ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຄານ້ຳມັນ ຖືກລົງ ເຮັດໃຫ້ ພາບພົດເສດຖະກິດ ຂອງ ເອເຊຍ ດີຂຶ້ນ ໃນປີ 2015


ພະນັກງານທີ່ປ້ຳນ້ຳມັນລັດວິສາຫະກິດ Pertamina ກຳລັງກຳເງິນທີ່ໄດ້ຮັບຈາກຄົນຂີ່ລົດຈັກຄົນນຶ່ງທີ່ Jakarta, ວັນທີ. 31 ຕຸລາ 2014.
ພະນັກງານທີ່ປ້ຳນ້ຳມັນລັດວິສາຫະກິດ Pertamina ກຳລັງກຳເງິນທີ່ໄດ້ຮັບຈາກຄົນຂີ່ລົດຈັກຄົນນຶ່ງທີ່ Jakarta, ວັນທີ. 31 ຕຸລາ 2014.

ລາຄາ​ນ້ຳມັນທີ່​ຕົກລົງ​ຢ່າງ​ຫຼວງ​ຫຼາຍຫວ່າງ​ໄວໆ​ມາ​ນີ້ ​ໄດ້​ຊ່ອຍ ສົ່ງ​ເສີມ​ການ​ເສດຖະກິດ​ຂອງ​ເອ​ເຊຍ ​ເຮັດ​ໃຫ້​ພວກ​ລັດຖະບານ​ປະ​ເທດ ຕ່າງໆ ຜ່ອນຄາຍ​ການ​ຊ່ອຍ​ເຫຼືອ​ເກື້ອກູນ​ນ້ຳມັນ​ທີ່​ລາຄາ​ແພງໆ​ຂອງ​ຕົນ​ລົງ​ໄດ້. ສິງ​ຈະ​ນຳ​ເອົາ​ລາຍ​ງານ ຈາກນາຍ Ron Corben ນັກ​ຂ່າວ​ວີ​ໂອ​ເອ ປະຈຳ​ບາງກອກ ທີ່​ບັນດາ​ນັກວິ​ເຄາະເວົ້າ​ວ່າ ລາຄາ​ຕົກຕໍ່າ ລົງ​ນີ້ ຍັງ​ຜ່ອນຄາຍ​ຄວາມ​ກົດ​ດັນ ​ໃນ​ການ​ໃຊ້​ຈ່າຍ​ຄ່າ​ນ້ຳມັນ ​ທີ່​ສັ່ງຊື້​ມາ​ຈາກ ຕ່າງປະເທດ​ເຊັ່ນ​ກັນ​ ທີ່​ເສດຖະກິດ​ຂອງ​ຕົນ​ກາງ​ຕໍ່ ​ໃນ​ທ່າມກາງ​ທີ່​ຄາດ​ກັນ​ວ່າອັດຕາດອກ​ເບ້ຍ​ເງິນ​ກູ້ ຈະ​ສູງ​ຂຶ້ນ​ໃນ​ທົ່ວ​ໂລກ​ໃນ​ປີ 2015 ນັ້ນ ມາສະ​ເໜີ​ທ່ານ​ຕໍ່​ໄປ.

ບັນດາ​ນັກ​ເສດຖະສາດ ກ່າວ​ວ່າ ລາຄາ​ນ້ຳມັນລະຫວ່າງ​ຊາດ​ທີ່​ຕົກລົງ 25 ​ເປີ​ເຊັນ ນັບ​ແຕ່​ເດືອນ​ກໍລະກົດ​ເປັນ​ຕົ້ນ​ມາ​ກຳລັງ​ຍົກ​ຄວາມ​ຫວັງດ້ານ​ເສດຖະກິດ​ຂອງ​ເອ​ເຊຍ​ຂຶ້ນ ຍ້ອນ​ການ​ກາງ​ຕໍ່​ອາ​ໄສນ້ຳມັນ​ ທີ່​ສັ່ງ​ມາ​ຈາກ​ຕ່າງປະ​ເທດ​ຢ່າງ​ຫຼວງ​ຫຼາຍ​ຂອງ​ພາກ​ພື້ນ​ ເພື່ອ​ສົ່ງ​ເສີມການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ຕົນນັ້ນ.

