຣນວ່າ:

“ປູ່ຂອງຂ້າພະເຈົ້າເຄີຍສອນວ່າ ແຜ່ນ​ໄມ້​ມຸງຫຼັງຄາອັນນຶ່ງມີຄ່າເທົ່າກັບເຂົ້າຈີ່ ສີເທົານຶ່ງກ້ອນ. ພວກເຮົາມີແຜ່ນມຸງຫຼັງຄາ 22,000 ແຜ່ນສໍາລັບໂບດ.”

ເຖິງແມ່ນວ່າຈະມີສົງຄາມ, ແຕ່ນາຍແປພາສາ, ນັກຈິດຕະວິທະຍາ, ນັກການ ເງິນ, ນັກຂ່າວ, ນັກສຶກສາ, ຄູ, ນັກສະຖາປານິກ, ຜູ້ບູລະນະສ້ອມແປງ ແລະ ບັນດາໄອຍະການທັງຫຼາຍ ໄດ້ມາລວມໂຕກັນຢູ່ຊານເມືອງຂອງເມືອງ ລີວິບ ໃນທຸກໆເດືອນ ເພື່ອຮັກສາ ແລະ ສ້ອມແປງໂບດໄມ້ດັ່ງກ່າວໄວ້.

ນັບຕັ້ງແຕ່ປີ 2013 ເປັນ​ຕົ້ນ​ມາ, ທ່ານ ແອນດຣີ ຊາລຽກ ພ້ອມດ້ວຍໝູ່ເພື່ອນ ຂອງລາວໄດ້ພາກັນພະຍາຍາມບູລະນະໂບດແຫ່ງນີ້ຜ່ານການບໍລິຈາກຂອງສາ ທາລະນະຊົນ.

ເພື່ອປົກປ້ອງອາຄານດັ່ງກ່າວຈາກຄວາມຊຸ່ມຂອງນໍ້າ, ພວກເຂົາເຈົ້າຫຸ້ມໂບດ ແຫ່ງນີ້ດ້ວຍແຜ່ນຟີມພິເສດ, ແລະກໍບູລະນະສ້ອມແປງຫໍລະຄັງຂອງໂບດ.

ທ່ານນາງ ນາທາເລຍ ໂຄດານ (Natalya Khodan), ຈາກອົງກອນ Lviv Knight ກ່າວເປັນພາສາຢູເຄຣນວ່າ:

“ຂ້າພະເຈົ້າມັກປີນຂຶ້ນໄປຫໍລະຄັງ ແລ້ວແນມເບິ່ງທິວທັດຂອງເມືອງ.”

ກຸ່ມເມກຂອງຄັວນສີດໍາ ແມ່ນ​ສາມາດແນມໄດ້ເຫັນຈາກຫໍລະຄັງໃນສອງ​ສາມ​ວັນຕໍ່ມາ. ລູກສອນໄຟຂອງ ຣັດເຊຍ ໄດ້ຕົກລົງໃສ່ໂຮງໄຟ​ຟ້າທີ່ຢູ່ຫ່າງຈາກ ໂບດດັ່ງກ່າວພຽງແຕ່ 10 ກິໂລແມັດເທົ່ານັ້ນ.

ກຸ່ມ Lviv Knight, ເຊິ່ງເປັນກຸ່ມອາສາສະໝັກຂອງ ທ່ານ ຊາລຽກ ໄດ້ເລີ້ມຕົ້ນ ໃຫ້ຄວາມຊ່ວຍເຫຼືອແກ່ກອງກໍາລັງທະຫານຂອງຢູເຄຣນ ນັບຕັ້ງແຕ່ປີ 2014 ເມື່ອ ຣັດເຊຍ ເຂົ້າໄປຮຸກຮານແຫຼມໄຄຣເມຍ.

ພວກເຂົາເຈົ້າໄດ້ສົ່ງອຸປະກອນສໍາລັບການແນມເຫັນໃນຕອນກາງຄືນ, ກ້ອງ​ສ່ອງຄື້ນຄວາມຮ້ອນ, ກ້ອງສ່ອງທາງໄກສອ​ງ​ຕາ, ກ້ອງສ່ອງທາງໄກຕາດຽວ, ກ້ອງສ່ອງສໍາລັບຂອບເຂດ, ກ້ອງສ່ອງຂອງເຮືອດໍານໍ້າ, ສະຖານີ​ອຸ​ຕຸ​ນິ​ຍົມ, ເຮືອບິນບໍ່ມີຄົນຂັບ ແລະບາງຄັ້ງກໍແມ່ນຍານພາຫະນະສໍາລັບອອກແນວໜ້າ. ທ່ານ ຊາ​ລຽກ ກ່າວ​ວ່າ ມັນບໍ່ຫຼາຍເລີຍ, ແຕ່ເຄື່ອງ​ຂອງ​ແນວ​ລະ​ເລັກ​ລະ​ນ້ອຍຈະຊ່ວຍໄດ້.

