ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຫົວເສລີນິຍົມ ຢູ່ໃນເຂດແຄມ​ຝັ່ງມະຫາສະໝຸດ ປາຊີຟິກ ທາງພາກຕາເວັນຕົກສຽງເໜືອ ໄດ້ຮັບ​ການທ້າທາຍໃນອັນທີ່ຮ້ອງວ່າ 'ການປ່ຽນແປງ' ຈາກພັກຣີພັບບຣິກັນ


Liberal Pacific Northwest Challenged by Republican Calls for Change
please wait

No media source currently available

0:00 0:02:49 0:00

ລາຍງານກ່ຽວກັບ ຄວາມທ້າທາຍຕໍ່​ພວກ​ຫົວເສລີນິຍົມ ຈາກພັກຣີພັບບຣິກັນ.

ການເມືອງຢູ່ໃນເຂດມະຫາສະໝຸດປາຊີຟິກທາງທິດຕາເວັນຕົກສຽງເໜືອຂອງສະຫະລັດ ​ຕາມ​ປົກ​ກະ​ຕິ​ແລ້ວແມ່ນ​ນິ​ຍົມ​ພວກຫົວກ້າວໜ້າ. ແຕ່ໃນການເລືອກຕັ້ງກາງສະໄໝປີນີ້, ​ພວກ​ນິ​ຍົມ​ແນວ​ທາງ​ເດີມຂອງພັກຣີພັບບຣິກັນກໍາລັງທ້າທາຍພວກ​ຫົວເສລີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ເພື່ອ​ຍາດ​ເອົາບ່ອນນັ່ງຢູ່ໃນສະພາສູງສະຫະລັດ, ແລະອາດຈະມີຜູ້ປົກຄອງລັດໂອເຣກອນຄົນທໍາອິດທີ່ມາຈາກພັກ ຣີພັບບຣີກັນ ໃນຮອບ 40 ປີ, ເດໂບຣາ ບລູມ (Deborah Bloom) ມີລາຍງານເລື້ອງນີ້ຈາກລັດໂອເຣກອນ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນະຄອນປອດແລນ ເປັນເທດ​ສະ​ບານ ຂອງພັກ​ເດ​ໂມ​ແຄ​ຣັດ ​ທີ່​ໜ້າ​ເຊື່ອ​ຖື​ໄດ້. ພັກດັ່ງກ່າວນີ້ ເປັນພັກທີ່ມີອໍານາດສູງທີ່ສຸດຢູ່ໃນສະພາຂອງລັດ ແລະກໍດໍາລົງ ຕໍາແໜ່ງເປັນຜູ້ປົກຄອງລັດມາເປັນເວລາ 40 ປີ. ໃນປີການເລືອກຕັ້ງທົ່ວໄປ, ຜູ້ລົງສະໝັກເລືອກຕັ້ງຈາກພັກເດໂມແຄຣັດ ຈະກ້າວເຂົ້າສູ່ເສັ້ນໄຊແບບງ່າຍ ດາຍ ແຕ່ໃນປີນີ້ບໍ່ຄືກັນກັບປີການເລືອກຕັ້ງທົ່ວໆໄປ.

ກິມ ເອເຊລ (Kim Ezell), ຜູ້ມີສິດເລືອກຕັ້ງໃນລັດໂອເຣກອນກ່າວວ່າ:

“ພວກເຮົາມີຜູ້ປົກຄອງລັດຈາກພັກເດໂມແຄຣັດ ມາເປັນເວລາດົນນານ, ແລະປະຊາຊົນ ກໍຕ້ອງການມອງຫາບາງສິ່ງ ເພື່ອການປ່ຽນແປງ.”

ເຈຄັອບ ບາເຣໂຣ (Jacob Barreiro), ຜູ້ມີສິດເລືອກຕັ້ງຈາກລັດໂອເຣກອນກ່າວວ່າ:

“ເມື່ອໃດກໍຕາມທີ່ມີອໍານາດວັດ​ທະ​ນະ​ທຳ​ແບບ​ຄອບ​ງຳ, ເມື່ອນັ້ນ ກໍຈະມີອໍານາດວັດທະນະທໍາທີ່​ຕໍ່​ຕ້ານ, ແລະກໍຈະເປັນປະຊາຊົນເອງ ທີ່ເບື່ອ​ໜ່າຍ​ຕໍ່ສະ​ຖາ​ນະ​ພາບດັ້ງ​ເດີມດັ່ງກ່າວ.”

