ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫມໍ້ໄຟ​ ທີ່​ໃຊ້ໄດ້​ດົນ​ຂຶ້ນກວ່າ​ເກົ່າ ​​ຊ່ວຍໃຫ້​​ພາ​ຫະ​ນະ​ທີ່​ແລ່ນດ້ວຍໄຟ​ຟ້າ ມີຄວາມຫວັງ​ສູງທີ່​ຈະໄດ້​ຮັບ​ຄວາມ​ນິ​ຍົມ


LogOn- Electric Car Batteries -- USAGM
please wait

No media source currently available

0:00 0:01:59 0:00

ການຄົ້ນ​ພົບເທັກໂນໂລຈີໃໝ່ດ້ານຫມໍ້ໄຟ, ອາດຈະເພີ່ມຄວາມຫມັ້ນໃຈໃຫ້​ແກ່ຜູ້ຊົມ​ໃຊ້ຍານພາຫະນະ ໃຫ້​ຫັນ​ມາ​ໃຊ້​ລົດທີ່​ແລ່ນ​ດ້ວຍໄຟຟ້າ​ແທນ​ນ້ຳ​ມັນ.

ຂໍ້ຈໍາກັດກ່ຽວກັບ​ວ່າ ທ່ານຈະສາມາດຂັບລົດທີ່ໃຊ້ຫມໍ້ໄຟທີ່​ແລ່ນ​ດ້ວຍໄຟ ຟ້າໄດ້​ດົນ​ປານ​ໃດ ອາດຈະເຮັດໃຫ້ຜູ້ບໍລິໂພກບາງຄົນລັ່ງເລໃຈທີ່ຈະປ່ຽນໄປໃຊ້ຍານພາຫະນະທີ່​ແລ່ນ​ດ້ວຍໄຟຟ້າ. ແຕ່​ວ່າ ການຄົ້ນ​ພົບເທັກໂນໂລຈີໃໝ່ດ້ານຫມໍ້ໄຟ, ອາດຈະເພີ່ມຄວາມຫມັ້ນໃຈໃຫ້​ແກ່ຜູ້ຊົມ​ໃຊ້. Shelley Schlender ມີລາຍງານກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສ​ະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່ໄປ.

ຍານພາຫະນະໄຟຟ້າບາງຄັນ ສາມາດຂັບໄປ​ໄດ້ໄກກວ່າ 600 ກິໂລແມັດໂດຍ​ທີ່​ມີ​ໝໍ້​ໄຟ ຫລື ແບັດເຕີລີທີ່ສາກໄຟເຕັມພາຍໃນປະມານນຶ່ງຊົ່ວໂມງ. ໝໍ້​ໄຟເຫຼົ່າ ນັ້ນມີທາດລິ​ທຽມໄອ​ອອນ (lithium-ion) ແຫຼວບວກກັບຄາບອນອ່ອນທີ່ເອີ້ນວ່າ ຂີ້​ກົ່ວ​ດໍ​າ ຫລື graphite.

ແຕ່ການ​ຄົ້ນ​ພົບໃໝ່ໃນເລື້ອງຫມໍ້ໄຟສຳ​ລັບລົດໄຟຟ້າແມ່ນຍັງບໍ່​ໄກ້​ເກີນ​ໄປທີ່​ຈະ​ໄດ້​ເຫັນ. ໝໍ້​ໄຟລິ​ທຽມໄອ​ອອນ (lithium-ion) ໃໝ່ ໄດ້​ເອົາ​ສານ​ຊີ​ລະ​ຄອນ — ທີ່​ເປັນດິນຊາຍນັ້ນ​ມາ​ໃຊ້​ແທນຂີ້​ກົ່​ວ​ດຳໄດ້. ການເປີດຕົວຂອງແບັດເຕີ​ຊີ​ລາ (Sila) ແມ່ນ​ໄດ້ເລີ່ມຕົ້ນຂຶ້ນ​ໃນ​ລະ​ດັບ​ນ້ອຍໆ, ໂດຍທີ່​ມີຕົວ​ທຳ​ການຕິດຕາມ ການ​ອອກ​ກຳ​ລັງ​ກາຍ ​ວູບ (WHOOP).

