ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີການສະ​ຫຼອງ​ເດືອນ​ແຫ່ງ​ຄວາມ​ຫຼາ​ກຫຼາຍ​ ທາງ​ເພດຢ່າງກວ້າງ​ຂວາງ ​ທົ່ວ ສ​ຫລ ເຖິ​ງ​ຈະ​ມີການ ​ກີດ​ກັນ​ສິດ​ທິຂອງ​ເຂົາ​ເຈົ້າ​​ເພີ້ມ​ຂຶ້ນ ກໍ​ຕາມ​


ຄະ​ນະ​ນາງ​ສາວ​ລາວ​ອາ​ເມ​ຣິ​ກັນ ​ຮັກ​ຮ່ວມ​ເພດ​ດຽວ​ກັນ ທີ່​ສຳ​ເລັດ​ການ​ຜ່າ​ຕັດ​​ເພື່ອ​ປ່ຽນ​ມາ​ເປັນ​ແມ່​ຍິງ
ຄະ​ນະ​ນາງ​ສາວ​ລາວ​ອາ​ເມ​ຣິ​ກັນ ​ຮັກ​ຮ່ວມ​ເພດ​ດຽວ​ກັນ ທີ່​ສຳ​ເລັດ​ການ​ຜ່າ​ຕັດ​​ເພື່ອ​ປ່ຽນ​ມາ​ເປັນ​ແມ່​ຍິງ

ເຖິງ​ແມ່ນ​ຈະ​ມີຄວາມ​ພະ​ຍາມ​ເພີ້ມ​ຂຶ້ນເພື່ອ​ກີດ​ກັນ​ສິດ​ທິ​ຂອງ​ເຂົາ​ເຈົ້າ ໃນ​ຫລາຍ​ດ້ານກໍ​ຕາມໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້ກໍ​ຕາມ ແຕ່​ປະ​ຊາ​ຄົມ​ຮັກ​ຮ່ວມ​ເພດ​ໃນ​ສະ​ຫະ​ລັດກໍ​ໄດ້​ສະ​ເຫລີມ​ສະ​ຫລອງ​ເດືອນ​ແຫ່ງ​ຄວາມ​ຫລາກ​ຫລາຍ​ທາງ​ເພດ ກໍ​ຄືເດືອນ​ມິ​ຖຸນານີ້​ເພື່ອເນັ້ນ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເດືອນ​ດັ່ງ​ກ່າວຢູ່​ໃນຫລາຍໆ​ແຫ່ງ​ທົ່ວ ສະ​ຫະລັດ. ​ບົວ​ສະ​ຫວັນ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ເລື້ອງນີ້ ມາ​ສະ​ໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເດືອນ​ມິ​ຖຸນາກໍ​ຄື​ເດືອນນີ້ເປັນ​ເດືອນ​ແຫ່ງ​ຄວາມ​ຫລາກ​ຫລາ​ຍ​ທາງ​ເພດ​ໃນສະ​ຫະ​ລັດ ຊຶ່ງຜູ້​ຄົນ​ພາ​ກັນ​ສະ​ເຫຼີມ​ສະຫຼອງ​ກັນ​ຢູ່​ໃນ​ຫລາຍ​ຮູບ​ແບບທັງ​ໃນ​ແບບທີ່​ເປັນ​ສ່ວນ​ຕົວ​ຂອງຄອບ​ຄົວ ຫລື ໃນ​ກຸ່ມ​ພວກ​ຮັກ​ຮ່ວມ​ເພດ​ດ້ວຍ​ກັນ ຫລື​ແບບ​ຢູ່​ໃນ​ຊຸມ​ຊົນໃຫຍ່ຢູ່​ຕາມ​ຕົວ​ເມືອງ​ຕ່າງ​ໆ ຂອງ​ສະ​ຫະ​ລັດ ເພື່ອ​ສະ​ແດງການ​ສະ​ໜັບ​ສະ​ໜຸນແກ່ພວກ​ຮັກ​ຮ່ວມ​ເພດ ດັ່ງ​ທີ່ເດ​ວິດ ບຸດ​ຕະ​ວົງ ອາ​ຍຸ 41 ປີ ຊຶ່ງ​ເປັນລາວ-ອາ​ເມ​ຣິ​ກັນ ຈາກ​ເມືອງ​ແຟ​ຣ​ສ​ໂນ, ລັດ​ຄາ​ລິ​ຟໍ​ເນຍ ທີ່​ຖື​ຕົນ​ເອງວ່າບໍ່​ແມ່ນ​ເພດໃດນັ້ນເລົ່າ​ສູ່​ຟັງ​ວ່າ:

