ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານເຕືອນວ່າ ໂຄງການເຂື່ອນຫຼວງພະບາງເທິງແລວແມ່ນໍ້າຂອງ ຕັ້ງຢູ່ເຂດຮອຍເລື່ອນທີ່ມີຄວາມສ່ຽງສູງທີ່ຈະເກີດແຜ່ນດິນໄຫວ


ແຜນທີ່ຂອງປະເທດລາວ ເຊິ່ງບອກກ່ຽວກັບເຂດຮອຍແຕກຂອງດິນ ທີ່ສາມາດເກີດແຜ່ນດິນໄຫວໃນອະນາຄົດໄດ້.
ແຜນທີ່ຂອງປະເທດລາວ ເຊິ່ງບອກກ່ຽວກັບເຂດຮອຍແຕກຂອງດິນ ທີ່ສາມາດເກີດແຜ່ນດິນໄຫວໃນອະນາຄົດໄດ້.

ຜູ້ຊ່ຽວຊານເຕືອນວ່າ ໂຄງການເຂື່ອນຫຼວງພະບາງ ເທິງແລວແມ່ນໍ້າຂອງ ຕັ້ງຢູ່ເຂດຮອຍເລື່ອນທີ່ມີຄວາມສ່ຽງສູງທີ່ຈະເກີດແຜ່ນດິນໄຫວ ແລະເປັນອັນຕະລາຍຕໍ່ຊີວິດຂອງປະຊາຊົນລາວໃນວົງກວ້າງ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ສະຖາບັນວິໄຈພູມສາດ ແລະມະນຸດສາດ ມະຫາວິທະຍາໄລຊິດນີຂອງອອສເຕຣເລຍ ໄດ້ໃຫ້ທັດສະນະວ່າ ບັນຫາທີ່ໜ້າກັງວົນໃຈທີ່ສຸດ ທີ່ກ່ຽວຂ້ອງໂດຍກົງ ກັບການກໍ່ສ້າງເຂື່ອນຫຼວງພະບາງເທິງແລວແມ່ນໍ້າຂອງກໍຄືຄວາມສ່ຽງສູງ ທີ່ຈະເກີດອັນຕະລາຍຕໍ່ຊີວິດຂອງປະຊາຊົນລາວຢ່າງກວ້າງຂວາງ ເພາະວ່າໂຄງການຕັ້ງຢູ່ເຂດຮອຍເລື່ອນແຜ່ນດິນໄຫວທີ່ຍັງມີພະລັງຄວາມຮ້ອນທີ່ສາມາດຈະເຮັດໃຫ້ເກີດແຜ່ນດິນໄຫວໄດ້ທຸກຍາມ ເຊິ່ງຖ້າຫາກວ່າໄດ້ມີເຫດແຜ່ນດິນໄຫວເກີດຂຶ້ນແທ້ ກໍຍ່ອມຈະສົ່ງຜົນກະທົບຕໍ່ໂຄງສ້າງເຂື່ອນຫຼວງພະບາງ ຢ່າງຫຼີກບໍ່ໄດ້, ດັ່ງນັ້ນ ຖ້າຫາກວ່າບໍ່ມີການສຶກສາສໍາຫຼວດ ກ່ຽວກັບບັນຫານີ້ຢ່າງຮອບດ້ານ ກໍຍິ່ງຈະເຮັດໃຫ້ປະຊາຊົນລາວຕ້ອງດໍາເນີນຊີວິດຢູ່ກັບການສ່ຽງໄພອັນຕະລາຍຈາກໂຄງການເຂື່ອນຫຼວງພະບາງ ຕະ ຫຼອດເວລານັ້ນເອງ, ດັ່ງທີ່ນັກຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ໄດ້ໃຫ້ ການຢືນຢັນວ່າ:

