ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ລີ​ມາ ​ກ່າວວ່າ​ ​ມີໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງແລະ​ໜ້າ​ເຊື່ອ​ຖືໄດ້ ຕໍ່​​ຊີ​ວິດ​ຂອງ​ທ່ານ​ກວາ​ອີ​ໂດ


ປ້າຍອັນນຶ່ງທີ່ຂຽນເປັນພາສາສເປນວ່າ “ວິລະບຸລຸດ, ພວກເຮົາ
ລໍຖ້າທ່ານຢູ່, ອິດສະຫຼະ. ໄປ...ເວນີຊູເອລາກ້າວເດີນໄປ.” ລາ ປາຣາດາ, ໂຄລອມເບຍ, 25 ກຸມພາ 2019.
ປ້າຍອັນນຶ່ງທີ່ຂຽນເປັນພາສາສເປນວ່າ “ວິລະບຸລຸດ, ພວກເຮົາ ລໍຖ້າທ່ານຢູ່, ອິດສະຫຼະ. ໄປ...ເວນີຊູເອລາກ້າວເດີນໄປ.” ລາ ປາຣາດາ, ໂຄລອມເບຍ, 25 ກຸມພາ 2019.

ກຸ່ມ​ລີ​ມາ ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ມັນ​ມີ “ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງແລະ​ໜ້າ​ເຊື່ອ​ຖືໄດ້”
ຕໍ່ຊີ​ວິດ​ຂອງ​ຜູ້​ນຳ​ຝ່າຍ​ຄ້ານ​ເວ​ເນ​ຊູ​ເອ​ລາ ທ່ານ​ຮວນ ກວາ​ອີ​ໂດ (Juan Guaido).

ບັນດາ​ນັກ​ການ​ທູດ​ຈາກ​ກຸ່ມ​ລີ​ມາ 10 ປະ​ເທດ ພົບ​ປະ​ກັນ ໃນ​ນະ​ຄອນ ໂບ​ໂກ​ຕາ
ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ຈະ​ຈັດ​ຂຶ້ນ​ເພື່ອ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ​ນິ​ໂຄ​ລັ​ສ ມາ​ດູ​ໂຣ
ແຫ່ງເວ​ເນ​ຊູ​ເອ​ລາ ຮັບ​ຜິດ​ຊອບ ຖ້າ​ຫາກວ່າ ແມ່ນ​ຫຍັງ​ເກີດ​ຂຶ້ນ​ຕໍ່ ທ່ານກວາ​ອີ​ໂດ
ຫຼື ຄອບ​ຄົວ​ຂອງ​ທ່ານ. ກຸ່ມ​ລີ​ມາ ຢູ່​ໃນ​ຂົງ​ເຂດ ທີ່​ມີ 14 ປະ​ເທດ ທີ່​ຮວມ​ທັງ ອາ​ເ​ຈັນ​ຕິ​ນາ,
ບ​ຣາ​ຊີ​ລ, ກາ​ນາ​ດາ ຊີ​ລີ, ໂຄ​ລອມ​ເບຍ ແລະ​ຮອນ​ດູ​ຣັ​ສ ທີ່​ໄດ້​ຮ່ວມກັນ ທີ່​ຈະ​ຊອກ​ຫາ​
ທາງ​ອອກ ແກ້​ໄຂ​ວິ​ກິດການທາງ​ການ​ເມືອງ ໃນເວ​ເນ​ຊູ​ເອ​ລາ, ຮວມ​ທັງ “ການ​ກໍ່​ຕັ້ງ​
ຂອງ​ການ​ຈັດ​ລະ​ບຽບ​ຂອງລັດ​ຖະ​ທຳ​ມະ​ນູນ, ປະ​ຊາ​ທິ​ປະ​ໄຕ ແລະ​ຕົວ​ບົດ​ກົດໝາຍ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂຄ​ລອມ​ເບຍ ທ່ານ​ຄາ​ໂຣ​ສ ໂຮ​ມ ທ​ຣູ​ຮີ​ລ​ໂຢ (Carlos
Holmes Trujillo), ໄດ້​ກ່າວ​ວ່າ “​ການ​ເອົາ​ບາດ​ກ້າວ​ຂອງຄວາມ​ຮຸນ​ແຮງ​ໃດໆ
ຕໍ່ ທ່ານກວາ​ອີ​ໂດ ພັນ​ລະ​ຍາ​ຂອງ​ທ່ານ ຫຼືຄອບ​ຄົວ” ຈະ​ໄປ​ຕາມ​ຂໍ້​ຕົກ​ລົງ​ທັງ​ໝົດ
“ທາງ​ກົດ​ໝາຍ​ທີ່​ຖືກ​ຕ້ອງ​ແລະ​ທາງ​ການ​ເມືອງ.”

