ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາບັນນາລັກ ຜູ້ກຳກັບນຳຫໍສະໝຸດໃນ ຢູເຄຣນ ແລະ ການສູ້ຊົນໃນຊ່ວງສົງຄາມ ເພື່ອປົກປັກຮັກສາຫໍສະໝຸດຂອງພວກເຂົາເຈົ້າ


ວີດີໂອ ກ່ຽວກັບລາຍງານນີ້
please wait

No media source currently available

0:00 0:03:23 0:00

ວີດີໂອ ກ່ຽວກັບລາຍງານນີ້

ໃນປະເທດຢູເຄຣນ ຫໍສະໝຸດຫຼາຍກວ່າ 200 ແຫ່ງ ໄດ້ຖືກທໍາລາຍ ແລະ ປະມານ 400 ແຫ່ງ ໄດ້ຮັບຄວາມເສຍຫາຍ ນັບຕັ້ງແຕ່ ຣັດເຊຍເລີ່ມຕົ້ນສົງຄາມບຸກລຸກຂອງຕົນ, ເຈົ້າໜ້າທີ່ຂອງຢູຄຣນ ກ່າວ. ເລເຊຍ ບັກກະເລດສ໌ ລາຍງານຈາກ ນະຄອນຫຼວງກີຢິບ ກ່ຽວກັບຄວາມພະຍາຍາມຂອງເຈົ້າໜ້າທີ່ຫໍສະໝຸດ ເພື່ອຮັບປະກັນວ່າ ຫໍສະໝຸດທັງຫຼາຍ ຈະມີຄວາມປອດໄພຈາກສົງຄາມ.

ໜັງສືຫົວນຶ່ງ ທີ່ເຈົ້າໜ້າທີ່ ຫໍສະໝຸດ ທ່ານນາງ ສະວິຕລານາ ໂກດູນ ໄດ້ພະຍາຍາມລະມັດລະວັງກ່ອນຈະເປີດປຶ້ມ ມັນແມ່ນສາລະນຸກົມຂອງປະເທດຢູເຄຣນໃນຍຸກສະໄໝໃໝ່. ພາຍຫຼັງໄດ້ຖືກຍຶດຄອງ, ລາວກ່າວວ່າ ພວກທະຫານຣັດເຊຍ ໄດ້ປະລູກປືນ 2 ລູກໄວ້ໃນໜັງສືຫົວນີ້, ຫຼັງຈາກທີ່ໄດ້ຍິງປືນເຂົ້າໄປພາຍໃນຕຶກອາຄານ.

ທ່ານນາງ ສະວິດລານາ ໂກດູນ ເຈົ້າໜ້າທີ່ຫໍສະໝຸດ ໃນເຂດ ອີວານຄີບ-ຂອງຢູເຄຣນ ກ່າວວ່າ:

“ໜັງສືຫົວນີ້ ໄດ້ຢຸດລູກປືນໄວ້ໄດ້ຢູ່ທີ່ນີ້. ນີ້ຄືແນວທາງທີ່ພວກຣັດເຊຍ ຕໍ່ສູ້ກັບວັດທະນະທຳຂອງຢູເຄຣນ.”

ຫໍສະໝຸດສາທາລະນະ ບ່ອນທີ່ ທ່ານນາງ ໂກດູນ ເຮັດວຽກຢູ່ ແມ່ນຢູ່ຄຸ້ມບ້ານ ອີວານຄີບ ໃນເຂດປົກຄອງຂອງນະຄອນຫຼວງກີຢິບ.

ຄຸ້ມບ້ານນີ້ ໄດ້ຖືກຍຶດຄອງໂດຍຣັດເຊຍ ເປັນເວລາ 36 ມື້ ນັບຕັ້ງແຕ່ ເລີ້ມຕົ້ນການບຸກລຸກເຕັມຮູບແບບຂອງຣັດເຊຍ ໃນປີ 2022. ທ່ານນາງ ໂກດູນ ກ່າວວ່າ ຫໍສະໝຸດຂອງລາວ ຂ້ອນຂ້າງໂຊກດີ ຖ້າທຽບໃສ່ຫໍສະໝຸດ ໃນຄຸ້ມບ້ານທີ່ໃກ້ຄຽງ ຄື ຫໍສະໝຸດຂອງບ້ານ ໂອບູໂຫວິຕຊີ.

