ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຸ່ນຍົນ ຫລືໂຣບອດນ້ອຍໆ ຊອກຫາແຫຼ່ງພະລັງານຂອງພວກມັນດ້ວຍຕົນເອງ


ເຊີນຮັບຊົມ ລາຍງານ ກ່ຽວກັບຫຸ່ນຍົນ ຫລືໂຣບອດນ້ອຍໆ ຊອກຫາແຫຼ່ງພະລັງານຂອງພວກມັນດ້ວຍຕົນເອງ

ຫຸ່ນຍົນຫລືໂຣບອດສ່ວນໃຫຍ່ແມ່ນຕ້ອງການແບດເຕີຣີ ທີ່ຄ່ອຍໆເສື່ອມພະລັງ ລົງເມື່ອໃຊ້ເປັນໄປດົນໆ, ຊຶ່ງເຮັດໃຫ້ເກີດບັນຫາໃນການໃຊ້ງານ ແລະສິ່ງເສດ ເຫຼືອດ້ານສິ່ງແວດລ້ອມ. ໃນ​ພາກ​ນີ້​ຂອງລາຍການ LogOn, ນາຕາຊາ ມົສໂກ ວາຢາ (Natasha Mozgovaya) ນັກ​ຂ່າວຂອງ​ວີ​ໂອ​ເອ ໄດ້​ໄປ​ທີ່​ມະຫາວິທະຍາ​ໄລ​ວໍ​ຊິງ​ຕັນ ເພື່ອ​ເບິ່ງໂຣບອດ​ນ້ອຍໆ ​ທີ່​ບໍ່​ມີ​ແບັດ​ເຕີ​ຣີທີ່ຊອກ​ຫາ​ແຫຼ່ງພະລັງງານ​ຂອງ​ມັນດ້ວຍຕົວ​ເອງ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ຫຸ່ນຍົນ ຫລືໂຣບອດນ້ອຍໆອັນນີ້ ສາມາດສຸບໃສ່ປາຍນິ້ວມືຂອງທ່ານໄດ້, ແຕ່ຢ່າ ໃຫ້ໂຣບອດນ້ອຍມີລີໂມບາຍລ໌ (Millimobile) ອັນນີ້ ຫຼອກທ່ານໄດ້ - ມັນສາມາດ ກຸ້ມຕົວເອງໄດ້ຫຼາຍກວ່າຄູ່ແຂ່ງເກືອບໝົດທຸກອັນ ທີ່ໃຫຍ່ກວ່າມັນ. ທ່ານຄາຍລ໌ ຈອນສັນ (Kyle Johnson) ເປັນຜູ້ນຶ່ງທີ່ປະດິດໂຣບອດ Millimobile ຂຶ້ນມາ.

ທ່ານຈອນສັນ (Johnson), ນັກສຶກສາປະລິນຍາເອກທີ່ມະຫາວິທະຍາໄລ ວໍຊິງຕັນກ່າວວ່າ:

"ມີຫຼອດໄຟຟ້າ ຫລື ໂຟໂຕໄດອອດ (photodiode) ຊຶ່ງເປັນເຄື່ອງເຊັນເຊີນ້ອຍໆ ທີ່ສາມາດກວດພົບແສງຢູ່ໃນແຕ່ລະມຸມໄດ້ ສະນັ້ນສິ່ງທີ່ມັນສາມາດເຮັດໄດ້ກໍຄື ເຄື່ອນຍ້າຍໄປຫາບ່ອນເນີນ ທີ່ມີແສງສະຫວ່າງຫຼາຍທີ່ສຸດ, ດັ່ງນັ້ນ ມັນກໍາລັງ ຊອກຫາແຫຼ່ງພະລັງງານຂອງມັນເອົາເອງ."

