ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງ​ແມ່ນ ຄວາມ​ປອດ​ໄພ ແມ່ນ​ດີ​ຂຶ້ນ ການ​ອອກ​ມາ​ໃຊ້​ສິດ​ອອກ​ສຽງ ຍັງ​ຕ່ຳ ໃນ​ການ​ເລືອກ​ຕັ້ງ ຂອງ​ອັ​ຟ​ກາ​ນິ​ສ​ຖານ


ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ກຳ​ລັງ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ທີ່​ໜ່ວຍ​ເລືອກ​ຕັ້ງ, ເມື່ອ​ວັນ​ເສົາ​ ທີ 28 ກັນ​ຍາ 2019.
ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ກຳ​ລັງ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ທີ່​ໜ່ວຍ​ເລືອກ​ຕັ້ງ, ເມື່ອ​ວັນ​ເສົາ​ ທີ 28 ກັນ​ຍາ 2019.

ປາ​ກົດ​ວ່າ ການ​ອອກ​ມາ​ໃຊ້​ສິດ​ອອກ​ສຽງ​ແມ່​ຕ່ຳ​ສົມ​ຄວນ​ ອັນ​ເປັນ​ຂີດ​ໝາຍ​ຂອງ​ການ
​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ເສົາ​ວານນີ້ ເຖິງ​ແມ່ນ​ວ່າ ກຳ​ລັງ​
ຮັກ​ສາ​ຄວາມ​ປອດ​ໄພ ສາ​ມາດ​ຄວບ​ຄຸມ​ສະ​ຖານ​ການ​ໃຫ້​ຢູ່​ໃນ​ຄວາມ​ສະ​ຫງົບ​ໄດ້​ບາງ​
ສ່ວນ​ໃນ​ທົ່ວ​ປະ​ເທດ ແມ່ນ​ກະ​ທັງ​ທີ່​ກຸ່ມ​ຕາ​ລີ​ບານ ໄດ້​ອອກ​ມາ​ເຕືອນເຖິງ​ໄພ​ອັນ​ຕະ​ລາຍ
​ກໍ​ຕາມ.

ຢ່າງ​ໜ້ອຍ ມີ​ພົນ​ລະ​ເຮືອນ 4 ຄົນ ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ 3 ຄົນ ໄດ້​ຖືກ​ຂ້າ
​ຕາຍ ໃນ​ທົ່ວ​ປະ​ເທດ ແລະ​ພົນ​ລະ​ເຮືອນຫຼາຍກວ່າ 50 ຄົນ ໄດ້​ຮັບ​ບາດ​ເຈັບ ໂດຍ​ສ່ວນ
​ໃຫຍ່ແລ້ວ ຈາກ​ເຫດ​ລະ​ເບີດ​ແຕກ​ຂະ​ໜາດ​ນ້ອຍ ສຳ​ລັບ​ຄວາມ​ຮຸນ​ແຮງ​ກ່ຽວ​ຂ້ອງ​ກັບ
​ການ​ເລືອກ​ຕັ້ງ.​ ຕົວ​ເລກ​ດັ່ງ​ກ່າວ ແມ່​ຕ່ຳ​ສົມ​ຄວນ ໂດຍ​ຄຳ​ນຶງ​ເຖິງ ການ​ເລືອກ​ຕັ້ງ​ທີ່
​ຜ່ານ​ມາ ແລະ​ຄວາມ​ຮຸນ​ແຮງ​ ທີ່​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ປະ​ເຊີນ ​ເກືອບ​ວ່າ​ໃນ​ແຕ່​ລະ​ມື້
ທີ່​ເປັນ​ເລື້ອງ​ທຳ​ມະ​ດາ.