ບັນດາ​ນັກ​ເສດຖະສາດ ກ່າວ​ວ່າ ຜົນ​ກຳ​ໄລ​ຈາກ​ລາຍ​ຈ່າຍ​ຄ່າ​ນ້ຳມັນທີ່​ຕໍ່າ ນີ້ຍັງ​ຜ່ອນຄາຍ​ຄວາມ​ກົດ​ດັນ​ຕໍ່ການຈ່າຍໜີ້ຂອງ​ນາໆ​ຊາດ​ເຊັ່ນ​ກັນ ຊຶ່ງ​ເຮັດ​ໃຫ້​ພວກ​ບໍລິ​ໂພ​ກມີ​ເງິນ​ຢູ່​ໃນ​ກະ​ເປົາ​ຫຼາຍ​ຂຶ້ນ​ແລະ​ມີການຂຶ້ນລາຄາສິນຄ້າ​ໜ້ອຍ​ລົງ. ຈຸດ​ມາດຕະຖານ​ຂອງ​ລາຄາ​ນ້ຳ
ມັນ​ດິບ Brent ​ໄດ້​ຫລຸດ​ລົງ​ຕໍ່າ​ກວ່າ 80 ດອນ​ລາ​ຕໍ່​ຖັງ ​ຊຶ່ງ​ຫລຸດ​ລົງ​ຢ່າງ​ຫຼວງ​ຫຼາຍ ຈາກ​ລະດັບ​ໃນ​ທ້ອງ​ຕະຫຼາດ ຫຼາຍ​ກວ່າ 108 ດອນ​ລາ​ຕໍ່​ຖັງ​ໃນ​ເດືອນ​ທັນວາ ປີ 2011. ລາຄາແກັ​ສທຳ​ມະ​ຊາດ ທີ່​ໃຊ້​ກັນ​ຢ່າງແຜ່​ຫຼາຍ​ໃນ​ທົ່ວ​ພາກ​ພື້ນ​ເອ​ເຊຍ ຮວມທັງ​ຍີ່ປຸ່ນ ​ແມ່ນ​ພົວພັນກັບ​ນ້ຳມັນ​ດິບ Brent. ທ່ານ Andrew Colquhoun ຫົວໜ້າ​ຂັ້ນ​ອາວຸ​ໂສຂອງ​ບໍລິສັດ Fitch Ratings ທີ່​ມີຫ້ອງການ​ຕັ້ງ​ຢູ່​ໃນ​ຮົງ​ກົງ ກ່າວ​ວ່າ ການ​ເສດຖະກິດ​ໃນ​ພາກ​ພື້ນ​ຈະ​ໄດ້ຮັບ​ຜົນ​ກຳ​ໄລ ​ຈາກ​ໂຊກ​ລາບທີ່​ລອຍ​ມາຢ່າງ​ບໍ່​ຄາດ​ຝັນນີ້.

ທ່ານ Colquhoun ກ່າວ​ວ່າ “ ການ​ເສດຖະກິດ​ສ່ວນ​ໃຫຍ່​ໃນ​ເຂດ​ເອ​ເຊຍ​ປາຊີ​ຟິກ ​ແມ່ນ​ເປັນ​ປະ​ເທດ​ທີ່​ສັ່ງ​ເຂົ້າ​ນ້ຳມັນ ​ແລະ​ດັ່ງ​ນັ້ນ ການ​ລົດ ລົງ​ຂອງ​ລາຄາ​ນ້ຳມັນ ​ແມ່ນ​ເທົ່າໆ​ກັນ​ກັບ​ຜົນ​ກຳ​ໄລ​ຂອງ​ລາຍ​ຮັບ​ແບບ​ໃດ​ແບບ​ນຶ່ງ ສຳລັບ​ພວກ​ເຂົາ​ເຈົ້າ ​ແລະ​ຜົນ​ກໍ​ຂຶ້ນ​ຢູ່​ກັບ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ປະຢັດ ຫຼື​ໃຊ້​ຈ່າຍ​ເງິນ​ທີ່​ເປັນ​ຜົນ​ກຳ​ໄລ​
ນີ້​ຫຼື​ບໍ?”.