ໂຣບອດທີ່ວ່ານີ້ ໂດຍພື້ນຖານແລ້ວ ແມ່ນສາມາດແລ່ນໄດ້ຕະຫຼອດເວລາເພື່ອ ເກັບເອົາພະລັງງານຢູ່ອ້ອມຮອບຕົວມັນ, ເຊັ່ນ: ແສງສະຫວ່າງ ຫຼືຄື້ນວິທະຍຸ, ໂດຍບໍ່ຕ້ອງໃຊ້ແບດເຕີຣີທີ່ປະກອບສ່ວນເຮັດໃຫ້ເປັນສິ່ງເສດເຫຼືອທາງເອເລັກ ໂຕຣນິກ.

ທີມງານຂອງມະຫາວິທະຍາໄລວໍຊິງຕັນທີມນີ້ ມີຄວາມຊ່ຽວຊານໃນການນໍາໃຊ້ ວັດສະດຸທີ່ເປັນມິດກັບສິ່ງແວດລ້ອມ ເພື່ອພັດທະນາເຄື່ອງເອເລັກໂຕຣນິກຂະ ຫນາດນ້ອຍ ລວມທັງເມົາສ໌ ສໍາລັບຄອມພິວເຕີທີ່ຍ່ອຍສະຫຼາຍໄດ້ ແລະ ນົກເຈ້ຍ ຂະໜາດນ້ອຍໆ ຫລື microfliers origami ທີ່ເຕັມໄປດ້ວຍເຊັນເຊີເກັບກໍາຂໍ້ມູນ ທີ່ສາມາດປ່ຽນຮູບຮ່າງໄດ້ໃນຂະນະທີ່ບິນໄປເພື່ອປັບທິດທາງການເຄື່ອນໄຫວ.

ທຸກສິ່ງທຸກຢ່າງແມ່ນສ້າງຂຶ້ນດ້ວຍມື, ຊຶ່ງຜູ້ຮ່ວມປະດິດມັນຂຶ້ນມາ, ທ່ານວີເຊນເທ ອາຣອຍຢົສ (Vicente Arroyos) ເວົ້າວ່າ ມັນສາມາດທົດສອບຄວາມອົດທົນ ຂອງທີມງານທີ່ເຮັດວຽກດ້ວຍການໃຊ້ຄີມໜີບ ຢູ່ພາຍໃຕ້ກ້ອງຈຸລະທັດໄດ້.

ທ່ານອາຣອຍຢົສ, ນັກສຶກສາປະລິນຍາເອກທີ່ມະຫາວິທະຍາໄລວໍຊິງຕັນກ່າວວ່າ:

"ເຄື່ອງອີເລັກໂທຣນິກເປັນຄວາມມັກຮັກມາແຕ່ຕອນຍັງເປັນເດັກນ້ອຍ. ແຕ່ການ ເຮັດວຽກຢູ່ໃນຂະຫນາດນ້ອຍໆ - ແລະໃນລະດັບນ້ອຍຂະໜາດນີ້ - ເປັນສິ່ງທີ່ ຂ້ອຍບໍ່ໄດ້ວາດພາບໄວ້ເລີຍ."

ທ່ານວິກຄຣາມ ໄອເຢີ (Vikram Iyer), ຜູ້ຊ່ວຍສາດສະດາຈານ ທີ່ມະຫາວິທະຍາ ໄລວໍຊິງຕັນກ່າວວ່າ:

"ພວກເຮົາມີອຸປະກອນທຸກອັນເພື່ອເຮັດເຄື່ອງຕົ້ນແບບຂອງພວກເຮົາຢູ່ໃນບ່ອນ ຂອງເຮົາເອງ ຊຶ່ງລວມມີສິ່ງຕ່າງໆ ເຊັ່ນລະບົບເຮັດເຄື່ອງກົນຈັກຂະໜາດນ້ອຍ ໃຊ້ແສງເລເຊີ ທີ່ພວກເຮົາໃຊ້ເພື່ອສ້າງວົງຈອນໄຟຟ້າ ແລະກ້ອງຈຸລະທັດ ແລະ ເຄື່ອງມືເຊື່ອມຈອດທີ່ພວກເຮົາໃຊ້ເພື່ອເອົາພວກມັນປະກອບເຂົ້າກັນ."