ນາຍ​ພົນ ໂຄ​ແຊ​ລ ຊາ​ດັ​ຕ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ໄດ້​
ກ່າວ​ຕໍ່ ວີ​ໂອ​ເອ ກ່ອນ​ໜ້າໜ່ວຍ​ເລືອກ​ຕັ້ງ​ທັງຫຼາຍ ຈະປິດ​ລົງ ວ່າ “ໃນຂະ​ນະນີ້ ພວກ
​ເຮົາ​ບໍ່​ມີ​ຈຳ​ນວນ​ຕົວ​ເລກ​ທີ່​ແນ່ນອນ​ຂອງ​ຜູ້​ມີ​ສິດ​ລົງ​ຄະ​ແນນ​ສຽງ​ທີ່​ອອກ​ມາ​ປ່ອນ​ບັດ.
ແຕ່​ພວກ​ເຮົາ​ສາ​ມາດ​ສ້າງ​ສະ​ພາບການ​ທີ່​ປອດ​ໄພ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ພີ່ນ້ອງ​ຮ່ວມ
​ຊາດຫຼາກຫຼາຍ​ຊົນ​ເຜົ່າ ຂອງ​ພວກ​ເຮົາ ໄດ້​ພາ​ກັນ​ອອກ​ມາ​ມີ​ໜ້າ.”

ທ້າວ ດາ​ຣີ​ຢູ​ຊ ຄານ (Daryush Khan) ຜູ້​ທີ່​ໄດ້​ມາ​ສູນ​ໜ່ວຍ​ເລືອ​ກ​ຕັ້ງ ​ໃນ​ນະ​ຄອນ
ຫຼວງ​ກາ​ບູ​ລ ພ້ອມ​ກັບ​ພັນ​ລະ​ຍາ​ຂອງ​ລາວ ແລະ​ລູກ​ນ້ອຍ​ສອງ​ຄົນ ຊຶ່ງ​ລູກ​ນ້ອຍ​ຄົນ​ນຶ່ງ
​ແມ່ນ​ຢູ່​ອ້ອມ​ແຂນ​ຂອງ​ລາວ ໄດ້​ກ່າວ​ວ່າ ລາວມາ​ນະ​ທີ່ນີ້ ກໍ ເພື່ອປົກ​ປັກ​ຮັກ​ສາ​ອະ​ນາ​
ຄົດຂອງ​ລູກ​ເຕົ້າ​ລາວ.

ທ້າວ​ຄານ ໄດ້​ກ່າວ​ອີກວ່າ “ພວກ​ເຮົາ​ຮູ້​ດີ​ວ່າ ມີ​ບັນ​ຫາຫຼາຍ​ສິ່ງຫຼາຍ​ຢ່າງ ໃນ​
ອັ​ຟ​ກາ​ນິ​ສ​ຖານ ລວມ​ທັງ​ຄວາມ​ປອດ​ໄພ. ແຕ່​ມັນ​ແມ່ນ​ໜ້າ​ທີ່​ຂອງ​ພົນ​ລະ​ເມືອງ ທີ່​ຈະ
​ຕ້ອງ​ອອກ​ມາ ແລະ​ລົງ​ຄະ​ແນນ​ສຽງ ແລະ​ເລືອກ​ຊາ​ຕາ​ກຳ​ຂອງ​ພວກ​ເຮົາ.” ສ່ວນ​ພັນ​
ລະ​ຍາ​ຂອງ​ລາວ ນາງ​ກາ​ອີ​ຕີ ​ອຸ້ມ​ລູກອີກ​ຄົນ​ນຶ່ງຜູ້​ທີ່​ກຳລັງ​ຮ້ອງ​ໄຫ້ ໄດ້​ກ່າວ​ວ່າ ພວກ
​ເຂົາ​ເຈົ້າ ບໍ່​ປ່ອຍ​ໃຫ້​ໄພ​ຂົ່ມ​ຂູ່​ມາ​ກີດ​ຂວາງ​ໃນ​ການ​ເລືອກ​ອະ​ນາ​ຄົດ​ຂອງ​ພວກ​ເຂົາ​ເຈົ້າ.

ກຸ່ມ​ກະ​ບົດ​ຕາ​ລີ​ບານ ໄດ້​ຂົ່ມ​ຂູ່​ວ່າ ຈະ​ໂຈມ​ຕີ​ກິດ​ຈະ​ກຳ​ໃດໆ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເລືອກ
​ຕັ້ງ ດ້ວຍ​ການ​ຕັນ​ຖະ​ໜົນ​ຫົນ​ທາງ ແລະ​ລະ​ເບີດ​ຖິ້ມ​ຫໍ​ສື່​ສານ​ຕ່າງໆ ແລະ​ເອີ້ນ​ການ​
ເລືອກ​ຕັ້ງ​ທັງຫຼາຍ ວ່າ “​ເປັນຂະ​ບວນ​ການ​ປອ​ມ.”