ທ່ານນາງ ໂອລີນາ ຊູມັກ, ເຈົ້າໜ້າທີ່ຫໍສະໝຸດຂອງຢູເຄຣນ ກ່າວວ່າ: “ເມື່ອຂ້ອຍຫວນຄືນມາ ພາຍຫຼັງທີ່ໄດ້ຖືກປົດຈາກການຍຶດຄອງ, ຂ້ອຍຮູ້ສືກຕົກໃຈຫຼາຍ ທຸກຢ່າງກະແຈກກະຈາຍໄປທົ່ວ, ພວກທະຫານຣັດເຊຍ ຍິງໜັງສືຫຼາຍຫົວເປັນຮູໂວ່. ພວກເຂົາເອົາແຜນທີ່ທາງພູມີສາດຂອງຢູເຄຣນ ແລະ ວັດຈະນານຸກົມພາສາຣັດເຊຍ-ຢູເຄຣນ ຫຼາຍຫົວ. ສິ່ງທີ່ໜ້າເສຍໃຈກໍຄື ປຶ້ມ 'Fifty Shades of Gray' ໄດ້ຖືກລັກເອົາໄປດ້ວຍ.”

ຕ້ອງຂອບໃຈການຊ່ວຍເຫຼືອຂອງນາໆຊາດ, ປ່ອງຢ້ຽມຂອງຫໍສະໝຸດ ໄດ້ຖືກສ້ອມແປງຄືນໃໝ່. ເຖິງແມ່ນຈະມີຄວາມເສຍຫາຍຫຼາຍກໍຕາມ. ຫໍສະໝຸດກໍເປີດຢ່າງໄວວາ ພາຍຫຼັງການຈາກໄປຂອງພວກທະຫານຣັດເຊຍ.

ທ່ານນາງ ຊູມັກ, ກ່າວວ່າ: “ນຶ່ງໃນຜູ້ທີ່ເຂົ້າມາຊົມໃຊ້ຄົນທຳອິດ ທ່ານໜື່ງ ເວົ້າວ່າ: ລາວສູນເສຍໜັງສືຫຼາຍຫົວ ໃນໄລຍະທີ່ຖືກຍຶດຄອງ.”

ເຈົ້າໜ້າທີ່ຫໍສະໝຸດທັງສອງທ່ານນີ້ ໄດ້ພະຍາຍາມລະດົມທືນ ເພື່ອເກັບກູ້ໜັງສື ແລະ ການສ້ອມແປງຄືນ. ປະຊາຊົນຈຳນວນຫຼາຍໄດ້ປະກອບສ່ວນໃນການຊ່ວຍເຫຼືອ.

ຜູ້ໃຫ້ທຶນຈາກພາກເອກະຊົນ ແລະ ສຳນັກພິມຫຼາຍແຫ່ງ ໄດ້ສົ່ງໜັງສືຫຼາຍຫົວ ໂດຍບໍ່ເສຍຫຍັງ ແລະ ເຈົ້າໜ້າທີ່ຫໍສະໝຸດທັງສອງທ່ານ ໄດ້ຮັບໜັງສືເປັນພາສາອັງກິດ ຈາກ ອົງການ PEN ໃນຢູເຄຣນ. ອົງການສິດທິມະນຸດ ແລະ ອົງການວັດທະນະທຳ ທີ່ປົກປ້ອງ ສິດເສລີພາບໃນການປາກເວົ້າ ແລະ ສິດທິ ຂອງບັນດານັກຂຽນ.

ທ່ານ ມາກຊິມ ສິດນິຄອບ, ເຈົ້າໜ້າທີ່ PEN Ukraine ກ່າວວ່າ: “ປີກາຍນີ້, ອົງການ BookAid ນາໆຊາດ ຂອງອັງກິດ ໄດ້ສົ່ງໜັງສື 25,500 ຫົວ ເປັນພາສາອັງກິດ ມາຍັງ ອົງການ PEN Ukraine ແລະ ພວກເຮົາກຳລັງດຳເນີນການສົ່ງໜັງສືດັ່ງກ່າວ ໄປຍັງບັນດາຫໍສະໝຸດຕ່າງໆຂອງຢູເຄຣນ ໃນເວລານີ້.”