ໂຣບອດນີ້​ມີ​ຂະ​ໜາດ​ເທົ່າ​ກັບ​ເງິນ​ຫຼຽນນຶ່ງເຊັນ ສາມາດບັນທຸກນ້ຳ​ໜັກ​ໄດ້ເກືອບ ຮອດສາມເທົ່າຂອງນໍ້າໜັກຕົວ​ມັນ​ເອງ​ໃນ​ຂະ​ນະ​ທີ່​ເກັບ​ກຳ​ຂໍ້​ມູນ​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ແຕກ​ຕ່າງ​ກັນ.

ທ່ານແຊກເກີຣີ ແອັງເກິລຮາດ (Zachary Englhardt) ຜູ້ຮ່ວມປະດິດມັນຂຶ້ນມາ ອະທິບາຍກ່ຽວກັບສິ່ງທີ່ຈະເຮັດຕໍ່ໄປວ່າ:

"ພວກເຮົາຫວັງວ່າຈະຊອກຫາວິທີທີ່ຈະເຮັດໃຫ້ໂຣບອດຂະຫນາດນ້ອຍເຫຼົ່ານີ້ ເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ວຽກງານທີ່ສັບສົນກວ່ານີ້ສໍາເລັດຜົນໄດ້, ເຊັ່ນ ການຕິດຕາມກວດກາເຂດອຸດສາຫະກໍາທັງຫມົດ ຫຼືການຊອກຫາສິ່ງປົນເປື້ອນໃນສະພາບແວດລ້ອມ."

ທີມງານຫວັງວ່າຈະນໍາໃຊ້ເທັກໂນໂລຈີໃນການເຄື່ອນໄຫວທີ່ບໍ່ໃຊ້ແບດເຕີຣີແບບດຽວກັນນີ້ ໃນອຸປະກອນທາງການແພດ ແລະສໍາລັບສໍາຫຼວດພື້ນທີ່ຂ້າງນອກຂອງ ອະວະກາດ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Most robots require batteries, which degrade over time, causing performance issues and environmental waste. In this episode of LogOn, VOA’s Natasha Mozgovaya went to the University of Washington to see tiny, battery-free robots that find their own sources of energy.

This tiny robot can fit on your fingertip, but don’t let the Millimobile’s size fool you – it’s more independent than most of its bigger competitors.

Kyle Johnson is a Millimobile co-creator.

Kyle Johnson, University of Washington Doctoral Student:

“There are photodiodes which are little sensors that can detect light on each of the corners, so what it can do is move towards the gradient of the greatest light, so it’s actually seeking its own energy source.”

The robot can basically run forever harvesting ambient energy, such as light or radio waves, without using batteries that contribute to electronic waste.

This University of Washington team specializes in using environmentally friendly materials to develop small-scale electronics including fully biodegradable computer mice and origami microfliers packed with data-gathering sensors that can change shape in flight to adjust course.

Everything is built by hand, which co-creator Vicente Arroyos says can test the team’s patience working with tweezers under a microscope.

Vicente Arroyos, University of Washington Doctoral Student:

Electronics has been a passion from childhood. But to work at the small scale - and at this scale - is something I couldn't have imagined."

Vikram Iyer, University of Washington Assistant Professor:

We have all the equipment to make our prototypes here in-house, including things like this laser micromachining system that we use to build circuits and the microscopes and soldering tools that we use to assemble them."

This robot the size of a penny can carry nearly three times its own weight while gathering data in different environments. Co-creator Zachary Englhardt describes what’s next.

Zachary Englhardt, University of Washington Doctoral Student:

“We are looking forward to finding ways to get a lot of these small robots working together to accomplish more complex tasks, like monitoring entire industrial areas or searching for contaminants in the environment.”

The team hopes to apply the same battery-free motion technology in medical devices and for outer space exploration.

XS
SM
MD
LG