ທ່ານຊາລຽກ ມີປະສົບການໃນການເປັນອາສາສະໝັກນັບຕັ້ງແຕ່ປີ 1990 ໃນລະຫວ່າງການປະຕິວັດ ກ​ຣາໄນທ໌ (Granite), ເຊິ່ງເປັນການປະທ້ວງຂະໜາດໃຫຍ່ຄັ້ງທໍາອິດຂອງກຸ່ມນັກສຶກສາໃນນະ​ຄອນຫຼວງ ກີຢິບ ໃນຍຸກສະໄໝ ຂອງໂຊຫວຽດ. ທ່ານ ຊາລຽກ ໄດ້ສະໜອງຕູບ​ຜ້າ ແລະ ຖົງ​ນອນ​ໃຫ້​ຜູ້​ປະ​ທ້ວງ​ທີ່​ຕັ້ງ​ແຄັ້ມ​ໃນ​ບ່ອນ​ທີ່​ຮູ້​ຈັກ​ກັນ​ດຽວນີ້​ດັ່ງ​ກັບ​ຈະ​ຕຸ​ລັດ​ອິດ​ສະຫຼະ.

ປັດຈຸບັນ, ລາວໄດ້ຜັກດັນໃຫ້ຜູ້ຕິດຕາມຢູ່ໃນສື່ສັງຄົມອອນລາຍຂອງລາວ ບໍລິຈາກກ້ອງຖ່າຍພາບຄວາມຮ້ອນທີ່ເພແລ້ວ, ເຊິ່ງອົງການ Lviv Knight ຮູ້ວ່າຈະສ້ອມແປງແນວໃດ.

​ທ່ານ ສວີຢາໂຕສລາບວ໌ ພັບລຽກ (Svyatoslav Pavliuk), ອາສາສະໝັກ ຄົນນຶ່ງກ່າວເປັນພາສາຢູເຄຣນວ່າ:

“ແລະເມື່ອເຂົາ​ເຈົ້າໂທມາພວກເຮົາຕອນ 5 ໂມງເຊົ້າ ແລະ ເວົ້າວ່າ ເຈົ້າຮູ້ບໍ່ວ່າ ພວກເຂົາພະຍາຍາມຈອບເຂົ້າມາຫາພວກເຮົາໃນຍາມກາງຄືນ, ແຕ່ພວກເຮົາ ເຫັນເຂົາກ່ອນ, ບໍ່ດັ່ງນັ້ນພວກເຮົາທັງໝົດ 12 ຄົນຄືຊິບໍ່ລອດແລ້ວ. ເຈົ້າຮູ້ແມ່ນ ບໍ່ວ່າ ຄວາມພະຍາຍາມຂອງພວກເຮົາແມ່ນຄຸ້ມຄ່າຫຼາຍ.”

ຈາກຖົງນອນໄປຈົນຮອດກ້ອງສ່ອງພາບຄວາມຮ້ອນ ອັນໃດກໍຕາມທີ່ຈໍາເປັນ, ທ່ານຊາລຽກ ກ່າວວ່າ ທ່ານຈະເຮັດວຽກເພື່ອໃຫ້ໄດ້ສິ່ງຕ່າງໆເຫຼົ່ານັ້ນສົ່ງໄປໃຫ້ ນັກລົບຢູເຄຣນທີ່ຢູ່ແນວໜ້າ ຈົນກວ່າສົງຄາມຈະສິ້ນສຸດລົງ.

While there’s no knowing when the war in Ukraine will be over, one volunteer organization in western Ukraine – called Lviv Knights – has been working since 2014 trying to help restore old historical buildings that might have suffered from military action, and at the same time, help Ukrainian soldiers by collecting whatever equipment they can. Omelyan Oshchudlyak has the story from Lviv, Ukraine.

Some wood, an open fire, and a pot means a new roof for an old Ukrainian church.

Inside the pot there’s some used motor oil. Tapered pieces of wood are being boiled in the mixture to make them waterproof, turning them into new shingles for the church roof.

Andriy Saliuk, Lviv Knights, IN UKR

My grandfather once taught me that a shingle is worth as much as a loaf of gray bread. We have 22,000 shingles for the church.

Despite the war, entrepreneurs, psychologists, financiers, journalists, students, teachers, architects, restorers and prosecutors gather in the suburbs of Lviv every month to save this wooden church.

Since 2013, Andriy Saliuk, together with friends, has been trying to save the church through public donations.

To protect the building from moisture, they covered the church with a special film and restored its belfry.

Natalya Khodan, Lviv Knights, IN UKR

“I like to climb the belfry and watch the scenery.”

A cloud of black smoke could be seen from the bell tower a few days after. Russian missiles fell on energy facilities only 10 km from the church.

Saliuk’s volunteer group, Lviv Knights started helping Ukraine’s armed forces back in 2014 when Russia invaded Crimea.

They send night vision devices, thermal imagers, binoculars, monoculars, scopes, periscopes, weather stations, drones, and sometimes cars to the front lines. It’s not much, Saliuk says, but every little bit helps.

Saliuk got his first volunteer experience in 1990 during the Revolution on Granite, one of the first large-scale student protests in Kyiv in the Soviet era. Saliuk provided protesters camping in what is now known as Independence Square with tents and sleeping bags.

Today, he encourages his social media followers to donate damaged thermal imagers; the Lviv Knights know how to repair equipment.

Svyatoslav Pavliuk, Volunteerf, IN UKR

And when guys call you at 5am and say, ‘You know, they tried to sneak by us at night, but we noticed them, otherwise, the twelve of us would not have been alive, you know our efforts are worth it.”

From sleeping bags to thermal imagers, whatever is needed, Saliuk says he’ll work to get it to Ukrainian fighters on the front lines, until the war is over.

XS
SM
MD
LG