ລັດຖະບານໄທ ແລະພວກກະບົດແບ່ງແຍກດິນແດນມຸສລິມ ຢູ່ໃນເຂດໃຕ້ສຸດຂອງປະ
ເທດທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາພຸດນັ້ນ ເລີ້ມການເຈລະຈາສັນຕິພາບຮອບ
ໃໝ່ ແຕ່ພວກນັກວິເຄາະບາງຄົນກ່າວວ່າ ການເຈລະຈານີ້ ມີໂອກາດທີ່ຈະປະສົບກັບ
ຄວາມກ້າວໜ້າໜ້ອຍທີ່ສຸດ.
ຫຼັງຈາກໄດ້ພົບປະກັນແບບລັບໆ ຢູ່ໃນເອເຊຍ ແລະຢູໂຣບ ມາເປັນເວລາຫຼາຍເດືອນ
ແລ້ວ ລັດຖະບານໄທກໍໄດ້ພົບປະກັບພວກຜູ້ນຳຂອງກຸ່ມກະບົດທີ່ໃຫຍ່ທີ່ສຸດ ຄືກຸ່ມປະ
ຕິວັດແຫ່ງຊາດບາຣິຊານ (Barisan Revolusi Nasional) ທີ່ເອີ້ນຫຍໍ້ວ່າ BRN ເພື່ອ
ເຈລະຈາຢ່າງເປັນທາງການເປັນເທື່ອທຳອິດ ໃນຮອບ 6 ປີ ເມື່ອວັນທີ 2 ມັງກອນ ຢູ່ທີ່
ປະເທດມາເລເຊຍຊຶ່ງເປັນຜູ້ໄກ່ເກ່ຍຂັ້ນຕອນສັນຕິພາບ. ການພົບປະເທື່ອທີ 2 ຄາດ
ວ່າຈະມີຂຶ້ນໃນຕົ້ນເດືອນມີນານີ້.
ໂດຍການປະຕິເສດຕໍ່ການຮຽກຮ້ອງຂອງກຸ່ມ BRN ໃນໄລຍະຜ່ານມາ ທີ່ຢາກໃຫ້ມີ
ພວກນັກສັງເກດການອິດສະຫຼະຮວມຢູ່ນຳນັ້ນ ລັດຖະບານໄທໄດ້ເກ້ຍກ່ອມໃຫ້ພວກ
ກະບົດກັບຄືນເຂົ້າສູ່ໂຕະເຈລະຈາ ຢ່າງໜ້ອຍກໍມີການຜ່ອນຜັນໃນທີ່ສຸດ ອີງຕາມຄຳ
ເວົ້າຂອງທ່ານສິຣິສົມພົບ ຈິດພິຣົມສຣີ ອາຈານສອນກ່ຽວກັບບັນຫາຂັດແຍ້ງທີ່ມະຫາ
ວິທະຍາໄລ Prince Songkla ໃນຈັງຫວັດປັດຕະນີ.
ທ່ານກ່າວວ່າ ສຳລັບກຸ່ມ BRN ແລ້ວ “ນີ້ແມ່ນເງື່ອນໄຂທີ່ສຳຄັນຫຼາຍ. ພວກເຂົາເຈົ້າ
ຄິດວ່າ ການເຈລະຈາໂດຍປາສະຈາກການສັງເກດການຂອງນາໆຊາດແລ້ວ ອາດ
ຈະມີຄວາມສ່ຽງສຳລັບພວກເຂົາເຈົ້າ ແລະມັນຈະບໍ່ມີການຄ້ຳປະກັນສຳລັບການເຈລະ
ຈາທີ່ຍືນຍົງ.”
ມີລາຍງານວ່າ ພວກນັກສັງເກດການຈາກໄທ ແລະສວິດເຊີແລນ ໄດ້ເຂົ້າຮ່ວມການປະ
ຊຸມໃນວັນທີ 20 ມັງກອນ ແຕ່ກໍບໍ່ມີຝ່າຍໃດ ໃຫ້ລາຍລະອຽດກ່ຽວກັບ ກຸ່ມຂອງເຂົາເຈົ້າ.
The government of Thailand and Muslim separatists in the far south of the Buddhist-majority country have begun a new round of peace talks, but some analysts say the negotiations have little chance of scoring a breakthrough.
After months of backchannel meetings spanning Asia and Europe, the government met with leaders of the largest of the rebel groups, Barisan Revolusi Nasional (BRN), for formal talks for the first time in six years on Jan. 20 in Malaysia, which is brokering the process. A second meeting is expected in early March.
Having rejected BRN's demands for the inclusion of independent observers in the past, the Thai government wooed the rebel group back to the negotiating table at least in part by finally relenting, said Srisompob Jitpiromsri, who teaches conflict studies at the Prince of Songkla University in Pattani.
For BRN, "this is a very critical condition. They think that talks ... without any international observation would be risky for them and it will not be a guarantee for sustainable talks," he said.
Observers from Thailand and Switzerland reportedly joined the Jan. 20 meeting, but neither side has shared details about their contingents.