ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຫຼາຍສິບພັນຄົນ ອອກມາ ສະເຫຼີມສະຫຼອງ ຄວາມພາກພູມໃຈ ໃນການເປັນກະເທີຍ


ນາຍົກການາດາ ທ່ານຈັສຕິນ ທຣູໂດ, ເສື້ອຂອງທ່ານປຽກນ້ຳຍ້ອນຖືກພວກຝຸງຄົນສີດປືນນ້ຳໃສ່, ຂະນະທີ່ເຂົ້າຮ່ວມໃນການສະໜັບສະໜຸນ ປະຊາຄົມ LGBTQ ຂອງນະຄອນ ໂຕຣອນໂຕ ຊຶ່ງພວກເຂົາເຈົ້າ ກຳລັງເດີນສວນ ສະໜາມ ໃນຄວາມພາກພູມໃຈ ທີ່ໃຫຍ່ທີ່ສຸດໃນເຂດ ອາເມຣິກາເໜືອ, ທີ່ນະຄອນໂຕຣອນໂຕ ແຂວງອອນແຕຣີໂອ ຂອງການາດາ.
ນາຍົກການາດາ ທ່ານຈັສຕິນ ທຣູໂດ, ເສື້ອຂອງທ່ານປຽກນ້ຳຍ້ອນຖືກພວກຝຸງຄົນສີດປືນນ້ຳໃສ່, ຂະນະທີ່ເຂົ້າຮ່ວມໃນການສະໜັບສະໜຸນ ປະຊາຄົມ LGBTQ ຂອງນະຄອນ ໂຕຣອນໂຕ ຊຶ່ງພວກເຂົາເຈົ້າ ກຳລັງເດີນສວນ ສະໜາມ ໃນຄວາມພາກພູມໃຈ ທີ່ໃຫຍ່ທີ່ສຸດໃນເຂດ ອາເມຣິກາເໜືອ, ທີ່ນະຄອນໂຕຣອນໂຕ ແຂວງອອນແຕຣີໂອ ຂອງການາດາ.

ປະຊາຊົນຫຼາຍສິບພັນຄົນ ໄດ້ພາກກັນອອກມາສະເຫຼີມສະຫຼອງ ໃນຄວາມພາກພູມໃຈ
ທີ່ເປັນກະເທີຍ ຢູ່ໃນທົ່ວໂລກ ໃນວັນເສົາມື້ນີ້ ທີ່ລວມທັງການຈັດງານປາຕີ ທີ່ມີຊີວິດ
ຊີວາ ໃນປະເທດເມັກຊິໂກ ແລະມີການສວນສະໜາມດ້ວຍຄວາມພາກພູມໃຈ ຢູ່ໃນ
ນະຄອນຫຼວງຂອງປະເທດມາເຊໂດເນຍ ນຳດ້ວຍ.

ທຸງ​ ແລະ ຄັ​ນ​ຮົ່ມສີ​ຮຸ້ງ ໄດ້​ແກວ່ງໄກ​ວ​ໄປ​ມາ ແລະ ສຽງ​ເພງ​ໄດ້​ເປີດ​ດັງ​ສະ​ໜັ່ນ​ຫວັ່ນ​ໄຫວ
ໃນ​ຂະ​ນະ​ທີ່​ການ​ເດີນ​ຂະ​ບວນ​ຢູ່​ຕາມ​ຖະ​ຫນົນ ປາ​ເຊ​ໂອ ເດ ລາ ເຣ​ຟໍ​ມາ (Paseo de
la Reforma) ຂອງ​ນະ​ຄອນຫຼວງ ເມັກ​ຊິ​ໂກ ຊິ​ຕີ້ ໄດ້​ດຳ​ເນີນ​ຂຶ້ນ, ພ້ອມ​ກັບ​ຄູ່​ຮັກ,
ຄອບ​ຄົວ ແລະ ບັນ​ດາ​ນັກ​ເຄື່ອນ​ໄຫວ ພະ​ຍາ​ຍາມ​ທີ່​ຈະ​ຍົກ​ໃຫ້​ເຫັນ​ວິ​ໄສ​ທັດ ສຳ​ລັບ​
ຄວາມຫຼາກຫຼາຍ​ທາງ​ດ້ານ​ເພດ​ໃນ​ປະ​ເທດ ເມັກ​ຊິ​ໂກ ນັ້ນ.

ສະ​ຫະ​ພັນ​ພົນ​ລະ​ເຮືອນ ຮັກ​ເພດ​ດຽວ​ກັນ ໄດ້​ຮັບ​ສິດ​ທິ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ ໃນ​ນະ
​ຄອນຫຼວງ ເມັກ​ຊິ​ໂກ ຊີ​ຕີ້ ນັບ​ຕັ້ງ​ແຕ່​ປີ 2007, ແລະ ການ​ແຕ່ງ​ງານຂອງ​ກະ​ເທີຍ​ນັບ​ຕັ້ງ
​ແຕ່​ປີ 2009 ເປັນ​ຕົ້ນ.

ໃນ​ນະ​ຄອນ ນິວຢອກ, ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ໄດ້​ລະ​ນຶກ​ເຖິງ​ການ​ຈະ​ລາ​ຈົນ Stonewall
ຄົບ​ຮອບ 50 ປີ, ໃນ​ເວ​ລາ​ທີ່​ຕຳຫຼວດ​ໄດ້​ບຸກກວດ​ຄົ້ນ​ຮ້ານ​ກິ່ນ​ດື່ມ​ກະ​ເທີຍ ທີ່​ໄດ້​ນຳ​ໄປ​ສູ່​
ການ​ຈະ​ລາ​ຈົນ ແລະ ເກີດ​ການ​ປະ​ທ້ວງຫຼາຍ​ວັນ ທີ່​ໄດ້​ເປັນ​ສາ​ເຫດ​ໃຫ້​ມີຂະ​ບວນ​ການ
​ປົດ​ປ່ອຍ​ຄົນ​ຮັກ​ເພດ​ດຽວ​ກັນ ຫຼື LGBTQ.

ການ​ສະ​ເຫຼີ​ມ​ສະຫຼອງ LGBTQ ອື່ນໆ​ໄດ້​ເກີດ​ຂຶ້ນ​ຈາກ​ປະ​ເທດ ອິນ​ເດຍ ຫາ ຢູ​ໂຣບ,
ພ້ອມ​ກັບມີແຜນ​ຈະ​ຈັດ​ອີກຫຼາຍ​ງານ ສຳ​ລັບ​ວັນ​ອາ​ທິດມື້ນີ້​ໃນ​ທົ່ວ​ໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Tens of thousands of people turned out for gay pride celebrations around the world on Saturday, including a boisterous party in Mexico and the first pride march in North Macedonia's capital.

Rainbow flags and umbrellas swayed and music pounded as the march along Mexico City's Paseo de la Reforma avenue got underway, with couples, families and activists seeking to raise visibility for sexual diversity in the country.

Same-sex civil unions have been legal in Mexico City since 2007, and gay marriage since 2009.

In New York City, Friday marked the 50th anniversary of the Stonewall uprising, when a police raid on a gay bar in Manhattan led to a riot and days of demonstrations that morphed into a sustained LGBTQ liberation movement.

Other LGBTQ celebrations took place from India to Europe, with more events planned for Sunday aroung the world.

XS
SM
MD
LG