ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດລຸ່ມແມ່ນໍ້າຂອງ ກຳລັງປະເຊີນກັບ ໄພແຫ້ງແລ້ງ ຢ່າງໜັກໜ່ວງ


ເມືອງຊຽງແສນຂອງ ໄທ ສາມາດແນມເຫັນໄດ້ຈາກຝັ່ງແມ່ນໍ້າຂອງຟາກປະເທດ ລາວ.
ເມືອງຊຽງແສນຂອງ ໄທ ສາມາດແນມເຫັນໄດ້ຈາກຝັ່ງແມ່ນໍ້າຂອງຟາກປະເທດ ລາວ.

ເຂດລຸ່ມແມ່ນໍ້າຂອງກຳລັງປະເຊີນກັບໄພແຫ້ງແລ້ງຢ່າງໜັກໜ່ວງ ໂດຍນັກອະນຸລັກສິ່ງແວດລ້ອມທຳມະຊາດຢືນຢັນວ່າ ເປັນຍ້ອນເຂື່ອນໄຟຟ້າ 11 ໂຄງການໃນ ຈີນ ໄດ້ເກັບກັກນໍ້າໄວ້ເປັນສ່ວນຫຼາຍ.


ທ່ານ ທີລະພົງ ໂພໝັ້ນ ຜູ້ອຳນວຍການສະຖາບັນຊົມຊົນກຸ່ມນໍ້າຢືນຢັນວ່າ ການທີ່ທາງການ ຈີນ ໄດ້ຫຼຸດການປ່ອຍນໍ້າອອກຈາກເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງໃນເຂດມົນທົນ ຢຸ່ນໜານ ຂອງ ຈີນ ທີ່ມີຢູ່ເຖິງ 11 ໂຄງການນັບຈາກວັນທີ 1 ມັງກອນ 2021 ເປັນຕົ້ນມາຈົນເຖິງປັດຈຸບັນໄດ້ສົ່ງຜົນກະ ທົບຢ່າງຮຸນແຮງຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນທັງໃນ ມຽນມາ,​ ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ເພາະການຫຼຸດການປ່ອຍນໍ້າອອກຈາກເຂື່ອນໄຟຟ້າທັງ 11 ໂຄງການຢູ່ເທິງແນວແມ່ນໍ້າຂອງໃນ ຈີນ ດັ່ງກ່າວໄດ້ເຮັດໃຫ້ເຂດຕອນລຸ່ມຕ້ອງປະເຊີນກັບໄພແຫ້ງແລ້ງຢ່າງໜັກໜ່ວງ ທັງໃນດ້ານການປະມົງ, ກະສິກຳ ແລະ ການເດີນເຮືອ ລວມເຖິງອາດຈະສົ່ງຜົນກະທົບຕໍ່ເສັ້ນເຂດ ແດນໃນແມ່ນໍ້າຂອງລະຫວ່າງ ລາວ ກັບ ໄທ ທີ່ຍັງບໍ່ໄດ້ຕົກລົງປັກປັນຮ່ວມກັນອີກດ້ວຍ ດັ່ງທີ່ທ່ານ ທີລະພົງ ໄດ້ໃຫ້ການອະທິບາຍວ່າ

“ກໍ່ຢ່າງທີ່ຮູ້ກັນເນາະວ່າເສັ້ນພົມແດນຂອງ ໄທ ກັບ ລາວ ນີ້ກໍຄືຕາມສົນທິສັນຍາທີ່ເຮັດຕັ້ງແຕ່ສະ ໄໝ ຝຣັ່ງ ກໍຄືວ່າບ່ອນໃດເປັນຮ່ອງເລິກທີ່ສຸດນັ້ນຄືເສັ້ນພົມແດນ ໄທ ກັບ ລາວ ແລ້ວບາດນີ້ພໍນໍ້າຂອງມັນປ່ຽນ, ນໍ້າຈາກເຂື່ອນປ່ຽນນີ້ ຮ່ອງນໍ້າມັນປ່ຽນ ແລ້ວຕົວເສັ້ນພົມແດນມັນກໍຍ້າຍໄປຍ້າຍມາ ທັງທີ່ເຮົາກໍຍັງບໍ່ໄດ້ມີຂີດເສັ້ນຊັດເຈນວ່າບ່ອນໃດຄືເສັ້ນພົມແດນນ ແລະ ນີ້ເຮົາກໍບໍ່ຮູ້ເໝືອນກັນວ່າ ພົມແດນຂອງ ໄທ ໃນປັດຈຸບັນກັບ ລາວ ນີ້ ມັນປ່ຽນແປງໄປຫຼາຍປານໃດ.”

