ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງລົດໄຟ ທີ່ຍາວທີ່ສຸດຂອງໂລກ ເປີດ ‘ເສ້ນທາງສາຍໄໝ' ໃໝ່ຂອງຈີນ (ວີດີໂອ ຮຽນພາສາອັງກິດ)


World’s Longest Rail Route Part of China’s ‘Silk Road’ Revival
please wait

No media source currently available

0:00 0:03:07 0:00

ເບິ່ງວີດິໂອ ກ່ຽວກັບລາຍງານນີ້.

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ:

ທາງລົດໄຟ​ທີ່​ຍາວ​ທີ່​ສຸດໃນ​ໂລກ ເປີດ​ໃຊ້​ແລ້ວ ລະຫວ່າງ​ປະ​ເທດ
​ຈີນ ກັບ​ສະ​ເປ​ນ. ລົດ​ໄຟ​ທີ່​ເດີນທາງລະຫວ່າງ​ສອງປະ​ເທດ​ນີ້ ​ແມ່ນ​
ຈະ​ໃຊ້​ເວລາພຽງ​ເຄິ່ງໜຶ່ງ​ຂອງ​ເວລາ ທີ່​ເຮືອ​ລຳ​ໜຶ່ງ​ໃຊ້​ໃນ​ການ​ເດີນ
ທາງ​ລະຫວ່າງ​ສອງ​ປະ​ເທດ​ດັ່ງກ່າວ. ທາງ​ລົດ​ໄຟ​ສາຍ​ນີ້​ເປັນ​ພຽງ​
ໜຶ່ງ​ໃນ​ລາຍໆ​ໂຄງການ ທີ່​ຈີນລົງ​ທຶນສ້າງ ເປັນ​ເງິນ​ຈຳນວນຫລາຍ
​ຕື້​ດອລລ່າ ຂະນະ​ທີ່​ຈີນຫາ​ທາງ​ປັບປຸງ​ການ​ຄ້າ ລະຫວ່າງ​ເອ​ເຊຍ
​ຕາ​ເວັນ​ອອກ ກັບ​ຢູ​ໂຣບ. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ
ຈາກ​ລາຍ​ງານ​ຂອງ​ວີ​ໂອ​ເອ ພະແນ​ກພາສາ​ອັງກິດ​ພິ​ເສດ.

ທາງ​ລົດ​ໄຟ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ ເປີດ​ໃຊ້​ແລ້ວ​ເວລາ​ນີ້. ເມື່ອ​ເດືອນທັນວາ​ຜ່າ​ນມາ ລົດ​ໄຟ​ຄັນ​ໜຶ່ງທີ່​ບັນທຸກ​ສິນຄ້າ​ຈາກ​ປະ​ເທດ​ຈີ​ນ ​ໄດ້​ເດີນ ທາງ​ໄປ​ເຖິງ​ນະຄອນຫລວງ Madrid ຂອງ​ປະ​ເທດສະ​ເປ​ນ. ທາງລົດ​ໄຟ​ສາຍ​ນີ້ ​ແມ່ນ​ໂຄງການ​ໜຶ່ງໃນ​ຫລາຍໆ​ໂຄງການ​ຂົນ​ສົ່ງ​ອັນຫລ້າ​ສຸດ ທີ່​ຈີນ​ໄດ້​ອອກທຶນ​ສ້າງ​ໃຫ້ ​ຢູ່ໃນ​ຢູ​ໂຣບ.

ບາງ​ຄົນ​ເອີ້ນ​ທາງ​ລົດ​ໄຟ​ສາຍ​ນີ້​ວ່າ the “21st Century Silk Road” ຫລື “ທາງ​ສາຍ​ໃໝ​ແຫ່ງ​ສັດຕະ​ຫວັດ​ທີ 21​.” ປະ​ເທດ​ຈີນ​ກຳລັງ​ໃຊ້​ຈ່າຍ​ເງິນ​ ​ປັບປຸງຖະໜົນ​ຫົນທາງ ຂົວ ​ແລະ​ທາງລົດ​ໄຟ ​ເພື່ອ​ເພີ້​ມທະວີ​ການ​ຄ້າ ​ລະຫວ່າງ​ເອ​ເຊຍ​ຕາ​ເວັນ​ອອກ ກັບຢູ​ໂຣບ. ສະຫະ
ພາບ​ຢູ​ໂຣບ​ເປັນ​ຄູ່​ຄ້າຂາຍ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ ​ແລະ​ຢູ​ໂຣບກໍ​ຍິນ​ດີ​ນຳ​ເງິນ ທີ່​ຈີນ​ກຳລັງ​
ໃຊ້​ຈ່າ​ຍ​ ເພື່ອ​ປັບປຸງ ພື້ນຖານ​ໂຄງ​ລ່າງ ຕ່າງໆ​ນັ້ນ.

