ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການກວດສອບແຫ່ງລັດ ປະເຊີນກັບບັນຫາ ໃນການດຳເນີນ ມາດຕະການຕ່າງໆ


ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໃນຖານະເປັນປະທານ ກອງປະຊຸມ ຢູ່ທີ່ນະຄອນຫຼວງວຽງຈັນ.
ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໃນຖານະເປັນປະທານ ກອງປະຊຸມ ຢູ່ທີ່ນະຄອນຫຼວງວຽງຈັນ.

ປະທານອົງກນກວດສອບແຫ່ງລັດ ຍອມຮັບວ່າ ການມີອຳນາດຢ່າງຈຳກັດເຮັດໃຫ້ຕ້ອງ
ປະເຊີນກັບຄວາມຫຍຸ້ງຍາກ ໃນການຈັດເກັບລາຍຮັບຄືນ ຈາກພະນັກງານລັດ ທີ່ນຳໃຊ້
ງົບປະມານໄປໂດຍບໍ່ຖືກຕ້ອງ.

ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຍອມຮັບວ່າ ການທີ່
ອົງການກວດສອບແຫ່ງລັດ ມີອຳນາດຢ່າງຈຳກັດໃນການດຳເນີນມາດຕະການຕ່າງໆ
ເມື່ອໄດ້ກວດພົບການລະເມີດວິໄນການເງິນ ໂດຍບັນດາພະນັກງານຂອງລັດຖະບານນັ້ນ
ໄດ້ສົ່ງຜົນກະທົບຕໍ່ລະດັບປະສິດທິພາບໃນການຮຽກ ແລະການຈັດເກັບລາຍຮັບຄືນ
ຈາກບັນດາພະນັກງານທີ່ນຳໃຊ້ງົບປະມານໄປ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ
ຢ່າງຫລີກລ່ຽງບໍ່ໄດ້.

ກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ 1, ເມື່ອວັນທີ 6 ຕຸລາ 2016.
ກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ 1, ເມື່ອວັນທີ 6 ຕຸລາ 2016.

ທັງນີ້ກໍເນື່ອງຈາກວ່າ ອົງການກວດສອບແຫ່ງລັດ ມີອຳນາດພຽງການແຈ້ງເຕືອນໄປຍັງ
ໜ່ວຍງານທີ່ຮັບຜິດຊອບ ໂດຍກົງເທົ່ານັ້ນ ເພື່ອໃຫ້ດຳເນີນການຮຽກ ແລະການຈັດເກັບ
ລາຍຮັບຄືນໄດ້ຕາມກົດໝາຍວ່າດ້ວຍການກວດສອບແຫ່ງລັດ ດັ່ງທີ່ ທ່ານນາງວຽງທອງ
ໄດ້ໃຫ້ການອະທິບາຍວ່າ:

“ການປະບັດມາດຕາ 19 ຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດຫັ້ນ ຖືວ່າ
ໃນປັດຈຸບັນ ພວກຂ້າພະເຈົ້າ ກໍມີແຕ່ນຳສະເໜີເພື່ອໃຫ້ອົງການທີ່ວ່າ ເປົ້າໝາຍ
ຖືກກວດສອບຫັ້ນແຫລະ ເພື່ອວ່າແກ້ໄຂປັບປຸງດ້ວຍຕົນເອງ ອັນນີ້ພວກຂ້າພະເຈົ້າ
ກໍບໍ່ມີສິດຫຍັງ ມີແຕ່ສິດແນະນຳ ໃຫ້ປັບປຸງແກ້ໄຂ ແລ້ວກະສະເໜີມາດຕະການ
ເພື່ອວ່າ ໃຫ້ສອດຄ້ອງກັບລະບຽບກົດໝາຍ ຂອງແຕ່ລະພາກສ່ວນ ສະນັ້ນ ອັນນີ້ ກໍ
ເປັນພາລະລົດບາດອັນນຶ່ງ ໃນກໍລະນີທີ່ກວດສອບເຫັນການລະເມີດວິໄນການເງິນ.”