“ຜົນກະທົບອັນມະຫາສານສໍາລັບເຂື່ອນຫຼວງພະບາງກໍຄື ຄວາມກັງວົນກ່ຽວກັບຄວາມປອດໄພຂອງເຂື່ອນ, ຫຼວງພະບາງ ຢູ່ໃນຂົງເຂດທີ່ເປັນເສັ້ນຮອຍແຕກຂອງຊັ້ນຫິນຫຼືບໍ່ ແລະມີຄວາມກັງວົນກ່ຽວກັບບັນຫາຂອງແຜ່ນດິນໄຫວ, ເມື່ອພວກເຈົ້າມີເຂື່ອນຂະໜາດໃຫຍ່ ຢູ່ເໜືອພວກເຈົ້າຂຶ້ນໄປນັ້ນ ແລະພວກເຈົ້າເອງກໍບໍ່ຮູ້ວ່າແມ່ນຫຍັງຈະເກີດຂຶ້ນ. ປະຊາຊົນທີ່ອາໄສຢູ່ຫຼວງພະບາງອາດຈະດໍາລົງຊີວິດຢູ່ດ້ວຍຄວາມຢ້ານກົວ.”

ໂດຍອີງຕາມຂໍ້ມູນສະຖິຕິຂອງກົມອຸຕຸນິຍົມວິທະຍາຂອງໄທລາຍງານວ່າໃນຊ່ວງປີ 2019 ຫາປີ 2022 ທີ່ຜ່ານມາ ໄດ້ເກີດເຫດແຜ່ນດິນໄຫວ ໃນເຂດແຂວງພາກເໜືອຂອງລາວ ໂດຍສະເລ່ຍ 25 ຄັ້ງຕໍ່ປີ, ເຊິ່ງມີແຮງສັ່ນສະເທືອນເຖິງລະດັບ 6.4 ນັ້ນ ໄດ້ເກີດຂຶ້ນໃນປີ 2019 ຢູ່ເຂດແຂວງໄຊຍະບູລີ ແລະແຂວງຫຼວງພະບາງ ເຊິ່ງສາມາດຮັບຮູ້ແຮງສັ່ນສະເທືອນ ໄດ້ເຖິງນະຄອນຫຼວງວຽງຈັນ ແລະພາກອິສານຂອງໄທ ພ້ອມທັງຍັງມີຄວາມສ່ຽງທີ່ຈະກະທົບຕໍ່ເຂດເມືອງມໍລະ ດົກໂລກຫຼວງພະບາງອີກດ້ວຍ ເພາະວ່າທີ່ຕັ້ງຂອງເຂື່ອນຫຼວງພະບາງ ຢູ່ເໜືອເຂດເມືອງມໍລະດົກໂລກພຽງ 25 ກິໂລແມັດເທົ່ານັ້ນ, ເຊິ່ງຈະເຮັດໃຫ້ເກີດການປ່ຽນແປງ ທັງໃນດ້ານປະລິມານ ທິດທາງການໄຫຼ ແລະລະດັບຄວາມແຮງຂອງກະແສນໍ້າ ເຊິ່ງບໍ່ພຽງແຕ່ຈະສົ່ງຜົນກະທົບ ຕໍ່ສັດນໍ້າ ແລະສິ່ງແວດລ້ອມທໍາມະຊາດ ຢູ່ເຂດຕອນລຸ່ມຂອງເຂື່ອນເທົ່ານັ້ນ ແຕ່ກໍຍັງມີຄວາມສ່ຽງທີ່ຈະກະທົບຕໍ່ເມືອງມໍລະດົກໂລກຫຼວງພະບາງອີກດ້ວຍ ເພາະກະແສນໍ້າທີ່ປ່ຽນແປງນັ້ນ ອາດຈະສົ່ງຜົນກະທົບຕໍ່ພູມສັນຖານ ແລະສະພາບແວດລ້ອມທໍາມະຊາດຂອງເມືອງມໍ ລະດົກໂລກຫຼວງພະບາງດ້ວຍນັ້ນເອງ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນຄະນະກໍາມາທິການແມ່ນໍ້າຂອງຫຼື MRC ເປີດເຜີຍວ່າ ກຸ່ມຜູ້ລົງທຶນໃນໂຄງການເຂື່ອນຫຼວງພະບາງຍັງຈະເດີນໜ້າກໍ່ສ້າງເຂື່ອນໃຫ້ສໍາເລັດຕາມກໍານົດໃນປີ 2027 ໂດຍຈະນໍາໃຊ້ເຕັກໂນໂລຈີທີ່ທັນສະ ໄໝເຂົ້າໃນການກໍ່ສ້າງ ເພື່ອປ້ອງກັນຜົນກະທົບໃນທຸກດ້ານໃຫ້ໄດ້ຢ່າງແທ້ຈິງດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ MRC ໄດ້ໃຫ້ການຢືນຢັນວ່າ:

“ຫຼວງພະບາງຈະດໍາເນີນງານຕໍ່ໄປຄືດັ່ງທີ່ພວກເຮົາເຫັນ, ຂ່າວດີອັນນຶ່ງກໍຄືເປັນຜູ້ພັດທະນາອັນດຽວກັບເຂື່ອນໄຊຍະບູລີ. ດັ່ງນັ້ນ, ມີຄວາມເປັນໄປໄດ້ທີ່ພວກເຂົາເຈົ້າຈະນໍາໃຊ້ເທັກໂນໂລຈີທີ່ມີຄຸນນະພາບລະດັບໂລກ ໃນລັກສະນະຂອງມາດຕະການການໄກ່ເກ່ຍ, ໃນລັກສະນະຂອງຄວາມປອດໄພຂອງເຂື່ອນ, ການລະລາຍຂອງຕົມຢູ່ໃນນໍ້າ, ແລະປາ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນນອນ​ຢູ່​ໃນ​ລະ​ດັບມາດຕະຖານ.”

ສ່ວນຄະນະຜູ້ຊ່ຽວຊານຈາກສູນວິທະຍາສາດການປັບໂຕຕໍ່ສະພາບອາກາດ ສໍານັກງານສໍາຫຼວດດ້ານທໍລະນີວິທະຍາແຫ່ງສະຫະລັດອາເມຣິກາ ແລະຄະນະຕົວແທນເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ໄດ້ຮ່ວມມືກັນເກັບ ກໍາຂໍ້ມູນພາກສະໜາມ ເພື່ອການສຶກສາວິໄຈກ່ຽວກັບຜົນກະທົບຈາກເຂື່ອນເທິງແລວແມ່ນໍ້າຂອງໃນລາວ ເມື່ອວັນທີ 27 ກັນຍາ ຫາວັນທີ 26 ຕຸລາ ປີ 2022 ທີ່ເປັນການເກັບຂໍ້ມູນສະພາບໂຕຈິງຢູ່ບັນດາກຸ່ມບ້ານທີ່ຕັ້ງຢູ່ເຂດແຄມຝັ່ງແມ່ນໍ້າຂອງ ໃນເຂດອໍາເພີສັງຄົມ ຈັງຫວັດໜອງຄາຍ ທີ່ໄດ້ຮັບຜົນກະທົບ ຈາກສະ ພາບແວດລ້ອມທີ່ປ່ຽນແປງໄປຢ່າງສົມບູນ ນັບຕັ້ງແຕ່ເຂື່ອນໄຊຍະບູລີໄດ້ເລີ້ມການຜະລິດໄຟຟ້າໃນທ້າຍປີ 2019 ເປັນຕົ້ນມາ,​ເຊິ່ງຜົນກະທົບທີ່ແຈ່ມແຈ້ງກໍຄື ການປ່ຽນແປງຂອງລະບົບນິເວດ ໂດຍເຫັນໄດ້ຈາກການຕາຍຂອງໄຄນໍ້າ, ປະ ຊາຊົນຜູ້ມີອາຊີບຫາປາ ຈັບປາໄດ້ໜ້ອຍລົງກວ່າ 50 ເປີເຊັນ, ພ້ອມທັງຍັງພົບການກັດເຊາະຕາຝັ່ງທີ່ກະທົບຕໍ່ທີ່ຢູ່ອາໄສ ແລະບ່ອນທໍາມາຫາກິນຂອງປະຊາ ຊົນຮຸນແຮງຂຶ້ນນັບມື້.

XS
SM
MD
LG