ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສ້າງແຮງຈູງໃຈແບບເໝືອນຈິງ ທີ່ໄດ້ຮັບຄວາມນິຍົມຢ່າງວ່ອງໄວ ສ້າງໂດຍປັນຍາປະດິດແບບຜະລິດ


ຜູ້ສ້າງແຮງຈູງໃຈແບບເໝືອນຈິງ ເກີດຂຶ້ນມາ ໂດຍປັນຍາປະດິດແບບຜະລິດ

ຜູ້ທີ່ສ້າງຄວາມຈູງໃຈສູງທາງດິຈິຕອລອອນໄລນ໌ ສ້າງລາຍໄດ້ຫຼາຍ ລ້ານໂດລາ ໂດຍການຂາຍຜະລິດຕະພັນແລະການບໍລິການຢູ່ໃນສື່ສັງຄົມ. ແຕ່ວ່າ ໂດຍມີການພັດທະນາຂອງປັນ ຍາປະດິດ, ຜູ້ທີ່ໂດ່ງດັງຢູ່ໃນອິນເຕີແນັດ ທີ່ເປັນມະນຸດ ເຫຼົ່ານີ້ກໍາລັງປະເຊີນກັບການແຂ່ງຂັນຈາກສັນຍາລັກຕົວແທນແບບ ເໝືອນຈິງ ຫລື avatar metaverse ຜູ້ທີ່ບໍ່ເຄີຍຢຸດ ເພື່ອພັກ ຜ່ອນຫລັບນອນເລີຍ. Deana Mitchell ມີລາຍງານກ່ຽວກັບເລື້ອງນີ້ຢູ່ໃນສາລະຄະດີ LogOn ຊຶ່ງບົວສະຫວັນ ຈະນໍາມາ ສະເໜີທ່ານໃນອັນດັບຕໍ່ໄປ.

ນູນໍຣີ (Noonoouri) ຜູ້ສ້າງຄວາມຈູງໃຈສູງທີ່ເປັນ "ໄວລຸ້ນ" ແບບເໝືອນຈິງ ເປັນຕົວລະຄອນ ທາງດິຈິຕອລຜູ້ທໍາອິດ ທີ່ໄດ້ທໍາການຕົກລົງເຮັດສັນຍາອັດເພງຂາຍ ໂດຍການເລີ້ມເປີດໂຕເພງຮ້ອງດ່ຽວຂອງນາງໃນເດືອນກັນຍາ ທີ່ຜ່ານມາ ກັບບໍລິສັດວານເນີ ມີວຊິກ (Warner Music). ສຽງຂອງນາງໄດ້ ຖືກສ້າງຂຶ້ນ ໂດຍການຊ່ວຍເຫຼືອຂອງປັນຍາປະດິດ, ຫຼື AI.

ນາງບອກວ່າ "ຄວາມມັກທີ່ທ່ານສະແດງອອກມາຕໍ່ເພງທໍາອິດ ແລະເພງໃນວິ ດີໂອ "ໂດມີໂນສ໌ (Dominoes)" ຂອງຂ້ອຍແມ່ນດີຫຼາຍທີ່ສຸດເລີຍ ແລະມັນ ເຮັດໃຫ້ຂ້ອຍຮູ້ສຶກຕື້ນຕັນໃຈຢ່າງເລິກເຊິ່ງ."