ທ່ານກວາ​ອີ​ໂດ ຫົວ​ໜ້າສະ​ພາແຫ່ງ​ຊາດ​ເວ​ເນ​ຊູ​ເອ​ລາ. ທ່ານ​ໄດ້​ໃຊ້​ອຳ​ນາດ​ຂອງ​ທ່ານ
ໂດຍ​ນຳ​ໃຊ້ລັດ​ຖະ​ທຳ​ມະ​ນູນ ເພື່ອ​ປະ​ກາດ​ວ່າ ການ​ເປັນ​ຜູ້​ນຳ​ຂອງ​ທ່ານ​ມາ​ດູ​ໂຣ ​ທີ່​ບໍ່​
ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຍ້ອນການ​ເລືອກ​ຕ້ອງ​ທີ່​ຜິດ​ກົດ​ໝາຍ ແລະ​ປະ​ກາດ​ໃຫ້​ທ່ານ​ເອງ
ເປັນປະ​ທາ​ນາ​ທິ​ບໍ​ດີ ໃນ​ໄລ​ຍະ​ຂ້າມ​ຜ່ານ.

ສະ​ຫະ​ລັດ ແມ່ນ​ປະ​ເທດ​ທຳ​ອິດ ທີ່​ໄດ້​ຮັບ​ຮູ້ທ່ານ ກວາ​ອີ​ໂດ ຕີດ​ຕາມ​ດ້ວຍ 50 ປະ​ເທດ
ໃນ​ທົ່ວ​ໂລກ.

ລັດຖະມົນຕີການຕ່າງປະເທດໂຄລອມເບຍ ທ່ານຄາໂຣສ ໂຮມ ທຣູຮີລໂຢ ອ່ານຖະແຫຼງການສະບັບສຸດທ້າຍ ຫຼັງຈາກພົບກັບກຸມລີມາ ໂບໂກຕາ, ໂຄບອມເບຍ, 25 ກຸມພາ 2019.
ລັດຖະມົນຕີການຕ່າງປະເທດໂຄລອມເບຍ ທ່ານຄາໂຣສ ໂຮມ ທຣູຮີລໂຢ ອ່ານຖະແຫຼງການສະບັບສຸດທ້າຍ ຫຼັງຈາກພົບກັບກຸມລີມາ ໂບໂກຕາ, ໂຄບອມເບຍ, 25 ກຸມພາ 2019.

ບັນ​ດາ​ສະ​ມາ​ຊິກກຸ່ມ​ລີ​ມາ ຍັງ​ຕ້ອງ​ການ​ສານ​ນາໆ​ຊາດ ທີ່​ຈະ​ປະ​ກາດ​ການ​ປະ​ຕິ​ເສດ​
ຂອງ​ທ່ານ​ມາ​ດູ​ໂຣ ແລະ​ເຮັດ​ໃຫ້​ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທ​ຳເຂົ້າ​ໃນ​ປະ​ເທດ
ທາງ​ດ້ານ “ອາ​ຊະ​ຍາ​ກຳ​ຕໍ່​ຕ້ານ​ມະ​ນຸດ​ສະ​ທຳ,” ແຕ່ວ່າ ການ​ທີ່ຍົກ​ເວັ້ນ​ຂອງ​ການ​ນຳ​ໃຊ້
ກອງ​ກຳ​ລັງ ເພື່ອ​ຈະ​ໂຄ່ນ​ລົ້ມ​ທ່ານ​ມາ​ດູ​ໂຣ ອອກ​ຈາກ​ຕຳ​ແໜ່ງ ເພື່ອ​ແຜ່ວ​ທາງ​ສູ່​ການ​
ເລືອກ​ຕັ້ງ​ໃໝ່.

“ການ​ໂອນ​ອຳ​ນາດ​ໃນ​ດ້ານ​ປະ​ຊາ​ທິ​ປະ​ໄຕ ຕ້ອງ​ມີ​ການ​ປະ​ກອບ​ການ​ຢ່າງ​ສັນ​ຕິ
ໂດຍ​ເວ​ເນ​ຊູ​ເອ​ລາ ພາຍ​ໃນ​ກອບ​ລະ​ບຽບ​ການ ຂອງ​ລັດ​ຖະ​ທຳ​ມະ​ນູນ ແລະ​ກົດ​ໝາຍ
​ນາ​ໆຊາດ, ການ​ທີ່​ດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ ໂດຍ​ທາງ​ການ​ເມືອງ ການ​ເອົາ​ມາດ​
ຕະ​ການ​ທາງ​ການ​ທູດ ປາດ​ສະ​ຈາກ​ການ​ໃຊ້​ກຳ​ລັງ,”
ຊຶ່ງ​ນັ້ນ​ແມ່ນ​ໄດ້​ລະ​ບຸ ໃນ​ຖະ​ແຫຼງ​
ການ​ສະ​ບັບ​ນຶ່ງ.

ແຕ່​ທ່ານ ກວາ​ອີ​ໂດ ຕ້ອງ​ການ​ປະ​ຊາ​ຄົມ​ນາໆ​ຊາດ ພິ​ຈາ​ລະ​ນາ ທາງ​ອອກ​ທຸກ​ທາງ​ໃນ​
ການ​ກຳ​ກັບ​ຕໍ່​ທ່ານ​ມາ​ດູ​ໂຣ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເຊີນ​ຊົມ: ​ການ​ກ່າວ​ຕຳ​ໜິ​ຂອງການ​ເຂົ້າ​ພົວ​ພັນຂອງສະ​ຫະ​ລັດ ​ກັບເວ​ເນ​ຊູ​ເອ​ລາ

Violence in Venezuela Raising Concerns Among Critics of US Policy
please wait

No media source currently available

0:00 0:02:35 0:00

XS
SM
MD
LG