ຢູ່​ໃນ​ລາຍ​ງານ​ຂອງ​ນັກວິ​ເຄາະ​ສະ​ບັບ​ທີ່ເປີດ​ເຜີຍ​ອອກ​ຫວ່າງ​ໄວໆ​ມາ​ນີ້ ຂອງບໍລິສັດ Fitch Ratings ກ່າວ​ວ່າ ການ​ເສດຖະກິດ​ໃຫຍ່ໆ​ຂອງ​ພວກ​ປະ​ເທດ​ໃນ​ເອ​ເຊຍ ​ແມ່ນ​ຮວມທັງ​ຈີນ ຍີ່ປຸ່ນ ​ເກົາຫຼີໃຕ້ ແລະ​ໄທ​ຈະເຫັນ​ການ​ເພີ​ມທະວີຂຶ້ນ​ຂອງ​ລາຍ​ຮັບ​ທົ່ວ​ໄປ ຈາກ​ລາຄາ​ນ້ຳ
ມັນ​ຖືກ​ລົງ ທີ່ຍືນ​ຍົງ​ມາ​ນີ້. ລາຍ​ຈ່າຍ​ຄ່າ​ນ້ຳມັນ​ທີ່​ສັ່ງ​ມາ​ຈາກ​ຕ່າງປະ​ເທດ​ຂອງໄທ ປະກອບ
ເປັນ​ເງິນ 15 ​ເປີ​ເຊັນ​ຂອງ​ລາຍ​ຮັບ​ທັງ​ໝົດ​ຂອງ​ຊາດ ຊຶ່ງ​ເປັນ​ພາລະ​ແບກ​ຫາບ​ເກືອບ​ວ່າ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ.

ອີກຄັ້ງນຶ່ງທ່າມກາງສະຖານະ​ການ​ທີ່​ລາຄາ​ນ້ຳມັນ​ຕົກ​ຕໍ່າ ລົງ​ໃນ​ໂລກ​ນີ້ ອິນ​ໂດ​ເນ​ເຊຍ
ມາ​ເລ​ເຊຍ​ແລະ​ໄທ ຕ່າງກໍ​ກຳລັງຈະ​ທຳ​ການ​ລົດ​ຜ່ອນ​ການຊ່ອຍ​ເຫຼືອ​ເກື້ອກູນລາຄາ​ນ້ຳມັນ​ຂອງຕົນ​ລົງ ທີ່​ມັກເປັນ​ປັດ​ໄຈ​ສຳຄັນໃນ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ. ​ໃນ​ຕົ້ນ​ເດືອນ​ນີ້ ປະທານາທິບໍດີ Joko Widodo ​ແຫ່ງ​ອິນ​ໂດ​ເນ​ເຊຍ ​ໄດ້​ເພີ້​ມການ​ຊ່ອຍ​ເຫຼືອ​ເກື້ອກູນ​ຄ່າ​ນ້ຳມັນ​ຂອງ​ຕົນຂຶ້ນ​ຫຼາຍ​ກວ່າ 30 ​ເປີ​ເຊັນ. ການ​ເຄື່ອນ​ໄຫວ​ທີ່​ຫລໍ່​ແຫຼມ​ດ້ານ​ການ​ເມືອງ ​
ໄດ້​ນຳພາ​ໃຫ້​ມີ​ການ​ຕຳ​ໜິຕິຕຽນ​ ຈາກ​ພວກ​ສະຫະພັນ​ກຳມະບານ ​ແລະ​ພວກ​ພັກ​ຝ່າຍ​ຄ້ານ. ​ແຕ່​ລັດຖະບານ​ກ່າວ​ວ່າ ຕົນ​ກຳລັງ​ອຳນວຍ​ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ສັງຄົມ​ຂຶ້ນໃຫ້​ແກ່​ປະຊາຊົນ​ຈຳນວນ​ຫຼາຍ​ກວ່າ 15 ລ້ານ​ຄົນ ​ເພື່ອ​ຜ່ອນຄາຍ​ຜົນ​ກະທົບ​ຂອງ​ນ້ຳມັນ​ເຊື້ອ​ໄຟ​ທີ່​ສູງ​ຂຶ້ນ​ນັ້ນ.