ທັງນີ້ນັບຈາກວັນທີ 1​ ມັງກອນ 2021 ເປັນຕົ້ນມາ ທາງການ ຈີນ ໄດ້ຫຼຸດການປ່ອຍນໍ້າອອກຈາກເຂື່ອນໄຟຟ້າຊຽງຮຸ່ງ ຈາກປະລິມານສະເລ່ຍ 1,200-1,500 ແມັດກ້ອນລົງມາເປັນ 700-800 ແມັດກ້ອນ/ວິນາທີ ໄດ້ເຮັດໃຫ້ລະດັບນໍ້າໃນເຂດຕອນລຸ່ມຫຼຸດລົງຢ່າງຕໍ່ເນື່ອງເຊັ່ນຢູ່ທີ່ສາມຫຼ່ຽມຄຳ ທີ່ເປັນຊາຍແດນລະຫວ່າງ ມຽນມາ, ລາວ, ໄທ ນັ້ນປາກົດວ່າລະດັບນໍ້າໄດ້ຫຼຸດລົງຈາກ 3 ແມັດໃນຕົ້ນເດືອນມັງກອນລົງມາເປັນ 1.84 ແມັດເທົ່ານັ້ນ ຊຶ່ງນອກຈາກຈະສົ່ງຜົນກະທົບຕໍ່ການປະມົງ ແລະ ກະສິກຳແຄມຝັ່ງຂອງແລ້ວ ກໍຍັງບໍ່ສາມາດເດີນເຮືອ ເພື່ອການຂົນສົ່ງສິນຄ້າ, ໂດຍສານ ແລະ ທ່ອງທ່ຽວໄດ້ເລີຍອີກດ້ວຍໃນເວລານີ້.

ສ່ວນທ່ານ ທົດສະພົນ ວົງວານ ຜູ້ຊ່ວຍເລຂາທິການສຳນັກງານຊັບພະຍາກອນນໍ້າແຫ່ງຊາດ ໄທ ຢືນຢັນວ່າລັດຖະບານ ຈີນ ໄດ້ຕົກລົງກັບຄະນະກຳມາທິການແມ່ນໍ້າຂອງ ກ່ຽວກັບ ການໃຫ້ຂໍ້ມູນປະລິມານນໍ້າໃນແມ່ນໍ້າຂອງຕອນເທິງທີ່ຢູ່ໃນ ຈີນ ນັບແຕ່ເດືອນມັງກອນ 2021 ເປັນຕົ້ນມາ ໂດຍເປັນການລາຍງານໃນຕອນເວລາ 8 ໂມງເຊົ້າຂອງທຸກວັນ ໂດຍສະເພາະການລາຍງານລະດັບນໍ້າໃນເຂື່ອນຊຽງຮຸ່ງ ທີ່ເປັນເຂື່ອນທີ່ປ່ອຍນໍ້າລົງມາໃນເຂດຕອນລຸ່ມນັ້ນ ຖືເປັນຂໍ້ມູນທີ່ສຳຄັນຢ່າງຍິ່ງ ສຳລັບປະເທດທີ່ຢູ່ເຂດຕອນລຸ່ມແມ່ນໍ້າຂອງ ເພາະຈະໄດ້ໃຊ້ຂໍ້ມູນປະລິມານນໍ້າຈາກ ຈີນ ດັ່ງກ່າວ ເພື່ອຕຽມພ້ອມໃນການປ້ອງກັນຜົນກະທົບທີ່ຈະເກີດຂຶ້ນໄດ້ຢ່າງເທົ່າທັນກັບສະຖານະການດັ່ງທີ່ທ່ານ ທົດສະພົນ ຢືນຢັນວ່າ

