ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລິທົວເນຍ ຮຽກຮ້ອງຕໍ່ ອີຢູ ໃຫ້ນຳໃຊ້ທ່າເຮືອທະເລບາລຕິກ ເພື່ອສົ່ງອອກອາຫານປະເພດເມັດ ຂອງຢູເຄຣນ


ແຟ້ບພາບ - ໝໍ້ແປງໄຟຟ້າ ທີ່ມີຈຸດປະສົງເພື່ອເສີມຂະຫຍາຍ ລະບົບການເຊື່ອມໂຍງໄຟຟ້າ ທີ່ເອີ້ນວ່າ LitPol ລະຫວ່າງ ລິທົວເນຍ ແລະ ໂປແລນ ກຳລັງຖືກເຄື່ອນໃສ່ເຮືອບັນທຸກ ໃນທ່າເຮືອ ຄລາຍພີດາ (Klaipeda) ຂອງລີທົວເນຍ, ວັນທີ 13 ພຶດສະພາ 2021.
ແຟ້ບພາບ - ໝໍ້ແປງໄຟຟ້າ ທີ່ມີຈຸດປະສົງເພື່ອເສີມຂະຫຍາຍ ລະບົບການເຊື່ອມໂຍງໄຟຟ້າ ທີ່ເອີ້ນວ່າ LitPol ລະຫວ່າງ ລິທົວເນຍ ແລະ ໂປແລນ ກຳລັງຖືກເຄື່ອນໃສ່ເຮືອບັນທຸກ ໃນທ່າເຮືອ ຄລາຍພີດາ (Klaipeda) ຂອງລີທົວເນຍ, ວັນທີ 13 ພຶດສະພາ 2021.

ລິທົວເນຍ ໃນວັນຈັນວານນີ້ ໄດ້ຮຽກຮ້ອງຕໍ່ສະຫະພາບຢູໂຣບ ຫຼື ອີຢູ ໃຫ້ໃຊ້ທ່າເຮືອໃນທະເລບາລຕິກ ເພື່ອສົ່ງອອກອາຫານປະເພດເມັດຂອງຢູເຄຣນ ຫຼັງຈາກມົສກູ ໄດ້ປະຕິເສດທີ່ຈະຕໍ່ອາຍຸຂໍ້ຕົກລົງປີ 2022 ກ່ຽວກັບເສັ້ນທາງຜ່ານໃນທະເລດຳທີ່ປອດໄພ ອີງຕາມອົງການຂ່າວເອແອັຟພີ.

ຣັດເຊຍ ໄດ້ກ່າວວ່າ ຕົນພ້ອມແລ້ວທີ່ຈະກັບຄືນໄປຫາຂໍ້ຕົກລົງ ຊຶ່ງໄດ້ອະນຸ ຍາດໃຫ້ສົ່ງອອກເມັດພືດເກືອບ 33 ລ້ານໂຕນຈາກທ່າເຮືອຂອງຢູເຄຣນ ຖ້າຫາກຄຳຮຽກຮ້ອງຕ່າງໆຂອງຕົນ ໄດ້ຖືກປະຕິບັດ “ໃນຈຳນວນທັງໝົດ.”

ມົສກູ ກ່າວວ່າ ການນຳສົ່ງດ້ານຜະລິດຕະພັນກະສິກຳ ແລະປຸຍທັງຫຼາຍ ພາຍໃຕ້ຂໍ້ຕົກລົງທີ່ໄດ້ຖືກໄກ່ເກ່ຍໂດຍອົງການສະຫະປະຊາຊາດ ແລະເທີກີ ໄດ້ປະສົບກັບຄວາມຫຍຸ້ງຍາກຍ້ອນມາດຕະການລົງໂທດຂອງຕາເວັນຕົກ.

ຈົດໝາຍສະບັບນຶ່ງທີ່ຂຽນໂດຍລັດຖະມົນຕີຂອງລີທົວເນຍ ສາມທ່ານ ຖືກສົ່ງໄປໃຫ້ ຄະນະກຳມາທິການຂອງອີຢູ ໄດ້ກ່າວວ່າ ທ່າເຮືອຂອງທະເລບາລຕິກອາດ “ເປັນທາງເລືອກທີ່ເຊື່ອຖືໄດ້ສຳລັບການຂົນສົ່ງຜະລິດຕະພັນຕ່າງໆຂອງຢູເຄຣນ ທີ່ລວມທັງອາຫານເຊົ້າປະເພດ ເຊຣີໂອ.”

ຈົດໝາຍດັ່ງກ່າວ ໄດ້ເຫັນໂດຍອົງການຂ່າວເອແອັຟພີ ກ່າວວ່າ ທ່າເຮືອທະເລບາລຕິກ ອາດຊ່ອຍຂົນສົ່ງອາຫານປະເພດເມັດ 25 ລ້ານໂຕນໃນແຕ່ລະປີ.

ຈົດ​ໝາຍຍັງໄດ້ຂໍໃຫ້ ອີຢູ ຕັດໃນເລື້ອງຂອງກົດລະບຽບຕ່າງໆຢູ່ຊາຍແດນຂອງຢູເຄຣນ ກັບໂປແລນ ທີ່ເປັນສະມາຊິກຂອງກຸ່ມດັ່ງກ່າວນັ້ນ.

ເມື່ອ​ເດື​ອນ​ແລ້ວນີ້ ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ ​ໃນ​ຢູ​ໂ​ຣບ​ ຂອງ​ຢູ​ເຄ​ຣນ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ພາບ​ຢູ​ໂຣບຕໍ່​ອາ​ຍຸການ​ຫ້າມ​ນຳ​ເຂົ້າ​ອາ​ຫານ​ປະ​ເພດ​ເມັດ​ໄປ​ຈົນ​ຮອດ​ທ້າຍ​ປີນີ້ ທ່າມ​ກາງ​ທີ່​ມີ​ຄວາມ​ຢ້ານ​ກົວ​ວ່າ ພວກ​ພໍ່​ນາ​ໃນ​ທ້ອງ​ຖິ່ນ​ອາດ​ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈ​າກ​ການ​ນຳ​ເຂົ້າ​ການ​ສະ​ໜອງ​ດັ່ງ​ກ່າວ​ຈາກ​ຢູ​ເຄ​ຣນ.

Lithuania on Monday urged the European Union to use Baltic ports to export Ukrainian grain after Moscow declined to renew a 2022 deal on their safe passage through the Black Sea.

Russia has said it is ready to return to the agreement, which has allowed the export of nearly 33 million tons of grain from Ukrainian ports, if its demands are met "in their totality."

Moscow says its own deliveries of agricultural products and fertilizers under the deal brokered by the United Nations and Turkey were hampered by Western sanctions.

A letter by three Lithuanian ministers to EU commissioners said Baltic ports could "serve as a reliable alternative for transiting Ukrainian products, including cereals.”

The letter, seen by AFP, said Baltic ports could help transport 25 million tons of grain annually.

It also asked the EU to cut red tape on Ukraine's border with Poland, a member of the bloc.

XS
SM
MD
LG