ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈຳນວນ ຜູ້ບາດເຈັບລົ້ມ​ຕາຍ​ ຍ້ອນໄຟໄໝ້ຕຶກ ທີ່ລອນດອນ ອາດ​ສູງຂຶ້ນຕື່ມ


A man and a woman hold hands aloft in Hyde Park during a "Black Lives Matter" protest in London, following the death of George Floyd who died in police custody in Minneapolis, USA.
A man and a woman hold hands aloft in Hyde Park during a "Black Lives Matter" protest in London, following the death of George Floyd who died in police custody in Minneapolis, USA.

ຕຳຫຼວດ​ລອນ​ດອນ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 17 ຄົນ ​ທີ່ໄດ້​ຢືນຢັນ​ວ່າ​ເສຍ​ຊີວິດ ຍ້ອນ​ໄຟ​ໄໝ້
ທີ່ຕຶກ​ອາຄານ ທີ່ຢູ່​ອາ​ໄສ 24 ຊັ້ນ ​ໃນວັນ​ພຸດ​ວານ​ນີ້ ​ແລະ​ຄາດ​ວ່າ​ຈຳນວນ​ການ​ບາດ​ເຈັບ
​ລົ້ມ​ຕາຍ​ຈະ​ສູງຂຶ້ນຕື່ມ.

ຜູ້​ບັນຊາ​ການ​ຕຳຫຼວດ ທ່ານ Stuart Cundy ​ໄດ້​ກ່າວ​ວ່າ ມີ 37 ຄົນ ​ໄດ້​ຖືກ​ຮັກສາ​
ພະຍາບານ​ທີ່​ໂຮງໝໍ ຊຶ່ງມີ 17 ຄົນ ທີ່​ມີ​ອາການ​ສາຫັດ. ທ່ານ​ໄດ້​ກ່າວ​ວ່າ ບູລິ​ມະ​ສິດ
​ຂອງ​ຕຳຫຼວດ​ໃນ​ຕອນ​ນີ້ ​ແມ່ນ​ລະບຸ​ຕົວ ແລະ​ຊອກ​ຫາ​ພວກ​ທີ່​ຫາຍ​ສາບ​ສູນ​.

ພາບທີ່ໄດ້ກະຈາຍໃຫ້ພວກທີ່ອາໄສ ໃນເຂດທ້ອງຖິ່ນ ເຂດ Natalie Oxford ໃນເວລາ ຕໍ່ມາ ຂອງວັນທີ 14 ມິຖຸນາ, 2017 ເຫັນພາບໄຟໄໝ້ຂອງຕຶກອາຄານ ທີ່ຢູ່ອາໄສ 24 ຊັ້ນ ໃນກາງ ນະຄອນລອນດອນ.
ພາບທີ່ໄດ້ກະຈາຍໃຫ້ພວກທີ່ອາໄສ ໃນເຂດທ້ອງຖິ່ນ ເຂດ Natalie Oxford ໃນເວລາ ຕໍ່ມາ ຂອງວັນທີ 14 ມິຖຸນາ, 2017 ເຫັນພາບໄຟໄໝ້ຂອງຕຶກອາຄານ ທີ່ຢູ່ອາໄສ 24 ຊັ້ນ ໃນກາງ ນະຄອນລອນດອນ.

​ທ່ານນາງ Dany Cotton ຫົວໜ້າ​ໜ່ວຍ​ດັບໄຟ​ນະຄອນລອນ​ດອນໄດ້​ກ່າວ​ວ່າ ຄະນະ
ສື​ບສວນ ​ແມ່ນ​ໄດ້​ປະຕິບັດ​ໜ້າ​ທີ່​ກັບ​ພວກ​ສຳ​ຫຼວດອາຄານ ​ເພື່ອ​ພິຈາລະນາ​ວ່າ
ຕຶກອາຄານ​ທີ່ວ່າ​ນີ້ແມ່ນ​ແໜ້ນໜາ​ແຂງ​ແຮງພໍ ທີ່​ຄະນະ​ກູ້​ໄພ​ແລະ​ເຈົ້າ​ໜ້າ​ທີ່​ດັບໄຟ
ຈະ​ສາມາດເຂົ້າ​ໄປຄົ້ນ​ຫາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ ​ແລະ​ລະບຸ​ຕົວພວກ​ທີ່ຢູ່​ຂ້າງ​
ໃນ​ຕຶກ.ທ່ານນາງ ກ່າວ​ຢ່າງ​ລະວັງ​ວ່າ ຂັ້ນ​ຕອນ​ການ​ປະຕິບັດງານ​ນີ້ ອາດຈະ​ໃຊ້​ເວລາ
ຫລາຍ​ອາທິດຍ້ອນ​ຂະໜາດຂອງ​ຕຶກ​ອາຄານ​.