“ໃນເລື່ອງຂອງຄວາມຮ່ວມມືທີ່ຂະຫຍາຍໄປເຖິງ 2 ປະເທດຕອນເທິງ ເຮົາພະຍາຍາມຊວນມາຕັ້ງ ແຕ່ດົນແລ້ວ ເຮົາຊວນມາຮ່ວມກໍເພື່ອໃຫ້ເກີດການບໍລິຫານ-ຈັດການໃຈພາບລວມຂອງລຸ່ມນໍ້າຂອງ ຊຶ່ງກໍຫາເຂົ້າມາຫຼັງໆນີ້ເອງມີການໃຫ້ຂໍ້ມູນແຕ່ຂໍ້ມູນກໍເປັນຂໍ້ມູນທ້າຍນໍ້າກ່ອນອອກຈາກປະເທດເທົ່ານັ້ນ ຕອນທຳອິດກໍໃຫ້ມາເພາະຊ່ວງລະດູຝົນ ຫຼັງຈາກທີ່ເວທີການເມືອງລະຫວ່າງປະເທດຮ້ອງແຮງຂຶ້ນກໍຍິນຍອມໃຫ້ຂໍ້ມູນຫຼາຍຂຶ້ນ ແລະ ເປັນຂໍ້ມູນຕະຫຼອດປີ ແຕ່ໃຫ້ວັນລະ 1 ຄັ້ງຕອນ 8 ໂມງເຊົ້າ.”

ສ່ວນທ່ານ ເດວິດ ບຣາວນ໌ ເລຂານຸການເອກປະຈຳສະຖານທູດ ອອສເຕຣເລຍ ທີ່ ບາງກອກ ຢືນ ຢັນວ່າລັດຖະບານ ອອສເຕຣເລຍ ແລະ ສະຫະລັດ ອາເມຣິກາ ຈະຮ່ວມກັນໃຫ້ການຊ່ວຍເຫຼືອເພື່ອອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງຫຼາຍຂຶ້ນ ເພາະເຫັນວ່າການພັດທະນາໂຄງການຕ່າງໆໃນໄລຍະຜ່ານມາ ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງ ໂດຍສະເພາະກໍແມ່ນການສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງທັງໃນເຂດປະເທດ ຈີນ ແລະ ລາວ ນັ້ນໝາຍຄວາມວ່າ ລັດຖະບານ ອອສເຕຣເລຍ ແລະ ສະຫະລັດ ຈະໃຫ້ການສະໜັບສະ ໜູນພາກປະຊາສັງຄົມ ເພື່ອຄັດຄ້ານຕໍ່ແຜນການສ້າງເຂື່ອນຢູ່ໃນລຸ່ມແມ່ນໍ້າຂອງເປັນດ້ານຫຼັກ ໂດຍສຳລັບໃນປີ 2021 ລັດຖະບານ ອອສເຕຣເລຍ ຈະໃຫ້ທຶນສະໜັບສະໜູນຫຼາຍກວ່າ 500 ລ້ານໂດລາອອສເຕຣເລຍ ສ່ວນລັດຖະບານ ສະຫະລັດ ຈະໃຫ້ການຊ່ວຍເຫຼືອເພື່ອອະນຸລັກສິ່ງ ແວດລ້ອມທຳມະຊາດໃນ 4 ປະເທດສະມາຊິກຂອງຄະນະກຳມາທິການແມ່ນໍ້າຂອງກໍຄື ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ໃນມູນຄ່າ 150 ລ້ານໂດລາ ເພື່ອພັດທະນາລະບົບຂໍ້ມູນດ້ານຊັບພະ ຍາກອນຮ່ວມກັນ.

XS
SM
MD
LG