​ເຖິງຈະ​ມີການ​ຂົ່ມ​ຂູ່​ໂດຍກຸ່ມ​ຕາ​ລີ​ບານ​ຕ່າງໆ​ນາໆ ບໍ່​ພຽງ​ແຕ່​ເປັນ​ເຫດ​ຜົນ​ນຶ່ງທີ່​ພວກ​
ຄົນ​ທັງຫຼາຍ ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຢູ່​ໃນ​ບ້ານ. ຫຼາຍໆ​ຄົນ ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ບໍ່
​ພໍ​ໃຈ​ນຳ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ ​ທີ່​ຂີ້​ຮ້າຍແລະບໍ່​ຮັກ​ສາຄຳ​ໝັ້ນ​ສັນ​ຍາ​ ມາ​ໄດ້
ຫ້າ​ປີ​ແລ້ວນັ້ນ.

“ໃນຕະຫຼອດ​ຫ້າ​ປີ​ທີ່​ຜ່ານ​ມາ ລັດ​ຖະ​ບານບໍ່​ໄດ້​ບັນ​ລຸ​ເປົ້າ​ໝາຍ​ຫຍັງ​ເລີຍ ​ທີ່ມີ​ຄຸນ​ຄ່າ.
ໂດຍ​ສະ​ເພາະແລ້ວ ພວກ​ເຂົາ ບໍ່​ໄດ້​ເຮັດ​ຫຍັງ​ເລີຍ​ໃຫ້​ແກ່​ພວກ​ແມ່​ຍິງ. ສ່ວນ​ຜູ້​ສະ​ໝັກ
​ຄົນ​ອື່ນ ກໍ​ຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕ່າງ​ນາໆ ​ທີ່​ເຮັດ​ບໍ່​ໄດ້. ບໍ່​ມີ​ຫຍັງ​ເລີຍ​ທີ່​ຈະ​ປ່ຽນ​ແປງ”
ທ້າວ ຊາບ​ນາມ ຢູ​ຊູ​ຟີ ຈາກ​ເມືອງ​ການ​ດາ​ຮາ​ຣ ໄດ້​ກ່າວ​ກ່ອນ​ໜ້າ​ຈະ​ໄປ​ໜ່ວຍ​ເລືອກ​ຕັ້ງ.

ອ່ານ​ຂ່າວນີ້​ຕື​່ມ ເປັນ​ພາ​ສາ​ອັງ​ກິດ

Seemingly low voter turnout marked presidential elections in Afghanistan Saturday, even as security forces managed to maintain relative calm across the country, despite dire warnings from the Taliban.

At least four civilians and three security personnel were killed across the country and more than 50 civilians suffered injuries in election related violence, mostly from small explosions. The figure is relatively small, keeping in mind past elections and the almost daily violence Afghanistan normally faces.

"At the moment we don't have the exact number of voter turnout. But we have created a safe environment. We do believe quite a wide range of our compatriots were present," General Khoshal Sadat, the Afghan deputy interior minister, told VOA before polls closed.

Daryush Khan, who came to a Kabul polling center with his wife and two small children, one of them in his arms, said he was there to safeguard his kids' future.

"We know there are a lot of problems in Afghanistan, including security. But it's our civil duty to come out and vote and choose our destiny," he said. His wife, Gaity, holding up the other crying child, said they could not let threats get in the way of choosing their future.

The Taliban had threatened to attack any election related activity, block roads, and blow up communication towers, calling the elections a "fake process."

Taliban threats, however, were not the only reason people decided to stay home. Many said they were disgruntled after five years of bad governance and false promises.

"In the last five years, the government didn't deliver anything worthwhile. Especially, they didn't do anything for women. The other candidates are also making empty promises. Nothing will change," said Shabnam Yusufi of Kandahar, ahead of the polls.

XS
SM
MD
LG