“ມີ​ການ​ສະ​ຫລອງ​ຢູ່ຫລາຍ​ແບບ ຢູ່​ເມືອງ​ແຟ​ຣ​ສ​ໂນ​ໜີ້​ພວກ​ເຮົາ​ກໍ​ມີ​ການ​ແຫ່​ຂະ​ບວນ ແລະ​ບຸນທີ່​ຈະ​ຈັດ​ໃນ​ທ້າຍ​ສັບ​ປະ​ດານີ້ ຢູ່​ເມືອງ​ອື່ນ​ກະ​ສະ​ຫລອງ​ຄື​ກັນ ແລະ​ກໍ​ມີ​ການ​ສະ​ຫລອງ​ແບບ​ເປັນ​ສ່ວນ​ຕົວ​ຂອງ​ບຸກ​ຄົນ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ມັນ​ກາຍ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ແທ້ໆ ມັນ​ເປັນການ​ຢ້ຳ​ຄືນ​ໃຫ້​ຮູ້​ວ່າ ເຈົ້າ​ຄື​ໃຜ, ໝູ່​ເຈົ້າ​ແມ່ນ​ໃຜ ແລະ​ກໍ​ຊ່ວຍ​ຊູ​ກັນ ແລະມາ​ເຕົ້າ​ໂຮມ​ກັນ, ສະ​ແດງ​ຄ​ວາມ​ຮັກ​ແພງ​ຕໍ່​ກັນແທ້ໆ ນັ້ນ​ຄືຄວາມ​ໝາຍ​ຂອງ​ການ​ສະ​ຫລອງເດືອນນີ້​ ເພາະ​ວ່າ​ຫລາຍ​ຄົນ​ທີ່​ລະ​ບຸ​ຕົວ​ຕົນ​ວ່າ​ເປັນພວກ​ຮັກ​ຮ່ວມ​ເພດ ຫລື LGBTQ ​ໃຫຍ່​ຂຶ້ນ​ມາບໍ່​ມີ​ໂອ​ກາດ​ໄດ້​ຮັບ​ແບບນີ້ ສ່ວນ​ຫລາຍເຂົາ​ເຈົ້າ​ກໍ​ມີ​ຄອບ​ຄົວທີ່​ເອີ້ນ​ວ່າ​ຄອບ​ຄົວຮັກ ເພາະ​ວ່າ​ເພື່ອນ​ທີ່​ເຂົ້າ​ໃຈ​ກັນ​ດີ​ຂອງເຂົາ​ເຈົ້າ​ໄດ້​ກາຍ​ມາ​ເປັນ​ຄືຄົນ​ໃນ​ຄອບ​ຄົວ ເພາະ​ຄອບ​ຄົວ​ແທ້ຂອງ​ບາງຄົນບໍ່​ຮັບ​ຮູ້​ເຂົາ​ເຈົ້າກໍ​ມີ.”

ນາງ​ສາວ​ໄໝ​ພ​ລອຍ (Chrystal) ບ​ຸນ​ໄຊ​ຍະ​ວົງ ທີ່​ປ່ຽນ​ເພດ​ຈາກ​ຊາຍ​ມາ​ເປັນ​ຍິງ ແລະ​ໄດ້​ແຕ່ງ​ງານ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ເໝືອນກັບແມ່​ຍິງ​ທົ່ວ​ໄປ​ທີ່​ແຕ່ງ​ງານກັບ​ເພດ​ຊາຍ
ນາງ​ສາວ​ໄໝ​ພ​ລອຍ (Chrystal) ບ​ຸນ​ໄຊ​ຍະ​ວົງ ທີ່​ປ່ຽນ​ເພດ​ຈາກ​ຊາຍ​ມາ​ເປັນ​ຍິງ ແລະ​ໄດ້​ແຕ່ງ​ງານ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ເໝືອນກັບແມ່​ຍິງ​ທົ່ວ​ໄປ​ທີ່​ແຕ່ງ​ງານກັບ​ເພດ​ຊາຍ

ສ່ວນ​ພວກ​ທີ່​ປ່ຽນ​ເພດຈາກ​ຍິງ​ໄປ​ເປັນ​ຊາຍ ແລະ​ຊາຍ​ເປັນ​ຍິງນັ້ນ ກໍມີການ​ສະ​ຫລອງ​ໃນເດືອນ​ມິ​ຖຸ​ນາ​ເຊັ່ນ​ກັນ​ແຕ່​ແມ່ນໃນ​ວັນທີ 23 ​ດັ່ງ​ທີ່ຍາ​ນາງ ຄ​ຣິ​ສ​ໂຕ​ລ ບຸນ​ໄຊ​ຍະ​ວົງ ຜູ້​ທີ່​ປ່ຽນ​ເພດ​ມາ​ເປັນ​ແມ່​ຍິງ​ໂດຍທັງ​ໝົດ​ເລົ່າ​ສູ່​ຟັງ​ວ່າ:

