ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຝ່າຍຕ່າງໆ ຂອງລີເບຍ ຕົກລົງ ເປີດການເຈລະຈາ ສັນຕິພາບ ຢູ່ Geneva ໃນອາທິດໜ້ານີ້


ຜູ້ຕາງໜ້າ ລີເບຍ ທ່ານ Ashour Abu-Rashed ເຂົ້າຮ່ວມກອງປະຊຸມສຸກເສີນ ເພື່ອປຶກສາຫາລືຂໍ້ຂັດແຍ້ງ ໃນລີເບຍ ຢູ່ທີ່ ສຳນັກງານຂອງສັນນິບາດຊາດອາຣັບ ໃນນະຄອນຫລວງ Cairo, ວັນທີ 5 ມັງກອນ 2015.
ຜູ້ຕາງໜ້າ ລີເບຍ ທ່ານ Ashour Abu-Rashed ເຂົ້າຮ່ວມກອງປະຊຸມສຸກເສີນ ເພື່ອປຶກສາຫາລືຂໍ້ຂັດແຍ້ງ ໃນລີເບຍ ຢູ່ທີ່ ສຳນັກງານຂອງສັນນິບາດຊາດອາຣັບ ໃນນະຄອນຫລວງ Cairo, ວັນທີ 5 ມັງກອນ 2015.

ທູດພິ​ເສດ​ຂັ້ນສູງ​ຂອງອົງການ​ສະຫະ​ປະຊາ​ຊາດ ຮັບຜິດຊອບ
ເລື້ອງ​ລີ​ເບຍ ກ່າວ​ວ່າ ພັກຝ່າຍຕ່າງໆທີ່ເປັນ​ປໍ​ລະ​ປັກ ໃນປະ​ເທດ​
ທີ່​ພວມເກີດ​ສົງຄາມ ຢູ່ເຂ​ດອາ​ຟຣິກາ​ເໜືອນັ້ນ ​ໄດ້​ຕົກລົງ​ທີ່​ຈະ​ທຳ
​ການ​ເຈ​ລະ​ຈາ​ກັນ ​ໃນ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້ ​ໃນການ​ຊຸກ​ຍູ້​ໃຫ້​
ຍຸດຕິວິ​ກິດ​ການ​ຄວາມ​ໝັ້ນຄົງ ທີ່ຮ້າຍແຮງເຖິງແກ່ຊີວິດ ຊຶ່ງໄດ້​ແກ່
ຍາວ​ມາ​ເປັນ​ເວລາສີ່​ປີ​ແລ້ວນັ້ນ.

ຖະ​ແຫລ​ງການຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ນຳອອກ​ເຜີຍ​ແຜ່
ໃນ​ວັນ​ເສົາວານ​ນີ້ ກ່າວ​ວ່າ ການ​ເຈລະຈາດັ່ງກ່າວຈະ​ມີ​ຂຶ້ນຢູ່​ທີ່ສຳ
ນັກງານຂອງອົງການ​ສະຫະ​ປະຊາ​ຊາດ ​ໃນ​ນະຄອນ​ Geneva ​
ແລະຈະ​ເພັ່ງເລັ່ງ​ໃສ່​ ການຈັດຕັ້ງລັດຖະບານ​ສາມັກຄີຊາດ ​ແລະ
ການຮ່າງລັດຖະທຳມະນູນຢ່າງ​ຖາວອນ. ​ຖະ​ແຫລ​ງການດັ່ງກ່າວ ບໍ່​ໄດ້​ໃຫ້​ລາຍ​ລະອຽດ
​ໃດໆ​ເພີ້​ມ​ເ​ຕີມ ​ແລະ ບໍ່​ມີ​ຄວາມຈະ​ແຈ້ງ​ໃນ​ທັນທີເທື່ອວ່າ ຜູ້​ໃດ​ຈະ​ເຂົ້າຮ່ວມ ​ໃນ​ການ​
ເຈລະຈາ ຫຼື ​ໃນ​ເວລາ​ໃດການ​ເຈລະຈາ​ກັນຈະ​ມີ​ຂຶ້ນ.

ປະ​ເທດ​ຝຣັ່ງ ​ເຢຍຣະມັນ ອັງກິດ ສະຫະ​ລັດ ສະ​ເປ​ນ ​ແລະ ອີ​ຕາ​ລີ ​ໄດ້​ອອກຖະ​ແຫລ​ງການ ຮ່ວມກັນ ຍົກ​ຍ້ອງ​ການເຄື່ອນໄຫວດັ່ງກ່າວ.

ລີ​ເບຍ ​ແມ່ນ​ຖືກ​ປ່ອຍ​ປະ​ ໂດຍ​ປາດ​ສະ​ຈາກ​ການ​ປົກຄອງ ​ທີ່​ມີ​ປະສິດທິ​ຜົນ​ໃນ​ປີ 2011 ​
ເວລາ Moammar Gadhafi ຈອມ​ພະ​ເດັດ​ການ ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​
ນານ ຖືກ​ໂຄ່ນ​ລົ້ມ ​ແລະ ຫຼັງຈາກ​ນັ້ນກໍໄດ້ຖືກ​ຂ້າ​ຕາຍ. ນັບ​ຕັ້ງ​ແຕ່​ນັ້ນມາ ລັດຖະບານ
ທີ່ເປັນປໍລະປັກຂອງ​ສອງ​ຝ່າຍ ຊຶ່ງ​ຝ່າຍ​ນຶ່ງ​ຮັບຮູ້​ໂດຍນາໆ​ຊາດ ​ແລະ​ອີກ​ຝ່າຍນຶ່ງທີ່​ສ້າງ
ຕັ້ງ​ຂຶ້ນດ້ວຍພວກນັກ​ຕໍ່ສູ້​ອິສລາມ ​ແມ່ນ​ໄດ້​ສູ້​ລົບ​ກັນ​ເພື່ອຍາດແຍ່ງອຳ​ນາດ.

ລັດຖະບານ​ທີ່ນາໆຊາດຮັບ​ຮູ້​ ຂອງ​ນາຍົກລັດຖະມົນຕີ Abdullah al-Thani ​ໄດ້​ພາກັນ
​ຫລົບໜີ ​ໄປ​ຢູ່​ເມືອງ​ Tobruk ທາງ​ພາກ​ຕາ​ເວັນ ອອກຂອງ​ປະ​ເທດ​ໃນ​ປີ 2014 ​ໃນ​
ຂະນະ​ທີ່​ທະຫານ​ບ້ານ​ອິສ​ລາມກຸ່ມ​ນຶ່ງ ​ໄດ້​ເຂົ້າຄວບ​ຄຸມ​ນະຄອນຫລວງ Tripoli.

ເບິ່ງວີດີໂອກ່ຽວຂ້ອງ:

Libya Becoming Hot Spot for Foreign Fighters
please wait

No media source currently available

0:00 0:02:14 0:00

XS
SM
MD
LG