ສາດສະດາຈານຈິມ​ ມົວ (Jom Moore), ​ອາ​ຈານ​ສອນ​ລັດ​ຖະ​ສາດ​ການ​ເມືອງຈາກມະຫາວິທະຍາໄລປາຊີຟິກ ກ່າວວ່າ ສະພາບແວດລ້ອມແມ່ນພ້ອມແລ້ວສໍາລັບການປ່ຽນແປງ, ເຊິ່ງທ່ານໄດ້ກ່າວວ່າ:

“ໂດຍສະເພາະແລ້ວ ແມ່ນການລະບາດໃຫຍ່ ຂອງພະຍາດໂຄວິດ-19, ຊີວິດຂອງພວກເຮົາໄດ້ມີການປີ້ນກັບ. ຜູ້ຄົນພາກັນຕອບສະໜອງ ຕໍ່ສິ່ງທີ່ພວກເຂົາ ເຈົ້າເຫັນໃນຈໍໂທລະພາບ ຫຼືສື່ສັງຄົມອອນລາຍ, ຜູ້ຄົນບໍ່ມີຄວາມສຸກ ກັບສິ່ງທີ່ເປັນຢູ່, ນີ້ເປັນພຽງສິ່ງງ່າຍໆທີ່ປະຊາຊົນພາກັນຮ້ອງວ່າ ‘ການປ່ຽນແປງ.’ ແລະ ‘ຂ້າພະເຈົ້າກໍບໍ່ໄດ້ມາຈາກພັກທີ່ໄດ້ດໍາເນີນການປົກຄອງ ເມື່ອສິ່ງຕ່າງໆເຫຼົ່ານີ້ເກີດຂຶ້ນ’, ມັນເປັນຂໍ້ຄວາມທີ່ມີພະລັງອີຫຼີ.”

ຢູ່ໃນລັດເພື່ອນບ້ານວໍຊິງຕັນ, ຜູ້ປົກຄອງລັດ 5 ສະໄໝ ຈາກພັກເດໂມແຄຣັດ ທ່ານນາງແພັດຕີ້ ມົວເຣ (Patty Murray), ກໍາລັງປະເຊີນກັບຄວາມທ້າທາຍທີ່ໜ້າເຫຼືອເຊື່ອທີ່ສຸດເປັນຄັ້ງທໍາອິດຈາກພັກຣີພັບບຣິກັນ, ດ້ວຍເງິນທຶນສະໜັບສະໜຸນທີ່ເຂັ້ມແຂງຈາກພັກແຫ່ງຊາດ ເຊິ່ງເປັນການແຂ່ງຂັນທາງການເມືອງທີ່ເວັບໄຊທ໌ Real Clear Politics ຕີ​ລາ​ຄາ​ວ່າ ຈະ​ເປັນ​ຂອງ​ພັກ​ໃດ​ກໍ​ໄດ້.

ການສໍາຫຼວດຄວາມຄິດເຫັນຂອງປະຊາຊົນຢູ່ໃນລັດໂອເຣກອນ ເປີດເຜີຍໃຫ້ເຫັນວ່າ ໂຕແທນຈາກພັກຣີພັບບຣີກັນ ທ່ານນາງຄຣິສຕີນ ດຣາຊານ (Christine Drazan) ມີຄະແນນນໍາທ່ານນາງທີນາ ໂກເທັກ (Tina Kotek) ຈາກພັກເດໂມແຄຣັດພຽງເລັກນ້ອຍເທົ່ານັ້ນ ​ໃນການແຂ່ງຂັນເອົາຜູ້ປົກຄອງລັດ ເຊິ່ງແຕ່ລະຄົນທີ່ລົງສະໝັກ ຕ່າງ​ກໍ​ພະ​ຍາ​ຍາມ​ວາດ​ພາບຄູ່ແຂ່ງຂອງຕົນ​ວ່າເປັນ​ພວກ​ຫົວຮຸນແຮງ, ເຊິ່ງການໂຄສະນາຫາສຽງຂອງ ທ່ານນາງ ດຣາຊານ ແລະທ່ານນາງ ໂກເທັກ ກ່າວວ່າ:

“ທ່ານນາງຄຣິສຕີ້ ດຣາຊານ ກໍາລັງນໍາໃຊ້ ແນວທາງນະໂຍບາຍ ຂອງທ່ານ ທຣໍາ.”
“ທ່ານນາງທີນາ ໂກເທັກ ໄດ້ຢືນຢັນທີ່ຈະ​ບໍ່​ໃຫ້​ທຶນຕໍາຫຼວດຫົວຮຸນແຮງ,”
“ທ່ານນາງຈະຫ້​າມການ​ເຮັດແທ້ງລູກ, ແຕ່ປົກປ້ອງສິດທິຄວາມເທົ່າທຽມ
​ຂອງ​ພວກ LGBTQ ລັດໂອເຣກອນ.”
“ວິກິດການຄົນບໍ່ມີທີ່ຢູ່ອາໄສ, ບັນຫາພາສີທີ່ສູງຂຶ້ນ, ແລະບັນຫາອາຊະຍາ
ກອນທີ່ເປັນ​ອັນ​ຕະ​ລາຍ.”

ຜູ້ທີ່ບໍ່ໄດ້ພົວພັນກ່ຽວກັບການເລືອກຕັ້ງ ທ່ານນາງເບັດຊີ ຈອນສັນ (Betsy Johnson), ເຊິ່ງເປັນອະດີດສະມາຊິກພັກເດໂມແຄຣັດ ມີຄວາມສາມາດພຽງພໍດຶງເອົາຜູ້ລົງຄະແນນສຽງໃຫ້ພວກ​ຫົວເສລີນິຍົມດັ້ງເດີມ ເພື່ອໃຫ້ພັກຣີພັບບຣິກັນເຂົ້າມາກໍາອໍານາດ ຢູ່ໃນສະພາປະຈໍາລັດໂອເຣກອນໄດ້.

ບັນຫາອາຊະຍາກອນ ແລະບັນຫາກ່ຽວກັບຜູ້ບໍ່ມີເຮືອນຢູ່ອາໄສນັ້ນ ເປັນບັນຫາການຫາສຽງທີ່ສໍາຄັນຂອງທ່ານນາງໂກເທັກຈາກພັກເດໂມແຄຣັດ ໂດຍກ່າວວ່າ ທ່ານນາງຕ້ອງການຂະຫຍາຍບ່ອນພັກພິງສໍາລັບຜູ້ທີ່ບໍ່ມີເຮືອນຢູ່, ແລະທ່ານນາງດຣາຊານຈາກພັກຣີພັບບຣີກັນກ່າວວ່າ ທ່ານນາງຕ້ອງການກວດລ້າງບ່ອນພັກອາໄສ ຂອງພວກທີ່ບໍ່ມີເຮືອນຢູ່.

ເວັນດີ້ ເຄລັນເຟລທ໌ (Wendy Kleinfeldt), ຜູ້ມີສິດລົງຄະແນນສຽງ ຢູ່ລັດໂອເຣກອນກ່າວວ່າ:

“ບັນຫາຂອງພວກບໍ່ມີເຮືອນຢູ່ ແມ່ນໄດ້ຮັບການຈັດການແບບບໍ່ຖືກຕ້ອງເໝາະສົມ. ບໍ່ວ່າຈະຂຶ້ນຢູ່ກັບຄົນ ຫຼືຂຶ້ນຢູ່ກັບຂັ້ນຕອນກໍຕາມ, ມັນບໍ່ໄດ້ຮັບການຈັດ ການໃດໆເລີຍ. ແລະວິທີການຂອງ​ພວກ​ຫົວເສລີນິຍົມ​ຈັດຂອງພວກເຮົານີ້ ມັນ ໃຊ້ການບໍ່ໄດ້.”