ນາງນູນໍຣີ (Noonoouri) ໄດ້ຮ່ວມມືກັບບໍລິສັດແຟຊັ່ນຕ່າງໆ ດີອໍ (Dior), ເວີຊາຈີ (Versace) ແລະມາກ ເຈກັອຟສ໌ (Marc Jacobs) ແລ້ວ ແລະດຽວນີ້ ກໍກໍາລັງໃຊ້ຄວາມກ້າວຫນ້າທາງເທັກໂນໂລຈີ AI ແບບຜະລິດເພື່ອສ້າງດົນຕີ ເພື່ອຫາລາຍໄດ້. ບາງຄົນໃຫ້ຂໍ້ໂຕ້ແຍ້ງວ່າ ຜູ້ສ້າງຄວາມຈູງໃຈສູງທີ່ເໝືອນຈິງ ໄດ້ປຽບຄູ່ແຂ່ງຂອງເຂົາທີ່ເປັນມະນຸດນັ້ນຫລາຍ. ພວກເຂົາບໍ່ເຄີຍເມື່ອຍ, ຈົ່ມ, ຫຼືຕ້ອງສົນໃຈເບິ່ງຮູບພາບຂອງພວກເຂົາເລີຍ, ແລະພວກເຂົາກໍ "ສາມາດ ຄວບຄຸມໄດ້" ອີກດ້ວຍ ຊຶ່ງເປັນສິ່ງໜ້າດຶງດູດໃຈ ສໍາລັບນັກການລະຕະຫຼາດ.

ໂດຍມີຜູ້ຕິດຕາມທາງອິນ​ສ​ຕາແກຣມ (Instagram) 2.7 ລ້ານຄົນ, ນາງລີລ ມີເຄວລາ (Lil Miquela) ແມ່ນນຶ່ງໃນບັນດາຜູ້ທີ່ມີລາຍໄດ້ຫຼາຍທີ່ສຸດໃນບັນດາຜູ້ສ້າງຄວາມຈູງໃຈສູງທີ່ ເໝືອນຈິງຊຶ່ງນໍາເອົາລາຍໄດ້ປະມານ 11 ລ້ານໂດລາຕໍ່ປີມາໃຫ້ທີມງານ ຂອງນາງ, ອີງຕາມເວັບໄຊທ໌ Forbes.com.

ເໝືອນກັນກັບນູນໍຣີ (Noonoouri), ນາງລີລ ມີເຄວລາ ຮ່ວມມືກັບຍີ່ຫໍ້ສິນຄ້າ ແລະ ນາງແບບຊັ້ນນໍາ, ແລະນາງແມ່ນກະທັ້ງ ໄປປາກົດຕົວຢູ່ການໂຄສະນາ ຂອງຍີ່ຫໍ້ Calvin Klein ໂດຍຈູບກັນກັບນາງແບບຊັ້ນນໍາ ແບລລາ ຮາດີດ (Bella Hadid).

ມັນເບິ່ງຄ້າຍຄືວ່າ ເຖິງແມ່ນຈະເປັນຄົນສ້າງຄວາມຈູງໃຈທີ່ເໝືອນຈິງກໍຕາມ ແຕ່ ການຂາຍສິນຄ້າດ້ວຍເພດ - ຊຶ່ງບາງຄົນເວົ້າວ່າມັນໜ້າເປັນຫ່ວງ... ຕົວຢ່າງເຊັ່ນ, ຢູ່ເບື້ອງຫລັງຂອງຍິງສາວນູນໍຣີ ແມ່ນມີຜູ້ຊາຍຫຼາຍຄົນ.

"ຂ້ອຍບໍ່ແມ່ນ AI, ແຕ່ CGI”

ນາງເປັນສິ່ງທີ່ປະດິດຂຶ້ນມາໂດຍຄວາມຄິດຂອງນັກອອກແບບທາງເວັບໄຊທ໌ ເຢຍຣະມັນ, ທ່ານຢວກ ຊູບເບີ (Joerg Zuber) ແລະສຽງຂອງນາງແມ່ນຜະລິດ ມາຈາກນັກຮ້ອງຊາຍສອງຄົນ ຊຶ່ງສົມຄວນຕ້ອງໄດ້ໃຫ້ຄວາມສົນໃຈ, ອີງຕາມ ຜູ້ຊ່ຽວຊານດ້ານ AI ແລະນັກດົນຕີຮອລລີ ເຮີນເດີນ (Holly Herndon) ກ່າວ.