ທ່ານ​ຈອນ ຄັບ​ໂປດິລ​ລູ​ບ​ໂປ (John Capodilupo) ເປັນຜູ້ຮ່ວມກໍ່ຕັ້ງບໍ່ລິ​ສັດ WHOOP. ທ່ານ​ກ່າວ​ຕໍ່​ວີ​ໂອ​ເອຜ່ານ​ທາງ Zoom ວ່າ:
"ເຮັດແນວນີ້ ໃນກໍລະນີຂອງພວກເຮົາ ແມ່ນເຮັດໃຫ້ມີປະມານ 20 ເປີເຊັນ ຂອງຄວາມຫນາແຫນ້ນ ຂອງພະລັງງານເພີ່ມອີກໃນຫມໍ້ໄຟຂອງພວກເຮົາ."

ທ່ານຄັບ​ໂປດິລ​ລູ​ບ​ໂປເວົ້າວ່າ ໝໍ້​ໄຟຂອງ​ຊີ​ລາ ສະຫນອງພະລັງງານຢ່າງ​ຫລວງຫຼາຍ, ຊຶ່ງຊ່ວຍເຄື່ອງຕິດຕາມການ​ອອກກຳ​ລັງ​ກາຍ​ລຸ້ນ​ຫຼ້າສຸດນີ້​ໄດ້.

ທ່ານຄັບ​ໂປດິລ​ລູ​ບ​ໂປ ຜູ້ຮ່ວມກໍ່ຕັ້ງບໍ​ລິ​ສັດ WHOOP ກ່າວຜ່ານທາງ Zoom ວ່າ:
"ແລະພວກເຮົາຍັງໄດ້ເພີ່ມຄຸນລັກສະນະ ແລະເຊັນເຊີໃຫມ່, ເຊັ່ນ ອຸນຫະພູມ ຂອງຜິວຫນັງ ແລະເຊັນເຊີສຳລັບການຈັບລະດັບອາຍອັອກຊີເຈນໃນເລືອດອີກດ້ວຍ."

ແຕ່​ວ່າ​ ມັນ​ບໍ່​ພຽງ​ແຕ່ໃຊ້ເພື່ອຕິດ​ຕາມ​ການ​ອອກ​ກໍາ​ລັງ​ກາຍເທົ່າ​ນັ້ນ​. ຮອດ​ປີ 2025, ຊີ​ລາມີ​ແຜນ​ທີ່ຈະ​ຂາຍ​ໝໍ້​ໄຟ​ລົດ​ທີ່​ຈະ​ຍືດ​ເວ​ລາ​ໃນ​ການ​ແລ່ນຂອງ​ລົດ​ໄຟ​ຟ້າອອກ​ໄປ​ອີກ​ 40 ເປີ​ເຊັນ ກ່ອນ​ທີ່ມັນ​ຈະ​ຕ້ອງ​ໄດ້​ສາກ​ໄຟອີກ ​ແລະບໍ່​ເພີ່ມ​ນ້ຳ​ໜັກໃຫ້​ລົດ.

ໂລຫະທີ່ເອີ້ນວ່າໄນ​ໂອ​ບຽມ (Niobium) ອາດຈະຊ່ວຍໃຫ້ໝໍ້​ໄຟຂອງລົດໄຟຟ້າ ສາມາດສາກໄຟໄດ້ໄວ ສໍາລັບການຂັບໄປ​ໄກ 200 ກິໂລແມັດ.