ມາກ ເບັນເນັດທ໌ (Mark Bennett), ຜູ້ມີສິດເລືອກຕັ້ງຢູ່ລັດໂອເຣກອນກ່າວວ່າ:

“ຜ່ານມາ ລັດໂອເຣກອນເປັນລັດຂອງພັກເດໂມແຄຣັດ, ແຕ່ມັນກໍຍາກທີ່ຈະມີທ່າອ່ຽງໄປທາງຂວາ ນະເວລານີ້. ດັ່ງນັ້ນມັນຈຶ່ງເປັນ, ມັນຈຶ່ງມີລັກສະນະ ທີ່ເປັນຕາຢ້ານ. ຂ້ອຍຄິດວ່າ ມັນຈະ​ເປັນ​ຂອງ​ພັກ​ໃດ​ກໍ​ໄດ້.”

ພັກຣີພັບບຣິກັນຢູ່ໃນເຂດມະຫາສະໝຸດປາຊີຟິກທາງ​ພາກຕາເວັນຕົກສຽງເໜືອ ກໍາລັງມີຄວາມຫວັງວ່າ ຈະມີຜູ້​ຄົນ​ໄປ​ປ່ອນ​ບັດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ໃນການເລືອກຕັ້ງກາງສະໄໝ, ເຊິ່ງເປັນການເລືອກຕັ້ງ ທີ່ພັກຂອງພວກເຂົາເຈົ້າ ຄາດຄະເນວ່າ ຈະເອົາຊະນະບ່ອນນັ່ງຢູ່ໃນສະພາຕ່ຳຂອງສະຫະລັດ.

Politics in the Pacific Northwest region of the United States are traditionally progressive. But in this midterm election, conservative Republicans are challenging liberal Democrats for a seat in the U.S. Senate and for what could be the first Republican governor in 40 years in the state of Oregon. From Oregon, Deborah Bloom has our story.

Portland is the urban center of a reliably Democratic state. The party has a supermajority in the state Legislature and has held the Oregon governor’s office for 40 years. In a typical election year, Democratic Party candidates would be cruising to easy wins. But this is no typical election year. Voter Kim Ezell.

Kim Ezell, Oregon Voter

“We've had a long run of Democratic governors, and folks are just looking for some change.”

Jacob Barreiro, Oregon Voter

“Whenever there's a dominant culture, there'll be a counterculture, and there'll be people who get sick of the status quo.”

Pacific University Political Science professor Jim Moore says it is an environment ripe for change.

Jim Moore, Pacific University
“Especially with the pandemic, our lives have been upended. People are responding to what they see on television screens or social media. ... People are unhappy with the way things are, that simply being the person who says ‘Change.’ And ‘I'm not from the party that was in control when all this happened,’ it's a really powerful message.”

In neighboring Washington State, five-term Democratic Senator Patty Murray is facing a surprisingly strong challenge from a first-time Republican candidate with strong financial support from the national party. It’s a race the political website Real Clear Politics rates as a toss-up.

Oregon polls show Republican Christine Drazan with a slight lead over Democrat Tina Kotek in an increasingly competitive governor’s race where each candidate has sought to portray her opponent as extreme.

DRAZAN AND KOTEK CAMPAIGN ADS
“Christine Drazan is using Trump's playbook.”
“Tina Kotek stood with defund the police extremists.”
“She'd ban abortions, gut protections for LGBTQ Oregonians."
“A homeless crisis, higher taxes, and released dangerous criminals.”

Unaffiliated candidate Betsy Johnson is a former Democrat who could draw enough traditionally liberal votes to give Oregon Republicans the statehouse.

Crime and homelessness are top campaign issues with Democrat Kotek saying she wants to expand homeless shelters and Republican Drazan saying she wants to crack down on homeless encampments.

Wendy Kleinfeldt, Oregon voter
“The homeless issue has just not been dealt with properly. Whether it's on the people side or the process side, it just has not been dealt with. And our ultra-liberal approach has not worked.”

Mark Bennett, Oregon Voter

“Oregon has been Democratic, but it's been leaning pretty hard to the right lately. So it's, it's kind of scary. It's a toss-up, I think.”

Republicans in the Pacific Northwest are hoping for a strong turnout in the midterm election— an election in which their party is expected to win control of the U.S. House of Representatives.

XS
SM
MD
LG