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ
ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ

ໂດຍອີງຕາມລາຍງານຜົນການກວດສອບບົດສະຫລຸບຂາດໂຕ ໃນການຈັດຕັ້ງປະຕິບັດ
ແຜນງົບປະມານແຫ່ງລັດ ໃນສົກປີ 2014-2015 ລະບຸວ່າ ໄດ້ກວດສອບເຫັນລາຍຮັບ
ຂອງຫົວໜ່ວຍງົບປະມານ ໃນຂັ້ນສູນກາງ ແລະທ້ອງຖິ່ນບໍ່ໄດ້ມອບເຂົ້າງົບປະມານແຫ່ງ
ລັດ ຄິດເປັນມູນຄ່າລວມເຖິງ 814.44 ຕື້ກີບ ຫຼືກວ່າ 100 ລ້ານໂດລາ ໃນນັ້ນ ກໍແບ່ງ
ເປັນລາຍຮັບຂະແໜງສ່ວຍສາອາກອນ 173.77 ຕື້ກີບ ລາຍຮັບຂະແໜງຊັບສິນຂອງ
ລັດ 156.66 ຕື້ກີບ ກອງທຶນລັດ 442.82 ຕື້ກີບ ແລະຄັງເງິນແຂວງ 41.15 ຕື້ກີບ.

ສ່ວນດ້ານລາຍຈ່າຍນັ້ນ ໄດ້ກວດສອບເຫັນຫົວໜ່ວຍງົບປະມານ ຂັ້ນສູນກາງ ແລະ
ທ້ອງຖິ່ນໄດ້ໃຊ້ຈ່າຍນອກແຜນງົບປະມານແຫ່ງລັດ ໃນມູນຄ່າ 406.28 ຕື້ກີບ ຫຼື ຫລາຍ
ກວ່າ 50 ລ້ານໂດລາ ໃນນັ້ນເປັນການໃຊ້ຈ່າຍ ເພື່ອເປັນເງິນອຸດໜຸນລັດຖະກອນ ຄ່າໃຊ້
ຈ່າຍດ້ານການບໍລິຫານ ການຊື້ຍວດຍານພາຫະນະ ການດັດສົມ ແລະຊຳລະໂຄງການ
ພັດທະນາຕ່າງໆຂອງລັດ ທີ່ປະສົບກັບບັນຫາຊັກຊ້າ.

ນອກຈາກນັ້ນ ຍັງໄດ້ກວດນສອບເຫັນການຊຳລະໜີ້ສິນ ການລົງທຶນຂອງລັດນອກແຜນ
ງົບປະມານແຫ່ງລັດ ດ້ວຍຮູບແບບການອ່ວຍໜີ ຈຳນວນ 827.05 ຕື້ກີບ ຫຼືຫລາຍກວ່າ
103 ລ້ານໂດລາ ແລະການໃຊ້ຈ່າຍເງິນນອກແຜນງົບປະມານແຫ່ງລັດ ເພື່ອທົດແທນ
ບັນຊີເງິນຝາກ ຂອງອົງການບໍລິຫານວິຊາການຂອງລັດ ໃນມິນຄ່າ 149.45 ຕື້ກີບ ຫຼື
ກວ່າ 18 ລ້ານໂດລາ ທັງກໍຍັງກວດສອບເຫັນລາຍຈ່າຍລ່ວງໜ້າຢູ່ຄັງເງິນແຫ່ງລັດ ເຖິງ
788.81 ຕື້ກີບ ຫຼືຫລາຍກວ່າ 98 ລ້ານໂດລາ ອີກດ້ວຍ.

ທາງດ້ານທ່ານບຸນເຕັມ ຊ່ວງໄຊຍະວົງ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງ
ສະຫວັນນະເຂດ ໃຫ້ທັດສະນະວ່າ ການກວດສອບຈະພົບເຫັນການຮົ່ວໄຫລຂອງລາຍ
ຮັບ ແລະງົບປະມານຂອງລັດຫລາຍກວ່ານີ້ ຖ້າຫາກໄດ້ມີການກຳນົດອຳນາດໜ້າທີ່
ຢ່າງຊັດເຈນ ລະຫວ່າງການກວດສອບແຫ່ງລັດ ກັບອົງການກວດກາລັດຖະບານ ເພາະ
ວ່າ ອຳນາດໜ້າທີ່ລະຫວ່າງ 2 ອົງການໃນປັດຈຸບັນນີ້ ຍັງຊ້ຳຊ້ອນກັນ ຈຶ່ງເຮັດໃຫ້ເກີດ
ບັນຫາຊ່ອງວ່າງໃນການຈັດຕັ້ງປະຕິບັດດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ໄດ້ກວດພົບການຄໍຣັບຊັ້ນ ຢູ່ໃນແຂວງສາລະວັນ 1,836 ຕື້ກີບ ແລະ
ຍຶດໄມ້ຜິດກົດໝາຍ 1,257,867 ແມັດກ້ອນ ທັງຍັງກວດພົບການເສຍຫາຍດ້ານງົບ
ປະມານ ກວ່າ 1,143 ຕື້ກີບ ໃນແຂວງອຸດົມໄຊ ໃນຊ່ວງປີ 2011-2015 ອີກດ້ວຍ.

XS
SM
MD
LG