ລົດໄຟ​ຂະ​ບວນນີ້ບັນທຸ​ກ ຕູ້​ສິນຄ້າ 40 ຕູ້ ​ແລະ​ເດີນທາງ​ໄລຍະ​ໄກ 13.000 ຫລັກ​ກິ​ໂລ​ແມັດ. ລົດ​ໄຟ​ເລີ້ມ​ອອກ​ເດີນທາງ​ຈາກ​ Yiwu ເມືອງໜຶ່ງ​ໃນ​ແຂວງ Zhejiang ​ແຄມ​ທະ​ເລ​ຂອງ​ຈີນ ​ເມື່ອ​ເດືອນ​ພະຈິກ ຜ່ານ​ມາ. ມັນ​ເດີນທາງ​ໄປ​ຮອດ​ Madrid ​ເມື່ອສາມ​ອາທິດ​ຕໍ່​ມາ. ກຳ​ປັ່ນ​ແມ່ນ​ຈະ​ໃຊ້​ເວລາ​ປະມານ 6 ອາທິດ​ ​ເພື່ອ​ເດີນທາງ​ຈາກ​ຈີນ​ໄປ​ຫາ​ສະ​ເປ​ນນັ້ນ.

ລົດ​ໄຟ​ຄັນ​ນັ້ນ ເດີນທາງ​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ຈີ​ນ ພ້ອມ​ກັບ​ເຫລົ້າ​ວາຍ ​ແລະ​ອາຫານຂອງ​ສະ​ເປ​ນ ໃນ​ເດືອນ​ກຸມພາຜ່ານ​ມາ​ນີ້ ກ່ອນປີໃໝ່ຈີນ.

ທ່ານ​ Jonathan Fenby ​ເປັນ​ຜູ້ຂຽນ​ປື້​ມທີ່​ຊື່ວ່າ “Will China Dominate the 21st Century?” ທີ່​ແປ​ວ່າ “ຈີນ​ຈະ​ຄອບ​ງຳ​ສັດຕະ​ຫວັດ ທີ 21 ຫລືແນວໃດ?” ທ່ານ​ກ່າວ​ວ່າ ຈີນ​ຫາ​ກໍ​ເລິ້ມຕົ້ນ​ດຳ​ເນີນ​ຄວາ​ມພະຍາຍາມ​ຂອງ​ຕົນ ​ເພື່ອ​ປັບປຸງ​ເສ້ນ​ທາງ​ການ​ຄ້າ​ຕ່າງໆ.

​ທ່ານ​ Jonathan Fenby ​ກ່າວ​ວ່າ “ສິ່ງ​ຕ່າງໆ​ເຫລົ່າ​ນີ້​ແມ່ນ.. ຄື​ກຳລັງ​ພັດທະນາ​
ຂຶ້ນ​ມາ ​ແລະຂ້າພະ​ເຈົ້າ​ຄິດ​ວ່າ ຈະ​ພັດທະນາ​ຕໍ່​ໄປ​ເລື້ອຍໆ. ​ເວລາ​ນີ້ ກໍ​ມີທາງ​ລົດ​
ໄຟ​ເຊື່ອມ​ຕໍ່ ຈາກ​ເມືອງຈົງ​ຈິງ ​ໃນ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ ຜ່ານຣັດ​ເຊຍ
ໄປ​ສີ້​ນສຸດ​ລົງ​ທີ່​ເມືອງ
Duisberໃນ​ເຢຍລະ​ມັນ.”

​ເວລາ​ນີ້ ມີ​ລົດ​ໄຟ​ແລ່ນ​ໄປມາ ລະຫວ່າງ​ເຢຍລະ​ມັນກັບ​ຈີນ ອາທິດລະ 5 ຄັ້ງ.

