ນາຍົກລັດຖະມົນຕີ ຂອງລັດຖະບານລີເບຍ ທີ່ໄດ້ຮັບການຮັບຮູ້
ໂດຍນາໆຊາດ ກ່າວໃນວັນອັງຄານວານນີ້ວ່າ ທ່ານຈະລາອອກ
ຈາກຕຳແໜ່ງ ຖ້າປະຊາຊົນຮຽກຮ້ອງ ໃນຂະນະດຽວກັນ ຢູ່ທີ່
Geneva ທູດພິເສດປະຈຳລີເບຍຂອງອົງການສະຫະປະຊາຊາດ
ໄດ້ຊຸກຍູ້ ທຸກພັກຝ່າຍທີ່ສູ້ລົບກັນຢູ່ໃນປະເທດນັ້ນ ໃຫ້ຕົກລົງກັນ
ກ່ຽວກັບລັດຖະບານສາມັກຄີແຫ່ງຊາດ ພາຍໃນທ້າຍເດືອນນີ້.
ນາຍົກລັດຖະມົນຕີ ລີເບຍ ທ່ານ Abdulla al-Thinni ໄດ້
ປະເຊີນກັບ ການວິພາກວິຈານຢ່າງໜັກ ໃນການສຳພາດທີ່
ຖ່າຍທອດທາງໂທລະພາບ ດ້ວຍຄຳຖາມຕ່າງໆນາໆ ຈາກ
ບັນດາຜູ້ຊົມທີ່ໄດ້ຖິ້ມໂທດໃສ່ລັດຖະບານສຳຫລັບການບໍລິການ ທີ່ຂາດຕົກບົກພ່ອງ ແລະ
ກ່າວວ່າທ່ານ ຈະລາອອກຈາກຕຳແໜ່ງ ໃນວັນອາທິດ ຖ້າຫາກວ່າ ເປັນສິ່ງທີ່ມວນຊົນ
ຕ້ອງການ. ໂຄສົກລັດຖະບານຄົນໜຶ່ງກ່າວ ຕໍ່ອົງການຂ່າວ Reuters ວ່າ ຄຳຖະແຫລງ
ຂອງ ທ່ານ Thinni ນັ້ນ ບໍ່ແມ່ນການລາອອກຈາກຕຳແໜ່ງ ທີ່ເປັນທາງການ.
ລີເບຍ ຍັງບໍ່ລົງລອຍກັນຢູ່ ລະຫວ່າງລັດຖະບານຂອງທ່ານ Thinni ທີ່ມີຫ້ອງການຕັ້ງຢູ່ເມືອງ Tobruk ໃນພາກຕາເວັນອອກ ແລະ ລັດຖະບານທີ່ໜູນຫຼັງໂດຍກູ່ມອິສລາມ ຢູ່ໃນນະຄອນ
ຫຼວງ Tripoli.
ກຸ່ມປໍລະປັກທັງສອງຝ່າຍດັ່ງກ່າວ ໄດ້ເລີ້ມການເຈລະຈາສັນຕິພາບ ໃນວັນອັງຄານວານນີ້.
ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Bernardino Leon ກ່າວວ່າ ສະມາຊິກຄູ່ເຈລະຈາທັງໝົດ ທີ່ເຂົ້າຮ່ວມ ແມ່ນມາຈາກທຸກພັກຝ່າຍທີ່ສູ້ລົບກັນ ເປັນການສະແດງໃຫ້ເຫັນເຖິງສັນຍານອັນດີ ທີ່ວ່າຂໍ້ຕົກລົງອາດບັນລຸໄດ້ ໃນສາມອາດທິດຂ້າງໜ້ານີ້. ທ່ານໄດ້ສົ່ງເສີມໃຫ້ພວກເຂົາເຈົ້າ ລົງຄະແນນສຽງ ຮັບຮອງເອົາສັນຍາສະບັບໜຶ່ງ ພາຍໃນຕົ້ນເດືອນກັນຍາຈະມາເຖິງນີ້.