ທ່ານ​ມາກ ນີວ​ແມນ (Mark Newman) ຢູ່​ບໍ​ລິ​ສັດ​ນຽວ​ໂບລທ໌ (Nyobolt), ຜູ້​ຜະ​ລິດ​ໝໍ້​ໄຟໄນ​ໂອ​ບຽມ (Niobium) ​ກ່າວ​ຕໍ່ວີ​ໂອ​ເອຜ່ານ​ທາງ Zoom ວ່າ:
"ສໍາລັບ EV ໄລຍະສັ້ນແລ້ວ ພວກເຮົາສາມາດສາກໄຟໃຫ້ເຕັມຫມໍ້ໄຟຂອງ ພວກເຮົາໃນຫ້າ ຫຼືຫົກນາທີໄດ້."

ທ່ານ​ມາກ ນີວ​ແມນເວົ້າອີກວ່າ ຫມໍ້ໄຟຂອງນຽວ​ໂບວ​ທ໌ Nyobolt ອາດຈະດີ ສໍາລັບການເລັ່ງລົດ.

ໝໍ້​ໄຟຂອງບໍ​ລິ​ສັດພະ​ລັງ​ງານ​ທີ່​ແຂງ​ແກ່ນ ຫລື Solid Power ແມ່ນມີຄວາມ ແຂງແກ່ນ, ຊຶ່ງຫມາຍຄວາມວ່າບໍ່ມີສ່ວນທີ່​ເປັນ​ທາດແຫຼວໄຫຼອອກ​ມາ.

​ທ່ານດັກ ແຄ​ມ​ແບ​ລ (Doug Campbell) ທີ່ເປັນຫົວໜ້າບໍລິຫານ ຫລື CEO ຂອງບໍ​ລິ​ສັດ Solid Power ກ່າວ​ວ່າ:
"ພວກເຮົາກໍາລັງປ່ຽນແທນສານອີເລັກໂທຣໄລທ໌ (electrolyte) ທີ່ແຫຼວທີ່ ໃຊ້ຢູ່ໃນຫມໍ້ໄຟລີນຽມ-ໄອອນ (lithium-ion) ທໍາມະດານັ້ນ, ... ດ້ວຍວັດສະດຸ ນຳໄຟຟ້າໄອອນ (ion) ທີ່ແຂງ."

ທ່ານແຄ​ມ​ແບ​ລ (Campbell) ກ່າວອີກ​ວ່າ ຖ້າ​ໄລຍະ​ທາງ​ຂອງ​ລົດ​ໄຟຟ້າແລ່ນ​ໄດ້ແມ່ນ 500 ກິ​ໂລ​ແມັດ, ​ໝໍ້​ໄຟຂອງ Solid Power ​ຂະໜາດ​ດຽວ​ກັນ​ຈະ​ເຮັດ​ໃຫ້​ລົດ​ສາມາດ​ຂັບ​ໄປໄດ້​ໄກ​ກວ່າ 700 ກິ​ໂລ​ແມັດ. ນອກຈາກນັ້ນ, ການມີ​ສ່ວນປະ​ກອບ​ຂຶ້ນ ​ທີ່ບໍ່ແມ່ນ​ທາດ​ແຫລວຂອງມັນ ແມ່ນ​ຊ່ວຍປ້ອງກັນບໍ່​ໃຫ້​ເກີດ ໄຟໄຫມ້ໄດ້.

ທ່ານແຄ​ມ​ແບ​ລ (Campbell) ກ່າວ​ຕໍ່​ໄປ​ວ່າ:
"ມັນຫຼຸດຜ່ອນໂອກາດທີ່​ຈະ​ໄດ້ຮຽກ​ເອົາຍານພາຫະນະ​ຄືນມາ​ຫລັງ​ຈາກເອົາ​ມັນ​ອອກ​ໄປ​ໃຊ້ແລ້ວ, ເຊິ່ງແນ່ນອນວ່າ ພວກເຮົາໄດ້ເຫັນແລ້ວໃນປັດຈຸບັນນີ້ທີ່​ເກີດ ຂຶ້ນ​ກັບບໍ​ລິ​ສັດ​ຮຸນ​ດາຍ (Hyundai) ແລະເຈີ​ເນ​ຣອ​ລ​ໂມ​ເຕີສ໌ (General Motors)."