ເບິ່ງວີດີໂອ ລາຍງານນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

ຈີນ​ກຳລັງ​ລົງທຶນ​ຢ່າງ​ຫລວງ​ຫລາຍ ​ເພື່ອ​ປັບປຸງຂົວ​ແລະ​ຖະໜົນ​ຫົນ​ທາງ​ໃນ​ຢູ​ໂຣບ. ​ເມື່ອໄວໆ​ມາ​ນີ້ ກໍ​ໄດ້ໃຊ້​ຈ່າຍ​ເງິນ 167 ລ້ານ​ດອລລ່າ ສ້າງ​ຂົວແໜ່​ງໜຶ່ງ​ຂ້າມ​ແມ່​ນ້ຳດາ​ນູບ ​ໃນ
ປະ​ເທດ​ເຊີ​ເບຍ. ນາຍົກ​ລັກ​ຖະມົນຕີ​ຈີນ ທ່ານ Li Keqiang ກໍ​ໄດ້​ໄປ​ຮ່ວມ​ໃນ​ພິທີ​ເປີ​ດຂົວ. ນາຍົກລັດຖະມົນຕີ​ເຊີ​ເບຍ ທ່ານ Aleksandar Vucic ກ່າວ​ວ່າ ຂົວ​ແຫ່ງ​ນີ້​ແມ່ນ​ການ​ລົງ
ທຶນ​ອັນ​ທຳ​ອິດ ​ໃນ​ຈຳນວນ​ຫລາຍໆ​ອັນ ທີ່​ຈີນ​ຈະສ້າງຂຶ້ນ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ.

ທ່ານ​ກ່າວ​ວ່າ ຂົວ​ນີ້ເປັນ​ສັນຍາ​ລັກ​ຂອງ​ ມິດຕະພາບ​ລະຫວ່າງ​ຈີນ​ກັບ​ເຊີ​ເບຍ. ທ່ານ​ກ່າວ​ຕື່ມ​ວ່າ ຈະ​ມີໂຄງການແບບນີ້​ຫລາຍ​ຂຶ້ນ​ກັບ​ຈີ​ນ ອັນ​ໂຮມ​ທັງ ​ໃນ​ຄຳ​ເວົ້າ​ຂອງ​ທ່າ​ນກໍ​ແມ່ນ ຂົວ​ແຫ່ງ​ໃໝ່​ກັບ​ເສ້ນ​ທາງ​ໃໝ່​ໄປ ສູ່​ອະນາຄົດ​.

​ແຜນການ​ຕ່າງໆ​ເຫລົ່າ​ນັ້ນ​ແມ່ນ​ໂຮມ​ທັງ ການ​ກໍ່ສ້າງ​ທາງລົດ​ໄຟ​ຄວາມ​ໄວ​ສູງ ​ເຊື່ອມ​ຕໍ່​ລະຫວ່າງ​ນະຄອນ​ຫລວງ Belgrade ກັບ Budapest ໃນ​ປະ​ເທດ Hungary ​ໃນ​ຄ່າ​ໃຊ້​ຈ່າຍ 1.900 ລ້ານ​ດອລລ່າ. ລັດຖະ ມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ກ່າວ​ວ່າ ​ເງິນ
​ທີ່​ປະ​ເທດ​ຂອງ​ທ່ານ​ກຳລັງ​ໃຊ້​ຈ່າຍ​ຢູ່​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ກຳລັງ​ເອົາ​ ທ່າ​ທີ ຫລື ວິທີການ ​ແບບ​ໃໝ່ ໃນການ​ພົວພັນ​ກັບປະ​ເທດ​ອື່ນໆ.

ທ່ານ​ກ່າວ​ວ່າ ຕົກ​ມາຮອດທ້າຍ​ປີ 2014 ນັ້ນ ຈີນ​ໄດ້​ສ້າງຄວາມ​ສຳພັນ ກັບ 70 ປະ​ເທດ​ແລະ​ຂົງ​ເຂດ​ຕ່າງໆ ຢູ່​ໃນ​ທົ່ວ​ໂລກ. ທ່ານ​ກ່າວ​ວ່າ ຈີນ ກຳລັງ​ສ້າງ​ຄວາມ​ເປັນ ​ພາ​ຄີ​ກັນ ​ແທນທີ່​ຈະ​ເປັນ​ ພັນທະ​ມິດ.