ຍາ​ນາງ​ຄ​ຣິສ​ໂຕ​ລ​, ອາ​ຍຸ 63 ປີ, ​ເປັນ​ເຈົ້າ​ຂອງ​ຮ້ານ​ອາ​ຫານ​ສະ​ຫວັນ​ເມືອງ​ລາວຢູ່​ລັດ​ຟ​ລໍ​ຣິ​ດາ ແລະ​ແຕ່ງ​ງານ​ມາ​ໄດ້ 10 ກວ່າ​ປີ​ແລ້ວ. ຍາ​ນາງບອກວ່າ ປັດ​ຈຸ​ບັນ​ໄດ້ມີຄວາມ​ກ້າວ​ໜ້າ​ໃນ​ການ​ຮັບ​ຮູ້​ສິດຂອງ​ພວກ LGBTQ ​ໃຫ້​ສາ​ມາດດຳ​ລົງ​ຊີ​ວິດ​ ແລະ​ເລືອກ​ຄູ່​ຄອງຂອງເຂົາ​ເຈົ້າ​ເທົ່າ​ທຽມ​ກັນ​ກັບ​ຄົນ​ເພດ​ຍິງ ແລະ​ຊາຍ​ທົ່ວ​ໄປ ເມື່ອ​ທຽບ​ໃສ່​ອະ​ດີດ ຊຶ່ງ​ຍາ​ນາງ​ເລົ່າ​ສູ່​ຟັງ​ດັ່ງ​ນີ້:

ສ່ວນ​ເດ​ວິດທີ່​ເປັນ​ຜູ້ໜຸ່ມກວ່ານັ້ນ ໂດຍ​ລວມ​ແລ້ວ​ເຫັນ​ວ່າ ​ບັນ​ຫານີ້​ມີ​ຄວາມ​ກ້າວ​ໜ້າ​ຫລາຍພາຍ​ຫລັງໄດ້​ມີ​ການ​ຕໍ່​ສູ້​ທາງ​ດ້ານ​ກົດ​ໝາຍ ແລະ​ສັງ​ຄົມມາ​ເປັນ​ເວ​ລາ​ຍາວ​ນານ​ທັງຢູ່​ໃນ​ສະ​ຫະ​ລັດ ແລະລາວ ແລະ​ປະ​ເທດ​ອື່ນອີກ​ດ້ວຍ. ແຕ່​ຢ່າງ​ໃດ​ກໍ​ຕາມ ປາ​ກົດ​ວ່າ​ໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້ ແມ່ນ​ມີ​ກະ​ແສ​ຕໍ່​ຕ້ານ​ພວກ​ຮັກ​ຮ່ວມ​ເພດ ແລະ​ປ່ຽ​ນ​ເພດ ຫລື LGBTQ+ ເພີ້ມ​ຂຶ້ນ. ລາວ​ກ່າວ​ຕໍ່​ວີ​ໂອ​ເອວ່າ:

“ຂ້ອຍ​ໄດ້​ເຫັນວ່າ​ມີ​ການ​ປ່ຽນ​ແປງ​ຫລາຍ ຂ້ອຍ​ໄດ້​ເຫັນ​ການ​ປ່ຽນ​ແປງ​ຢູ່​ໃນ​ລາວ ຢູ່​ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ຂ້ອຍ ແລະ​ໂດຍ​ລວມ​ແລ້ວ​ແມ່ນ​ໄດ້​ຮັບ​ການ​ຮັບ​ຮູ້ຫລາຍ​ຂຶ້ນ ເພາະ​ວ່າພວກ LGBTQ ຍາ​ມ​ໃດ​ກໍ​ມີ​ມາ​ແຕ່​ດົນ​ຢູ່​ແລ້ວ ແຕ່ບໍ່​ໄດ້​ຮັບ​ການ​ຮັບ​ຮູ້​ຫລາຍ​ຈົນ​ກວ່າວ່າ ​ພວກ​ເຮົາ​ຕໍ່​ສູ້​ມາໄດ້​ໄລ​ຍະ​ນຶ່ງ​ແລ້ວ​ກໍ​ໄດ້​ພາ​ກັນ​ສະ​ຫລອງ​ໃນ​ການທີ່ວ່າ​ພວກ​ເຮົາ​ມີ​ສິດ​ເປັນ​ດັ່ງ​ທີ່​ໃຈ​ເຮົາຢາກ​ເປັນ ແຕ່​ເຖິງ​ແມ່ນ​ຈະ​ມີ​ການ​ດຳ​ເນີນ​ວຽກ​ງານ​ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້ຢ່າງ​ຫລວງ​ຫລາຍ​ແລ້ວ​ກໍ​ຕາມ ໃນ​ປະ​ມານສອງ​ສາມ​ປີ​ຜ່ານມາ​ໜີ້ ບາງ​ຢ່າງ​ກໍ​ໄດ້​ຖອຍ​ຫລັງ​ໄປ​ໜ້ອຍ​ນຶ່ງ ເຊັ່ນ​ວ່າ​ມີ​ກົດ​ໝາຍ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ຊາວ​ໜຸ່ມ, ກົດ​ໝາຍ​ທີ່​ໂຈມ​ຕີ​ປະ​ຊາ​ຄົມ​ຄົນ​ປ່ຽນ​ເພດ​ດັ່ງ​ນີ້​ເປັນ​ຕົ້ນ.”