ອົງການ PEN Ukraine ກ່າວວ່າ: ຕົນກຳລັງສຸມໃສ່ຫໍສະໝຸດທັງຫຼາຍ ຢູ່ໃນເມືອງຕ່າງໆທີ່ໄດ້ຮັບອິດສະລະພາບ ແລະ ພື້ນທີ່ເຂດແນວໜ້າ.

ພາຍຫຼັງ ການສ້າງແຜນຢ້ຽມຢາມຂອງ PEN ຫຼາຍບ່ອນ ເພື່ອຊ່ວຍເຫຼືອຫໍສະໝຸດ ຢູ່ໃນຢູເຄຣນ, ນັກຂຽນຊາວຝຣັ່ງ ທ່ານນາງ ແອນນີ ແລະ ທ່ານ ລໍຣັງ ແຊມສ໌-ມັສຊາສ ໄດ້ຕັດສິນໃຈ ທີ່ຈະຢູ່ ຢູເຄຣນ ດົນກວ່າເກົ່າ.

ທ່ານ ລໍຣັງ ແຊມສ໌-ມັສຊາສ, ນັກຂຽນຊາວຝຣັ່ງ ກ່າວວ່າ: “ຄວາມຈິງແລ້ວ, ແມ່ຕູ້ຂ້ອຍ, ເປັນຄົນຢູເຄຣນ ດັ່ງນັ້ນ, ພວກເຮົາຈຶ່ງຢາກມາຢ້ຽມຢາມປະເທດນີ້ຕະຫຼອດເວລາ. ແຕ່ໂຊກບໍ່ດີ ພວກເຮົາບໍ່ສາມາດເຮັດໄດ້ກ່ອນໜ້ານີ້, ເມື່ອມີການບຸກລຸກປະເທດຢ່າງເຕັມຮູບແບບໄດ້ເກີດຂຶ້ນ, ພວກເຮົາທຸກຄົນຕ້ອງການມີສ່ວນຮ່ວມ ເພື່ອຊ່ວຍເຫຼືອປະເທດນີ້.”

ທ່ານ ແຊມສ໌-ມັສຊາສ ກ່າວອີກວ່າ: “ນີ້ບໍ່ແມ່ນການຮຸກຮານທາງການທະຫານເທົ່ານັ້ນ, ນີ້ຄືການຮຸກຮານທາງດ້ານວັດທະນະທຳ.”

ເຖິງແມ່ນວ່າ ຢູ່ໃນໄລຍະສົງຄາມ, ອົງການ PEN Ukraine ກ່າວວ່າ ຊາວຢູເຄຣນ ຍັງມີຄວາມກະຫາຍສຳລັບງານຕ່າງໆທາງວັດທະນະທຳ ແລະ ຢູ່ຫໍສະໝຸດຕ່າງໆໃນບາງເຂດ ໂດຍສະເພາະໃນເຂດແນວໜ້າ ເຖິງແມ່ນວ່າ ໄດ້ມີການປ່ຽນແປງກໍຕາມ.

ທ່ານ ມາກຊີມ ສິດນິຄອບ, ເຈົ້າໜ້າທີ່ PEN Ukraine ກ່າວວ່າ:

“ຫໍສະໝຸດຢູ່ໃຈກາງເມືອງ ນິກໂກໂປລ ມີສະຖານທີ່ພັກລີ້ໄພ ຊຶ່ງຄົນທັງເມືອງໄດ້ນຳໃຊ້. ປະຊາຊົນເຂົ້າມາທີ່ນີ້ເພື່ອນອນຄ້າງຄືນ ໃນເວລາຕົວເມືອງຖືກໂຈມຕີ. ດັ່ງນັ້ນ, ເມື່ອພວກເຂົາເຈົ້າເຂົ້າມາ, ສິ່ງທຳອິດທີ່ພວກເຂົາເຈົ້າຈະເຮັດຄື: ໄປເອົາປື້ມ ແລະ ລົງໄປຫ້ອງໃຕ້ດິນ ເພື່ອອ່ານ.”