ທ່ານ Gareth Leather ນັກ​ເສດຖະສາດ​ປະຈຳ​ຕະຫຼາດ​ເງິນ​ທຶນ ທີ່ມີ​ຫ້ອງການ​ຕັ້ງ​ຢູ່​
ລອນ​ດອນ ກ່າວ​ວ່າ ສຳລັບ​ອິນ​ໂດ​ເນ​ເຊຍ ຈະ​ມີຜົນ​ກະທົບໃນ​ໄລຍະ​ສັ້ນ ການ​ປະຢັດ​ເງິນ​ໄວ້​ນີ້ ຈະ​ອຳນວຍ​ໃຫ້ສາມາດໃຊ້​ຈ່າຍ​ເງິນໃນ​ຈຳນວນ​ຫຼາຍ​ຂຶ້ນ​ສຳລັບ​ສາທາລະນະ​ປະ
ໂຫຍດ ​ແລະ​ສົ່ງ​ເສີມ​ຄວາມ​ໝັ້ນ​ໃຈໃຫ້​ແກ່​ພວກ​ນັກ​ລົງທຶນ ທີ່​ປະທານາທິບໍດີ Widodo ມີຄວາມ “​ເອົາຈິງ​ເອົາ​ຈັງ​ກ່ຽວ​ກັບ​ການ​ປະຕິ​ຮູບດ້ານ​ເສດຖະກິດ​ນັ້ນ.

ທ່ານ Leather ກ່າວ​ວ່າ ​ໃນ​ໄລຍະ​ຍາວ ມັນ​ເປັນການ​ເຄື່ອນ​ໄຫວ​ທີ່​ດີ ຈາກ​ທັດ
ສະນະຄວາມເຫັນຂອງ​ອິນ​ໂດ​ເນ​ເຊຍ. ກ່ອນ​ອື່ນ​ໝົດ ມັນ​ຈະ​ປະຢັດເງິນ​ໄວ້​ ໄດ້​ຫຼາຍ​ສົມຄວນ ຈາກ​ທັດສະນະ​ຄວາມເຫັນ​ຂອງ​ລັດຖະບານ. ​ໃນເວລາ​ນີ້ ລັດຖະ
ບານ​ໃຊ້​ຈ່າຍ​ເງິນ​ປະມານ 20 ​ເປີ​ເຊັນ​ຂອງ​ເງິນ​ງົບປະມານ​ແຫ່ງ​ຊາດ ​ໃນ​ການ​ຊ່ອຍ​ເຫຼືອ​ເກື້ອກູນລາຄາ​ນ້ຳມັນ ຊຶ່ງ​ເປັນ​ເຄື່ອງ​ຄ້ຳ​ຈຸນມະຫາສານ​ອັນ​ນຶ່ງ.”

ວີດີໂອ: ລາຄານ້ຳມັນຕົກ ສົ່ງຜົນກະທົບຕໍ່ເສດຖະກິດໂລກ:

Falling Oil Prices Reshape Global Economics
please wait

No media source currently available

0:00 0:02:45 0:00

ມາ​ເລ​ເຊຍຍັງ​ໄດ້​ປະກາດ​ຢຸດ​ເຊົາ​ໃຫ້ການ​ຊ່ອຍ​ເຫຼືອ​ເກື້ອ​ກູນນ້ຳມັນແອັດ ຊັງ​ແລະ​ນ້ຳມັນ​ກາ​ຊວນ ຕັ້ງ​ແຕ່​ວັນ​ທີ 1 ທັນວາ ​ເດືອນ​ແລ້ວ​ນີ້​ເປັນ​ຕົ້ນ​ມາ. ລັດຖະບານ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຕ່າງໆ ​ໄປ​ສູ່​ການ​ລອຍ​ໂຕ​ທີ່​ດຳ​ເນີນ​ການ​ໄດ້ ​ແມ່ນ​ມີຂຶ້ນຍ້ອນ​ລາຄາ​ນ້ຳມັນ​ໃນ​ຕະຫຼາດ​ໂລກ​ປັດຈຸບັນ​ນີ້ ກຳລັງ​ຕໍ່າ ກວ່າ ລາຄາ​ນ້ຳມັນ​ໃນ​ປ້ຳ​ ຢູ່ໃນ​ທ້ອງ​ຖິ່ນ.

