ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການປະ​ດິດ ​ເທັກ​ໂນ​ໂລ​ຈີ ທີ່​ຊ່ວຍ​ໃຫ້​ໝາ ແລະ​ແມວ​ບາງ​ໂຕ ສາ​ມາດ​ໃຊ້ຄຳ​ເວົ້າ ເພື່ອ​ບອກໃຫ້​ຮູ້​ວ່າ ພ​ວກ​ມັນ​ຕ້ອງ​ການ​ຫຍັງ ​​ອອກ​ມາແລ້ວ


LogOn: Some Dogs and Cats Are Using Words to Express Their Needs and Wants
please wait

No media source currently available

0:00 0:02:00 0:00

ເຊີນ​ເບິ່ງວີ​ດິ​ໂອ​ກ່ຽວ​ກັບ ການ​ໃຊ້​ຄຳ​ເວົ້າ​ຂອງ​ໝາ ແລະ​ແມວ​ບາງ​ໂຕ ເພື່ອ​ສະ​ແດງ​ໃຫ້​ຮູ້​ວ່າພ​ວກ​ມັນ​ຕ້ອງ​ການ​ຫຍັງ ແລະ​ຢາກ​ໄດ້ຫຍັງ

ລອງນຶກພາບເບິ່ງວ່າໝາ ຫຼືແມວຂອງທ່ານ ສາມາດໃຊ້ຄຳເວົ້າຕ່າງໆ ເພື່ອໃຫ້ທ່ານຮູ້ຈັກ​ວ່າ ພວກເຂົາໃຈຮ້າຍ, ຮູ້​ສຶກໂດດດ່ຽວຫງອຍ​ເຫງົາ ຫຼື ມີຄວາມເຈັບ ປວດ. ດຽວນີ້ ພວກມັນສາມາດເຮັດແນວນັ້ນໄດ້ແລ້ວ ຍ້ອນ​ອາ​ໄສເຄື່ອງມືການສື່ສານທີ່ມີ​ການ​ປະ​ດິດສ້າງໃຫມ່ ທີ່ຊ່ວຍໃຫ້ພວກເຂົາສະແດງອອກຢ່າງມີປະສິດທິພາບຫຼາຍຂຶ້ນ. Julie Taboh ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ລະ​ອຽດ​ເລື້ອງນີ້ເພີ່ມ​ເຕີມ ຊຶ່ງບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ນາງ​ມໍ​ແກນ (Morgan) ເວົ້າ​ວ່າ: “ໄປ໋! ໄປຫຼິ້ນເທາະ! ໄປ໋​ໄປຫຼິ້ນ! ໄປ​ກັນ ເທາະນາງເອີ້ຍ!”

ນາງ​ມໍ​ແກນ ຄ​ຣຸກ (Morgan Krug) ຮູ້ວິທີການສື່ສານກັບສັດລ້ຽງຂອງນາງ ... ນາງບອກ​ໝາ​ຂອງ​ນາງວ່າ: “ປະມັນ, ດີຫລາຍ, ປີບ! ຈັບ!”

ແລະ ກໍ​ຄ້າຍໆກັນກັບເຈົ້າຂອງສັດສ່ວນຫລາຍ, ປົກກະຕິແລ້ວ ນາງຮູ້ຈັກ​ໃນ​ຕອນ​ໃດທີ່ພວກເຂົາຢາກ​ໄດ້ບາງສິ່ງບາງຢ່າງ ...

ນາງ​ມໍ​ແກນເວົ້າ​ວ່າ: "ມີສັດລ້ຽງອີກ!"

ແຕ່ໃນປັດຈຸບັນການພົວພັນສື່​ສານກັບ​ສັດໃນ​ແຕ່​ລະວັນຂອງນາງ ຍິ່ງເຮັດ​ໄດ້​ດີຍິ່ງຂຶ້ນ, ນາງເວົ້າວ່າ ທັງ​ນີ້​ກໍຍ້ອນ​ວ່າ ມີຊຸດປຸ່ມທີ່ມີຄໍາເວົ້າ ບັນທຶກໄວ້ລ່ວງ ຫນ້າ ທີ່ສັດລ້ຽງຂອງນາງສາມາດ​ກົດ ​ເພື່ອສະແດງອອກສິ່ງ​ທີ່​ເຂົາ​ຢາກບອກ​ອອກ​ມາ.