ໄຟ​ໄດ້ໄໝ້​ລາມຢ່າງ​ວ່ອງ​ໄວ ​ໄປ​ທົ່ວຕຶກ Grenfell Tower ຊຶ່ງ​ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ຕົກ
​ຂອງ​ນະຄອນລອນດອນ ໃນ​ຕອນ​ເຊົ້າມືດຂອງ​ວັນ​ພຸ​ດວານ​ນີ້ ທີ່​ເຮັດ​ໃຫ້​ພວກ​ທີ່​ອາ​ໄສ​ຢູ່​
ທີ່​ນັ້ນຕົກ​ຄ້າງ​ຢູ່ຂ້າງ​ໃນ. ຕຶກ​ອາຄານ​ຫຼັງ​ນີ້ຄາດ​ວ່າ​ມີປະມານ 120 ອາພາດ​ເມັນແລະ​ເປັນ
ທີ່​ພັກ​ພາ​ອາ​ໄສ​ຂອງ​ຜູ້​ຄົນ​ຫຼາຍ​ເຖິງ 600 ຄົນ​.

ເຊີນຊົມ: ວີດີໂອ ເຫດການໄຟໄໝ້ ຢູ່ລອນດອນ

Deadly, Massive Fire Destroys London Apartment Tower
please wait

No media source currently available

0:00 0:01:16 0:00

​ພວກ​ທີ່​ເຫັນ​ເຫດການ​ ​ໄດ້ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ ​
ໃນ​ຂະນະທີ່ ​ໄຟ​ໄດ້​ລຸກລາມ​ໄປ​ທົ່ວ​ຊັ້ນ​ອາຄານ ​ເຮັດ​ໃຫ້​ຜູ້​ຄົນ​ຕົກ​ຄ້າງ ທີ່​ມອງ​ເຫັນ​ຈາກ​
ແສງ​ໄຟ​ຂອງ​ໂທລະສັບ​ມື​ຖື ທີ່​ໂບກ​ສະ​ບັດ ​ໃນ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ.
ພວກ​ທີ່​ເຫັນ​ເຫດການ​ໄດ້ກ່າວ​ວ່າ ພວກ​ທີ່​ອາ​ໄສ​ຢູ່​ທີ່​ນັ້ນ ​ໄດ້​ອຸ້ມພວກ​ເດັກ​ນ້ອຍ ຈາກ​ປ່ອງ
ຢ້ຽມໃນ​ຂະນະ​ທີ່​ມີ​ຜູ້​ຄົນ​ບາງ​ຄົນ ​ໄດ້​ໂດດ​ອອກ​ຈາກ​ຕຶກ ​ໃນ​ຊັ້ນ​ທີ່​ຕ່ຳໆ​ແດ່.

ໃນ​ຂະນະ​ທີ່​ໄຟ​ໄໝ້ ຍັງ​ສືບ​ຕໍ່​ຢູ່​ນັ້ນ ຈົນ​ຮອດ​ຕອນ​ທ່ຽງ​ຂອງ​ວັນ​ພຸດ​ວານ​ນີ້ ​ຈຶ່ງໄດ້​ມີ​ຄຳ​ຖາມ
​ຂຶ້ນ​ວ່າ ​ເປັນ​ຫຍັງ​ໄຟ​ ຈຶ່ງ​ໄດ້ໄໝ້​ລາມ​ຢ່າງ​ໄວວາ​ປານ​ນັ້ນ ​ໃນເມືອງທີ່​ມີ​ປະຫວັດສາດ​ເປັນ​ສັດຕະວັດ ທີ່​ໄດ້​ມີ​ກົດ​ລະບຽບ​ການ​ດ້ານ​ໄຟ​ໄໝ້​ຢ່າງ​ເຄັ່ງ​ຄັດ​ຢູ່​ແລ້ວ​ນັ້ນ.

ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May, ກາງ, ໂອ້ລົມກັບເຈົ້າໜ້າທີ່ດັບເພີງ ທີ່ໄປເຖິງຕຶກ Grenfield Tower ໃນນະຄອນລອນ ດອນ, 15 ມິຖຸນາ, 2017.
ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May, ກາງ, ໂອ້ລົມກັບເຈົ້າໜ້າທີ່ດັບເພີງ ທີ່ໄປເຖິງຕຶກ Grenfield Tower ໃນນະຄອນລອນ ດອນ, 15 ມິຖຸນາ, 2017.

​ໄດ້​ມີ​ການ​ຊ່ອຍ​ກູ້​ໄພ​ຕໍ່​ພວກ​ທີ່​ອາ​ໄສ ຢູ່ໃນ​ຕຶກນັ້ນ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າບໍ່​ໄດ້​ຍິນ​ສຽງ
ເຕືອນ​ໄພ ​ແຕ່​ຢ່າງ​ໃດ. ມີ​ຫຼາຍໆ​ຄຳ​ຖາມ ທີ່​ຊີ້​ໄປ​ເຖິງການ​ບໍ່​ຕິດ​ຕັ້ງ​ສັນຍານ​ເຕືອນ​ໄຟ ຫຼື​ບໍ່
ກໍ​ບໍ່​ມີ​ລະບົບ​ດັບ​ໄຟ​ ແບບ​ເປັນ​ທໍ່​ນ້ຳ​ໃນ​ທົ່ວ​ຕຶກ ຫຼືບໍ່ ກໍ​ມີ​ການ​ປະກອບສ່ວນຂອງ​ວັດ​ສະດຸ
​ກໍ່​ສ້າງທີ່​ເປັນປລາສຕິກ ທີ່​ສາມາດໄໝ້​ງ່າຍໆ​ໄດ້​ ​ແລະ​ມີ​ຊ່ອງ​ໜີ​ໄຟ​ ທີ່​ບໍ່​ພຽງພໍ​ນັ້ນ.

ຄວັນໜາ ແລະແປວໄຟ ພຸ່ງມາຈາກຕຶກທີ່ໄຟໄໝ້ ໃນນະຄອນລອນດອນ, 14 ມິຸຖຸນາ 2017.
ຄວັນໜາ ແລະແປວໄຟ ພຸ່ງມາຈາກຕຶກທີ່ໄຟໄໝ້ ໃນນະຄອນລອນດອນ, 14 ມິຸຖຸນາ 2017.

London police say at least 17 people are confirmed dead from a fire that raced through a 24-story apartment Wednesday, and the number is expected to rise.

Police Commander Stuart Cundy said 37 people are being treated in hospitals, with 17 receiving critical care. He said the priority for authorities is to identify and locate people who are missing.

London Fire Brigade Commissioner Dany Cotton said investigators are working with building surveyors to figure out how to make the building safe for crews to go through and search for evidence of what started the fire and identify those who were inside. She cautioned the process could take weeks due to the size of the building.

The fire moved quickly through Grenfell Tower in West London in the pre-dawn hours of Wednesday, trapping residents. The building contained an estimated 120 apartments and was home to as many as 600 people.

Witnesses said they heard screams for help as the fire stormed through the floors, trapping residents who could be seen from windows flashing their cell phone lights in hopes of being rescued. Witnesses said some residents held small children from windows while other people jumped from the lower stories of the building.

As the building continued to burn after noon Wednesday, questions emerged on why the fire spread through the building so quickly in a city where a centuries-old history of disastrous fires has forced one of the world's most stringent fire codes.

Some residents evacuated from the building said they did not hear fire alarms. Questions pointed to non-existent or malfunctioning sprinklers, flammable plastic building components, and insufficient fire escapes.

Survivors also said they received orders from emergency workers to stay in their apartments, a standard fire procedure, but one that angry residents said was the wrong thing to do this time.

London Mayor Sadiq Khan said Wednesday that "many, many people have legitimate questions that demand answers."
XS
SM
MD
LG