ຄະນະ​ກຳມະການ​ນະ​ໂຍບາຍ​ ດ້ານ​ພະລັງງານ​ແຫ່ງ​ຊາດ​ຂອງໄທ ກ່າວ​ວ່າ ຕົນ​ວາງ​ແຜນ​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ​ການ​ປະຕິ​ຮູບ​ລາຄາ​ພະລັງງານ ​ໄປ​ສູ່​ການ​ປັບ​ຂຶ້ນ​ລາຄາ​ນ້ຳມັນ​ກາ​ຊວນ ​ແລະ​ຄ່າ​ແກັສທຳ​ມະ​ຊາດ.

ທ່ານ Chris Weston ຫົວໜ້າ​ວາງ​ຍຸດ​ທະ​ສາດ ທີ່​ບໍລິສັດ IG Markets ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ນະຄອນ Melbourne ປະເທດອອສ ເຕຣເລຍ ກ່າວ​ວ່າ ລາຄານ້ຳມັນ​ທີ່​ຖືກ​ລົງ ຈະ​ເສີມ​ສ້າງ​ການ​ເສດຖະກິດ​ໃນ​ເອ​ເຊຍ​ໃຫ້ເຂັ້ມ​ແຂງ​ຂຶ້ນ ກ່ອນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ຂອງ​ສະຫະລັດ​ຈະ​ສູງ​ຂຶ້ນ​ໃນ​ປີ 2015 ນັ້ນ. ​ໃນ​ປີ 2012 ຮ່ອງ​ຮອຍຕ່າງໆ ທີ່​ສະຫະ ລັດ​ຈະ​ຂຶ້ນ​ອັດຕາດອກ​ເບ້ຍ​ເງິນ​ກູ້ ​ໄດ້​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ແກ່​ພວກ​ການ​ເສດຖະກິດ​ແລະ​ຕະຫຼາດ​ເງິນຕາ​ຂອງ​ ພວກ​ປະ​ເທດ​ໃນ​ພາກ​ພື້ນ.
ທ່ານ Chris Weston ກ່າວ​ວ່າ “ ຄວາມ​ຈິງ​ແລ້ວ ກໍ​ແມ່ນ​ວ່າ ລາຄາ​ນ້ຳມັນ​ຕົກ ​ໄດ້​ເຫັນ​ຢ່າງ​ຈະ​ແຈ້ງ ເຮັດໃຫ້ລາຄາ​ນ້ຳມັນ​ໃນ​ທ້ອງ​ຖິ່ນ​ຕົກ ລົງ​ໃນ​ບາງປະ​ເທດ ​ແລະ​ອັນ​ນີ້ ​ແມ່ນ​ອຳນວຍ​ໃຫ້​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ອັນແທ້​ຈິງ ​ເພີ້​ມຂຶ້ນ​ຢ່າງ​ມີ​ປະສິດ
ທິ​ຜົນ. ອັນ​ນີ້​ແມ່ນ​ເລື້ອງ​ທີ່​ໜັກ​ແໜ້ນ. ດັ່ງ​ນີ້ ຖ້າ​ເຮົາ​ຢາກ​ລົງທຶນ ​ໃນ​ພັນທະບັດ​ຂອງ​ລັດຖະບານ ​ໃນ​ອະນາຄົດນັ້ນ ​ເປັນ​ການ​ລົງທຶນ​ໃນ​ທາງ​ບວກ​ດີ​ທີ່​ສຸດ.​ໂອກາດ​ທີ່​ເຮົາ​ຈະ​ເຫັນ​ໃນ​ປີໜ້າ​ ສຳລັບ​ພວກ​ຕະຫຼາດ​ທີ່​ໂຜ່​ໂຕ​ຂຶ້ນ​ມານັ້ນ ​ໄດ້​ລົດ​ນ້ອຍຖອຍ​ລົງ​ແບບ​ໃດ​ແບບ​ນຶ່ງ. ພວກ​ເຮົາ​ຈະ​ບໍ່​ເຫັນ ​ໃນ​ສິ່ງ​ພວກ​ເຮົາ​ໄດ້​ເຫັນ​ມາ​ໃນ​ປີ 2012 ນັ້ນ.