ແມວ​ແຈ​ສ​ເປີ (Jasper) ກົດປຸ່ມ: “ອາຫານປຽກ!!”

ນາງ​ມໍ​ແກນ ຄ​ຣຸກ (Morgan Krug), ຄູຝຶກໝາກ່າວ​ວ່າ: “ຂ້ອຍເລີ່ມ​ຕົ້ນ​ດວຍ​ການບໍ່ຢາກເຊື່ອປານ​ໃດ. ຂ້ອຍຮູ້ວ່າພວກເຂົາສາມາດຮ້ອງ ຂໍອອ​ກ​ໄປ 'ນອກ' ຫຼື ຂອງຫຼິ້ນສະເພາະອັນ​ໃດ​ອັນ​ນຶ່ງ."

​ໝາ​ອະ​ດໍ​ຣາ (Adora) ກົດປຸ່ມ: “ຟ​ຣິ​ສ​ບີ” ("Frisbee") ຫຼິ້ນ." ນາງ​ມໍ​ແກນ (Morgan) ເວົ້າ​ວ່າ “ຫຼິ້ນ Frisbee ໄປ໋!!”

ນາງ ຄ​ຣຸກ ກ່າວ​ອີກວ່າ: "ແຕ່​ອັນນີ້ ເຮັດໃຫ້ພວກເຂົາບອກ​ໄດ້ແບບສະເພາະເຈາະ​ຈົງ ກ່ຽວກັບສິ່ງທີ່ ພວກເຂົາຢາກ​ເຮັດ."

ໂດຍ​ທີ່​ເປັນຄູຝຶກໝາ​ອ​າ​ຊີບ, ນາງ​ຄ​ຣຸກ ກຳລັງໃຊ້ລະບົບທີ່ເອີ້ນວ່າ FluentPet ທີ່ນາງສາມາດໃຊ້ສຽງຂອງຕົນ ເພື່ອບັນທຶກຄຳເວົ້າ​ຕ່າງໆ..

ນາງ​ເວົ້າ ແລະ​ອັດ​ຄຳ​ວ່າ “ໝາກບານ” ແລະກົດປຸ່ມເປີດ​ສຽງຄືນ ທີ່​ເວົ້າ​ວ່າ “ໝາກບານ!”:

ການ​ເຮັດ​ສິ່ງນີ້ມີປະໂຫຍດຫລາຍ ໂດຍສະເພາະແມ່ນກັບແມວແຈ​ສ​ເປີ (Jasper) ທີ່ຕາບອດຂອງນາງ.

ແມວແຈ​ສ​ເປີ ກົດປຸ່ມ: “Kibble” ຊຶ່ງ​ແປ​ວ່າ​ອາ​ຫານ​ແຫ້ງ.

ນາງ ຄ​ຣຸກ ອະ​ທິ​ບາຍ​ວ່າ: "ການມີປຸ່ມຕ່າງໆ ແລະສຽງໃນເວລາທີ່ແມວບໍ່ມີສາຍຕາທີ່ຈະເບິ່ງ​ເຫັນໃນ​ເວ​ລາ​ໄປມາ​ທາງ​ໃດ ໄດ້​ໃຫ້ຊີວິດຂອງນາງດີ​ຂຶ້ນຢ່າງແທ້ຈິງ ໃນແບບທີ່ວ່າຂ້າ​ພະ​ເຈົ້າ ບໍ່ເຄີຍຄາດຄຶດມາ​ກ່ອນ."

​ທ່ານ ເລ​ໂອ ທ​ຣອດທີ​ເອີ ເປັນຜູ້ກໍ່ຕັ້ງ ແລະຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງບໍ​ລິ​ສັດ FluentPet. ທ່ານໂອ້ລົມກັບວີໂອເອ ຜ່ານທາງ Skype ວ່າ:
"ສະ​ນັ້ນ ຍ້ອນ​ປຸ່ມຕ່າງໆນີ້ ພວກເຮົາເຫັນຄົນລາຍງານພຶດຕິກໍາ ແລະ ການ ພົວພັນສື່​ສານກັບຫມາ ຫຼືແມວຂອງພວກເຂົາເຈົ້າວ່າ ແນວນັ້ນ ແນວນີ້ ຊຶ່ງ​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ໃນ​ນາມ​ທີ່​ເປັນ​ຜູ້​ນຶ່ງທີ່ມີພື້ນຖານທາງວິທະຍາສາດ ດ້ານ ສະຫມອງ, ຂ້າ​ພະ​ເຈົ້າ​ຮູ້ສຶກປຶ້ມໃຈຫລາຍ."

ບໍລິສັດນີ້ຍັງໄດ້ພັດທະນາແອັບ FluentPet ທີ່ເຈົ້າຂອງສັດ ສາມາດໃຊ້ ເພື່ອ ເກັບກໍາຂໍ້ມູນກ່ຽວ​ກັບສັດລ້ຽງຂອງເຂົາເຈົ້າ ແລະຕິດຕາມເບິ່ງວ່າ ຫມາ ຫຼືແມວ ຂອງເຂົາເຈົ້າໄດ້ຮຽນຮູ້ອັນ​ໃດ​ແດ່ ໃນແຕ່​ລະໄລຍະ.

ແມວ​ແຈັ​ສ​ເປີ​ກົດ​ປຸ່ມ ທີ່​ເວົ້າ​ວ່າ: “ສັດ​ລ້ຽງ, ອາ​ຫານ​ແຫ້ງ, ການ​ຝຶກ​ອົບ​ຮົມ.”

ສິ່ງນຶ່ງທີ່ຈະແຈ້ງຫລາຍກໍ​ຄື: ລະບົບເຊັ່ນນີ້ ແມ່ນ​ໃຫ້​ຄວາມ​ຫວັງຢ່າງ​ຫລວງ​ຫລາຍ ສໍາລັບຄວາມກ້າວ​ໜ້າໃນອະນາຄົດ ໃນດ້ານການພົວພັນສື່​ສານ​ກັນ ລະຫວ່າງມະນຸດກັບສັດ.

ນາງ​ມໍ​ແກນ ( Morgan) ເວົ້າ​ວ່າ: “​ໝາ Adora ຢາກ​ໄດ້​ຫຍັງ?" ແລ້ວ​ໝາ Adora ກໍ​ກົດ​ປຸ່ມ: “ອອກ​ໄປ​ນອກ.” ນາງ​ມໍ​ແກນ​ກໍຕອບ​ວ່າ "ໂອ​ເຄ, ໄປ໋​ໄປ!”

ອ່ານ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມ:

Imagine if your dog or cat could use words to let you know when they’re angry, lonely or in pain. Well now they can, thanks to an innovative communication tool that’s helping them express themselves more effectively. VOA’s Julie Taboh has more.

Morgan: “Go! Let’s go play! Let’s go play! Go girl!”

Morgan Krug ((kroog)) knows how to communicate with her pets...

Morgan: “Drop, good job, beep! Catch!”

And like most animal owners, usually knows when they want something…

– Morgan: “More pets!”

But now her daily interactions are even stronger, she says, thanks to a set of buttons with pre-recorded words that her pets can push to express themselves.

Jasper pushes button: “Wet food!!”

Morgan Krug, Dog Trainer: “I started off as skeptic. I knew that they could request ‘outside,’ or specific toys.”

Adora pushes buttons: “Frisbee." Play." Morgan: “Frisbee play!!”

Morgan Krug, Dog Trainer: “But this allows them to be specific about what they want.”

A dog trainer by trade, Krug is using a system called FluentPet, where she can use her own voice to record words...

Morgan: “Ball” and button plays back, “Ball!”:

This has been especially helpful for her cat Jasper, who is blind.

Jasper pushes button: “Kibble”:

Morgan Krug: “Having the buttons and a voice when she doesn't have her eyesight to navigate by has really enriched her life in ways that I could have never anticipated.”

Leo Trottier is founder and CEO of FluentPet. He spoke with VOA via Skype:

“So thanks to buttons, we're seeing people report behaviors and interactions with their dog or their cat that to me as someone who has a background in cognitive science, I find totally astonishing.”

The company has also developed a FluentPet app that owners can use to collect data on their pets and keep track of what their dog or their cat has learned over time.

Jasper pushes the buttons: “Pet. Kibble. Training.”

One thing is clear: Systems like this hold a lot of promise for future advancements in human-animal interactions.
Morgan: “What does Adora want?" Adora pushes button: “Outside.” Morgan: "Okay let’s go!”

XS
SM
MD
LG