ນາງ​ສາວ​ຊ​າຍ ພວງ​ສະ​ຫວັດ ທີ່​ສະ​ຫະ​ລັດ
ນາງ​ສາວ​ຊ​າຍ ພວງ​ສະ​ຫວັດ ທີ່​ສະ​ຫະ​ລັດ

ນັບຕັ້ງແຕ່ປີ 2018 ຈົນ​ຮອດ​ເດືອນ 3, 2022 ມີ​ຮ່າງ​ກົດ​ໝາຍ​ທີ່ຕ້ານ LGBTQ ເກືອບຮອດ 670 ສະ​ບັບ ຖືກຍື່ນໂດຍ​ສະ​ມາ​ຊິກ​ສະ​ພາ​ສະ​ຫະ​ລັດ ອີງຕາມການວິໄຈຂອງອົງ​ການ​ຂ່າວ NBC News ຕໍ່​ຂໍ້​ມູນ​ທີ່ໄດ້​ມາ​ຈາກສະຫະ ພັນເສລີພາບພົນລະເຮືອນອາເມຣິກາ ແລະກຸ່ມສະຫນັບສະຫນູນເສ​ລີ​ພາບ​ຂອງ​ພວກ LGBTQ ສຳ​ລັບ​ອາ​ເມ​ຣິ​ກັນ​ທຸກ​ຄົນ ຊຶ່ງ​ພົບ​ວ່າເກືອບຫມົດທັງ 50 ລັດ ຢ່າງຫນ້ອຍແມ່ນ​ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ສະ​ບັບ​ນຶ່ງ. ຕະຫລອດໄລ​ຍະ​ນີ້ ຈໍານວນຮ່າງ​ກົດ​ໝາຍ​ຕ້ານ LGBTQ ທີ່​ໄດ້​ນຳ​ໄປ​ສະ​ເໜີ​ຕໍ່​ລັດ​ຖະສະ​ພາ ໃນ​ແຕ່​ລະປີໄດ້ເພີ່ມຂຶ້ນສູງຈາກ 41 ສະ​ບັບໃນປີ 2018 ມາເປັນ 238 ສະ​ບັບ ໃນເວ​ລາບໍ່​ຮອດ 3 ເດືອນຂອງປີ 2022, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ.

ປະ​ທາ​ນາ​ທິ​ດີ ໂຈ ໄບ​ເດັນກ່າວ ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ​ກັນ ທ່ານ Rishi Sunak, ນາ​ຍົກ​ຂອງ​ອັງ​ກິດຢູ່​ທຳ​ນຽບ​ຂາວໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 8 ມິ​ຖຸ​ນາ, 2023.
ປະ​ທາ​ນາ​ທິ​ດີ ໂຈ ໄບ​ເດັນກ່າວ ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ​ກັນ ທ່ານ Rishi Sunak, ນາ​ຍົກ​ຂອງ​ອັງ​ກິດຢູ່​ທຳ​ນຽບ​ຂາວໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 8 ມິ​ຖຸ​ນາ, 2023.

ຕໍ່ບັນ​ຫານີ້ ທາງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ​ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ກໍ​ໄດ້​ກ່າວ​ຕໍ່​ຄົນ​ອາ​ເມ​ຣິ​ກັນ​ທີ່ຮັກ​ຮ່ວມເພດ ຫລື LGBTQ+ ໂດຍ​ສະ​ເພາະ​ແມ່ນ​ພວກ​ເດັກ​ນ້ອຍ. “ພວກ​ເຈົ້າ​ມີ​ຄົນ​ຮັກ​ຫອມ, ມີ​ຄົນ​ໄດ້​ຍິນ​ສຽງ​ຮຽກ​ຮ້ອງ​ຂອງພວກ​ເຈົ້າ ແລະ​ລັດ​ຖະ​ບານ​ຊຸດນີ້ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢູ່​ເບື້ອງ​ຫລັງ​ຂອງ​ພວກ​ເຈົ້າ,” ນັ້ນ ຄື​ຄຳ​ເວົ້າຂອງ​ທ່ານ​ທີ່ກ່າວ​ ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ທ່ານຣິ​ຊ​ຊີ ຊູ​ນາກ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ.

XS
SM
MD
LG