ບໍ​ລິ​ສັດ Solid Power ມີແຜນທີ່​ຈະ​ເຮັດຫມໍ້ໄຟສໍາລັບລົດຂອງຜູ້ຊົມ​ໃຊ້ ພາຍໃນປີ 2025.

ທ່ານແຄ​ມ​ແບ​ລ (Campbell) CEO ຂອງ Solid Power ກ່າວ​ມ້ວນ​ທ້າຍ​ວ່າ:
“ຖ້າພວກເຮົາປະສົບຜົນສໍາເລັດ, ພວກເຮົາຈະມີບົດບາດໃນການເຮັດໃຫ້ລົດສາມາດໃຊ້ໄຟຟ້າແລ່ນໄດ້. ມັນເຮັດໃຫ້ຂ້ອຍຢາກຕື່ນໃນແຕ່ລະເຊົ້າ. ນັ້ນມັນເປັນເລື້ອງທີ່ໜ້າຕື່ນເຕັ້ນ.”

ຜູ້ປະດິດສ້າງທັງໝົດເຫຼົ່ານີ້ເວົ້າວ່າ ໂລກຈະໄດ້ຮັບຜົນປະໂຫຍດຈາກ ການ​ຄົ້ນ​ພົບ​ໃໝ່ ​ໃນ​ເລື້ອງ​ໝໍ້​ໄຟ ເພື່ອຫຼຸດຜ່ອນມົນລະພິດທາງອາກາດ ແລະອາຍແກັສ ເຮືອນແກ້ວ.

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

The limits on how far you can drive a car with an electric battery may be making some consumers reluctant to switch to electric vehicles. Breakthroughs in battery technology, however, may increase consumer confidence. Shelley Schlender reports.]]

Some electric vehicles can drive over 600 kilometers, with batteries that fully recharge in about an hour. Those batteries contain liquid lithium ions, plus a soft carbon known as graphite.

But breakthroughs in electric car batteries are on the horizon. A new lithium-ion battery replaces graphite with silicon — that’s sand. Sila’s battery debut is starting small, with the WHOOP fitness tracker.

John Capodilupo is co-founder of WHOOP. He spoke to VOA over Zoom:
“This allows for, in our case, about 20% extra energy density in our battery.
John Capodilupo ((Cap - oh - dill - loop oh)) says Sila’s battery provides plenty of power, helping the latest version of the fitness tracker.

John Capodilupo, WHOOP Co-founder via Zoom:
“And we also added new features and sensors, such as skin temperature and blood oxygen level sensors.”

But it’s not just for fitness trackers. By 2025, Sila plans to sell car batteries that will extend electric vehicles’ range of travel 40% before needing recharging and without adding weight.

A metal called Niobium may help electric vehicle batteries charge fast for a 200-kilometer drive.

Mark Newman with Nyobolt, the maker of the Niobium-based battery, spoke to VOA over Zoom:

Mark Newman, Nyobolt via Zoom
“For a shorter range EV, we can have a full charge with our batteries in five or six minutes.”
Mark Newman says the Nyobolt battery may also be great for acceleration.

Solid Power’s batteries are solid state, meaning no liquid parts.

Doug Campbell is the chief executive of Solid Power

Doug Campbell, Solid Power CEO:
“We are replacing the liquid electrolyte that’s used in a conventional lithium-ion battery, … with a solid ion conducting material.”

Doug Campbell says if an electric vehicle’s range is 500 kilometers, a same-sized Solid Power battery will let the car drive over 700 kilometers. Plus, its non-liquid makeup prevents fires.

Doug Campbell, CEO, Solid Power:
“It reduces chances for vehicle recalls, which of course we’re seeing right now with Hyundai and General Motors.”
Solid Power plans batteries for consumer cars by 2025.

Doug Campbell, Solid Power CEO:

“If we’re successful, we’re going to have a role in enabling vehicle electrification. That gets me up in the morning. That’s exciting.”
All these innovators say the world will benefit from breakthrough batteries for reducing air pollution and greenhouse gas.

XS
SM
MD
LG