ທ່ານນາງຮອລລີ ເຮີນເດີນ (Holly Herndon), ນັກສິນລະປິນກ່າວຜ່ານທາງ CG: Zoom ວ່າ:

"ພວກເຮົາໃນທີ່ສຸດອາດຈະເປັນປະເພດວ່າ ມີແຕ່ຜູ້ຊາຍຫມົດ, ທີມງານນັກຂຽນ, ອອກແບບ, ຜູ້ແຕ່ງບົດເພງພາກັນສ້າງແມ່ຍິງທີ່ຂ້ອນຂ້າງວ່າສົມບູນແບບນີ້ຂຶ້ນ ມາ."

ທ່ານນາງເຮີເດິນ (Herndon) ເວົ້າວ່າສໍາລັບນັກສິລະປິນແລ້ວ ມັນມີຄວາມ ຮູ້ສຶກເຖິງການມີອິດສະຫລະ ໃນການສ້າງສັນຍາລັກຕົວແທນ ຫລື avatar ທີ່ ແຕກຕ່າງໄປຈາກຕົວທ່ານເອງ, ແຕ່ມັນກໍຕ້ອງມີການສົນທະນາກັນຫຼາຍຢ່າງ ເພື່ອຮັບປະກັນວ່າພວກທີ່ຖືກສັນຍາລັກເປັນຕົວແທນໃຫ້ນັ້ນ ບໍ່ກາຍເປັນຄົນໝົດ ຄວາມສໍາຄັນໄປ.

ໃນຂະນະທີ່ຂະແໜງເທັກໂນໂລຈີ AI ແບບຜະລິດ ຍັງສືບຕໍ່ເພີ່ມຂຶ້ນຢ່າງວ່ອງ ໄວຢູ່ນີ້ ຄາດວ່າຈະໄດ້ເຫັນການມີອິດທິພົນ ຂອງສິ່ງທີ່ເໝືອນຈິງນີ້ເພີ້ມຫຼາຍຂຶ້ນ.

ອ່ານບົດລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Online digital influencers make millions of dollars selling products and services on social media. But with developments in artificial intelligence, these human internet celebrities are facing competition from metaverse avatars who never stop to sleep. Deana Mitchell has the story in this edition of LogOn.

Virtual “teen” influencer Noonoouri is the first digital character to get a record deal, releasing her first single in September with Warner Music. Her voice was generated with the help of artificial intelligence, or AI.

Noonoouri, Virtual Influencer:

“The love you show for my first song and music video, “Dominoes,” is incredible and touches me so deeply.”

Noonoouri has already collaborated with fashion houses Dior, Versace, and Marc Jacobs, and is now capitalizing on advancements in generative AI to create music. Some argue that virtual influencers have an advantage over their human competitors. They never tire, complain, or have to watch their figure, and they are more “controllable,” which is appealing to marketers.

With 2.7 million Instagram followers, Lil Miquela is one of the biggest earners among virtual influencers, bringing in an estimated $11 million a year for her team, according to Forbes.com.

Like Noonoouri, Lil Miquela collaborates with high-end brands and models, and she has even appeared in a Calvin Klein campaign kissing top model Bella Hadid.

It seems even with virtual influencers, sex sells–which some say is concerning…

For example, behind the young female Noonoouri are many men.

She is the brainchild of German graphic designer Joerg Zuber and her voice is generated from two male vocalists.

Which is worth paying attention to, said AI expert and musician Holly Herndon.

Holly Herndon, Artist:

“We might end up with a kind of like all male, writing, styling lyricist team creating this kind of like perfect woman.”

Herndon says for an artist, there is a sense of freedom in creating an avatar that is different from yourself, but there needs to be lots of conversations to ensure those being represented are not marginalized.

As the field of generative AI continues to skyrocket, expect to see more virtual influencing.

XS
SM
MD
LG