ບັນດາ ​ນັກ​ເສດຖະສາດ​ກ່າວ​ວ່າ ລາຄາ​ນ້ຳມັນ​ເຊື້ອ​ໄຟ​ທີ່ຕໍ່າ ລົງ ​ໄດ້​ເພີ້​ມພາບ​ພົດ​ໃນ​ທາງ​ບວກ​ແລ້ວ ສຳລັບ​ເອ​ເຊຍ​ໃນ​ປີນີ້ ທີ່​ອົງການ​ວ່າ​ດ້ວຍ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານ​ເສດຖະກິດ ຫຼື OECD ກ່າວ​ວ່າ ພາກ​ພື້ນ​ເອ​ເຊຍ ຍັງ​ຄົງ​ຈະ​ເປັນ​ເຂດ​ທີ່​ການ​ເສດຖະກິດ​ເຕີບ​ໂຕ​ຂຶ້ນ​ໄວ​ທີ່​ສຸດ​ຢູ່​ໃນ​ ເສດຖະກິດ​ຂອງ​ໂລກ​ນັ້ນ.

ວີດີໂອຮຽນພາສາອັງກິດ: ບາງເສດຖະກິດໃນເອເຊຍໄດ້ຮັບປະໂຫຍດ ຈາກລາຄາ ນ້ຳມັນຖືກ.

The recent sharp fall in oil prices has helped boost Asia's economies, enabling governments to ease costly fuel subsidies. Analysts say lower prices also ease payment pressures in oil import dependent economies in the face of expected higher global interest rates in 2015.

Economists said a 25 percent fall in international oil prices since July is lifting Asia's economic prospects because of the region’s heavy dependence on imported fuel to drive growth.

They also said the benefits from lower oil import bills also ease international payment pressures with more money in the pockets of consumers and less price inflation.

The benchmark Brent crude oil has fallen to below $80 a barrel, sharply down from market levels of more than $108 in December 2011. The price of liquefied natural gas (LNG), used widely across Asia, including Japan, is linked to Brent crude.

Andrew Colquhoun, senior director with the Hong Kong-based Fitch Ratings, said regional economies will gain from the windfall.

"Most Asia-Pacific economies are oil importers and therefore the decline in oil prices is equivalent to a kind of income gain for them and the impact depends on whether they save or spend the income gain," he said.

Fitch Ratings, in a recent analyst's report , says most major Asian economies including China, Japan, Korea and Thailand would see an effective overall income boost from sustained lower oil prices. Thailand's oil import bill accounts for 15 per cent of national income, the largest relative cost burden in the region.


More money for domestic spending

Indonesia's fuel bill has risen sharply in recent years to about $20 billion annually. Government advisors saying the funds are better spent on education, agriculture, infrastructure and health projects.

Fitch's Colquhoun says across the region reforms to the fuel subsidies are significant, especially in Indonesia.

"With Indonesia the issue is less about the kind of savings per se it's more about whether the authorities are able to use the extra fiscal head room that they'll gain to deploy resources more efficiently perhaps into infrastructure or other areas of spending that would strengthen longer term growth prospects," he said.

Malaysia also announced an end to petrol and diesel subsidies from December 1st. The government said the moves towards a managed float was due to the world market price now being lower than local pump prices.

Thailand's National Energy Policy Committee says it plans to implement energy price reforms towards a further rise in diesel and liquefied petroleum gas prices.

Coping with higher interest rates

Lower oil prices will strengthen Asia economies ahead of higher U.S. interest rates in 2015, says chief strategist Chris Weston, at Melbourne-based trading house, IG Markets. In 2012, signs the U.S. would raise interest rates rattled the region's economies and currency markets.

"The fact is that the falls in oil prices has obviously seen domestic fuel prices falling in certain countries and that's allowed real [interest rate] yields to grow effectively. That's very compelling. So if you want to fund [invest in] government [bonds] in the future that’s a very good positive. The chances of an all-out run next year on emerging markets has been mitigated somewhat. We're not going to see what we saw in 2012," he said.

Economists say the lower fuel costs has already added to a positive outlook for Asia next year, with the Organization for Economic Cooperation and Development (OECD) saying the region will remain the fastest growing in the global economy.

XS
SM
MD
LG