ເດືອນສິງຫາ ແມ່ນເດືອນທີ່ສຳຄັນ ສຳລັບອົງການເພື່ອສິດທິມະນຸດສາກົນແລະພວກຊາວວີເກີພັດຖິ່ນໃນຕ່າງແດນ ຜູ້ທີ່ໄດ້ຄອງຄອຍບົດລາຍງານ ທີ່ໄດ້ໃຫ້ຄຳໝັ້ນສັນຍາເປັນເວລາຍາວນານ ກ່ຽວກັບເຂດຊິນຈຽງ ຈາກຫ້ອງການຂ້າຫຼວງໃຫຍ່ດ້ານສິດທິມະນຸດ ຂອງສະຫະປະຊາຊາດ ຫຼື OHCHR.
ໂຄສົກ OHCHR ທ່ານນາງ ລີຊ ໂທຣສແຊລ (Liz Throssell) ໄດ້ກ່າວຕໍ່ວີໂອເອ ວ່າ “ດັ່ງທີ່ພວກເຮົາໄດ້ກ່າວໄປແລ້ວ ຂ້າຫຼວງໃຫຍ່ ໄດ້ໝັ້ນໝາຍທີ່ຈະພິມເຜີຍແຜ່ບົດລາຍງານກ່ອນສິ້ນສຸດສະໄໝໜ້າທີ່ຂອງທ່ານນາງ ໃນທ້າຍເດືອນນີ້.”
ກ່ອນໜ້າການລົງຈາກຕຳແໜ່ງຂ້າຫຼວງໃຫຍ່ຂອງທ່ານນາງມິແຊລ ບາເຊີເລັຕ (Michelle Bachelet) ແລະແຜນການຂອງທ່ານນາງ ທີ່ຈະເປີດເຜີຍການປະເມີນຜົນດ້ານສິດທິມະນຸດ ໃນເຂດຊິນຈຽງ ຂອງ OHCHR ຊຶ່ງຈີນ ໃນສອງອາທິດມໍ່ໆມານີ້ ໄດ້ເພີ້ມການກົດດັນຂອງຕົນຕໍ່ທ່ານນາງບາເຊີເລັຕ ໃຫ້ປົກປິດບົດລາຍງານດ້ານສິດທິມະນຸດ ໃນເຂດຊິນຈຽງ ພາຍໃຕ້ການປຸກລະດົມທາງ
ດ້ານຈົດໝາຍ ແລະອີເມລ.
ເມື່ອອາທິດແລ້ວນີ້ ໜັງສືພິມ China Daily ຂອງທາງການຈີນ ໄດ້ລາຍງານວ່າ ຊາວວີເກີ ໃນເຂດຊິນຈຽງ ໄດ້ສົ່ງອີເມລຕ່າງໆຫາທ່ານນາງບາເຊີເລັຕ ໂດຍເລົ່າ “ເລື້ອງລາວສ່ວນຕົວຂອງພວກເຂົາ ແລະສະແດງອອກຄວາມໂມໂຫ” ເມື່ອຮຽນຮູ້ກ່ຽວກັບວ່າ ຂົງເຂດດັ່ງກ່າວ ຖືກບັນຍາຍແນວໃດ ໂດຍ “ກຳລັງທີ່ຕໍ່ຕ້ານຈີນ”.
ໜັງສືພິມ China Daily ໄດ້ຂຽນວ່າ “ພວກພະຍານຫຼາຍຄົນ ແລະຄອບຄົວຂອງພວກຜູ້ເຄາະຮ້າຍໃນການກໍ່ການຮ້າຍ ຫວັງວ່າ ທ່ານນາງບາເຊີເລັຕ ສາ ມາດຮຽນຮູ້ຫຼາຍຂຶ້ນ ກ່ຽວກັບຜົນກະທົບຂອງການໂຈມຕີທີ່ໂຫດຮ້າຍທັງຫຼາຍ ດ້ວຍການອ່ານອີເມລຂອງພວກເຂົາ” ຊຶ່ງໜັງສືພິມນີ້ ອ້າງອີງເຖິງບົດລາຍງານຂອງອົງການຂ່າວຊິນຫົວຂອງທາງການຈີນ. ບົດຂຽນກ່າວອີກວ່າ “ຈາກປີ 1990 ຫາ 2016 ພວກແບ່ງແຍກດິນແດນ ພວກຫົວຮຸນແຮງ ແລະພວກກໍ່ການຮ້າຍ ໄດ້ວາງແຜນແລະໄດ້ດຳເນີນການໂຈມຕີກໍ່ການຮ້າຍຫຼາຍພັນຄັ້ງຢູ່ໃນເຂດຊິນຈຽງ.”
ໜັງສືພິມ China Daily ໄດ້ອະທິບາຍວ່າ ການແກ້ໄຂຂອງປັກກິ່ງ ໃນດ້ານການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ ແມ່ນຈັດຕັ້ງ “ການສິດສອນວິຊາອາຊີບ ແລະສູນກາງຝຶກອົບຮົມ ເພື່ອຊ່ອຍພວກຄົນເຫຼົ່ານັ້ນ ຜູ້ທີ່ອາດຈະໄດ້ຮັບອິດທິພົນຈາກລັດທິກໍ່ການຮ້້າຍ ແລະລັດທິຫົວຮຸນແຮງ.”
ທ່ານນາງບາເຊີເລັຕ ໄດ້ກ່າວຕໍ່ວີໂອເອ ເມື່ອຖືກຖາມກ່ຽວກັບພວກອີເມລ ວ່າ “ຫ້ອງການຂອງພວກເຮົາ ໄດ້ຮັບອີເມລຫລວງຫຼາຍ ທັງຈາກສ່ວນບຸກຄົນ ແລະຍັງມີອີເມລໂຄສະນາທັງຫຼາຍທີ່ໄດ້ຖືກໄຈ້ແຍກ ແລະພວກເຮົາບໍ່ໃຫ້ຄຳເຫັນກ່ຽວກັບຕິດຕໍ່ຫາກັນເຊັ່ນນັ້ນ.”
ເມື່ອເດືອນແລ້ວນີ້ ອົງການຂ່າວຣອຍເຕີສ໌ ໄດ້ລາຍງານວ່າ ປັກກິ່ງ ໄດ້ສົ່ງຈົດໝາຍສະບັບນຶ່ງ ໄປຫາຫົວໜ້າດ້ານສິດທິຂອງສະຫະປະຊາຊາດ ໂດຍຂໍຮ້ອງທ່ານນາງ ບໍ່ໃຫ້ເປີດເຜີຍການປະເມີນຜົນກ່ຽວກັບສະຖານະການດ້ານສິດທິມະ ນຸດ ໃນເຂດຊິນຈຽງ ຍ້ອນມີ “ຄວາມເປັນຫ່ວງຢ່າງສູງ” ວ່າ ຖ້າມັນຖືກພິມອອກເຜີຍແຜ່ ກໍຈະຖືກນຳມາເປັນເລື້ອງການເມືອງກ່ຽວກັບສິດທິມະນຸດໃນຈີນ ຫຼາຍຂຶ້ນຕື່ມອີກ.