ຈີນ​ໄດ້​ໃຫ້ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ໃຊ້​ຈ່າຍ​ເງິນ 40 ຕື້​ດອລລ່າ​ ເພື່ອ​ປັບປຸງພື້ນຖານ​ໂຄງ​ລ່າງ. ການ​ລົງທຶນ​ເຫລົ່າ​ນັ້ນ ເຮັດ​ໃຫ້​ຈີນມີໜ້າ​ຢູ່​ໃນ​ທົ່ວ​ໂລກ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ Fenby ກ່າວ​ວ່າ ​ອີກ​ເຫ​ດຜົນ​ໜຶ່ງ​ທີ່​ພາ​ໃຫ້ຈີນ​ເຮັດ​ເຊັ່ນ​ນັ້ນ ກໍ​ເພາະວ່າການ​ເຕີບ​ໂຕ​ທາງ​ເສດຖະກິດ​ໃນ​ປະ​ເທດ​ຈີນ ​ໄດ້​ຊັກ​ຊ້າ​ລົງ.

ທ່ານ Fenby ​ເວົ້າ​ວ່າ “ມີ​ຄວາມ​ອ່ອນ​ແອ​ທາງ​ໂຄງ​ສ້າງ​ຫລາຍ​ຢ່າງ​ຫລາຍ​ອັນ ​ໃນ
​ປະ​ເທດ​ຈີນ--ຄື ທຸກໆ​ຢ່າງ​ເລີ​ຍ ນັບ​ຕັ້ງ​ແຕ່​ລະບົບ​ການ​ເງິນ ​ໄປ​ຫາ​ສິ່ງ​ແວດ​ລ້ອມ. ​
ແລະ​ຕອນ​ນີ້ ພວກ​ເຮົາ​ໄດ້​ມາ​ເຖິງ​ຈຸດ​ທີ່​ ຂ້າພະ​ເຈົ້າ​ຄິດ​ວ່າ ຄະນະ​ນຳພາ​ຊຸດ​ປັດ
ຈຸບັນ​ຂອງ​ຈີນ ​ແມ່ນ ກ່ອນ​ອື່ນ ພ້ອມ​ແລ້ວ​ທີ່​ຍອມຮັບ​ເອົາ​ການ​ເຕີບ​ໂຕ​ທີ່​ຊົ້າລົງ​
ກ່ວາ​ເກົ່າ. ​ແຕ່​ວ່າ​ນອກ​ນີ້ແລ້ວ ກໍ​ຍັງ​ມີ​ຄວາມຮູ້ສຶກສຳນຶກຢູ່​ໃນ​ປະ​ເທດ​ຈີນ​ ​ເຖິງ
​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ ຈັດການ ກັບ​ ພວກ​ບັນຫາ​ໃຫຍ່ໆ​ເຫລົ່ານີ້​ທັງ​ໝົດ.”

​ພວກນັກ​ສັງ​ເກດ​ການ​ກ່າວ​ວ່າ ບັນດາປະ​ເທດ​ຢູ​ໂຣບ​ໄດ້​ພາກັນ​ຫລຸດຜ່ອນ​ລົງ ການ​ກ່າວ​ໂຈມ​ຕີ​ ປະຫວັດ​ທີ່​ບໍ່​ດີ​ໃນ​ດ້ານ​ສິດທິ​ມະນຸດ ​ແລະ​ການປະຕິ​ຮູບທາງ​ການ​ເມືອງຂອງ​ຈີນ​ນັ້ນ​ ​ໃນ​ຂະນະ​ທີ່​ຈີນລົງທຶນ​ຊ່ວຍ ປັບປຸງ​ພວກ​ພື້ນຖານ​ໂຄງ​ລ່າງ​ຂອງ​ຢູ​ໂຣບ.

ວີດີໂອ ພາສາລາວ: ຈີນພະຍາຍາມຈະສ້າງ “ທາງສາຍໄໝ” ທາງທະເລ:

______________________________________________________________

Words in This Story

infrastructure n. structures and centers needed to operate an enterprise or a society, such as roads, bridges and electrical plants

container n. very large shipping boxes used to transport goods, often over long distances

approach n. a way of doing something, or dealing with something

partnerships n. a business that is jointly owned; a joint effort or project between partners

alliances n. people or countries joined for a special purpose

get to grips with (British idiom; the American English version of this idiom is: “come to grips with”) – idiom to deal with

What do you think about China’s plan to spend billions of dollars improving infrastructure in Europe? Do you believe nations in which China has invested should reduce their criticisms of China’s poor human rights record and democracy policies? We want to hear from you. Write your thoughts in the comments section.

XS
SM
MD
LG