ຫໍສະໝຸດຫຼາຍແຫ່ງ ໄດ້ກາຍເປັນສິ່ງທີ່ ຊາວຢູເຄຣນ ຂະໜານນາມວ່າ ເປັນຈຸດທີ່ບໍ່ສາມາດທັບມ້າງໄດ້, ຊຶ່ງເປັນສະຖານທີ່ແຫ່ງຄວາມຈຳເປັນຕ່າງໆ ເຊັ່ນວ່າ ບ່ອນໃຫ້ອາຍຮ້ອນ, ໃຫ້ນ້ຳ, ໃຫ້ບ່ອນພັກຜ່ອນ ແລະສະຖານທີ່ປະຖົມພະຍາບານເບື້ອງຕົ້ນນຳອີກ.

ຢູ່ໃນຊຸມຊົນ ບ້ານ ອີວານຄີບ, ມີການຜະລິດຕານ່າງອຳພາງ ຢູ່ໃກ້ກັບຫ້ອງອ່ານໜັງສືຫຼາຍຫ້ອງ. ເຈົ້າໜ້າທີ່ຫໍສະໝຸດ, ທ່ານນາງ ສະວິຕລານາ ໂກດູນ, ໄດ້ຂໍອາສາທຸກໆນາທີ ທີ່ລາວ ບໍ່ໄດ້ຫຍຸ້ງກັບວຽກງານໜັງສື ໄປຊ່ວຍເຮັດຕານ່າງອຳພາງ.

In Ukraine, more than 200 libraries have been destroyed and about 400 damaged since Russia launched its war, say Ukrainian officials. Lesia Bakalets reports from Kyiv on how librarians are trying to ensure libraries survive the war.

The book, which librarian Svitlana Godun is carefully trying to unfold, is the Encyclopedia of Modern Ukraine. After the occupation, she says, Russian troops left two bullets in it after firing into the building.

(Svitlana Godun, Librarian in Ivankiv)

“The book stopped the bullet right here. That is the way Russians fight against Ukrainian culture.”

The public library where Godun works is in the village of Ivankiv, in the Kyiv region.

The village was occupied by Russians for 36 days at the beginning of the full-scale invasion in 2022. Godun says her library was relatively lucky compared to the library in the neighboring village of Obukhovichi. [pron: Oh-boo-HO-vee-tchee]

(Olena Shumak, Librarian)

“When I came in after, I was shocked. Everything was scattered, Russians made loopholes for shooting out of books. They stole the geographical atlas of Ukraine and the Russian-Ukrainian dictionaries, and the interesting thing is that "Fifty Shades of Gray" was taken away.”

Thanks to international aid, the library’s windows have been fixed. But even with all the the damage, the library opened almost immediately after the Russian troops left.

(Olena Shumak, Librarian in Obukhovichi)

“One of the first visitors back said she missed books during the occupation."

Both librarians are trying to raise money for books and repairs. People have pitched in to help.

Private donors and publishing houses have sent free books. And both libraries have received books in English from PEN Ukraine, a cultural and human rights organization that protects free speech and authors’ rights.

(Maksym Sytnikov, PEN Ukraine)

“Last year, the British organization BookAid International transferred 25,500 books in English to PEN Ukraine. And we are delivering them to Ukrainian libraries now.”

PEN Ukraine says it is focused on libraries in liberated towns and front-line regions.

After making several PEN trips to help in Ukraine, French writers Anne and Laurent Champ-Massard decided to stay longer.

(Anne Champs-Massart, French Writer )

“In fact, my grandmother, was Ukrainian, so we always wanted to visit this country. Unfortunately, we couldn't do it before, so when the big full-scale invasion happened, we all directly wanted to get involved and help this country.”

(Laurent Champs-Massart, French Writer)

“This is not only a military aggression; this is a cultural one,”

Even in wartime, PEN Ukraine says Ukrainians are thirsty for cultural events and some libraries, especially on the frontlines, have changed.

(Maksym Sytnikov, PEN Ukraine )

“The central library of the city of Nikopol has a shelter that is used by the entire district. People come there to spend the night when the city is shelled. So, people at first go to the library, take books, and then go down to the basement and read.”

Many libraries have become what Ukrainians call un-breakability points, where necessities like heat, water, a place to rest and first aid kits are provided.

In the Ivankiv community, camouflage nets are being produced near the reading rooms. The librarian, Svitlana Godun, volunteers any free minute when she is not engaged in book affairs.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG