ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

LinkedIn ໄດ້ປິດການບໍລິການຂອງຕົນຢູ່ໃນຈີນ ລົງ ເຊິ່ງກໍໄດ້ປິດ InCareer ທີ່ເປັນແອັປພລີເຄຊັນ ສຳລັບ ຈີນ


ໜ້າຮ້ານອິນເຕີເນັດສຳລັບແອັປພລີເຄສັນ ສະແດງໃຫ້ເຫັນ ແອັປ LinkedIn ຂອງຈີນ ທີ່ກຳລັງເປີດໜ້າກ່ຽວກັບແອັປຂອງ LinkedIn ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 15 ຕຸລາ 2021
ໜ້າຮ້ານອິນເຕີເນັດສຳລັບແອັປພລີເຄສັນ ສະແດງໃຫ້ເຫັນ ແອັປ LinkedIn ຂອງຈີນ ທີ່ກຳລັງເປີດໜ້າກ່ຽວກັບແອັປຂອງ LinkedIn ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 15 ຕຸລາ 2021

LinkedIn ທີ່ເປັນເຄືອຂ່າຍສື່ສັງຄົມ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ແລະ ບໍລິສັດ Microsoft Corp. ເປັນເຈົ້າຂອງ, ເຊິ່ງເພັ່ງເລັງໃສ່ເລື້ອງການສ້າງ ເຄືອຂ່າຍພາຍໃນກຸ່ມບັນດານັກທຸລະກິດທັງຫຼາຍນັ້ນ, ໄດ້ປິດການ​ສະ​ໝັກ​ວຽກ​ທີ່​ເພັ່ງ​ເລັງ​ໃສ່ ຈີນ ໃນວັນພຸດມື້ນີ້, ອັນເປັນຂີດໝາຍຂອງການສິ້ນສຸດຍຸກສະໄໝ ສຳລັບເຄືອຂ່າຍສື່ສັງຄົມຂອງຕາເວັນຕົກ ທີ່ກຳລັງດີ້ນຮົນເພື່ອຄອບຄອງສ່ວນ ແບ່ງໃນຕະຫຼາດຂະໜາດໃຫຍ່ຂອງຈີນ.

ການປິດກິດຈະການນັ້ນ ເປັນເລື້ອງທີ່ບໍ່ໜ້າແປກໃຈເລີຍ. InCareer ທີ່ເປັນ ແອັປພລີເຄສັນຂອງຈີນ ສຳລັບ LinkedIn ນັ້ນ ໄດ້ບອກພວກຜູ້ນຳໃຊ້ທັງຫຼາຍ ເມື່ອສາມເດືອນກ່ອນວ່າ “ມີການແຂ່ງຂັນຢ່າງດຸເດືອດ ແລະໃນສະພາບແວດ ລ້ອມດ້ານເສດຖະກິດມະຫາພາກທີ່ທ້າທາຍ....ໃນທີ່ສຸດແລ້ວ ນຳໄປສູ່ການຕັດ ສິນໃຈຂອງພວກເຮົາທີ່ຈະຍຸຕິໃຫ້ການບໍລິການ.”

InCareer ໄດ້ແຈ້ງໃຫ້ພວກຜູ້ນຳໃຊ້ຂອງຕົນຢູ່ໃນຈີນ ຊາບວ່າ “ຫຼັງຈາກວັນທີ 9 ສິງຫາ, ພວກເຮົາຈະລຶບຂໍ້ມູນໃນບັນຊີທັງໝົດຂອງ InCareer.”

ແມ່ຍິງຄົນນຶ່ງ ຜູ້ທີ່ພະ​ນັກ​ງານ​ຫ້ອງ​ການໃນນະ​ຄອນ ຊຽງໄຮ້ ໄດ້ເລີ້ມນຳໃຊ້ LinkedIn ເມື່ອນາງໄດ້ທຳ​ການສຶກສາຢູ່ໃນສະຫະລັດ ສິບປີກ່ອນ. ເຊັ່ນດຽວ ກັນກັບຜູ້ນຳໃຊ້ທຸກຄົນໃນຈີນ ຜູ້ທີ່ໄດ້ຕິດຕໍ່ສື່ສານກັບວີໂອເອ ພະແນກພາສາ ຈີນກາງ ເຊິ່ງນາງໄດ້ຂໍ ບໍ່ໃຫ້ໃຊ້ຊື່ຂອງນາງ ເພື່ອຫລີກລ່ຽງການດຶງດູດຄວາມ ສົນໃຈຂອງເຈົ້າໜ້າທີ່.

ນາງໄດ້ກ່າວຕໍ່ວີໂອເອພະແນກພາສາ ຈີນກາງ ໂດຍຜ່ານການສົ່ງຂໍ້ຄວາມວ່າ ນາງເສຍໃຈທີ່ເຄືອຂ່າຍດັ່ງກ່າວໄດ້ອອກໄປຈາກຈີນ.

LinkedIn, the U.S.- based social media network owned by Microsoft Corp. that focuses on building networks among business professionals, shut down its China-focused job application on Wednesday, marking the end of an era for Western social media networks struggling to grab a share of the huge Chinese market.

The closure was not a surprise. InCareer, the Chinese app for LinkedIn, told users three months ago that "fierce competition and a challenging macroeconomic climate ... ultimately led us to the decision of discontinuing the service."

InCareer notified its users in China that "after August 9, we will delete all InCareer account data."

A woman who is a white-collar professional in Shanghai started using LinkedIn when she was studying in the U.S. a decade ago. Like all the users in China who communicated with VOA Mandarin, she asked that her name not be used to avoid attracting official attention.

She told VOA Mandarin via text she was disappointed the network was leaving China

XS
SM
MD
LG